ໃນແຜ່ນດິນໄຫວໜັກໜ່ວງແຂວງເສສວນຈີນ, ເມືອງເປສ່ວນແຂວງເສສວນເກືອບຖືກທຳລາຍຮາບປານໜ້າກອງ, ສ່ວນຜູ້ລອດຊີວິດໄດ້ຖືກຍ້າຍໄປບ່ອນປອດໄພໂດຍດ່ວນ, ຄືຈັດບ່ອນພັກຊົ່ວຄາວຢູ່ເມືອງມຽນຢາງທີ່ຢູ່ໃກ້. ຕໍ່ໄປນັກຂ່າວຈະພາທ່ານໄປເມືອງມຽນຢາງ, ໄປເບິ່ງຊີວິດການເປັນຢູ່ຂອງຜູ້ປະສົບໄພເມືອງເປສ່ວນໃນປະຈຸບັນ.
ຢູ່ນອກສະໜາມກິລາຈິວໂຈ່ວເມືອງມຽນຢາງ, ເດັກນ້ອຍ10ກວ່າຄົນພວມຫຼິ້ນຢ່ໃກູ້ເຄື່ອງຫັດກາຍ. ເມື່ອຟັງສຽງທີ່ເຂົາເຈົ້າຢອກກັນ, ຄິດບໍ່ອອກເລີຍວ່າເຂົາເຈົ້າມາຈາກເຂດປະສົບໄພຢ່າງໜັກໜ່ວງ. ຖ້າວ່າບໍ່ໄດ້ເຫັນຢູ່ໃນສະໜາມກິລາທຸກໆບ່ອນມີຕຽງຊົ່ວຄາວທີ່ເຮັດດ້ວຍໄມ້ ເຈ້ຍແຂງແລະຜ້າຫົ່ມ, ກໍ່ຄິດບໍ່ອອກວ່າສະໜາມກິລາແຫ່ງນີ້ແມ່ນບ້ານຊົ່ວຄາວຂອງເກືອບ3ໝື່ນຄົນ.
ສະໜາມກິລາແຫ່ງນີ້ແມ່ນບ່ອນພັກຊົ່ວຄາວທີ່ໃຫຍ່ກວ່າໝູ່ໃນເມືອງມຽນຢາງໃຫ້ຜູ້ປະສົບໄພແຜ່ນດິນໄຫວ. ຜູ້ປະສົບໄພທີ່ມາຈາກເມືອງເປສ່ວນໄດ້ຖືກແບ່ງເປັນຫຼາຍໜ່ວຍ, ພະນັກງານອົງການປົກຄອງແລະອາສາສະໝັກເບິ່ງແຍງຊີວິດຂອງເຂົາເຈົ້າ.
ນັກຂ່າວໄດ້ສັງເກດເຫັນວ່າ, ອາຫານມື້ໜຶ່ງສາມຄາບຂອງຜູ້ປະສົບໄພມີການຮັບປະກັນ, ອາຫານເຊົ້າແມ່ນເຂົ້າຈີ່ແລະໄຂ່ໄກ່, ເຂົ້າທ່ຽງແລະເຂົ້າແລງແມ່ນເຂົ້າແລະຊິ້ນ ພັກຕ່າງໆ. ນອກນັ້ນ, ແຕ່ລະມື້ຍັງມີປະຊາຊົນເມືອງມຽນຢາງມາສະໜາມກິລາດ້ວຍຄວາມສະໝັກໃຈເພື່ອສົ່ງອາຫານໃຫ້ຜູ້ປະສົບໄພ.
ເພື່ອປ້ອງກັນບໍ່ໃຫ້ເກີດພະຍາດ, ທຸກໆມື້ອາສາສະໝັກຈະອະນາໄມເຂດອ້ອມແອ້ມຫຼາຍເທື່ອ. ເຖິງວ່າມີເກືອບໝື່ນຄົນອາໄສຢູ່ນີ້, ແຕ່ຢູ່ເທິງໜ້າດິນເກືອບບໍ່ເຫັນຂີ້ເຫຍື້ອ. ທ່ານຮານຊື່ຣຸ້ນ ຜູ້ຮັບຜິດຊອບຂອງຫ້ອງການຕິດຕາມກວດກາຄວາມສະອາດດ້ານອາຫານເມືອງມຽນຢາງກ່າວວ່າ, ວຽກດ່ວນຂອງການປ້ອງກັນພະຍາດແມ່ນຕ້ອງເຮັດວຽກ4ຢ່າງໃຫ້ດີ.
