ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-14 16:17:18    
ໂລກ​ຕີ​ລາ​ຄາ​ສູງ​ຕໍ່​ວຽກ​ງານ​ກູ້​ໄພ​ແຜ່ນ​ດິນ​ໄຫວ​ຂອງ​ຈີນ

cri
ວັນ​ທີ 12 ພຶດສະ​ພາ​ນີ້, ​ແຂວງເຊ​ສວນ​ຈີນ​ໄດ້​ເກີດ​ໄພ​ແຜ່ນດິນ​ໄຫວ​ຮ້າຍ​ແຮງ, ​ປະຊາ​ຄົມ​ໂລກ​​ໃຫ້​ຄວາມ​ສົນ​ໃຈຢ່າງ​ກວ້າງຂວາງ.

ນາງ​ອິລິ​ຊາ​ເບັສ​ ໂຄສົກ​ຫ້ອງການ​ປະສານ​ງານ​ມະນຸດສະທຳ​ສະຫະ​ປະຊາ​ຊາດໄດ້​ສະ​ແດ​ງຄວາມ​ເຫັນ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່​ຈີນ​ທີ່​ໄດ້​ປະສົບ​ໄພ​ຮ້າຍ​ແຮງ​​ເຖິງ​ຂັ້ນນີ້, ນາງ​ເວົ້າ​ວ່າ:

"ຂ້າ​ພະ​ເຈົ້າ​ຄິດ​ວ່າ, ລັດຖະບາ​ນຈີນ​ໄດ້​ທຳ​ຄວາມ​ພະຍາຍາມ​ສຸດ​ຂີດ, ສົ່ງເຄື່ອງ​ໃຊ້​​ໃນ​ຊີວິດປະຈຳ​ວັນ​ໃຫ້​ຜູ້​ປະສົບ​ໄພທີ່​ລອດຊີວິດ, ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ, ​ຄຽງ​ຄູ່​ກັບ​ວຽກ​ງານ​ກູ້​ໄພ​ລົງ​ເລິກ​ໄປ, ຍັງ​ຈະ​ສາມາດ​ກອບ​ກູ້​ຜູ້​ລອດ​ຊີວິດ​ຫຼາຍ​ກວ່າ​ເກົ່າ."

ເມື່ອ​​ແຂວງ​ເຊ​ສວນ​ເກີດ​ແຜ່ນດິນ​ໄຫວ​ແລ້ວ, ລັດຖະບານ​ຈີນ​ໄດ້​ມີ​ການຮັບ​ມື​ກັບ​​ເຫດການ​ສຸກ​ເສີນຢ່າງໄວ​ທີ່​ສຸດ, ​ແລະ​ໃຊ້​ຄຳ​ຂວັນ​ທີ່​ວ່າ "ທຸກ​ວິນາທີ​ຄືຊີວິດ", ຈັດ​ຕັ້ງ​ກຳລັງ​ສັງຄົມ​ຕ່າງໆ​ເຂົ້າ​ຮ່ວມ​ການ​ກູ້​ໄພ. ທ່ານ​ເວີ່ນ​ເຈ່ຍ​ປາວ ນາຍົກ​ລັດຖະ​ມົນ​ຕີ​ຍັງໄດ້​ໄປ​​ເຂດ​ປະສົບ​ໄພ, ນຳ​ພາວຽກ​ງານ​ກູ້​ໄພ​ຢູ່​ກັບ​ທີ່, ພາບ​ເຫຼົ່ານີ້​ລ້ວນ​ແຕ່​ໄດ້​ປະ​ທັບ​ໃຈ​ຂອງ​ທ່ານ​ຊາ​ວາ​ໂນ ບຼິ​ເຊ​ໂນ ຫົວໜ້າ​ກອງ​ເລຂາຍຸດ​ທະ​ສາດຫຼຸດ​ຜ່ອນ​ໄພ​ພິບັດ​ສາກົນ​ສະຫະ​ປະຊາ​ຊາດ, ທ່ານ​ກ່າວ​ວ່າ:

