ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-13 18:06:23    
ຫຼາຍ​ກວ່າ​ໝື່ນ​ຄົນ​ເສຍ​ຊີວິດ​ຍ້ອນ​ແຜ່ນ​ດິນ​ໄຫວຢູ່​ແຂວງ​ເຊ​ສວນ​ຈີນ

cri Author: cai

ຕາມ​ຂ່າວ​ສານ​ຊີ​ນຮວາ:ຕາມ​ຂ່າວ​ຈາກ​ກະ​ຊວງ​ການປົກ​ຄອງ​ແລະ​ປະຊາ​ສົງ​ເຄາະ​ຈີນທີ່​ນັບ​ມາ​ຮອດ​ເວ​ລາ 16 ໂມງ​ວັນ​ທີ 13 ພຶດ​ສະ​ພາ​ນີ້​ຕາມ​ເວລາ​ວຽງ​ຈັນ,​​ແຜ່ນ​ດິນ​ໄຫວ​ຄວາມ​ແຮງ 7,8 ລິກ​ເຕີ​ທີ່​ເກີດ​ຢູ່​ເມືອງ​ເວິນ​ຊ່ວນ​ແຂວງ​ເຊ​ສວນ ພາກ​ຕາ​ເວັນ​ຕົກ​ຈີນ​ໃນ​ວັນ​ທີ 12 ພຶດສະ​ພາ​ນີ້​ໄດ້​ເຮັດ​ໃຫ້​11921​ຄົນ​​ໃນ 8 ​ແຂວງ​ແລະ​ນະ​ຄອນ​ເຊັ່ນ​ແຂວງ​ເຊ​ສວນ ກ່ານ​ຊູ້ ຢຸນນານ​ແລະ​ກຸ້ຍ​ໂຈ່​ເປັນ​ຕົ້ນ​ເສຍ​ຊີວິດ.


(ວັນທີ 13 ພຶດສະພານີ້,ຢູ່ເມືອງເປຊ່ວນແຂວງເຊສວນ,ຕຳຫຼວດປະກອບອາວຸດພວມກອບກູ້ເດັກນ້ອຍຜູ້ໜຶ່ງທີ່ຊອກພໍ່ແມ່ຍັງບໍ່ພົບ.)

ພາຍ​ຫຼັງ​ເກີດ​ແຜ່ນດິນ​ໄຫວ​ແລ້ວ,ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ໄດ້​ສັ່ງ​ການໃນ​ທັນທີ,ຊ່ວຍ​ຄົນ​ບາດ​ເຈັບ​ໃຫ້​ມີ​ຄວາມ​ປອດ​ໄພ​ໂດຍ​ໄວ,ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ຊີວິດ​ຂອງ​ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ.ຕອນ​ຄ່ຳ​ວັນ​ທີ 12 ພຶດສະພາ​ນີ້,ຄະນະປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ດ່ວນ,ຮຽກ​ຮ້ອງ​ໃຫ້​ທຳ​ຄວາມ​ພະຍາ​ຍາມ​ສຸດ​ຂີດ​ຫຼຸດ​ຄວາມ​ເສຍ​ຫາຍ​ໃຫ້​ໜ້ອຍ​ທີ່​ສຸດ.


(ວັນທີ 13 ພຶດສະພານີ້,ຕຳຫຼວດປະກອບອາວຸດພວມກອບກູ້ຄົນບາດເຈັບຢູ່ເມືອງເປຊ່ວນແຂວງເຊສວນ.)

1 2 3 4