ອັນທີໜຶ່ງແມ່ນປ້ອງກັນຄວາມປອດໄພຂອງນ້ຳດື່ມ; ອັນທີສອງແມ່ນຫ້າມບໍ່ໃຫ້ສະໜອງອາຫານດິບແລະອາຫານປະເພດຍຳຢ່າງເດັດຂາດ; ອັນທີສາມແມ່ນການຮັກສາອະນາໄມຂອງສິ່ງແວດລ້ອມ, ຂ້າເຊື້ອສິ່ງຂັບຖ່າຍແລະສິ່ງເສດເຫຼືອ; ອັນທີ4ແມ່ນປ້ອງກັນພະຍາດລະບາດ; ຖ້າເກີດພະຍາດກໍ່ຕ້ອງປິ່ນປົວໃນທັນທີ.
ທ່ານຮານຊື່ຣຸ້ນກ່າວວ່າ, ປະຈຸບັນ, ນອກຈາກຜູ້ປະສົບໄພບາງຄົນມີພະຍາດເປັນຕຸ່ມ ແລະສ່ວນໜ້ອຍທີ່ສຸດມີອາການຖອກທ້ອງແລ້ວ, ບໍ່ມີພະຍາດຮ້າຍແຮງຫຍັງເກີດຂຶ້ນ.
ນັກຂ່າວຍັງໄດ້ເຫັນວ່າ, ຢູ່ອ້ອມຂ້າງສະໜາມກິລາ, ໂຮງໝໍໃຫຍ່ແຫ່ງຕ່າງໆຂອງແຂວງເສສວນແລະເມືອງມຽນຢາງ ຍັງໄດ້ຕັ້ງບ່ອນແຈກຢາຍຢາປົວພະຍາດໃຫ້ຜູ້ປະສົບໄພໂດຍບໍ່ເສຍຄ່າ, ຜູ້ປະສົບໄພຈົດຊື່ ອາຍຸແລະອາການແລ້ວກໍ່ຈະສາມາດເອົາຢາສຳລັບມື້ໜຶ່ງ.
ເວົ້າສຳລັບຜູ້ປະສົບໄພຂອງເມືອງເປສ່ວນແລ້ວ, ຍັງມີເລື່ອງໜຶ່ງທີ່ເຮັດໃຫ້ເຂົາເຈົ້າເປັນຫ່ວງເປັນໃຍທີ່ສຸດ, ເຊິ່ງກໍ່ແມ່ນຂ່າວຂອງຍາດຕິພີ່ນ້ອງທີ່ພັດພາກຈາກກັນ. ເຖິງວ່າລຸງຊ່ຽວໄທ້ອີໄດ້ອາໄສຢູ່ສະໜາມກິລາແຫ່ງນີ້ແລ້ວ, ແຕ່ເພິ່ນຍັງຫຍຸ້ງນຳການຊອກຫາລູກຊາຍ. ລຸງເວົ້າວ່າ,
"ລາວແມ່ນຊ່າງທາສີນ້ຳມັນ, ເຮັດວຽກຢ່ໃນູເມືອງເປີຍຊວນ, ນັບແຕ່ໄພແຜ່ນດິນໄຫວໄດ້ເກີດຂຶ້ນໃນວັນທີ12ພຶດສະພານີ້, ຈົນຮອດປັດຈຸບັນ, ພວກເຮົາຍັງບໍ່ໄດ້ຕິດຕໍ່ກັນ,ຍັງບໍ່ໄດ້ພົບເຫັນລາວ. ຂ້ອຍກໍ່ບໍ່ຮູ້ວ່າລາວຢູ່ໃນໂຮງໝໍແຫ່ງໃດ."
