ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-13 18:01:08    
ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຈີນ​ເກີດ​ໄພ​ແຜ່ນ​ດິນ​ໄຫວ​ຂັ້ນ7,8ລິກ​ເຕິ

cri

ເວລາ14​ໂມງ28ນາທີ​ຂອງ​ວັນ​ທີ12ພຶດສະພາ​ນີ້ຕາມ​ເວລາ​ປັກ​ກິ່ງ, ຢູ່​ເມືອງ​ເວິ້ນຊ່ວນ​ແຂວງ​ເຊ​ສວນ​ຈີນໄດ້​ເກີດ​ແຜ່ນດິນ​ໄຫວ​ວັດ​ແຮງ​ສັ່ນ​ສະ​ເທືອ​ນ​ໄດ້7,8ລິກ​ເຕີ, ​ແຜ່ນດິນ​ໄຫວ​ເທື່ອ​ນີ້​ມີ​ຄວາມຮຸນ​ແຮງ​ຫຼາຍ, ສົ່ງ​ຜົນກະທົບ​ເຖິງ​ເນື້ອ​ທີ່​ກວ້າງ​ຂວາງ, ຢູ່10ກວ່າ​ແຂວງ​ແລະກຳ​ແພງ​ນະຄອນ​ຂອງ​ທົ່ວ​ປະ​ເທດ​. ນັບ​ມາ​ຮອດ7​ໂມງ​ຂອງ​ວັນ​ທີ13ພຶດສະພາ​ນີ້, ຍ້ອນແຜ່ນດິນ​ໄຫວ​ໄດ້​ເຮັດ​ໃຫ້8​ແຂ​ວງ​ແລະ​ກຳ​ແພງ​ນະຄອນ​ເຊັ່ນ ​ແຂວງ​ເຊ​ສວນ ​ແຂວງ​ກ່ານ​ຊູ້ ​ແຂວງ​ສານ​ຊີ່ ນະຄອນ​ຈຸ​ງກິ​ງ​​ແລະ​ບ່ອນ​ອື່ນໆ​ມີ9219ຄົນ​ເສຍ​ຊີວິດ.

ສູນ​ກາງ​ແຜ່ນດິນ​ໄຫວ​ເທື່ອ​ນີ້ຢູ່ເມືອງ​ເວິ້ນ​ຊ່ວນ​ແຂວງ​​ເຊ​ສວນ​ຕັ້ງ​ຢູ່​ເສັ້ນ​ຂະ​ໜານ​ເໜືອ​31​ອົງ​ສາ, ​ເສັ້ນ​ແວງ​ຕາ​ເວັນ​ອອກ​103,4​ອົງສາ, ຫ່າງ​ຈາກ​ຄະ​ຄອນ​ເສີງ​ຕູ່ ​ເທສະ​ບານ​ແຂວງ​ເຊສວນ​100​ກວ່າ​ກິ​ໂລ​ແມັດ, ມີ​ປະຊາ​ກອນ​1​ແສນ​1​ໝື່ນ​ກວ່າ​ຄົນ. ຫຼັງ​ຈາກ​ເກີດ​ແຜ່ນ​ດິນ​ໄຫວ​ແລ້ວ, ທ່ານ​ຈ່າງ​ຮົງ​ເວິ້ຍ ​ໂຄສົກ​ກົມ​ແຜ່ນດິນ​ໄຫວ​ແຫ່ງ​ຊາດ​ຈີນ​ໄດ້​ແຈ້ງ​ໃຫ້​​ສື່​ມວນ​ຊົນຊາບ​ໂດຍ​ດ່ວນ. ທ່ານ​ກ່າວ​ວ່າ,

