ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International Sunday    Apr 20th   2025   
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-16 18:36:01    
ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າການ​ກະ​ຊວງ​ການ​ຕ່າງປະ​ເທດ​ພົບ​ປະ​ກັບ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງປະ​ເທດ​ສິງກະ​ໂປ

cri
ຕາມ​ຂ່າວສານ​ຊີ​ນຮວາ, ຕອນ​ເຊົ້າ​ວັນ​ທີ16ພຶດສະພາ​ນີ້, ຢູ່​ນະຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ໄຕ້​ປິງກົວ ລັດ​ຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ຈອັຈ ຢົງ​ບູນ​ ຢິວ ລັດຖະ​ມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ສິງກະ​ໂປ.

ທ່ານ​ຈອັຈ ຢົງ​ບູນ ຢິວ​ໄດ້​ຕາງໜ້າ​ລັດຖະບານ​ແລະ​ປະຊາຊົນ​ສິງກະ​ໂປສະ​ແດງ​ຄວາ​ມ​ເຫັນ​ໃຈ​​ແລະ​ຖາມ​ຂ່າວຕໍ່​ລັດຖະບານ​ແລະ​ປະຊາຊົນ​ຈີນ​​ໃນ​ໂອກາດແຂວງ​ເຊ​ສວນ​ຈີນ​ເກີດ​ແຜ່ນດິນ​ໄຫວ​ອັນ​ໜັກໜ່ວງ. ທ່ານ​ກ່າວ​ວ່າ​ໃນ​ເວລາ​ຫຍຸ້ງ​ຍາ​ກນີ້, ປະຊາຊົນ​ສິງກະ​ໂປ​ຍິນ​ດີ​ສະໜອງ​ການ​ຊ່ອຍ​ເຫຼືອ​​ໃຫ້ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້.

ທ່ານ​ໄຕ້​ປິງກົວ​ໄດ້​ແນະນຳ​ສະພາບ​ໄພ​ພິບັດ​ແລະ​ການ​ກູ້​ໄພ​ຢູ່​ແຂວງ​ເຊ​ສວນ, ​ແລະ​ສະ​ແດງ​ຄວາມ​ຂອບ​ໃຈ​ນຳ​ສິ່ງ​ກະ​ໂປ​ທີ່​ສະໜອງ​ໜ່ວຍ​ກອບ​ກູ້​ແລະ​ວັດ​ສະ​ດຸ​ກູ້​ໄພ. ທ່ານ​ໄຕ້​ປິງກົວ​ກ່າວ​ວ່າ, ທົ່ວ​ປະ​ເທດ​ຈີນພວມ​ອອກ​ແຮງ​ສຸດ​ຂີດ​ກູ້​ໄພ, ຈະ​ເອົາ​ຊະນະ​ໄພ​ທຳ​ມະ​ຊາດ​ອັນ​ໜັກ​ໜ່ວງຄັ້ງ​ນີ້​ຢ່າງ​ແນ່ນອນ.

ສອງ​ຝ່າຍ​ໄດ້​ຮັບຮອງ​ຢ່າງ​ເຕັມ​ສ່ວນ​ຕໍ່​ການ​ຂະຫຍາຍ​ຕົວ​ຂອງ​ການ​ພົວພັນ​ຈີນ​ສິງກະ​ໂປ​ແລະຜົນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ, ​ແລະ​ກ່າວ​ວ່າ​ຈະ​ລົງ​ເລິກ​ການ​ພົວພັນ​ສອງ​ປະ​ເທດ​ຕື່ມ​ອີກ, ນຳ​ເອົາ​ຄວາມ​ສຸກ​ຫຼາຍ​ກວ່າ​ເກົ່າ​ໃຫ້​ປະຊາຊົນ​ສອງ​ຊາດ.
© China Radio International.CRI. All Rights Reserved.
16A Shijingshan Road, Beijing, China. 100040