ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-16 14:44:42    
ສະ​ຫະ​ປະ​ຊາ​ຊາດ​ຫຼຸດ​ຕົວ​ເລກ​ຄາດ​ຄະ​ເນ​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ​ປີ 2008

cri
ຕາມ​ຂ່າວສານ​ຊິ່ນ​ຮວາ: ວັນ​ທີ 15 ພຶດສະພາ​ນີ້, ພະ​ແນ​ກວຽກ​ງານ​ເສດຖະກິດ​ສັງຄົມ​ສະ​ຫະປະຊາ​ຊາດ​ເຜີຍ​ແຜ່ບົດ​ລາຍ​ງານ​ໄລຍະ​ກາງກ່ຽວ​ກັບ "ສະຖານະ​ການ​ແລະ​ການ​ເບີ່ງ​ເສດຖະກິດ​ໂລກ​ປີ 2008", ​ບົດ​ລາຍ​ງານ​ດັ່ງກ່າວຄາດ​ຄະ​ເນ​ວ່າ, ປີ 2008 ​ເສດຖະກິດ​ໂລກ​ຈະ​ເຕີບ​ໂຕ 1,8%, ຕ່ຳ​ກວ່າ​ 3,8% ໃນ​ປີ 2007 ຫຼາຍ.

ບົດ​ລາຍ​ງານ​ດັ່ງກ່າວ​ໄດ້ຫຼຸດຕົວ​ເລກຄາດ​ຄະ​ເນ​ຕໍ່​ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກ​ຂອງ​ສະຫະ​ປະຊາ​ຊາດ. ບົດ​ລາຍ​ງານ​ຍັງ​ເຫັນ​ວ່າ, ປີໜ້າ, ​ຈັງຫວະ​ເຕີບ​ໂຕ​ຂອງ​ເສດ​ຖະກິດ​ປະ​ເທດ​ທີ່​ພວມ​ພັດທະນາ​ຈະຫຼຸດລົງ​​ຮອດ 4,8%.

ບົດ​ລາຍ​ງານ​ຂຽນວ່າ, ຕະຫຼາດອະ​ສັງ​ຫານ​ລິ​ມະ​ຊັບແລະ​ຂະ​ແໜງ​ການ​ການ​ເງິນ​ອາ​ເມ​ລິ​ກາ​ຊຸດ​​ໂຊມ​ລົງ​ແມ່ນ​ສາ​ເຫດ​ຕົ້ນຕໍ​ທີ່​ເຮັດ​ໃຫ້​ຈັງຫວະ​ເຕີບ​ໂຕ​ຂອງ​ເສດຖະກິດ​ໂລກຊ້າ​ລົງ, ຜົນ​ສະທ້ອນ​ດ້ານ​ລົບ​ຂອງ​ມັນ​ອາດ​ຈະ​ສືບ​ຕໍ່​ໄປ​ຮອດ​ປີ 2009.