ແຜ່​ນດິນ​ໄຫວ​ເທື່ອ​ນີ້​ມີ​ຄວາມ​ແຮງ​ສູງ, ສົ່ງ​ຜົນ​ກະທົບ​ເຖິງ​ບໍລິ​ເວນ​ກວ້າງ​ຂວາງ, ​ເຂດ​ນິງ​ເຊ້ຍ ​ແຂວງ​ກ່ານ​ຊູ້ ​ແຂ​ວງຊິ່ງ​ໄຫ ​ແຂວງ​ສ່າ​ນຊີ່ ​ແຂວງ​ສານ​ຊີ ​ແຂວງ​ຊ່ານ​ຕົ່ງ ​ແຂວງ​ເຮີ​ນານ ​ແຂວງ​ຫູ​ເປ ​ແຂວງ​ຫູ​ນານ ນະ​ຄອນ​ຈຸ​ງກິ​ງ ​ແຂວງ​ກຸ້ຍ​​ໂຈ່ວ ​ແຂວງ​ຢຸນນານ ​ເຂດ​ຕິ​ເບດ​ແລະ​ແຂວງ​ຈ່ຽງ​ຊູ່​ລ້ວນ​ແຕ່​ມີ​ຄວາມ​ຮູ້ສຶກ​ເຖິງ​ແຮງ​ສັ່ນ​ສະ​ເທືອ​ນຂອງ​ແຜ່ນດິນ​ໄຫວ.

ຫຼັງ​ຈາກ​ແຜ່ນດິນ​ໄຫວ​ເກີດ​ຂຶ້ນ​ແລ້ວ, ທ່ານ​ຫູ​ຈິນ​ທ່າວ ປະທານ​ປະ​ເທ​ດຈີນ​ໄດ້​ສັ່ງ​ການ​ໃນ​ທັນທີ, ​ໃຫ້​ຊ່ອຍ​ເຫຼືອ​ຜູ້​ຖືກ​ບາ​ດ​ເຈັບ​ໂດຍ​ໄວ, ພະຍາ​ຍາມ​ໃຫ້​ຄູ​ວາ​ມ​ເສຍ​ຫາຍ​ມີ​ໜ້ອຍ​ທີ່​ສຸດ. ຄະ​ນະ​ລັດຖະບານ​ຈີນ​ຍັງ​ໄດ້ຕັ້​ງ​ກອງ​ບັນຊາ​ການ​ຕ້ານ​ໄພ​ແລະ​ກູ້​ໄພ​ທີ່​ມີ​ທ່ານ​ນາຍົກລັດຖະມົນຕີ​ເວິ່ນ​ເຈ່ຍ​ປາວ​ເປັນ​ຜູ້​ບັນຊາ​ການ​ໃຫຍ່. ປະຈຸ​ບັນ, ທ່ານ​ເວິ່ນ​ເຈ່ຍ​ປາວ​ພວມ​ຊີ້​ນຳ​ວຽກ​ງານ​ຕ້ານ​ໄພ​ແລະ​ກູ້​ໄພ​ຢູ່​​ແຂວງ​ເຊ​ສວນ.

ປັດຈຸບັນ, ທະຫານ ​ແລະ ຕຳຫຼວດປະກອບ​ອາວຸດ​ທີ່​​ໄປ​ຕ້ານ​ໄພ​​ແຜ່ນດິນ​ໄຫວ​ນັ້ນ​ມີ​ເກືອບ1​ໝື່ນ7​ພັນ​ຄົນ. ຍັງ​ມີນາຍ ​ແລະ ພົນທະຫານອີກ3​ໝື່ນ4​ພັນ​ຄົນ​ພວມ​ເຂົ້າ​ໄປູ​ເຂດ​ປະສົບ​ໄພ​ໂດຍ​ທາງເຮືອບິນ, ລົດ​ໄຟ ຫຼື ຍ່າງ. ນັບ​ມາ​ຮອດ7​ໂມງ​ ວັນ​ທີ13​ພຶດສະພາ​ນີ້,​ໄດ້​ຊ່ວຍ​ເຫຼືອຜູ່​ບາດ​ເຈັບ​1800ກວ່າ​ຄົນ​ແລ້ວ.