ເພື່ອຊ່ວຍຄົນທັງຫຼາຍຊອກຫາຍາດພີ່ນ້ອງທີ່ພັດພາກຈາກກັນໃນໄພແຜ່ນດິນໄຫວ, ພະນັກງານຍັງໄດ້ຕັ້ງກະດານໄມ້ແຜ່ນໜຶ່ງຢູ່ໜ້າປະຕູສະໜາມກິລາຈິວໂຈ່ວ,ຊ່ວຍຄົນທັງຫຼາຍຂຽນຂໍ້ມູນຊອກຫາຍາດພີ່ນ້ອງ. ພະນັກງານ ແລະ ອາສາສະໝັກຈະຈົດເອົາຂໍ້ມູນຊອກຫາຍາດພີ່ນ້ອງຕ່າງໆ, ອ່ານປະກາດຊອກຫາຄົນດ້ວຍໂທລະໂຄ່ງໃນສະໜາມກິລາ. ນັກຂ່າວປະກົດເຫັນວ່າ, ພະນັກງານຍັງເປັນຫ່ວງບາງຄົນທີ່ອາດຈະບໍ່ໄດ້ຍິນສຽງປະກາດຊອກຫາຍາດພີ່ນ້ອງ, ຫຼັງຈາກໄດ້ອອກໂທລະໂຄ່ງແລ້ວ,ຍັງໄປຊອກຫາຢ່າງລະອຽດໃນຝູງຄົນດ້ວຍຕົນເອງອີກ. ບໍລິສັດໂທລະຄົມຍັງໄດ້ເປີດໂທລະສັບໂດຍບໍ່ເສຍຄ່າຢູ່ແຫ່ງນີ້, ໃຫ້ຜູ່ປະສົບໄພຕິດຕໍ່ກັບພາຍນອກ,ຊອກຫາຍາດພີ່ນ້ອງຂອງຕົນທີ່ພັດພາກຈາກກັນ. ຫຼາຍມື້ມານີ້, ທຸກໆມື້, ພໍ່ເຖົ້າຊ່ຽວທ້າຍອີກໍ່ຕ້ອງໄດ້ໂທຫຼາຍສິບເທື່ອຊອກຫາລູກຊາຍຂອງຕົນ. ຕາມໄດ້ຊາບ, ໃນຫຼາຍມື້ທີ່ຜ່ານໄປນີ້, ແຕ່ລະມື້,ກໍ່ມີຍາດພີ່ນ້ອງກັນທີ່ພັດພາກໄດ້ມາເຕົ້າໂຮມກັນຢູ່ແຫ່ງນີ້. ພວກເຮົາກໍ່ອວຍພອນດ້ວຍຄວາມຈິງໃຈໃຫ້ພໍ່ເຖົ້າຊ່ຽວທ້າຍອີສາມາດຊອກພົບລູກຊາຍຂອງຕົນໂດຍໄວ.
ບ່ອນພັກຊົ່ວຄາວຢູ່ເມືອງມຽນຢາງ ຂອງປະຊາຊົນຜູ່ປະສົບໄພເປີຍຊວນກໍ່ບໍ່ພຽງແຕ່ສະໜາມກິລາຈິວໂຈ່ວ ແຫ່ງດຽວເທົ່ານັ້ນ, ຜູ່ເດ່ມືໄປຊ່ວຍປະຊາຊົນຜູ່ປະສົບໄພກໍ່ບໍ່ພຽງແຕ່ແມ່ນລັດຖະບານ ຜູ່ດຽວເທົ່ານັ້ນ. ໃນມື້ທີສອງຫຼັງຈາກໄພແຜ່ນດິນໄຫວເກີດຂຶ້ນ, ນັກຮຽນ1400ກວ່າຄົນຂອງໂຮງຮຽນມັດທະຍົມເປີຍຊວນຖືກຍົກຍ້າຍໄປຢູ່ໂຮງຮູບເງົາຮຸງຢ້ວນ ແລະ ແຫ່ງອື່ນໆ, ບໍລິສັດກຸ່ມເອເລັກໂຕຼນິກຊາງຮຸງເສສວນຮັບຜິດຊອບຈັດວາງ ແລະ ດູແລຊີວິດການເປັນຢູ່ຂອງພວກເຂົາເຈົ້າ. ທ້າວຊີມີງແມ່ນນັກຮຽນມັດທະຍົມຕົ້ນປີທີ2, ລາວບອກນັກຂ່າວວ່າ, ລາວຮູ້ສຶກວ່າອາຫານຢູ່ນີ້ດີຫຼາຍ.
