ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-15 19:07:17    
ສັງ​ເກດ​ຄວາມ​ສາມາດ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ຂອງ​ຈີນ​ຈາກ​ແຜ່ນດິນ​ໄຫວ​ຢູ່​ແຂວງ​ເສ​ສວນ

cri Author: lishuocai

ພາຍຫຼັງ​​ເມືອງ​ເວິ້ນ​ຊ່ວນ​ແຂວງ​ເສ​ສວນ​ຈີນ​ໄດ້​ເກີດ​ແຜ່ນດິນ​ໄຫວຄວາມ​ແຮງ 7,8 ຣິກ​ເຕີ​ແລ້ວ,ຈີນ​ໄດ້​ດຳ​ເນີນ​ການ​ກູ້​ໄພ​ຢ່າງ​ຂະໜາດ​ໃຫຍ່​ແລະ​ວ່ອງ​ໄວ​ແບບ​ບໍ່​​ເຄີຍ​ມີ​ມາ​ກ່ອນ​ຢູ່​ເຂດ​ປະສົບ​ໄພ.ການສະ​ແດງ​ອອກຂອງ​ລັດຖະບານ​ຈີນ​ໃນ​ການ​ຮັບ​ມື​ກັບ​ໄພ​ແຜ່ນດິນ​ໄຫວ,​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ປະຊາຊົນ​ພາຍ​ໃນ​ປະ​ເທດ,​ໄດ້​​ເຊີດ​ຊູ​ກຳລັງ​ໃຈ​ຄົນ​ແລະ​ເຮັດ​ໃຫ້ປະຊາຊົນມີ​ຄວາມ​ໝັ້ນ​ໃຈ,ພ້ອມ​ກັນ​ນັ້ນ,ກໍ່​ໄດ້​ຮັບ​ຄວາມ​ຍ້ອງຍໍ​​ໂດຍ​ທົ່ວ​ໄປຈາກ​ປະຊາ​ຄົມ​ໂລກ.

ກ່ອນ​ອື່ນ,ການ​ກູ້​ໄພ​​ແຜ່ນດິນ​ໄຫວ​ເທື່ອ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມສະດຸ້ງ​ໄວ​ຂອງ​ຈີນ​ຢ່າງ​ພົ້ນເດັ່ນ.ພາຍຫຼັງ​ເກີດ​ແຜ່ນດິນ​ໄຫວ​ແລ້ວ,ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ​ໄດ້​ສັ່ງ​ໃຫ້​ກູ້​ໄພ​ໃນ​ທັນທີ,ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດ​ຖະມົນ​ຕີຈີນ​ໄດ້​ເດີນ​ທາງ​ໄປ​ເຂດ​ປະສົບ​ໄພ​ພາຍ​ໃນ 1 ຊົ່ວ​ໂມງ​ເຄິ່ງ.ຕໍ່​ເລື່ອງ​ນີ້,ທ່ານ​ຊາ​ນວາ​ໂນ ບຼີ​ເຊ​ໂນ ຫົວໜ້າ​ກອງ​ເລຂາ​ຍຸດ​ທະ​ຍາດ​ຫຼຸດ​​ຜ່ອນ​ໄພພິ​ບັດ​ສາກົນ​ທີ່​ຂຶ້ນ​ກັບ​ສະຫະ​ປະຊາ​ຊາດ​ກ່າວ​ວ່າ:

"ຄວາມ​ສະດຸ້ງ​ໄວ​ຕໍ່​ໄພ​ທຳ​ມະ​ຊາດ​ຂອງລັດຖະບານ​ຈີນ​​ເຮັດ​​ໄດ້​ຢ່າງ​ບໍ່​ໜ້າ​ເຊື່ອ​ເລີຍ!ຂ້າພະ​ເຈົ້າ​ໄດ້​ເຫັນ​ໃນ​​ໂທລະພາບ​ວ່າ,ພາຍ​ຫຼັງ​ເກີດ​ແຜ່ນດິນ​ໄຫວ​ບໍ່​ຮອດ 4 ຊົ່ວ​ໂມງ,ໜ່ວຍ​ກູ້​ໄພກໍ່​ໄດ້​ໄປ​ຮອດ​ເຂດ​ປະສົບ​ໄພ​ແລ້ວ.ລັດຖະບານ​ຈີນ​ໄດ້​ຮັບ​ມື​​ກັບ​ໄພທຳ​ມະ​ຊາດ​ໄດ້​ດີ​ອີ່ຫຼີ,​ໄດ້​ສ້າງ​ພາບ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ​ໃຫ້​ຂ້າພະ​ເຈົ້າ,ຈີນ​ເຮັດ​ວຽກ​ໄດ້ໄວ​ແທ້ໆ!"