"ຂ້າພະ​ເຈົ້າ​ໄດ້​ເຫັນ​ຢູ່​ໂທລະພາບ​ວ່າ, ​ໃນ​ເວລາ​ບໍ່​ຮອດ 4 ຊົ່ວ​ໂມງຫຼັງ​ເກີດ​ໄພ​ແຜ່ນດິນ​ໄຫວ, ໜ່ວຍກູ້​ໄພ​ກໍ່​ໄດ້​​ໄປ​ຮອດ​ເຂດ​ປະສົບ​ໄພ. ລັດຖະບານ​ຈີນ​ໄດ້​ຈັດ​ວາງການ​ຮັບ​ມື​ກັບ​ໄພ​ເທື່ອ​ນີ້​ເປັນ​ຢ່າງ​ດີ, ​ໄດ້​ສ້າງ​ພາບ​ປະ​ທັບ​ໃຈ​​ໃຫ້​ແກ່​ຂ້າພະ​ເຈົ້າ​ຢ່າງ​ເລິກ​ເຊິ່ງ, ມີ​ຄວາມ​ສະ​ດຸ້ງ​ໄວຫຼາຍ.​"

ເຖິງ​ວ່າ​ທົ່ວ​ປະ​ເທດ​ຈີນ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ, ຕັ້ງໜ້າ​ກູ້​ໄພ, ​ແຕ່​ຍ້ອນ​ອາກາດ​ຂີ້ຮ້າຍ​ແລະ​ສະ​ພາບ​ເສັ້ນ​ທາງ​ຕັດຂາດ, ວຽກ​ງານ​ກູ້​ໄພ​ຍັງ​ປະ​ເຊີນ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ. ​ເມື່ອ​ນັກ​ຂ່າວ​ຖາມ​ນາງ​ຟາ​ເດ​ລາ ຊາ​ອິບ​ໂຄສົກ​ອົງການ​ອະນາ​ໄມ​ໂລກ​ວ່າ, ນາງ​ມີ​ຄວາມ​ໝັ້ນ​ໃຈ​ຕໍ່​ວຽກ​ງານ​ກູ້​ໄພ​ຂອງ​ຈີນຫຼືບໍ່, ຄຳ​ຕອບ​ຂອງ​ນາງ​ຊັດ​ແຈນທີ່​ສຸດ. ນາງ​ຕອບ​ວ່າ:

"​ແນ່​ນອນ​ມີ​ຄວາມ​ໝັ້ນ​ໃຈ, ດຽວ​ນີ້​ຈີນ​​ເປັນ​ປະ​ເທດ​ໃຫຍ່, ມີ​ປະສົບ​ການ​ກູ້​ໄພ​ຢ່າງ​ຫຼວງຫຼາຍ, ​ແລະມີ​ຜູ້​ຊ່ຽວຊານ​ດ້ານ​ນີ້ຫຼາຍ, ຂ້າພະ​ເຈົ້າ​ເຫັນ​ວ່າ, ຈີນ​ມີ​ຄວາມ​ສາມາດ​ຮັບ​ມື​ໄດ້."

