ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-12 16:07:51    
ຈີນ​ຫວັງ​ໃຫ້​ອາ​ເມ​ລິ​ກາ​ແກ້​ໄຂ​ບັນຫາ​​ໄຕ້​ຫວັນ​ແລະ​ບັນຫາທີ່​ກ່ຽວ​ພັນ​ເຖິງຕິ​ເບດຢ່າງ​ເໝາະ​ສົມ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 12 ພຶດສະພາ​ນີ້,ຢູ່​ປັກ​ກິ່ງ,​ໃນ​​ເວລາ​ທ່ານ​ຢາງ​ເຈຍ​ຊື ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ພົບ​ປະ​ກັບ​ທ່ານ​ຈອນ ​ເນ​ໂກຼ​ພອນ​ເຕ ລັດຖະມົນຕີ​ຊ່ວຍ​ວ່າການປະຈຳການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ​ທີ່​ມາ​ຢ້ຽມຢາມ​ຈີນ,ທ່ານ​ຢາງ​ເຈຍ​ຊືກ່າວ​ວ່າ,ຫວັງ​ໃຫ້​ອາ​ເມ​ລິ​ກາ​ແກ້​ໄຂ​ບັນຫາ​ທີ່​ອ່ອນ​ໄຫວເຊັ່ນ​ບັນຫາ​ໄຕ້​ຫວັນ​ແລະ​ບັນຫາ​ທີ່​ກ່ຽວ​ພັນ​ເຖິງ​ຕິ​​ເບ​ດຢ່າງ​ເໝາະ​ສົມ,ລົບ​ລ້າງສິ່ງ​ລົບ​ກວນ,ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ທີ່​ມີ​ລັກສະນະ​ສ້າງສັນ​ລະຫວ່າງ​ຈີນ​ອາ​​ເມ​ລິ​ກາ​ຂະຫຍາຍຕົວ​ຢ່າງຕໍ່ເນື່ອງ​ແລະ​ໜັກ​​ແໜ້ນ.

ທ່ານ​ເນ​ໂກຼພອນ​ເຕກ່າວ​ວ່າ,ອາ​ເມ​ລິ​ກາ​ຢາກ​ຮັກສາ​ການ​ໄປມາຫາສູ່​ກັນ​ໃນ​ລະດັບ​ສູງ​ກັບ​ຈີນ,​ເພີ່ມ​ທະວີ​ກົນ​ໄກ​​ເຈລະຈາ​ໃນ​ຂົງ​ເຂດ​ຕ່າງໆ,​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ກັນ​ແລະ​ການ​ຮ່ວມ​ມື.ອາ​ເມ​ລິ​ກາ​ສືບຕໍ່​ຍຶດໝັ້ນ​ນະ​​ໂຍບາຍ​ຈີນ​ດຽວ.ອາ​​ເມ​ລິ​ກາ​ຮັບ​ຮູ້​ວ່າ​ຕິ​ເບ​ດ​ແມ່ນ​ດິນ​ແດນ​ສ່ວນ​ໜຶ່ງ​ຂອງ​ຈີນ,ຫຼັກ​ໝັ້ນ​ດັ່ງກ່າວໝັ້ນ​ໜຽວ​ບໍ່​ປ່ຽນ​​ແປງ.ອາ​ເມ​ລິ​ກາ​ຍິນ​ດີ​ຮ່ວມ​ກັນ​ກັບ​ຈີນ​ສືບ​ຕໍ່​ຊຸກຍູ້​ການ​ເຈລະຈາ 6 ຝ່າຍ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍ​ແຫຼມ​ເກົາຫຼີ,ອາ​ເມ​ລິ​ກາ​ອວຍພອນ​ໃຫ້​ງານ​ກິລາ​ໂອ​ລິ​ມປິກປັກ​ກິ່ງ​ຈະໄດ້​ຮັບ​ຜົນສຳ​ເລັດ.