ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-12 18:11:27    
ໃນ 4 ​ເດືອນ​ທຳ​ອິດ​ຂອງ​ປີ​ນີ້ ຈຳ​ນວນ​ວິ​ສາ​ຫະ​ກິດ​ທຶນ​ຕ່າງ​ປະ​ເທດ​ທີ່​ຈີນ​ອະ​ນຸ​ມັດ​ໃຫມ່​​ໄດ້​ຫລຸດ​ຫນ້ອຍ​ລົງ ​ແຕ່​ການ​ລົງ​ທຶນ​ເພີ່ມ​ຂຶ້ນ

cri
ຕາມ​ຂ່າວສານ​ຊີ​ນຮວາ: ຕົວ​ເລກ​ທີ່​ກະຊວງ​ການ​ຄ້າ​ຈີນ​ປະກາດ​ໃນ​ວັນ​ທີ 12 ພຶດສະພາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ໃນ 4 ​ເດືອນ​ທຳ​ອິດ​ຂອງ​ປີ​ນີ້, ຈຳນວນ​ວິ​ສາ​ຫະກິດ​ທຶນ​ຕ່າງປະ​ເທດ​ທີ່​ຈີນ​ປະ​ນຸມັດ​ໃຫມ່​ນັ້ນ​ໄດ້​ຫລຸດ​ຫນ້ອຍ​ລົງ, ​ແຕ່​ທຶນ​ຕ່າງປະ​ເທດ​ທີ່​ຈີນ​ດຶງ​ດູດ​ນັ້ນ​​ໄດ້ເພີ່ມ​ຂຶ້ນ.

ຕົວ​ເລກສະຖິຕິ​ສະ​ແດງ​ໃຫ້​ເຫັນ​ວ່າ,​ແຕ່​​ເດືອນ​ມັງກອນ​ຫາ​ເດືອນ​ເມສາ​ປີ​ນີ້, ຈີນ​ໄດ້​ອະນຸມັດ​ວິ​ສາ​ຫະກິດ​ທຶນ​ຕ່າງປະ​ເທດ 9490 ​ແຫ່ງ, ຫລຸດ​ຫນ້ອຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 23%,ທຶນ​ຕ່າງປະ​ເທດ​ທີ່​ນຳ​ໃຊ້​ໃນ​ຕົວ​ຈິງ​ມີ​ເຖິງ 35 ຕື້​ກວ່າ​ໂດ​ລາ, ​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 59%.

​ແຕ່​ປີ​ກາຍ​ນີ້​ມາ, ຈີນ​ໄດ້​ໃຊ້​ມາດ​ຕະການ​ຍົກ​ເລີກ​ການສົ່ງ​ພາສີຄືນ​ໃຫ້​ສິນຄ້າ​ສົ່ງ​ອອກ​ສ່ວນ​ຫນຶ່ງ,​ປະຕິບັດ​ມາດຕະການອາກອນ​ດຽວ​ກັນ​ຕໍ່​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດແລະ​ຕ່າງປະ​ເທດ,ປະກາດ​ສາລະບານຊີ້​ນຳ​ຜະລິດ​ຕະກຳ​ທຶນຕ່າງປະ​ເທດ​.​ເງື່ອນ​ໄຂ​ທຶນ​ຕ່າງປະ​ເທດ​ເຂົ້າສູ່​ຈີນ​ໄດ້​ຍົກ​ສູງ​ຂຶ້ນ​ເທື່ອ​ລະ​ກ້າວ.