ວັນ​ທີ 13 ພຶດສະພາ​ນີ້, ສື່​ມວນ​ຊົນ​ຂອງອາ​ເມ​ລິ​ກາ, ຍີ່​ປຸ່ນ,​ອົສຕຼາລີ, ອັງກິດ, ນູ​ແວັນ​ເຊ​ລັງ, ສວິສ, ມາ​ເລ​ເຊຍ, ​ເຢຍລະ​ມັນ​ແລະ​ໄທ​ກໍ່​ໄດ້​ລາຍ​ງານ​ຂ່າວ, ຂຽນ​ບົດ​ຄາມ,​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ສະພາບ​ການປະສົບ​ໄພຂອງ​ເມືອງ​ເວີ້ນຊ່ວນ​ແຂວງ​ເຊ​ສວນຈີນ, ​ແລະ​ຕີ​ລາຄາ​ຢ່າງຕັ້ງໜ້າ​ຕໍ່​ວຽກ​ງານ​ກູ້​ໄພ​ຢູ່​ເຂດ​ປະສົບ​ໄພ​ຂອງ​ລັດຖະບານ​ຈີນ. ວັນ​ທີ 14 ພຶດສະພາ​ນີ້,​ສື່​ມວນ​ຊົນ​ສິງ​ກະ​ໂປ​ກໍ່​​ໄດ້ພິມ​ບົດ​ຄວາມ, ຍ້ອງ​ຍໍວຽກ​ງານ​ກູ້​ໄພ​ຂອງ​ລັດຖະບານ​ຈີນ. ຫຼາຍປະ​ເທດ​ແລະ​ອົງການ​ສາກົນຍັງ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​​ໃຫ້ການ​ສະໜັບ​ສະໜູນ​ແລະ​ການ​ຊ່ອຍ​ເຫຼືອ​ແກ່ຈີນ.

ແຜ່ນ​ດິນ​ໄຫວ​ທີ່​ເກີດ​ຂຶ້ນ​ຢູ່​ແຂວງເຊ​ສວນ​ເທື່ອ​ນີ້​ໄດ້​ເຮັດ​ໃຫ້ໝື່ນ​ກວ່າ​ຄົນ​​ເສຍ​ຊີວິດ, ພາບ​ຂອງ​ເຂດ​ປະສົບ​ໄພ​ຮ້າຍ​ແຮງ​ເຮັດ​ໃຫ້​ຄົນ​ຕື່ນ​ຕົກ​ໃຈ, ຕໍ່​ໄພ​ທຳ​ມະ​ຊາດ​ຮ້າຍ​ແຮງ​ຂະໜາດ​ນີ້, ມີ​ວິທີ​ປ້ອງ​ກັນ​ລ່ວງ​ໜ້າຫຼືບໍ່? ​ໃນ​ຖານະ​ເປັນ​ຜູ້​ຮັບຜິດຊອບ​ອົງການຮັບ​ຜິດ​ຊອບ​ການ​ຫຼຸດຜ່ອນ​ໄພ​ພິ​ບັດ​ສະ​ຫະ​ປະຊາ​ຊາດ​, ທ່ານ​ບຼິ​ເຊ​ໂນ​ກ່າວ​ວ່າ:

"ເຕືອນ​ໄພ​ແຜ່ນດິນ​ໄຫວ​ຍາກຫຼາຍ, ປະຈຸ​ບັນ​ກໍ່​ມີ​ແຕ່​ສາມາດ​ວັດ​ແທກ​ກ່ອນ​ແຜ່ນ​ດິນ​ໄຫວພຽງ​ບໍ່ພໍ​ເທົ່າ​ໃດນາທີ​ເທົ່າ​ນັ້ນ, ​ແລະ​ເວລາ​ສັ້ນໆ​ນີ້​ເກືອບບໍ່​ມີ​ບົດບາດ​ຫຍັງ​ຕໍ່​ການ​ປ້ອງ​ກັນ​ໄພ​ລ່ວງ​ໜ້າ."
ທ່ານ​ກ່າວ​ວ່າ, ປະຈຸ​ບັນ, ມະນຸດ​ຍັງ​ວັດ​ແທກ​ແຜ່ນ​ດິນ​ໄຫວ​ຄັກ​ແນ່​ບໍ່​ໄດ້, ມີ​ແຕ່​ເພີ່ມ​ປະສິດ​ທິພາບ​ການ​ປ້ອງ​ກັນ​ໄພ​ແຜ່ນດິນ​ໄຫວ​ຂອງ​ສິ່ງ​ກໍ່ສ້າງ​ໄດ້​ເທົ່າ​ນັ້ນ.