ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-13 20:19:44    
ຝ່າຍ​ຈີນສະ​ແດງຂອບ​ໃຈຕໍ່ປະຊາ​ຄົມ​ໂລກ​ທີ່​ໃຫ້​ການສະ​ໜັບສະ​ໜູນຊ່ອຍ​ເຫຼືອ​ຕໍ່ເຂດ​ປະສົບ​ໄພ​ຢູ່ເຊສວນ

cri

ຕາມ​ຂ່າວcri:ວັນ​ທີ13 ພຶດສະພາ​ນີ້,​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ທ່ານ​ຊິນກາງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ຝ່າຍ​ຈີນ​ຂໍສະ​ແດງ​ຄວາມ​ຂອບ​ອົກ​ຂອບໃຈ​ແລະຄວາມ​ຊົມ​ເຊີຍ​ຕໍ່​ປະຊາ​ຄົມ​ໂລກ​ທີ່​ໃຫ້ການສະ​ໜັບສະ​ໜູນ​​ຊ່ອຍ​ເຫຼືອ​ຕໍ່​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວຢູ່​ແຂວງ​ເຊ​ສວນ.

ທ່ານ​ຊິນ​ກາງ​ກ່າວ​ວ່າ,ພາຍຫຼັງ​​ເມືອງ​ເວິນ​ຊ່ວນຂອງ​ແຂວງ​ເຊ​ສວນ​ເກີດ​ໄພ​ແຜ່ນດິນ​ໄຫວ​ແລ້ວ,ຫຼາຍ​ປະ​ເທດ​ແລະ​ອົງການ​ຈັດ​ຕັ້ງ​ສາກົນ​ໄດ້​ຢື້​ຢາມ​ຖາມ​ຂ່າວ​ຕໍ່ຝ່າຍ​ຈີນ​ດ້ວຍ​ຮູບ​ແບບ​ຕ່າງໆ,​ແລະ​ກ່າວ​ວ່າຍິນ​ດີ​ສະ​ໜັບສະ​ໜູນ​ຊ່ອຍ​ເຫຼືອ​ລັດຖະບານ​​ແລະ​ປະຊາຊົນ​ຈີນ​ຕ້ານ​ແຜ່ນດິນ​ໄຫວ​ກູ້​ໄພ.ທ່ານ​ກ່າ​ວວ່າ,ພາກສ່ວນ​ທີ່ກ່ຽວຂ້ອງ​ຈີນ​ໄດ້​​ເປີດ​ຊ່ອງ​ທາງ​ຕິດ​ຕໍ່ພົວພັນ​ແລ້ວ,ຜູ້​ຈະ​ໃຫ້ການຊ່ອຍ​ເຫຼືອ​ສາມາດ​ຕິດ​ຕໍ່​ກັບພາກສ່ວນ​ທີ່ກ່ຽວຂ້ອງ​ໄດ້.