ການ​ກູ້​ໄພ​ແຜ່ນດິນ​ໄຫວ​ເທື່ອ​ນີ້​ຍັງ​​ໄດ້​ສະ​ແດງ​​ໃຫ້​ເຫັນຄວາມ​ສາມາດອັນ​ແຂງ​ແຮງ​​ໃນ​ການປະສານ​ງານຂອງ​ຈີນ. ພາຍຫຼັງ​ໄພ​ແຜ່ນດິນ​ໄຫວ​ເກີດ​ຂຶ້ນ, ພາກສ່ວນ​ຕ່າງໆ​ຂອງ​ລະບົບ​ຕ້ານ​ໄພ​ຂອງ​ຈີນ​ໄດ້​ຊ່ອຍ​ກັນກູ້​ໄພ​ຢ່າງ​ວ່ອງ​ໄວ, ​ກຳລັງ​ຄົນ​ແລະ​ວັດຖຸ​ກູ້​ໄພ​ຢ່າງ​ຫຼວງ​ຫຼາຍ​ສົ່ງ​ເຂົ້າ​ເຂດ​ປະສົບ​ໄພ​ຢ່າງ​ວ່ອງ​ໄວ. ພ້ອມ​ກັນ​ນັ້ນ, ພົນລະ​ເມືອງ​ຈີນ​ກໍ​ໄດ້​ຈັດການບໍລິຈາກ​ຢ່າງຂະໜາດ​ໃຫຍ່, ນັບ​ມາ​ຮອດ 16 ​ໂມງ​ວັນ​ທີ 14 ພຶດສະພາ​ນີ້, ທົ່ວ​ປະ​ເທດ​ໄດ້​ຮັບ​ເງິນ​ແລະ​ເຄື່ອງ​ຂອງ​ບໍລິຈາກ​ຈາກ​ວົງ​ການ​ຕ່າງໆ​ຂອງ​ສັງຄົມ 877 ລ້ານ​ຢວນ​ເຖິງ. ທ່ານ​ວິນ​​ເດິ​ມ ​ເຈັມສ ຜູ້ຕາງໜ້າ​ ສະມາຄົມ​ຊ່ອຍ​ເຫຼືອ​ເດັກນ້ອຍ​​ເຊິ່ງ​ເປັນ​ອົງການ​ສາກົນ​ທີ່​ບໍ່ຫວັງຜົນ​ກຳ​ໄລ​ຫຍັງ​ກ່າວວ່າ: "​ໃນ​ເວລາຄັນ​ຂັນ​ແບບ​ນີ້​, ມີລັດຖະບານ​ຈຳນວນໜ້ອຍ​ທີ່​ສຸດທີ່​ສາມາດ​​​ເຕົ້າໂຮມພະລັງແລະ​​ເອົາ​ໃຈ​ໃສ່​​ໄດ້​ຄື​ຈີນ."
ການ​ກູ້​ໄພ​ແຜ່ນດິນ​ໄຫວ​ເທື່ອ​ນີ້​ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​ໃນ​ການ​ເຮັດວຽກ​ທີ່​ມີ​ປະສິດທິພາບ​ສູງ​ຂອງ​ຈີນ. ​ໃຕ້​ສະພາບອາກາດທີ່​ຂີ້ຮ້າຍ​ແລະ​ທາງ​ຫຼວງ​ຖືກ​ທຳລາຍ​ຢ່າງ​ໜັກໜ່ວງ, ກອງ​ກູ້​ໄພ​ຈີນ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ທີ່​ຍາກ​ຈະ​ພັນ​ລະນາ, ​ໃຊ້​ວິທີ​​ໂດດຈ້ອງ ​ໄປ​ທາງ​ນ້ຳ​ແລະ​ຍ່າງ​ເອົາ, ປະຕິບັດ​ການ​ກູ້​ໄພ​ຢ່າງ​ທັນ​ເວລາ​ແລະ​ບັງ​ເກີດ​ຜົນ. ນັບ​ມາ​ຮອດ​ຕອນ​ເຊົ້າ​ວັນ​ທີ 15 ພຶດສະພາ​ນີ້, ກອງກູ້​ໄພ​ໄດ້​ຊ່ອຍ​ກອບ​ກູ້​ຜູ້​ບາດ​ເຈັບ 6 ໝື່ນ​ກວ່າ​ຄົນ​ແລ້ວ, ​ແລະ​ໄດ້​ຂົນ​ສົ່ງ​ ​ອາຫານ​ແລະ​ເຄື່ອງ​​ໃຊ້​ປະຈຳ​ວັນ​ຢ່າງ​ຫຼວງ​ຫຼາຍ​ໂດຍ​ທາງ​ລົດ​ແລະ​ໂຍນ​ລົງ​ຈາກ​ຍົນ.

