ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-18 22:06:43    
ກອງ​ທັບ​ແລະ​ກອງ​ທະ​ຫານ​ປະ​ກອບ​ອາ​ວຸດ​ຈີນ​ໄດ້​ສົ່ງ 1 ​ແສນ 1 ຫມື່ນ​ກວ່າ​ຄົນ​ໄປ​ເຂົ້າ​ຮ່ວມ​ວຽກ​ງານ​​ຊ່ວຍ​ກູ້​​ໄພ​ແຜ່ນ​ດິນ​ໄຫວ

cri
ຕາມ​ຂ່າວCRI:ຕາມສະຖິຕິ​ທີ່​ບໍ່​ຄົບ​ຖ້ວນ,ປະຈຸ​ບັນ,ກອງທັບ​ແລະ​ກອງຕຳ ຫຼວດ​ປະກອບ​ອາວຸດ​ຂອງ​ຈີນ​ໄດ້​ສົ່ງ 1 ​ແສນ 1ຫມື່ນ​ກວ່າ​ຄົນ,​ເພື່ອ​ເຂົ້າ​ຮ່ວມ​ວຽກ​ງານ​ກູ້​ໄພ​ແຜ່ນດິນ​ໄຫວ​ຢູ່​ເຂດ​ປະສົບ​​ໄພ​ແຂວງ​ເສ​ສວນ.

ໃນກອງ​ປະຊຸ​ມ​ເຜີຍຂ່າວທີ່​ຫ້ອງການຖະ​ແຫຼ​ງ​ຂ່າວຂອງ​ລັດຖະບານ​ຈີ​ນຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ,ທ່ານ​ຫູ​ຊ່າງ​ມິ​ງ ນາຍ​ພັນ​ເອກ​ພິ​ເສດ ​ໂຄສົກ​ຖະ​ແຫຼງຂ່າວ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​​ແນະນຳ​ວ່າ,ຫຼັງ​ຈາກ​​​ແຜ່ນດິນ​ໄຫວ​ຂອງ​ແຂວງ​ເສ​ສວນ​ເກີດ​ຂຶ້ນ​​ໃນ​ວັນ​ທີ 12 ພຶດສະພາ​ນີ້​ແລ້ວ,ຝ່າຍທະ ຫານ​ຈີນ​ໄດ້​ໃຊ້​ເຄື່ອງ​ອຸປະກອນ​ທີ່ທັນ​ສະ​ໄຫ​ມ​ຕ່າງໆ​​ເຊັ່ນ:​ດາວ​ທຽມ  ​ເຄື່ອງ​ວັດ​ແທກ​ແລະ​ກົນ​ຈັກຂະຫນາດ​ໃຫຍ່​ເປັນ​ຕົ້ນ​ເພື່ອ​ດຳ​ເນີນ​ວຽກ​ງານ​ກູ້​ໄພ​ຢ່າງຮອບດ້ານ,ຈົນ​ຮອດ​ປະຈຸ​ບັນ,​ໄດ້​ສ້ອມ​ແປງ​ເສັ້ນ​ທາງ​ທັງ​ຫມົດ 550 ກວ່າ​ກິ​ໂລ​​ແມັດ,ຂຸດ​ຄົ້ນ​ຜູ່​ທີ່​ຖືກຕິດ​ຄ້າງ 2 ຫມື່ນ​ກວ່າ​ຄົນ.

ວັນ​ທີ 18 ພຶດສະພາ​ນີ້,ຢູ່​ທີ່​ນະຄອນ​ປັກ​ກິ່ງ,ທ່ານມາ​ຈ້ຽນ ນາຍ​ພົນ​ຕີ​ທະຫານ​ອາກາດ​ຂອງ​ກອງ​ເສນາ​ທີ​ການ​ໃຫຍ່ກອງທັບປົດ​ປ່ອຍ​ປະຊາຊົນ​ຈີນ​ໄດ້​ກ່າວ​ວ່າ,ສິ່ງ​ກໍ່ສ້າງ​ນິວ​ເຄຼຍຢູ່​ໃນ​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ຂອງ​ແຂວງ​ເສ​ສວນ​ແມ່ນ​ປອດ​ໄພ.