ຫຼັງ​ຈາກຈີນ​ເກີດ​ແຜ່ນດິນ​​ໄຫວ​ແລ້ວ, ລັດຖະບານ​ ​ແລະ ຜູ່​ນຳ​ຕ່າງປະ​ເທດ​ພ້ອມ​ທັງ​ຜູ່​ຮັບຜິດຊອບ​ອົງການ​ຈັດ​ຕັ້ງ​ສາກົນຈຳນວນ​ໜຶ່ງ​ໄດ້ສະ​ແດງຄວາມ​ເຫັນ​ໃຈຕໍ່​ຈີນ. ທ່ານຈູມ​ມະລີ ​ໄຊ​ຍະ​ສອນ ປະທານ​ປະ​ເທດ​ລາວ ກັບ ທ່ານ​ບົວ​ສອນ ບຸບຜາ​ວັນ ນາ​ຍົກ​ລັດຖະມົນຕີ​ລາວ​ໄດ້​ສະ​ແດງ​ຄວາມ​ເຫັນ​ໃຈ​ອັນ​ເລິກ​ເຊິ່ງຕໍ່ລັດຖະບານ​ຈີນ ​ແລະ ປະຊາຊົນ​ຈີນ, ​ແລະ​​ເຊື່ອ​ວ່າ,ປະຊາຊົນ​ຈີນ​ຍ່ອມ​ຈະ​ຟື້ນ​ຟູ​ການ​ຜະລິດ ​ແລະ ຊີວິດ​ການ​ເປັນ​ຢູ່​ເປັນ​ປົກກະຕິ​ໂດຍ​ໄວ.

ວັນ​ທີ12​ພຶດສະພາ​ນີ້, ທ່ານ​ບານ​ກີ​ມູນ ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາ​ດກ່າວ​ວ່າ, ທ່ານ​ເຊື່ອ​ວ່າ, ພາຍ​ໃຕ້​ການ​ນຳພາ​ອັນ​ເຂັ້ມແຂງຂອງ​ລັດຖະບານ​ຈີນ ​ແລະ ຜູ່​ນຳ​ຈີນ, ປະຊາຊົນ​ເຂດ​ປະສົບ​ໄພ​ຍ່ອມ​ຈະ​ສາມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ ​ແລະ ສ້າງສາບ້ານ​​ເກີດ​ຄືນ​ໃໝ່. ທ່ານ​ຢາ​ຊູ​ໂອ ຟູ​ຄູ​ດາ ນາ​ຍົກລັດ​ຖະມົນ​ຕີ​ຍີ່​ປຸ່ນ​ໄດ້​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ອັນ​ຈິງ​ໃຈ, ຫວັງ​ວ່າ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ປະສົບ​ໄພ​ສາມາດ​ຟື້ນ​ຟູ​ຄວາມ​ໝັ້ນຄົງ​ ​ແລະ ສ້າງສາ​​ບ້ານ​ເກີດຄື​ນ​ໃໝ່​ໂດຍ​ໄວ. ທ່ານ​ຈັອດ ບຸ​ສ ປະທາ​ນາ​ທິບໍດີ​ອາ​ເມ​ລິ​ກາ​ໄດ້​,ສະ​ແດງ​ຄວາມ​ໄວ້​ອາ​ໄລ​ຕໍ່​ຜູ່ປະສົບ​ເຄາະ​ຮ້າຍ​ໃນ​​ໄພ​ແຜ່ນດິນ​ໄຫວ, ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຕໍ່​ຍາດ​ພີ່ນ້ອງ​ຂອງ​ຜູ່​​ເສຍ​ຊີວິດ ​ແລະ ຜູ່​ບາດ​ເຈັບ ,​ແລະ​ກ່າວ​ວ່າ,ອາ​ເມ​ລິ​ກາກ​ຽມຈະ​ສະໜອງ​ການ​ຊ່ວຍ​ເຫຼືອ​ໃນ​ທຸກ​ເວລາ. ນອກ​ນີ້,ສະຫະ​ພາບ​ເອີ​ລົບ, ​ເຢັຍລະ​ມັນ, ຝຣັ່ງ, ສະ​ໂລ​ເວ​ນີ,ຣັດ​ເຊຍ,​ຣູມາ​ນີ, ປາ​ກິ​ສະຖານ,ສ.​ເກົາຫຼີ,​ຊັອກ​ດາ​ນີ,ອີ​ຕາ​ລີ, ​ເບຼຊິນ​,​ໂປ​ໂລຍ ​ແລະ ປະ​​ເທ​ດອື່ນໆ​ກໍ່​ໄດ້​ສະ​ແດງ​ຄວາມ​​ເຫັນ​ໃຈ​ຕໍ່ຈີນ.

