ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-16 15:04:58    
ຈີນອອກ​ແຮງ​ສຸດ​ຂີດ​ກອບ​ກູ້​ຊີ​ວິດ​ແລະ​​ປ້ອງ​ກັນ​ພະ​ຍາດ​ຢູ່​ເຂດ​​ແຜ່ນ​ດິນ​ໄຫວ

cri

ພາຍຫຼັງ​ເກີດ​ແຜ່ນດິນ​ໄຫວ​ຢູ່​ເມືອງ​ເວີ້​ນຊ່ວນ​ແຂວງ​ເສ​ສວນ​ຈີນ​ເປັນຕົ້ນມາ​,​ໃຕ້​ສະພາບ​ການ​ທີ່​​ເກີດ​ແຮງ​ສັ່ນ​ສະ​ເທືອ​ນຕາມ​ມາຫຼາຍ​ເທື່ອ​ແລະຖະໜົນ​ຖືກ​ຕັດຂາດ, ແພດໝໍ​​ຢູ່​ແຫ່ງ​ຕ່າງໆ​ຂອງ​ຈີນ​ພາກັນ​ໄປ​ກອບ​ກູ້ຊີວິດ​ຂອງ​ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​ດ້ວຍການ​ໂດດ​ຈ້ອງກໍ່​ມີ,​ໄປທາງນ້ຳ​ແລະ​ຍ່າງ​ເອົາ​ກໍ່​ມີ. ນັບ​ມາ​ຮອດ​ເວລາ10​ໂມງຂອງ​ວັນ​ທີ15ພຶດສະພາ​ນີ້,​ແພດໝໍ1ໝື່ນ​ກວ່າ​ຄົນ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ຂອງ​ຈີນໄດ້ຊ່ວຍ​ກອບ​ກູ້​ປິ່ນປົວ​ແລະ​ປ້ອງ​ກັນ​ພະຍາດຢູ່​ເຂດ​ປະສົບ​ໄພ,​​ໄດ້​ຊ່ວຍ​ເຫຼືອ​ຜູ່​ບາດ​ເຈັບ2ໝື່ນ3ພັນ​ກວ່າ​ຄົນ.​ດ້ວຍ​ຄວາມ​ພະຍາຍາມ​ຂອງ​ເຂົາ​ເຈົ້າ,ຢູ່​ເຂດ​ປະສົບ​ໄພບໍ່​ມີ​ເຫດການພະຍາດ​ຕິດ​ແປ​ດ​ລະບາດ​ແລະ​ບໍ່​ມີ​ບັນຫາສາທາລະນະ​ສຸກ​ສຸກ​ເສີນ​ອື່ນໆ.

ຫຼັງ​ຈາກ​​ເກີດ​ແຜ່ນດິນ​ໄຫວ​ຢູ່​ເມືອງ​ເວີ້​ນຊ່ວນ​ແລ້ວ,ກະຊວງ​ສາທາລະນະ​ສຸກ​ໄດ້​ຈີນ​​ເລີ່​ມດຳ​ເນີນວຽກ​ງານຮັບ​ມືກັບ​ເຫດການ​ສຸກ​ເສີນທາງ​ສາທາລະນະ​​ໄພ​ອັນ​ດັບ​ໜຶ່ງ​ໃນ​ທັນທີ.​ມື້​ລຸນ​ມາ ກະຊວງ​ສາທາລະນະສຸກ​ກໍ່​ໄດ້​ຈັດຕັ້ງ​ແລະ​ສົ່ງໜ່ວຍ​ແພດ​ສຸກ​ເສີນ700ຄົນ,ນຳ​ເອົາ​ຢາ​ແລະ​​ເຄື່ອງມື​ປິ່ນປົວ​ໄປ​ເຂດ​ປະສົບ​​ໄພ​.​ໃນ​ສອງ​ມື້​ຕໍ່​ມາ,ມື້​ໃດ​ກໍ່​ມີ​ແພດໝໍ​ຫຼາຍ​ພັນ​ຄົນ​ຈາກ​ແຫ່ງ​ຕ່າງໆ​ເດີນທາງ​ໄປ​ຮອດ​ເຂດ​ປະສົບ​ໄພ.ນັບ​ມາ​ຮອດ8​ໂມງ​ເຊົ້າ​ວັນ​ທີ15ພຶດສະພາ​ນີ້,ໜ່ວຍ​ແພດໄດ້​ເຂົ້າ​ໄປ​​ເຖີງທຸກເມືອງທີ່​ປະສົບ​ໄພ​ໜັກໜ່ວງ​ຂອງ​ແຂວງ​ເສ​ສວນ,ວຽກ​ງານ​ກູ້​ໄພດຳ​ເນີນ​ໄປ​ຢ່າງ​ຂຸ້ນຂ້ຽວ.​ເພື່ອ​ຮັບປະກັນ​ການຈັດ​ຊື້​ແລະ​ຂົນ​ສົ່ງ​ຢາ​ແລະ​​ເຄື່ອງມື​ປິ່ນປົວ​ກູ້​ໄພ,ການ​ເງິນ​ສູນ​ກາງ​ຈີນ​ໄດ້​ເບີກ​ເງິນ​ໃຫ້600ກວ່າລ້ານ​ຢວນ​ແລ້ວ.