ການ​ກູ້​ໄພ​ແຜ່ນດິນ​ໄຫວ​ເທື່ອ​ນີ້​ຍັງ​ເຮັດ​​ໃຫ້​ຕ່າງປະ​ເທດ​ເຫັນ​ຄວາມ​ສາມາດ​ຂອງ​ຈີນ​ໃນ​ດ້ານ​​ເກັບ​ກຳ​ຂໍ້​ມູນ​ຂ່າວ​ແລະ​ລາຍ​ງານ​ຂ່າວ.ບໍ່ຮອດ10​ນາທີ​ຫຼັງ​ເກີດ​ແຜ່ນ​ດິນ​ໄຫວ,​ກົມ​ແຜ່ນ​ດິນ​ໄຫວ​ແຫ່ງ​ຊາດ​ຈີນ​ກໍ​ໄດ້​ແຈ້ງ​ຂ່າວ​ນີ້​ໃຫ້​ມວນ​ຊົນ​ຊາບ,​ແລະ​ໄດ້​ປະ​ກາດ​ລະ​ດັບ​ຄວາມ​​ແຮງ​ຂອງ​ແຜ່ນ​ດິນ​ໄຫວ​​ໃນ​ແຫ່ງ​ຕ່າງໆ​ຂອງ​ຈີນ​ຢ່າງ​ທັນ​ການ.​ສື່​ມວນ​ຊົນ​ແລະ​ເວັບ​ໄຊ​ຕ່າງໆ​ກໍ​ໄດ້​ລາຍ​ງານ​ສະ​ພາບ​ຫຼ້າ​ສຸດ​ຂອງ​ໄພ​ແຜ່ນ​ດິນ​ໄຫວ​ແລະ​ການ​ກູ້​ໄພ​ຢ່າງ​ທັນ​ເວ​ລາ.​ການ​ປະ​ກາດ​ຂ່າວ​ທີ່​ມີ​ອິດ​ທິ​ພົນ​ຢ່າງ​ທັນ​ການ​ເຮັດ​ໃຫ້​ທົ່ວ​ປວງ​ຊົນ​ໄດ້​ຮູ້​ເລື່ອງ​ຈິງ​ຢ່າງ​ວ່ອງ​ໄວ,​ເພື່ອ​ບໍ່​ໃຫ້​ເກີດ​ຄວາມ​ຕື່ນ​ຕົກ​ໃຈ​ເກີນ​ໄປ.

ຄວາມ​ສາມາດ​ຂອງ​ລັດຖະບານ​ຈີນ​ທີ່​ສະ​ແດງອອກ​ໃນ​ການ​ກູ້​ໄພ​ແຜ່ນດິນ​ໄຫວ​ເທື່ອ​ນີ້​​ໄດ້​ຮັບ​ຄວາມ​ຢືນຢັນ​ຢ່າງ​ຕັ້ງໜ້າ​ຈາກ​ປະຊາ​ຄົມ​ໂລກ.ນາງ​ຟາ​ເດ​ລາ ຊາ​ອິບ ​ໂຄ​ສົກ​ອົງ​ການ​ອະ​ນາ​ໄມ​​ໂລກ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ປ່ຽມ​ຕໍ່​ວຽກ​ງານ​ກູ້​ໄພ​ຂອງ​ຈີນ.ນາງ​ກ່າວ​ວ່າ:​"ຂ້າ​ພະ​ເຈົ້າ​ມີ​​ຄວາມ​ໝັ້ນ​ໃຈ​ຢ່າງ​ເຕັມ​ທີ່.​ປະ​ຈຸ​ບັນ​ນີ້,​ຈີນ​ແມ່ນ​ປະ​ເທດ​ໃຫຍ່,​ມີ​ປະ​ສົບ​ການ​ດ້ານ​ການ​ກູ້​ໄພ​ຢ່າງ​ຫຼວງ​ຫຼາຍ,​ແລະ​ມີ​ຜູ້​ຊ່ຽວ​ຊານ​ດ້ານ​ນີ້​ຢ່າງ​ຫຼວງ​ຫຼາຍ,​ຂ້າ​ພະ​ເຈົ້າ​ເຫັນ​ວ່າ ລັດ​ຖະ​ບານ​ຈີນ​ມີ​ຄວາມ​ສາ​ມາດ​ຊຳ​ລະ​ແກ້​ໄຂວຽກ​ງານ​ຫຼັງ​ເກີດ​ໄພ​​ໄດ້​ດີ."