ຂ່າວ​ແຈ້ງວ່າ, ​ເວລາ​ຍັງຢູ່​ໃນຍົນ​ທີ່​ບິນ​ໄປ​ເຂດ​ປະສົບ​ໄພ, ທ່ານ​ເວີ່ນ​ເຈ່ຍ​ປາວ​ຮຽກຮ້ອງ​ໃຫ້​ອົງການ​ປົກຄອງ​ຕ່າງໆ​ຖື​ການ​ປ້ອງ​ກັນ​ຄວາມ​ປອ​ດ​ໄພ​ຊີວິດ​ຂອງ​ປະຊາຊົນ​ເປັນ​ອັນ​ດັບ​ໜຶ່ງ, ອອກ​ແຮງ​ສຸດ​ຂີດ​ເຮັດ​ວຽກ​ງານ​ກອບ​ກູ້​ປິ່ນປົວ​ປະຊາຊົນ​ທີ່​ຍັງ​ຕິດ​ຄ້າງ​ຢູ່​ແລະ​ປະຊາຊົນ​ບາດ​ເຈັບ​ໃຫ້​ດີ. ​ເມື່ອ​ຮອດ​ນະຄອນ​ຕູ່​ຈ່ຽງ​ອ້ຽນ​ທີ່​ເປັນ​ເຂດ​ປະສົບ​ໄພ​ແລ້ວ, ທ່ານ​ເວີ່ນ​ເຈ່ຍ​ປາວ​ໄດ້​ຈັດ​ກອງ​ປະຊຸມ​ດ່ວນຢູ່​ກັບ​ທີ່, ຮຽກຮ້ອງ​ໃຫ້​ນາຍ​ແລະ​ພົນ​ທະຫານ​ທີ່​ເຂົ້າ​ຮ່ວມການ​ກູ້​ໄພ​​ໃຫ້​ພະຍາຍາມ​ຜ່ານ​ຜ່າ​ອຸປະສັກ​ທັງ​ໝົດ, ​ເຖິງ​ວ່າ​ຈະ​​ຍ່າງ​ກໍ່​ຕ້ອງ​ເຂົ້າ​​ໄປ​ໃຫ້​ເຖິງເຂດ​ປະສົບ​ໄພ​ຮ້າຍ​ແຮງ​ກວ່າ​ໝູ່​ໂດຍ​ໄວ. ທ່ານ​ກ່າວ​ວ່າ:

"ອັນ​ທຳ​ອິດ​ຕ້ອງກອບກູ້​ຄົນ, ຈຸດ​ສຳຄັນ​ກວ່າ​ໝູ່​ແມ່ນ​ເຂດ​ສູນ​ກາງ​ແຜ່ນດິນ​ໄຫວ​. ຕ້ອງ​ເກັບ​ກຳ​ຈຳ​ນວນ​ຄົນ​​ເສຍ​ຊີວິດ​ແລະ​ບາດ​ເຈັບ​ຢູ່​​ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ໂດຍ​ໄວ."