​ໃນ​ງານ​ຖະ​ແຫຼ​ງຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ15ພຶດສະພາ​ນີ້ ທ່ານ​ກ່າວ​ຊຽງ ຫົວ​ໜ້າ​ໜ່ວຍ​ປ້ອງ​ກັນ​ພະຍາດຂອງ​ກອງ​ບັນຊາ​ການ​ຕ້ານ​ໄພ​ແລະ​ກູ້​ໄພຂອງ​ລັດຖະບານ​ຈີນກ່າວ​ວ່າ,​ເປົ້າໝາຍກອບ​ກູ້​​ປິ່ນປົວດ່ວນຄັ້ງນີ້​ແມ່ນ:ປິ່ນປົວຊ່ວຍ​ຊີວິດ ປ້ອງ​ກັນ​ພະຍາດ​ແລະ​ຮັບປະກັນ​ໃຫ້​ທຸກ​ເມືອງ​ແລະ​ຕາ​ແສງທີ່​ປະສົບ​ໄພ​ໜັກໜ່ວງ​ມີເຄື່ອງມື​ປິ່ນປົວ​ໃຊ້.

"​ຕ້ອງໃຫ້​​ທຸກ​ເມືອງ​ແລະຕາ​ແສງ​ທີ່​ປະສົບ​ໄພ​ໜັກໜ່ວງ ມີແພດ​ໝໍປິ່ນປົວ​ຊ່ວຍ​ຊີວິດ ມີ​ການປ້ອງ​ກັນ​ພະຍາດ​ແລະ​ມີ​​ເຄື່ອງມື​ປິ່ນປົວ​ໃຊ້,​ເຖິງ​ວ່າ​ເສັ້ນທາງ​ຂາດ​ສະບັ້ນກໍ່​ຕາມ,ກໍ່​ຕ້ອງ​ພະຍາຍາມຂົນ​ສົ່ງ​ທາງ​ຍົນ​ຫຼື​ຍ່າງ​ເອົາ,​​ສົ່ງ​​ແພດ​ໝໍ​ແລະ​​ເຄື່ອງມືປິ່ນປົວ​ໄປ​ເຖິງ​ທຸກ​ບ່ອນ​ທີ່​ປະສົບ​ໄພ​ໜັກໜ່ວງ,​ແລະ​ປະຕິບັດ​ວຽກ​ງານ​ຢ່າງ​ມີ​ປະສິດ​ທີ​ພາບ​,​ເພື່ອຫຼຸດ​ຈຳນວນຜູ່​ເສຍ​ຊີວິດ​ໃຫ້​ໜ້ອຍ​ທີ່​ສຸດ,ຮັບປະກັນ​ບໍ່​ໃຫ້​ເຂດ​ປະສົບ​ໄພ​ມີ​ພະຍາດລະບາດຮຸນ​ແຮງ​.​"

ທ່ານ​ຍັງ​ບອກ​ວ່າ,​ໃນ​ຖັນ​ແຖວ​ແພດ​ໝໍ​ທີ່​ໃຫ້​ການ​ປິ່ນ​ປົວ​ສຸກ​ເສີນ​ຢູ່​ເຂດ​ປະສົບ​ໄພ​ນັ້ນ,​ຍັງ​ມີ​ຈິດ​ຕະ​ແພດ​ທີ່​ໃຫ້​ຄຳ​ປຶກສາ​ແນະນຳດ້ານ​ຈິດ​ໃຈແກ່​ປະຊາຊົນ​ຜູ່​ປະສົບ​ໄພ.

