ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-13 14:58:28    
ແຜ່ນ​ດິນ​ໄຫວ​ແຮງ​ໃນ​ສັດ​ຕະ​ວັດ​ນີ້

cri Author: cailin
ຕາມ​ສະຖິຕິຂອງ​ສູນ​ຂໍ້​ມູນ​ແຜ່ນດິນ​ໄຫວ​ແຫ່ງ​ຊາດ​ອາ​ເມ​ລິ​ກາຫຼື NEIC,ນັບ​ແຕ່​ປີ 2000 ​ເປັນ​ຕົ້ນ​ມາ,ພາຍ​ໃນ​ຂອບ​ເຂດ​ທົ່ວ​ໂລກ,​ໄດ້​ເກີດ​ແຜ່ນ​ດິນ​ໄຫວ​ຄວາມ​ແຮງ 5 ລິກ​​ເຕີ​ຂຶ້ນ​ໄປ​ມີ 194 ​ເທື່ອ,​ໃນ​ນັ້ນ,ມີ 10 ​ເທື່ອ​ໄດ້​​ເຮັດ​ໃຫ້​ຄົນ​ຈຳນວນ​ຫຼວງຫຼາຍເສຍ​ຊີວິດ​ຫຼື​ບາດ​ເຈັບ.

1​. ປີ 2008,ຈີນ, 9219 ຄົນ​​ເສຍ​ຊີວິດ.
ວັນ​ທີ 12 ພຶດສະພາ 2008,​​ເວລາ 14 ​ໂມງ 28 ນາທີ​ຕາມ​ເວລາ​ປັກ​ກິ່ງ,ຢູ່​ເມືອງ​ເວິນ​ຊ່ວນ​ແຂວງ​ເຊ​ສວນ​ຈີນ​ເກີດ​ແຜ່ນດິນ​ໄຫວ​ຄວາມ​ແຮງ 7,8 ລິກ​ເຕີ,​ເຮັດ​ໃຫ້​ຫຼາຍ​ແຂວງ​ຂອງ​ຈີນ​ຮູ້​ສຶກ​ໄດ້​ເຖິງແຮງ​ສັ່ນ​ສະ​ເທືອ​ນ,ນະ​ຄອນ​ຫຼວງ​ບາງ​ກອກ​ຂອງ​ໄທ ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ​ຂອງ​ຫວຽດ​ນາມ​ລ້ວນ​ແຕ່​ຮູ້ສຶກ​ໄດ້​ເຖິງ​ແຮງ​ສັ່ນ​ສະ​ເທືອ​ນ.ນັບ​ມາ​ຮອດ 7 ​ໂມງ​ວັນ​ທີ 13 ພຶດສະພາ​ນີ້,ຈຳນວນ​ຄົນ​ເສຍ​ຊີວິດ​ໄດ້​ມີ​ເຖິງ 9219 ຄົນ.

2. ປີ 2006,ອິນ​ໂດ​ເນ​ເຊຍ, 5700 ກວ່າ​ຄົນ​ເສຍ​ຊີວິດ.
ວັນ​ທີ 27 ພຶດສະພາ 2006,ຢູ່​ແຂວງ​ຈາ​ວາ​ກາງ​ອິນ​ໂດ​ເນ​ເຊຍ​ໄດ້​ເກີດ​ແຜ່ນດິນ​ໄຫວ​ຄວາມ​ແຮງ 6,3 ລິກ​ເຕີ,ມີ 5700 ກວ່າ​ຄົນ​ເສຍ​ຊີວິດ,ບາດ​ເຈັບ​ຫຼາຍ​ກວ່າ 3 ໝື່ນ 8 ພັນ​ຄົນ.