ພາຍ​ຫຼັງຈັດ​ກອງ​ປະຊຸມ​ດ່ວນ, ທ່ານ​ເວີ່ນ​ເຈ່ຍ​ປາວ​ໄດ້​​ໄປ​ຢ້ຽມຢາມ​ປະຊາຊົນ​ທີ່​ປະສົບ​ໄພ​ຢູ່​ໂຮງໝໍ​ຢາ​ພື້ນ​ເມືອງຈີນ​ນະຄອນ​ຕູ່​ຈ່ຽງອ້ຽນ​ແລະ​ໂຮງຮຽນ​ມັດທະຍົມ​ຈູ້​ຢວນທີ່​ປະສົບ​ໄພ​ຮ້າຍ​ແຮງ​ກວ່າ​ໝູ່, ຊອກ​ຮູ້​ສະພາບ. ​ອາຄານ​ຂອງ​ໂຮງ​ໝໍຢາ​ພື້ນ​ເມືອງ​ຈີນ​ນະຄອນ​ຕູ່​ຈ່ຽງອ້ຽນພັງ​ທະລາ​ຍ, ຮ້ອຍ​ກວ່າ​ຄົນ​ຖືກ​ທັບ​ຢູ່​ໃຕ້​ກອງດິນ​ຈີ່, ທ່ານ​ເວີ່ນ​ເຈ່ຍ​ປາວ​ປິນ​ຂຶ້ນກອງ​ຫີນ​ທີ່​ສະ​ຫຼັກ​ຫັກ​ພັງ​ທັງ​ຮ້ອງ​ໃສ່​ປະ​ຊາ​ຊົນ​ທີ່​ຕິດ​ຄ້າງ​ຢູ່​ໃນ​ວ່າ:

"ທຸ່ນ​ທ່ຽງ​ເດີ້, ທະຫານ​ກຳລັງພະຍາຍາມ​ຊ່ອຍ​ເຫຼືອຢູ່."

ຕໍ່​ມາ, ທ່ານ​ເວີ່ນ​​ເຈ່ຍ​ປາວ​ໄດ້​​ໄປ​ບ່ອນ​ປ​ະສົບ​ໄພ​ຢູ່​ໂຮງ​ຮຽນ​ມັດທະ​ຍົມ​ຈູ້​ຢວນ.

"ຍັງ​ມີຄົນບໍ່​ໜ້ອຍອາດຕະລອດ​ຕາຍ, ຂໍ​ແຕ່​ວ່າມີ​ຄວາມ​ຫວັງ​ໜ້ອຍ​ໜຶ່ງ​ພວກ​ເຮົາ​ກໍ່​ຕ້ອງທຳ​ຄວາມ​ພະຍາຍາມ​ສຸດ​ຂີດ, ບໍ່​ປ່ອຍປະ​​ເດັດຂາດ."

ຫຼັງ​ຈາກແຜ່ນດິນ​ໄຫວ​ເກີດ​ຂຶ້ນ​ຢູ່​ເມືອງ​ເວິ້ນຊ່ວນ​ແຂວງ​ເຊ​ສວນແລ້ວ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຕ່າງໆ​ຂອງ​ຈີນ​ລ້ວນ​ແຕ່​​ລົງມື​ເຮັດ​ວຽກ​ກູ້​​ໄພຢ່າງ​ຮີບ​ດ່ວນ,ປະຈຸ​ບັນ,​ໄດ້​ມີ​ທະຫານ​ຂອງ​ກອງ​ທັບ​ປົດ​ປ່ອຍ​ປະ ຊາຊົນ​ຈີນພ້ອ​ມດ້ວຍນາຍ​ແລະ​ພົນ​ທະຫານ​ຂອງ​ກອງ​ຕຳຫຼວດ​ປະກອບ​ອາ ວຸດ​ເກືອບ 2 ຫມື່ນ​ຄົນ​​ໄດ້​​ໄປ​ຮອດ​ເຂດ​ປະສົບ​ໄພ​ແລ້ວ​ເພື່ອຊ່ອຍ​​ກູ້ໄພ,ນອກ​ນີ້,​ຍັງ​ມີນາ​ຍ​ແລະ​ພົນທະ​ຫານອີກ​​ຫຼາຍ​ຫມື່ນ​ຄົນ​ພວມ​ເດີນທາງ​ໄປ​ເຖິງ​ເຂດ​ປະສົບ​ໄພ,ກອງ​ທະຫານ​ຈີນກໍ່​ໄດ້​ລົງມື​ປະຕິບັດ​ແຜນການຮັບ​ມື​ກັບເຫດ ການ​ສຸກ​ເສີນໃນ​ທັນທີ,ສົ່ງ​ນາຍ​ແລະ​ພົນ​ທະ​ຫານໄປ​ເຂດ​ປະສົບ​ໄພ​​ເວີ້​ນ ຊ່ວນຢ່າງ​ຮີບ​ດ່ວນ​​.