ນອກຈາກ​ພາກສ່ວນ​ສາທາລະນະ​ສຸກ​ໄດ້​ສົ່ງໜ່ວຍ​ແພດ​ແລະ​ເຄື່ອງມື​ປິ່ນປົວໄປ​ເຂດ​ປະສົບ​ໄພ​ຢ່າງ​ບໍ່​ຂາດ​ສາຍ​ແລ້ວ,ທາງ​ກອງທັບ​ຈີນ​ກໍ່​ໄດ້​ສົ່ງ​ໜ່ວຍ​ແພດ​ທະຫານ​ແລະ​ອຸ​ປະກອນ​ປິ່ນ​ປົວ​ໄປ​ຊ່ວຍ​ເຂດ​ປະສົບ​ໄພ.ທ່ານ​​ເຢິນ​ກົວະ​ສວນ ຫົວໜ້າ​ພະ​ແນ​ກຢາ​ປົວ​ພະຍາດ​ແລະ​ເຄື່ອງມື​ປິ່ນປົວພະ​ແນກ​ສາ​ທາ​ລະ​ນະ​ສຸກ​ຂອງ​ກອງ​ພະ​ລາ​ທິ​ການ​ໃຫຍ່​ກອງ​ທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ,​ກາງ​ທັ​ບ​ໄດ້​ຈັດ​ສົ່ງ​ຢາ​ແລະ​ເຄື່ອງມືປິ່ນ​ປົວ​ສອງ​ງວດ​ໄປ​ເຂດ​ປະສົບ​ໄພ​ແລ້ວ.ທ່ານ​ກ່າວ​ວ່າ:

"​ເຄື່ອງມື​ປິ່ນປົວ​ຂອງ​ກອງທັບ​ຕົ້ນຕໍ​ແມ່ນ​ຢາ​ປະ​ເພດ​ປິ່ນປົວ​ສຸກ​ເສີນ,ຢາ ຕ້ານ​ການ​ຕິດ​ເຊື້ອ​ແລະ​ປ້ອງ​ກັນ​ພະຍາດ​ແລະ​ອຸ​ປະກອນ​ປິ່ນປົວ​ທີ່​ໃຊ້​ໃນ​ເງື່ອນ​ໄຂ​ສະພາບ​ສົງຄາມ.ນັບ​ມາ​ຮອດ​ປັດ​ຈຸ​ບັນ,​ເຄື່ອງ​ເຫຼົ່າ​ນີ້​ໄດ້ຂົນ​ຈາກ​ສະໜາມ​ບິນ5​ແຫ່ງ​ ໄປ​ນະຄອນ​​ເສິງ​ຕູ່.ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ລາຍ​ງານ​ຂອງ​ພະ​ແນ​ກສາທາລະນະ​ສຸກ​ເຂດ​ທະຫານ​ ​ເສິງ​ຕູ່​ແລ້ວວ່າ,ຢາຊຸດ​ທຳ​ອິດ​ໄດ້​ໃຊ້​ຍົນ​ຖິ້ມ​ລົງ​ ​ເຂດ​ປະສົບ​ໄພ​ໃນ​ຕອນ​ເຊົ້າ​ວັນ​ທີ15​ພຶດສະພາ​ນີ້​ແລ້ວ."