"ອາຫານເຊົ້າມີເຂົ້າປຽກ, ບາງເທື່ອມີເຂົ້າໜົມ, ໄຂ່ໄກ່, ຍັງມີມານໂທ, ອາຫານທ່ຽງມີຜັກ ແລະ ຊີ້ນາປະເພດຕ່າງໆ,ຫຼືຫຼາຍກວ່ານັ້ນກໍ່ມີ, ອາຫານແລງມີຊີ້ນ. ຊີວິດການເປັນຢູ່ນີ້ດີຫຼາຍ
ນັກຮຽນທີ່ມາຈາກເມືອງເປີຍຊວນເຫຼົ່ານີ້, ສ່ວນຫຼາຍຍັງບໍ່ໄດ້ຕິດຕໍ່ກັບຄອບຄົວ, ປັດຈຸບັນ, ມີແຕ່ນັກຮຽນປະມານ100ຄົນໄດ້ຕິດຕໍ່ກັບພໍ່ແມ່ຂອງຕົນ, ສ່ວນນັກຮຽນອື່ນໆຍັງລໍຖ້າຢູ່. ນາງເຊີນລີນແມ່ນນັກຮຽນມັດທະຍົມປາຍປີທີ3, ນາງບໍ່ພຽງແຕ່ເປັນຫ່ວງຄວາມປອດໄພຂອງຍາດພີ່ນ້ອງທໍ່ນັ້ນ, ຍັງເປັນຫ່ວງການສອບເສັງເຂົ້າມະຫາວິທະຍາໄລທີ່ຈະມາເຖິງ.ນາງເວົ້າວ່າ,
"ຄູສອນເວົ້າວ່າ,ການສອບເສັງເຂົ້າມະຫາວິທະຍາໄລຂອງແຂວງເສສວນອາດຈະດຳເນີນຕາມເວລາກຳນົດ, ເຫຼືອແຕ່10ກວ່າມື້ເທົ່ານັ້ນ, ດຽວນີ້ ຮູ້ສຶກເຄັ່ງຕຶງໜ້ອຍໜຶ່ງ."
ໃນໄພແຜ່ນດິນໄຫວເທື່ອນີ້,ນາງເຊີນລີນໄດ້ເສຍພໍ່ຂອງຕົນ, ແຕ່ໃນຂະນະທີ່ໂສກເສົ້າ, ນາງຍັງເລັ່ງລັດທວນບົດຮຽນຄືນ, ເພື່ອອະນາຄົດ.ສຳລັບຄົນເປີຍຊວນ, ພວກເຂົາເຈົ້າເກືອບໄດ້ສູນເສຍທຸກສິ່ງທຸກຢ່າງໃນໄພພິບັດ, ແຕ່ຊີວິດຕ້ອງດຳເນີນຕໍ່ໄປ, ຂໍແຕ່ວ່ານາງເຊີນລິນ ແລະ ເພື່ອນຮຽນບໍ່ຢຸດເຊົາຄວາມພະຍາຍາມ, ແຜ່ນດິນນີ້ຍ່ອມຈະເກີດມີພະລັງຊີວິດໃໝ່. ພະນັກງານຂອງບໍລິສັດກຸ່ມຊາງຮຸງບອກນັກຂ່າວວ່າ, ຖ້າມີເງື່ອນໄຂ, ເຂົາເຈົ້າຈະຈັດຄູສອນພິເສດໃຫ້ແກ່ນັກຮຽນເຫຼົ່ານີ້.
|