ຫຼັງ​ຈາກ​ແຜ່ນດິນ​ໄຫວ​ເກີດ​ຂຶ້ນ​ແລ້ວ,ກົມ​ແຜ່ນດິນ​ໄຫວ​ຈີນ​ໄດ້​ເລີ່​ມ ປະຕິບັດ​ແຜນການ​ຂັ້ນ​ຫນຶ່ງ​ໃນ​ທັນທີ,​ແລະ​ສົ່ງ​ໜ່ວຍງານຮັບ​ມື​ກັບ​ເຫດ​ການ​ແຜ່ນ​ດິນ​ໄຫວ​ຂອງ​ລັດ​ກອງ​ທຳ​ອິດ​ແລະ​ກອງ​ກູ້​​ໄພ​ສຸກ​ເສີນ​​ຂອງ​ລັດ​ລວມທັງ​ໝົດ​ 216 ຄົນ,​ເດີນທາງ​ໄປ​ກູ້​ໄພ​ໃນ​ມື້​ດຽວ​ກັນນັ້ນ​ເລີຍ.

ທ່ານ​ຈ່າງ​ຮົງ​ເວິ້ຍ ​ໂຄສົກ​ຖະ​ແຫຼ​ງຂ່າວ​ຂອງກົມ​ແຜ່ນດິນ​ໄຫວ​ແຫ່ງ​ຊາດ​ຈີນກ່າວ​ວ່າ:

"ພາຍຫຼັງ​ເກີດ​ແຜ່ນດິນ​ໄຫວ​ແລ້ວ, ກົມ​ແຜ່ນດິນ​ໄຫວ​ແຫ່ງ​ຊາດ​ຈີນ​ໄດ້​ປະຕິບັດ​ແຜນການ​ສຸກ​ເສີນ​ຢ່າງວ່ອງ​ໄວ. ນອກ​ນັ້ນ, ກົມ​ແຜ່ນດິນ​ໄຫວ​ຍັງ​ສົ່ງ​ກອງ​​ກູ້​ໄພແຜ່ນດິນ​ໄຫວ​ທີ່​​ມີ​ປະມານ 180 ຄົນ​ໄປ​ຊ່ອຍ​ເຫຼືອ. ກ່ຽວ​ກັບ​ການ​ວິ​ເຄາະ​ທ່າ​ອ່ຽງ​ຂອງ​ສະພາບ​ແຜ່ນດິນ​ໄຫວຫຼັງ​ເກີດ​ເຫດ, ປັດຈຸບັນ, ກົມ​ແຜ່ນດິນ​ໄຫວ​ແຫ່ງ​ຊາດ​ຈີນ​ພວມ​ຂຸ້ນຂ້ຽວ​ປຶກສາ​ກັນຢູ່."

ກອງ​ກູ້​ໄພ​ສຸກ​ເສີນ​ຂອງ​ກົມ​ແຜ່ນດິນ​ໄຫວ​ແຫ່ງ​ຊາດ​ຈີນ​ໄດ້​ອອກ​ເດີນທາງ​ຈາກ​ປັກ​ກິ່ງ, ​ແລະ​​ໄປ​ຮອດ​ນະຄອນ​ເສີງຕູ່​ໃນ​ຕອນ​ຄ່ຳ​ວັນ​ທີ 12 ພຶດສະພາ​​ແລ້ວ, ກຽມ​ປະຕິບັດ​ໜ້າ​ທີ່​ຊອກ​ຫາ ກອບ​ກູ້​ແລະ​ປິ່ນປົວພະຍາດ. ກະຊວງ​ສາທາ​ລະນະ​ສຸກ​ກໍ່​ໄດ້​ສົ່ງ​ໜ່ວຍ​​ແພດ​ໝໍ​ສຸກ​ເສີນ 10 ກວ່າ​ກອງ​ໄປ​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​​ແລ້ວ.

