ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-15 18:32:20    
ຈີນ​ຂອບ​ໃຈນຳປະຊາ​ຄົມ​ໂລກ​ໃຫ້ການ​ຊ່ອຍ​ເຫຼືອ​ແກ່ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ແຂ​ວງ​ເຊ​ສວນຈີນ

cri

ຕາມ​ຂ່າວcri:ວັນ​ທີ15 ພຶດສະພາ​ນີ້,​ໃນ​ງານ​ຖະ​ແຫຼ​ງຂ່າວ​​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ທ່າ​ນຊິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ພາຍຫຼັງ​​ໄດ້​ເກີດໄພ​ແຜ່ນດິນ​ໄຫວຢູ່​ແຂວງ​ເຊ​ສວນ​ແລ້ວ,ຈີນ​ໄດ້​ຮັບຄວາມ​ເຫັນ​ໃຈ,ຄວາມ​ເຂົ້າ​ໃຈ,ການ​ຖາມ​ຂ່າວ​ແລະ​ການ​ຊ່ອຍ​ເຫຼືອຈາກ​ປ​ະຊາ​ຄົມ​ໂລກ​ອັນ​​ໄພສານ,ລັດຖະບານ​ແລະ​ປະຊາຊົນ​ຈີນ​ຂໍ​ຂອບ​ອົກຂອບ​ໃຈ​.

ທ່ານ​ຊິນ​ກ່າງກ່າວ​ວ່າ,ນັບ​ມາຮອບ14​ໂມງ ວັນ​ທີ15 ພຶດສະພາ​ນີ້,ຈີນ​ໄດ້​ຮັບ​ຄຳ​ຖາມ​ຂ່າວ​ແລະການ​ຊ່ອຍ​ເຫຼືອ​ຕໍ່ລັດຖະບານ​ແລະ​ປະຊາຊົນ​ຈີນຈາກ​ຜູ່​ນຳ151ປະ​ເທດ​ແລະ​14ອົງການ​ຈັດ​ຕັ້ງ​ສາກົນ​ແລະ​ພາກ​ພື້ນດ້ວຍຮູບ​ແບບ​ຕ່າງໆ.

ຕາມ​ສະຖິຕິ​ອັນບໍ່​ຄົບ​ຖ້ວນ,ປັດຈຸ​ບັນ,ຈີນ​ໄດ້​ຮັບ​ທຶນ​ຊ່ອຍ​ເຫຼືອ​ສາກົນ​ຫຼາຍ​ກວ່າ100ລ້ານ​ໂດ​ລາ,ວັດຖຸ​ຊ່ອຍ​ເຫຼືອຕົກ​ເປັນ​ມູນ​ຄ່າ10ລ້ານກວ່າ​ໂດ​ລາ.ຫວ່າງ​ມໍ່ໆ​ນີ້,ລັດຖະບານ​ຈີນ​ໄດ້​ເຫັນ​ດີ​ລັດຖະບານ​ຍີ່ປຸ່ນ​ສົ່ງ​ພະນັກງານ​ກອບ​ກູ້​ວິຊາ​ການ​ໄປ​ເຂດ​ປະສົບ​ໄພ,ຊ່ອຍ​ເຫຼືອ​ຝ່າຍ​ຈີນ​ດຳ​ເນີນ​ວຽກ​ງານກູ້​ໄພ. ຝ່າຍ​ຈີນ​ຂໍ​ຂອບ​ອົກຂອບ​ໃຈ​ຢ່າງ​ເລິກ​ເຊິ່ງ.