ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-18 23:38:10    
ທ່ານ​ຫູ​ຈີນ​ທ່າວ ປະ​ທານ​ປະ​ເທດ​ຈີນຈັດ​ກອງ​ປະຊຸມ​ຄົ້ນຄວ້າ​ແລະ​ຈັດ​ວາງວຽກ​ງານ​ກູ້​ໄພ​ຢູ່​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​​ແຂ​ວງເຊ​ສວນ

cri

ຕາມ​ຂ່າວສານ​ຊິນ​ຮວາ:ຕອນ​ທ່ຽງ​ວັນ​ທີ16 ພຶ​ດສະພາ​ນີ້,ທ່ານ​ຫູ​ຈີນ​ທ່າວ ປະທານປະ​ເທດ​ຈີນ​​ໄດ້ເດີນທາງ​ໄປ​ຮອດ​ເຂດ​ປະສົບ​ໄພ​ແຂວງ​ເຊ​ສວນ,ຈັດ​ກອງ​ປະຊຸມ​ຢູ່​ສະໜາ​ມບິນ​ນານ​ຈ່ຽວຂອງ​​ເມືອງມຽນຢາງ​ໃນ​ທັນທີ,ພ້ອມ​ກັບ​ທ່ານ​ນາຍົກລັດຖະມົນຕີ​ເວິ່ນ​ເຈ່ຍ​ປາວ​ທີ່​ມາ​ເຂດ​ປະສົບ​ໄພ​ກ່ອນ​ແລະ​ຜູ່​ນຳ​ສູນ​ກາງ​ຜູ່​ອື່ນ​ຄົ້ນ​ຄວ້າ​ແລະ​ຈັດ​ວາງວ​ຽກງານ​ກູ້​ໄພ.

ທ່ານ​ເວິ່ນ​ເຈ່ຍ​ປາວ​ໄດ້​ລາຍ​ງານ​ຈຸດ​ພິ​ເສດ,ສະພາບຂອງ​​ໄພ​​ແຜ່ນດິນ​​ໄຫວ​ໃຫຍ່​ພິ​ເສດຢູ່​ແຂວງ​ເຊ​ສວນ,ສະພາບ​ການ​ຂອງວຽກ​ງານ​ຕ້ານ​​ແຜ່ນດິນ​ໄຫວ​ກອບ​ກູ້​ໄພ​ຄືບ​ໜ້າ​ໃນ​ໄລຍະ​ຜ່ານ​ມາ,ຄວາມ​ຫຍຸ້ງຍາກ​ທີ່​ຄົງ​ຕົວ​ໃນ​ປັດຈຸ​ບັນ​ແລະ​ຈຸດ​ໜັກ​ຂອງ​ວຽກ​ງານ​ໃນ​ໄລຍະຕໍ່​ໄປ.ທ່ານ​ຫູ​ຈີນ​ທ່າວ​​ໄດ້​ໃຫ້​ຄຳ​ຊີ້​ນຳອັນ​ສຳຄັນ​ກ່ຽວ​ກັບ​ການສືບ​ຕໍ່​ເຮັດ​ວຽກ​ກູ້​ໄພ​ໃຫ້ດີ.

ກອງ​ປະຊຸມ​ກ່າວ​ເນັ້ນ​ວ່າ,ປັດຈຸບັນ​ເວລາ​ແມ່ນ​ຮີບດ່ວນ​ທີ່​ສຸດ,ຕ້ອງ​ສືບ​ຕໍ່​ພະຍາຍາມ​ຫຼຸດ​ຄວາມ​ເສຍ​ຫາຍ​ຍ້ອນ​ໄພ​ແຜ່ນດິນ​ໄຫວ​​ໃຫ້​ລົງຮອດ​ລະດັບ​ຕ່ຳ​ສຸດ,ຖື​ການ​ກູ້​ເອົາ​ຊີວິດ​ຂອງ​ມວນ​ຊົນ​ເປັນ​ວຽກສຳຄັນ​ກວ່າ​ໝູ່,ຕ້ອງ​ສືບ​ຕໍ່ພະຍາຍາມຫຼາຍ​ທີ່​ສຸດກອບ​ກູ້​ເອົາ​ຄົນ,ທະ​ແນມ​ແຕ່​ມີ​ຄວາມ​ຫວັງ​ໜ້ອຍ​ໜຶ່ງ,ກໍ່​ຕ້ອງ​ພະຍາຍາມ​ທີ່​ສຸດ.

ກອງ​ປະຊຸມ​ຮຽກຮ້ອງ​ໃຫ້ນາຍ​ແລະ​ພົນທະຫານ3ໝື່ນ​ຄົນທີ່​ເພີ່ມ​ໃໝ່​ນັ້ນ​ຕ້ອງ​ໄປ​ຮອດ​ແຕ່ລະ​ຈຸດ​ປະສົບ​ໄພ​ໂດຍ​ໄວ,​ເຂົ້າ​ຮ່ວມ​ການ​ກູ້​ໄພ​ໃນ​ທັນທີ.