​ເພື່ອ​ຮັບປະກັນ​ໃຫ້​​ເຄື່ອງກູ້​ໄພ​ເຊັ່ນ​ຢາ​ປິ່ນປົວ​ແລະ​ອື່ນໆ​ສາມາດ​ຂົນ​ສົ່ງ​​ໄປ​ເຖິງປະຊາຊົນ​ເຂດ​ປະສົບ​ໄພ, ກອງ​ທັບຈີນ​ໄດ້​ສົ່ງ​ຍົນ​ເຮ​ລິ​ກົບ​ແຕ​ຫຼາຍລຳ​ເຂົ້າ​ຮ່ວມ​ການ​ຂົນ​ສົ່ງ. ຢູ່​ເຂດລົດ​ຍັງ​ເຂົ້າ​ໄປ​ບໍ່​ໄດ້, ຍົນ​ເຮ​ລິ​ກົບ​ແຕທີ່​ຂົນ​ສົ່ງ​​ເຄື່ອງ​ກູ້​ໄພກໍ່​ໄດ້​​ເຮັດໜ້າ​ທີ່​ຂົນ​ສົ່ງ​ຄົນບາດ​ເຈັບ. ວັນ​ທີ 15 ພຶດສະພາ​ນີ້, ຍົນ​ເຮ​ລິ​ກົບ​ແຕ​ຂອງ​ທະ​ຫານ​ໄດ້​ຂົນ​ສົ່ງ​ຄົນ​ບາດ​ເຈັບ​ໜັກ 10 ຄົນ​ຈາກ​ເຂດ​ອີ້ງ​ຊິ້ວ​ເມືອງ​ເວີ້​ນຊ່ວນ​ເຊິ່ງ​ເປັນ​ເຂດ​ທີ່ປະສົບ​ໄພ​ຮ້າຍ​ແຮງ. ຜູ້​ບາດ​ເຈັບ​ຜູ້​ໜຶ່ງ​​ເວົ້າ​ວ່າ:

"ຂ້ອຍດີ​ໃຈຫຼາຍ, ​ເມື່ອ​ເຫັນ​ຍົນ​ກໍ່​ຮູ້​ວ່າ​ຈະ​ໄດ້​ຮັບ​ການຊ່ອຍ​ເຫຼືອແລ້ວ, ​ໃນ​ຄືນກ່ອນ, ຂ້ອຍ​ຮູ້​ສຶກວ່າ​ໂຕເອງ​​ຈະ​ຕາຍ​ແລ້ວ. ​ເພາະ​ຂ້ອຍ​ຮູ້ສຶກ​ວ່າ​ຖືກ​ບາດໜັກໂພດ, ​​ເລືອດ​ອອກຫຼາຍ​ໂພດ."

ທ່ານ​ກ່າວ​ຊຽງ ຫົວໜ້າ​ໜ່ວຍ​​ແພດຂອງ​ກອງ​ບັນຊາ​ການ​ກູ້​ໄພ​ແຜ່ນດິນ​ໄຫວ​ຂອງ​ລັດຖະບານ​ຈີນ​ກ່າວ​ວ່າ, ​ເຖິງ​ວ່າ​ດຽວ​ນີ້​ໄດ້​ກາຍ​​ໄປ 72 ຊົ່ວ​ໂມງ​ເຊິ່ງ​ເປັນເວລາ​ກູ້​ໄພດີ​ທີ່​ສຸດ, ​ແຕ່​ລັດຖະບານ​ຈີນ​ຈະ​ບໍ່​ຢຸດ​ເຊົາ​ການ​ກອບ​ກູ້​ຊີວິດ​ຂອງ​ປະ​ຊາ​ຊົນ​ຜູ້​ປະສົບ​ໄພຈັກ​ເທື່ອ. ​ໃນ​ເວລາ​ດຽວ​ກັນ, ພາກສ່ວນ​ອະນາ​ໄມ​ກໍ່ໄດ້​ດຳ​ເນີນ​ວຽກ​ງານ​ຮັກສາ​ແຫຼ່ງນ້ຳ, ຂ້າ​ເຊື້ອ​ພະຍາດ​ໃນ​ສິ່ງ​ແວດ​ລ້ອມ​ແລະ​ປ້ອງ​ກັນ​ພະຍາດ​ແຜ່​ລະບາດ​ເປັນ​ຕົ້ນ, ຮັບປະກັນ "ບໍ່​​ໃຫ້​ມີພະຍາດ​ແຜ່​ລະບາດ​ຢ່າງ​ຂະໜາດ​ໃຫຍ່​ຫຼັງ​​ເກີດໄພ​ຮ້າຍ​ແຮງ".