3. ປີ 2006,ອີຣານ, 70 ຄົນ​ເສຍ​ຊີວິດ.
ວັນ​ທີ 30 ຫາ​ວັນ​ທີ 31 ມີນາ​ປີ 2006,ຢູ່​ເຂດ​ໃກ້​ກັບ​ເມືອງ​ໂບຣູ​ເຈຣດ໌​ແລະ​ເມືອງ​ໂດຣູດ​ແຂວງ​ໂລ​ເຣສຕັນ ພາກ​ຕາ​ເວັນ​ຕົກ​ອີຣານ,​ໄດ້​ເກີດ​ແຜ່ນດິນ​ໄຫວ​ຄວາມ​ແຮງ 5 ຫາ 6 ລິກ​ເຕີ​ຫຼາຍ​ເທື່ອ,​ເຮັດ​ໃຫ້ 70 ຄົນ​ເສຍ​ຊີວິດ, 1300 ກວ່າ​ຄົນ​ບາດ​ເຈັບ.

4. ປີ 2005,ອິນ​ໂດ​ເນ​ເຊຍ,ຢ່າງ​ໜ້ອຍ​ 1000 ຄົນ​​ເສຍ​ຊີວິດ.
ຕອນ​ກາງ​ຄືນ​ວັນ​ທີ 28 ມີນາ 2005,ຢູ່​ເຂດ​ທະ​ເລ​ໃກ້​ກັບ​ເກາະ​ຊູ​ມາຕຼາອິນ​ໂດ​ເນ​ເຊຍ,​ໄດ້​ເກີດ​ແຜ່ນດິນ​ໄຫວ​ຄວາມ​ແຮງ 8,5 ລິກ​​ເຕີ,​ໃນ​ນັ້ນ,​ຢູ່​ເກາະ​ນີອັສຢ່າງ​ໜ້ອຍ​ມີ 1000 ຄົນ​ເສຍ​ຊີວິດ.

5. ປີ 2005,​ອະນຸ​ທະວີບອາຊີ​ໃຕ້, 8 ​ໝື່ນ 6 ພັນ​ກວ່າ​ຄົນ​ເສຍ​ຊີວິດ.
ເວລາ 9 ​ໂມງ​ວັນ​ທີ 8 ຕຸລາ​ 2005,ຢູ່​ອະນຸ​ທະວີບ​ອາຊີ​ໃຕ້​ໄດ້​ເກີດ​ແຜ່ນດິນ​ໄຫວ​ຄວາມ​ແຮງ 7,6 ລິກ​ເຕີ,ອິນ​ເດຍ ປາ​ກີ​ສະຖານ​ແລະ​ອັຟ​ກາ​ນິສະ​ຖານ​ລ້ວນ​ແຕ່​ຮູ້ສຶກ​​ໄດ້​ເຖິງ​ແຮງ​ສັ່ນ​ສະ​ເທືອ​ນ.​ໃນແຜ່ນດິນ​ໄຫວ​​ແຮງ​ເທື່ອ​ນີ້,ຈຳນວນ​ຄົນ​ເສຍ​ຊີວິດ​ຫຼາຍ​ກວ່າ 8 ໝື່ນ 6 ພັນ​ຄົນ,​ເກືອບ 7 ໝື່ນ​ຄົນ​ບາດ​ເຈັບ.

6, ປີ2004 ອິນ​ໂດ​ເນ​ເຊຍ​ແລະ​ປະ​ເທດ​ຕ່າງໆ​ແຄມ​ມະຫາ​ສະໝຸດ​ອິນ​ເດຍ 2​ແສນ2ໝື່ນ​ກວ່າ​ຄົນ​ເສຍ​ຊີວິດ​ຫຼື​ຫາຍ​ສາບ​ສູນ
ວັນທີ26ທັນວາ​2004,ຢູ່ທະ​ເລ​ທີ່​ໃກ້ກັບ​ແຂວງ​ອາ​​ເຈະ​ເກາະ​ຊູ​ມາຕຼາຂອງ​ອິນ​ໂດ​ເນ​ເຊຍ​ເກີດ​ແຜ່ນດິນ​ໄຫວຄວາມ​ແຮງ9ລິກ​ເຕີ​ຂຶ້ນ​ໄປ,​ແ​ຜ່ນດິນ​ໄຫວ​ແລະຄື້ນຊຶນາ​ມີ​ທີ່​ເກີດ​ຂຶ້ນ​ຕາມມາເຮັດ​ໃຫ້​ປະ​ເທດ​ຕ່າງໆ​ຕາມ​ແຄມ​ມະຫາ​ສະໝຸດ​ອິນ​ເດຍ2​ແສນ2ໝື່ນ​ກວ່າ​ຄົນ​ເສຍ​ຊີວິດ​ຫຼື​ຫາຍ​ສາບ​ສູນ.​ໃນ​ນັ້ນອິນ​ໂດ​ເນ​ເຊຍ​ມີ​ເກືອບ1​ແສນ7ໝື່ນ​ຄົນ​ເສຍ​ຊີວິດ​ຫຼື​ຫາຍ​ສາບ​ສູນ.

