ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-16 15:13:32    
ກິດຈະກຳປະ​ກວດ​ເພງ​ໂອ​ລິ​ມປິກ​ປັກ​ກິ່ງ2008​ສິ້ນ​ສຸດ​ລົງ​ຢ່າງສຳ​ເລັດ​ຜົນ

cri

ສະບາຍ​ດີ ທ່ານ​ຜູ່​ຟັງ​ທີ່​ໂຄລົບ,​ເດືອນສິງຫາ​ປີ​ກາຍ​ນີ້,ຟິມ​ເອກະສານ​ຂອງ​ໂອ​ລິ​ມປິກ​ປັກ​ກິ່ງ 2008 ​ໄດ້​ຖ່າຍ​ທຳ​ຕອນ​ທີ​ຫນຶ່ງ​ຢູ່​ທີ່​ສະຫນາມກິລາ​ແຫ່ງ​ຊາດ​ປັກ​ກິ່ງ. ​ໂຮງ​ຜະລິດ​ຟິມ​ເອກະສານ​ຂອງ​ສູນ​ກາງ​ທີ່​ເປັນ​ຜູ່​ຮັບຜິດຊອບ​ຖ່າຍ​ທຳ​ຟິມ​ເອກະສານ​ທາງ​ການ​ຂອງ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008ນັ້ນ​ໄດ້​ຈັດ​ພິທີ​ເລີ່​ມ​ຖ່າຍ​ທຳ​ຟິມ​ເອກະສານ​ທາງ​ການ​ໃນ​ວັນ​ທີ 12 ມີນາ​ປີນີ້. ຄະນະ​ຖ່າຍ​ທຳ​ຫນ່ວຍ​ທຳ​ອິດ​ໄດ້​ເດີນທາງ​ອອກ​ຈາກ​ປັກ​ກິ່ງ, ຫຼັງ​ຈາກ​ນັ້ນ​ມີ​ຄະນະ​ຖ່າຍ​ທຳ 10 ຄະນະ​ເດີນທາງ​ໄປ​ເຖິງ​ແຫ່ງ​ຕ່າງໆ​ໃນ​ໂລກ,​ເລີ່​ມຖ່າຍ​ທຳ​ຢູ່​ໃນ​ໂລກ​ພ້ອມ​ກັບ​ການ​ຈູດ​​ໄຟ​ສັກ​ສິກ. ​ໃນ​ລາຍການ​ພາກ​ນີ້ ພວກ​ເຮົາ​ຈະ​ສະ​ເຫ​ນີສະພາບ​ຖ່າຍ​ທຳ​ຟິມ​ເອກະສານ​ທາງ​ການ​ຂອງ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008.
ງານ​ກິລາ​ໂອ​ລິ​ມປິກ​ສະ​ຕັອກ​ໂຮມ​ປະ​ເທດ​ຊູ​ແອັດ​ປີ 1912 ​ໄດ້​ສ້າງ​ຟິມ​ເອກະສານ​ທາງ​ການ​ຂອງ​ໂອ​ລິ​ມປິກ​ເລື່ອງ​ທຳ​ອິດ. ​ແຕ່​ນັ້ນ​ມາ,ງານ​ໂອ​ລິ​ມປິກ​ທຸກ​ເທື່ອ​ລ້ວນ​ແຕ່​ຖື​ການຖ່າຍ​ທຳ​ຟິມ​ເອກະສານ​ທາງ​ການ​ເປັນ​ວຽກ​ງານ​ສຳຄັນ​ອັນ​ຫນຶ່ງ,ຈຸດປະສົງ​ກໍ່​ແມ່ນ​ເພື່ອ​ບັນທຶກ​ເຫດການ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ແຕ່ລະ​ເທື່ອ​ຢ່າງຮອບດ້ານ,​ແລ້ວ​ເກີດ​ມີ​ເລື່ອງ​ທີ່​ເຮັດ​​ໃຫ້​ຄົນ​ກະ​ຕຸ້ນ​ໃຈ​ຫຼັງ​ແລະ​ກ່ອນ​ການ​ແຂ່ງຂັນ​ກິລາ, ​ແຕ່​ວ່າ,ຟິມ​ເອກະສານ​ເຫຼົ່ານີ້ລ້ວນ​ແຕ່​ຖືກ​ຮັກສາ​ຢູ່​ໃນ​ຫໍພິພິດທະພັນ​ໂອ​ລິ​ມປິກ​ຢູ່​ເມືອງ​ໂລ​ຊານ​ແຫ່ງ​ສວິສ໌ຢ່າງ​ຖາວອນ,ກະ​ຕຸ້ນ​ແລະ​ສົ່ງ​ເສີມ​ຄົນ​ຮຸ້ນ​ຫຼັງ. ​ເມື່ອ​ກ່າວ​ເຖິງ​ຈຸດ​ພິ​ເສດ​ຂອງ​ຟິມ​ເອກະສານ​ທາງ​ການ​ຂອງ​ໂອ​ລິ​ມປິກ, ທ່ານ​ອູ​ຊີ ຜູ່​ຖ່າຍທຳ​ຟິມ​ເອກະສານ​ທາງ​ການ​ໂອ​ລິ​ມປິກ​ປັກ​ກິ່ງກ່າວ​ວ່າ:

ຟິມ​ເອກະສານ​ທາງ​ການ​​ໂອ​ລິ​ມປິກ​ແມ່ນ​ຟິມ​ເອກະສານ​ທີ່​ບັນທຶກ​ເລື່ອງ​ການ​ແຂ່ງຂັນ​ແລະ​ກິດຈະກຳ​ທີ່​ກ່ຽວຂ້ອງ​ຢ່າງຮອບດ້ານ​ເຊິ່ງຄະນະ​ຈັດຕັ້ງງານ​ກິລາ​ໂອ​ລິ​ມປິກ​ກຳນົດ​ອົງການ​ຖ່າຍ​ທຳ​ແລະ​ຜູ່ກຳກັບ​ການຖ່າຍ​ທຳ. ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ທຸກ​ເທື່ອ, ຟິມ​ເອກະສານ​ທາງ​ການ​ໂອ​ລິ​ມປິກ​ແມ່ນ​ຄະນະ​ກຳມະການ​ຈັດຕັ້ງງານ​ກິລາ​ໂອ​ລິ​ມປິກ​ກຳນົດ​​​​ຖ່າຍ​ທຳ,​ແລະ​ກໍ່ຖືກ​ຄະນະ​ດັ່ງກ່າວ​ຮັບຮອງ

ຟິມອັນ​ດຽວ​ທີ່​ຖືກ​ຮັກສາ​ໄວ້​ໃນ​ຫໍ​ພິພິດທະພັນ​ໂອ​ລິ​ມປິກ​ເອີ້ນ​ວ່າ​ຟິມ​ເອກະສານ​ທາງ​ການ​ຂອງ​ໂອ​ລິ​ມປິກ. ສ່ວນ​ປະກອບ​ຂອງ​ຟິມ​ເອກະສານ,ມີຫ​ຫຼາຍ​ເຫດການ​ຈຳ​ເປັນ​ເຊັ່ນ: ພິທີ​ໄຂ​ງານ​​ໂດຍ​ສະ​ເພາະ​ແມ່ນ​ການ​ສົ່ງ​ຕໍ່​ທວນ​ໄຟ​ແລະ​ປ່ອຍ​ນົກ​ກາງ​ແກ​ສັນຕິພາບ​ເປັນຕົ້ນ, ທັງ​ຫມົດ​ເຫຼົ່ານ​ນີ້​ລ້ວນ​ແຕ່​ຂຶ້ນ​ກັບ​ຄະນະ​ກຳມະການ​ຈັດຕັ້ງງານ​ກິລາ​ໂອ​ລິ​ມປິກ​ກຳນົດ.