"ພວກ​ຂ້າພະ​ເຈົ້າ​ໄດ້​ຈັດ​ວາງ​ວຽກ​ງານ​ປ້ອງ​ກັນ​ພະຍາດ​ລະບາດຢູ່​ເຂດ​ປະສົບ​ໄພ​ແຂວງ​ເສ​ສວນ​ຢ່າງ​ຮອບ​ຄອບ, ​ແລະ​ໄດ້​ສົ່ງ​ພະນັກງານ​ແພດ​ຜູ້​ມີ​ປະສົບ​ການ ​ມີເຕັກນິກ​ແລະ​ມີຄວາມ​ສາມາດ​ສູງໄປ​ເຂດ​ປະສົບ​ໄພ​​ເຮັດ​ວຽກ​ງານ​ປ້ອງ​ກັນ​ຄວບ​ຄຸມພະ​ຍາດ. ພວກ​ເຂົາ​ເຈົ້າ​ຮ່ວມ​ກັບ​ແພດ​ໝໍ​ທ້ອງ​ຖິ່ນ​ດຳ​ເນີນ​ວຽກ​ງານ​ປ້ອງ​ກັນ​ພະຍາດ​ຢ່າງ​ເປັນ​ລະ​ບຽບ ​ແຂງ​ແຮງ​ແລະມີ​ປະສິທິພາ​ບ. ປັດຈຸບັນ, ຢູ່​ເຂດ​ປະສົບ​ໄພ​​ແຂວງເສ​ສວນ​ບໍ່​ໄດ້​ເກີດ​ພະຍາດ​ຕິດ​ແປດ​ຮ້າຍ​ແຮງ​ແລະບໍ່​ມີ​ເຫດການ​ສາທາລະນະ​ສຸກ​ສຸກ​ເສີນ​ອື່ນໆ."

ພ້ອມ​ກັນ​ນັ້ນ​ທ່ານ​ກ່າວ​ສຽງ​ກ່າວ​ວ່າ, ພາຍຫຼັງ​ແຂວງ​ເສ​ສວນ​ເກີດ​ໄພ​ແຜ່ນດິນ​ໄຫວ​ແລ້ວ, ລັດຖະບານ​ປະ​ເທດ​ຕ່າງໆ​ລ້ວນ​ແຕ່​ໄດ້​ສະ​ແດງ​ຄວາມ​ເຫັນ​ໃຈ​ຢ່າງ​​ເລິກ​ເຊິ່ງ​ແລະ​ໃຫ້​ເຫຼືອ​ການ​ຊ່ອຍ​ຢ່າງ​ແຂງ​ແຮງ​. ມີ​ຫຼາຍ​ປະ​ເທດສະ​ເໜີ​ວ່າ​ຈະ​ສະໜອງ​​ເຄື່ອງ​ຊ່ອຍ​ເຫຼືອໃຫ້​ຈີນ, ລວມທັງ​ຢາ​ປິ່ນປົວແລະ​ອຸປະກອນ​ປິ່ນປົວ​ສຸກ​ເສີນ. ລັດຖະບານ​ຈີນ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​.

ຕອນ​ບ່າຍ​ວັນ​ທີ 12 ພຶດສະພາ​ນີ້, ພາຍຫຼັງ​ແຂວງ​ເສ​ສວນ​ເກີດ​ໄພ​ແຜ່ນດິນ​ໄຫວ​ແລ້ວ, ທ່ານ​ເວີນ​ເຈ່ຍ​ປາວ ນາຍົກລັດຖະມົນຕີຈີນ​ໄດ້​​ໄປ​ບັນຊາ​ການ​ກູ້​ໄພ​ຢູ່​ກັບ​ບ່ອນໃນ​ທັນທີ. ຕອນ​ເຊົ້າ​ວັນ​ທີ 16 ພຶດສະພາ​ນີ້, ທ່ານ​ຫູ​ຈີນ​ທ່າວ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ ປະທານ​ຄະນະ​ກຳມະການ​ທະຫານ​ສູນ​ກາງ​ຈີນ​ໄດ້​ຂີ່​ຍົນ​ໄປ​ແຂວງ​ເສ​ສວນ, ​ເພື່ອຢື້​ຢາມ​ຖາມ​ຂ່າວ​ພະນັກງານ​ແລະ​ປະຊາຊົນ​ໃນ​ເຂດ​ປະສົບ​ໄພ, ​ແລະ​ຢ້ຽມຢາມນະຍ​ແລະ​ພົນ​ທະຫານ​ແລະ​​ແພດ​ໝໍ​ທີ່​ພວມ​ຊ່ອຍ​ເຫຼືອ​ປະຊາຊົນ.