7,ປີ2004 ມາຣົກ 600ກວ່າ​ຄົນ​ເສຍ​ຊີວິດ
​ວັນ​ທີ24ກຸມ​ພາ​2004,ຢູ່​ອານ ​ໂຮ​ເຊ​ອີ​ມາ ພາກ​ເໜືອ​ມາຣົກ​ເກີດ​ແຜ່ນ​ດິນ​ໄຫວ​ຄວາມ​ແຮງ​6,5​ລິກ​ເຕີ,​ເຮັດ​ໃຫ້628​ຄົນ​ເສຍ​ຊີ​ວິດ,926​ຄົນ​ບາດ​ເຈັບ.

8,ປີ2003 ອີຣານ ຢ່າງ​ໜ້ອຍ3​ໝື່ນ​ຄົນ​ເສຍ​ຊີວິດ
ວັນ​ທີ26ທັນ​ວາ​2003,ຢູ່​ເຂດ​ບາ​ມ​ແຂວງ​ເຄີ​ມານ ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ອີຣານ​ເກີດ​ແຜ່ນ​ດິນ​ໄຫວ​ຢ່າງ​ຮຸນ​ແຮງ6,6vລິກ​ເຕີ,ຢ່າງ​ໜ້ອຍ​ເຮັດ​ໃຫ້3​ໝື່ນ​ຄົນ​ເສຍ​ຊີວິດ,​5ໝື່ນ​ກວ່າ​ຄົນ​ບາດ​ເຈັບ,​ເຮືອນ​ຢູ່85%​ຂອງ​ເມືອງ​ບູຮານ​ບາມ​ຖືກ​ທຳ ລາຍ​ເພພັງ​,ປ້ອມ​ບູຮານ​ບາ​ມທີ່​ສ້າງ​ດ້ວຍ​ດິນ​ຈີ່​ທີ່​ມີ​ຊື່​ສຽງ​ແລະ​ມີ​ປະ​ຫວັດ​ສາດ 2500ກວ່າ​ປີ​ເພ​ພັງ​ໝົດ.

9,ປີ2002 ​ອັຟກາ​ນີສະ​ຖານ ຢ່າງ​ໜ້ອຍ​ພັນ​ຄົນ​ເສຍ​ຊີ​ວິດ
ວັນ​ທີ25ມີ​ນາ​2002,ຢູ່​ເຂດ​ຮິນ​ດູ ຄຸ​ສ ຂອງ​ອັຟ​ກາ​ນີສະ​ຖານ​ເກີດ​ແຜ່ນດິນ​ໄຫວ​ຄວາມ​ແຮງ6,1ລິກ​ເຕີ,ຢ່າງ​ໜ້ອຍ​ເຮັດ​ໃຫ້1000ຄົນ​ເສຍ​ຊີວິດ,​ຫຼາບ​ຮ້ອຍ​ຄົນ​ບາດ​ເຈັບ.

10,ປີ2001 ອິນເດຍ 2ໝື່ນ5​ພັນ​ຄົນ​ເສຍ​ຊີວິດ
ວັນທີ26ມັງກອນ2001,ຢູ່ກູ​ຈາ​ຣັດ​ຂອງ​ອິນ​ເດຍ​ໄດ້​ເກີດ​ແຜ່ນ​ດິນ​ໄຫວ​ຄວາມ​ແຮງ7,7​ລິກ​ເຕີ,​ເຮັດ​ໃຫ້2ໝື່ນ5​ພັນ​ຄົນ​ເສຍ​ຊີວິດ,1​ແສນ​6ໝື່ນ​ຄົນ​ບາດ​​ເຈັບ.