ທ່ານຫູຈີນທາວຈັດກອງປະຊຸມຕ້ານໄພແຜ່ນດິນໄຫວຢູ່ແຂວງເສສວນ
cri
ຕາມຂ່າວສານຊິນຮວາ, ຕອນຄ່ຳວັນທີ17ພຶດສະພານີ້, ຢູ່ເມືອງເສິງຕູ, ທ່ານຫູຈີນທາວ ປະທານປະເທດຈີນທີ່ພວມຊີ້ນຳວຽກງານຕ້ານໄພແຜ່ນດິນໄຫວຢູ່ແຂວງເສສວນໄດ້ຈັດກອງປະຊຸມຕອນເດິກ, ຮັບຟັງການລາຍງານວຽກງານຕ້ານໄພແຜ່ນດິນໄຫວ, ແລະຄົ້ນຄວ້າຈັດວາງວຽກງານຕ້ານໄພໃນຂັ້ນຕໍ່ໄປ.
ທ່ານຫູຈີນທາວກ່າວເນັ້ນວ່າ, ປະຈຸບັນ, ການຕ້ານໄພແຜ່ນດິນໄຫວຍັງມີສະຖານະກນອັນຂ້ຽວຂາດ. ຄະນະພັກ, ອົງການປົກຄອງທຸກຂັ້ນຂອງເຂດປະສົບໄພແລະພາກສ່ວນທີ່ກ່ຽວຂ້ອງຂອງສູນກາງຕ້ອງຖືເອົາການຕ້ານໄພກູ້ໄພເປັນໜ້າທີ່ຮີບດ່ວນທີ່ສຸດໃນປະຈຸບັນ, ສືບຕໍ່ເຮັດວຽກແຂ່ງກັບເວລາຊອກຄົ້ນກອບກູ້ຊີວິດປະຊາຊົນທີ່ຍັງຖືກຝັງຢູ່ໃຕ້ຊາກອາຄານ, ກອບກູ້ປິ່ນປົວຜູ້ຖືກບາດເຈັບຢ່າງສຸດຂີດ, ຊອກຫາທຸກວິທີເພື່ອຈັດວາງການກິນການຢູ່ຂອງປະຊາຊົນຜູ້ປະສົບໄພໃຫ້ດີ, ແລະກຽມສ້າງສາເຂດປະສົບໄພຄືນໃໝ່.
ທ່ານຫູຈີນທາວຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານຕ່າງປະເທດແລະເພື່ອນມິດສາກົນທີ່ຊ່ວຍເຫຼືອວຽກງານກູ້ໄພຂອງຈີນ.
ສຸດທ້າຍ, ທ່ານຫູຈີນທາວກ່າວວ່າ, ຂໍແຕ່ທົ່ວພັກ, ທົ່ວກອງທັບແລະປະຊາຊົນບັນດາເຜົ່າໃນທົ່ວປະເທດເປັນຈິດໜຶ່ງໃຈດຽວກັນ, ບາກບັ່ນສູ້ຊົນແລ້ວ, ຈີນຍ່ອມຈະສາມາດຜ່ານຜ່າຄວາມຫຍຸ້ງຍາກທຸກປະການ, ຍາດເອົາໄຊຊະນະຮອບດ້ານໃນການຕ້ານໄພແຜ່ນດິນໄຫວເທື່ອນີ້.
|
|