ຕອນ​​ເຊົ້າວັນ​ທີ 13 ພຶດສະພາ​ນີ້, ທ່ານ​ເວີ່ນ​ເຈຍ​ປາວ ນາຍົກ​ລັດຖະ​ມົນຕີ​ຈີນ​ກ່າວ​ວ່າ, ​ແຜ່ນດິນ​ໄຫວ​ເທື່ອ​ນີ້​ແມ່ນ​ໄພ​ທຳ​ມະ​ຊາດ​ທີ່ໃຫຍ່​ພິລຶກ, ລັດຖະບານ​ຈີນ​ຈະ​ພະຍາຍາມ​ສຸດ​ຂີດ​ສົ່ງຄົນ​ແລະ​ວັດ​ຖຸ​ໄປ​ຊ່ອຍ​ເຫຼືອ​ເຂດ​ປະສົບ​ໄພ. ​ຕໍ່​ໄພ​ແຜ່ນດິນ​ໄຫວ​ເທື່ອ​ນີ້, ຄະນະ​ກຳມະການ​ຫຼຸດຜ່ອນ​​ໄພ​ພິບັດ​​ແຫ່ງ​ລັດ​ຈີນ​ໄດ້​ມີ​ປະຕິບັດ​ແຜນການ​ຮັບ​ມືກູ້​ໄພສຸກ​ເສີນຂັ້ນ​​ໜຶ່ງ​. ມື້​ດຽວ​ກັນ, ກະຊວງ​ການ​ເງິນ​ຈີນ​ປະກາດ​ວ່າ, ການ​ເງິນ​ສູນ​ກາງ​ເປີກ​ງົບປະມານສຸກ​ເສີນ 860 ລ້ານ​ຢວນ​, ​ເພື່ອ​ຊ່ອຍ​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ດຳ​ເນີນ​ວຽກ​ງານ​ກູ້​ໄພ. ​ໃນ​ນັ້ນ, 700 ລ້ານ​ຢວນ​​ແມ່ນ​ໃຊ້​ກູ້​ໄພ​ແຜ່ນດິນ​ໄຫວ​ທີ່​ເບີກ​ໃຫ້​​ແຂວງເຊ​ສວນ​ຢ່າງ​ສຸກ​ເສີນ​ໃນ​ຕອນ​ຄ່ຳ​ວັນ​ທີ 12 ພຶດສະພາ​ນີ້, ​ເພື່ອ​ໃຊ້​ສຳລັບ​ຝ່າຍ​ຕ່າງໆ​ກູ້​ໄພ​ແລະ​ຈັດ​ວາງ​ຍົກຍ້າຍ​ປະຊາຊົນ​ຊົນ​ທີ່​ປະສົບ​ໄພ. ອີກ 160 ລ້ານ​ຢວນ​ແມ່ນ​ເງິນ​ສຸກ​ເສີນ​ທີ່ເບີກ​ໃຫ້​ແຂວງ​ກ່ານ​ຊູ້ ​ແຂວງ​ສ້າ​ນຊີ່ ​ແຂວງ​ຢຸນນານ ​ແລະ​ກຳ​ແພງ​ນະຄອນ​ຈຸ່ງ​ກິ່ງ​ເປັນຕົ້ນ​ເພື່ອ​ຊ່ອຍ​ດ້ານ​ຊີວິດ​​ການ​ເປັນ​ຢູ່ໃນ​ເຂດ​ປະສົບ​ໄພ. ນອກ​ນັ້ນ, ກະຊວງ​ການ​ປົກຄອງ​ແລະ​ປະຊາ​ສົງ​ເຄາະ​ຈີນ​ຍັງ​ໄດ້​ສົ່ງ​ຕູບ​ຜ້າ​ເຕັ້ນ​ 25.000 ອັນ​ໄປ​ໃຫ້​ໂດຍ​ດ່ວນ, ສະພາກາ​ແດງ​ຈີນ​ໄດ້​ຈັດ​ສົ່ງ​ເຄື່ອງກູ້​ໄພ 7 ​ແສນ 8 ໝື່ນ​ກວ່າ​ຢວນ​ໃຫ້​ເຂດ​ປະສົບ​ໄພ​ຢ່າງ​ສຸກ​ເສີນ​ແລ້ວ.