ຟິມ​ເອກະສານ​ທາງ​ການ​ຂອງ​ໂອ​ລິ​ມປິກທີ່​​ເລີ່​ມຖ່າຍ​ທຳ​ໃນ​ເດືອ​ນສິງຫາ​ປີ 2008 ​ແມ່ນ​ຟິມ​ເອກະສານ​ທາງ​ການ​ຂອງ​ໂອ​ລິ​ມປິກ​ເລື່ອງ​ທີ 22 ​ໃນ​ປະຫວັດສາດ​ໂອ​ລິ​ມປິກ,​ກໍ່​ແມ່ນຟິມ​ເອກະສານ​ທາງ​ການ​ຂອງ​ໂອ​ລິ​ມປິກທີ່​ຜູ່​ກຳກັບ​ຈີນ​ຖ່າຍ​ທຳ​ເປັນ​ເທື່ອ​ທຳ​ອິດ,ຟິມ​ເອກະສານ​ດັ່ງກ່າວ​ຈະ​ບັນທຶກ​ເລື່ອງ​ທັງ​ຫມົດ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ແລະ​ເລື່ອງ​ຈິງ​ທີ່​ເຮັດ​ໃຫ້​ຄົນ​ກະ​ຕຸ້ນ​ໃຈ​ໃນ​ການ​ແຂ່ງຂັນ​​ແລະ​ນອກ​ການ​ແຂ່ງ​ຂັນ.  ນາງ​ກູ້​ຢຸ່ນ​ແມ່ນ​ຜູ່​ກຳກັບ​ການຖ່າຍ​ທຳ​ຟິມ​ເອກະສານ​ທາງ​ການ​ຂອງ​ໂອ​ລິ​ມປິກ​ເທື່ອ​ນີ້, ນາງ​ມີ​ປະສົບ​ການ​ໃນ​ວຽກ​ງານ​ການ​ຖ່າຍ​ທຳ​ຟິມ​ເອກະສານ​ມາ​ສິບ​ປີ​ແລ້ວ,ກ່ອນ​ນີ້, ນາງ​ໄດ້​ຖ່າຍ​ທຳ​ ຟິມ​ເອກະສານ​ກະກຽມ​ຈັດ​ງານ​​ໂອ​ລິ​ມປິກປັກ​ກິ່ງ​ທີ່​ວ່າ 2001+7, ​ໃນ​ເວລາ​ຖ່າຍ​ທຳ​ເປັນ​ເວລາ 7 ປີ, ນາງ​ໄດ້​ສະ​ສົມ​ບົດຮຽນ​ຢ່າງ​ຫຼວງ​ຫຼາຍ. ​ເຖິງ​ວ່າ​ຟິມ​ເອກະສານ​ທາງ​ການ​ຂອງ​ໂອ​ລິ​ມປິກຕ່າງ​ກັນ​ກັບຟິມ​ເອກະສານ​ທຳ​ມະ​ດາ​ກໍ​ຕາມ, ວຽກ​ງານ​ຂອງ​ຜູ່​ກຳກັບ​ການຖ່າຍ​ທຳ​ກໍ່ມີ​ການ​ກຳນົດ​ຢ່າງ​ຫຼວງ​ຫຼາຍ,​ແຕ່​ວ່າ ນາງ​ກູ້​ຢຸນກ່າວ​ວ່າ,ນາງ​ຕ້ອງ​ພະຍາຍາມ​ສຸດ​ຂີດ​ເພື່ອ​ຖ່າຍ​ຟິມ​ເອກະສານ​ທີ່​ມີ​ຈຸດ​ພິ​ເສດ​ຂອງ​ຕົນ​ເອງ. ​ເມື່ອ​ກ່າວ​ເຖິງ​ຄວາມ​ຄຶກຢາກ​ຖ່າຍທຳຟິມ​ເອກະສານ​,ນາງ​ກູ້​ຢຸນ​ເວົ້າ​ວ່າ:

  ພວກ​ເຮົາ​ຢາກ​ເລືອກ​ນັກ​ກິລາ 6 ຫນ່ວຍ​ທີ່​ມາ​ຈາກ​ປະ​ເທດ​ແລະ​ເຂດ​ແຄວ້ນ​ຕ່າ​ງກັນ​,ມີ​ຜິວ​ພັນ​ແລະ​ຊົນ​ເຜົ່າ​ແຕກ​ຕ່າງ​ກັນ​ໃນຟິມ​ເອກະສານ​ທາງ​ການ​ປີ 2008, ນັກ​ກິລາ​ໃນ 6 ຫນ່ວຍ​ດັ່ງກ່າວ​ໄດ້​ຕາງຫນ້າ​ວັດທະນະທຳ​ທີ່​ຕ່າງ​ກັນ​ແລະ​ມາດຕະຖານ​ຂອງ​ນັກ​ກິລາ​ໃນ​ທົ່ວ​ໂລກ,ກ່ອນ​ອື່ນ​ແມ່ນ​ເຂົາ​ເຈົ້າ​ຈະ​ຕ້ອງ​ເປັນ​ຜູ່​ທີ່​ຈະ​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ປີ 2008, ພວກ​ເຮົາ​ບໍ່ພ​ຽງ​ແຕ່​ເລົ່າ​ເລື່ອງ​ຂອງ​ຜູ່​ຊະນະ​ເທົ່າ​ນັ້ນ,ຍັງ​ຕ້ອງ​ເອົາ​ໃຈ​ໃສ່​ນຳ​ເລື່ອງ​ຈິງ​ຂອງ​ເຂົາ​ເຈົ້າ​ທີ່​ຜ່ານ​ຄວາມ​ພະຍາຍາມ​ແລະ​ທ້າ​ທາຍ​ຕົນ​ເອງ​ມາ​ບັນລຸ​ຄຸນຄ່າ​ຂອງ​ຕົນ​ເອງ.

1 2