ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-19 16:09:40    
ສື່​ມວນ​ຊົນ​ສຳຄັນ​ຂອງ 13 ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ເດີນທາງ​ມາ​ຮອດ​ນະຄອນ​ທຽນ​ສິນ ຮ່ວມ​ກັນຫາ​ລື​ການ​ຮ່ວມ​ມື​ໃນ​ງານ​ກິລາ​ໂອ​ລິ​ມປິກ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 19 ພຶດສະພາ​ນີ້,"ງານ​ສຳ​ມະ​ນາ​ການ​ຮ່ວມ​ມື​ດ້ານ​ສື່​ມວນ​ຊົນອາ​ຊຽນບວກ 3 (10 ປະ​ເທດ​ອາຊຽນກັບ​ຈີນ ຍີ່ປຸ່ນ​ແລະ​ສ.​ເກົາຫຼີ)"​​ເທື່ອ​ທີ​ 2​ ​ໄດ້​ຈັດ​ຂຶ້ນ​ຢູ່​ເຂດ​ໃໝ່ປີນ​ໄຫນະຄອນ​ທຽນ​ສິນ ພາກ​ເໜືອ​ຂອງ​ຈີນ,ສື່​ມວນ​ຊົນ 30 ກວ່າ​ແຫ່ງ​ແລະ​ແຂກ​ທີ່​ມີ​ກຽດ 100 ກວ່າ​ຄົນ​​ໄດ້​ເຂົ້າ​ຮ່ວມ​ງານ​ສຳມະ​ນາ​ເທື່ອ​ນີ້.

ງານ​ສຳ​ມະ​ນາ​ເທື່ອ​ນີ້​ແມ່ນ​ຈີນ​ລິ​ເລີ່​ມຈັດ​ຂຶ້ນ.ງານ​ສຳ​ມະ​ນາ​ທີ່​ດຳ​ເນີນ​ເປັນ​​ເວລາ 2 ມື້​ເທື່ອ​ນີ້​ຈະ​ໝູນ​ອ້ອມ​ຫົວ​ຂໍ້​ຕົ້ນຕໍທີ່​ວ່າ"​ໄດ້ຜົນ​ສຳ​ເລັດ​ນຳ​ກັນ​ຢູ່ງານ​ກິລາ​ໂອ​ລິ​ມປິກ,​ເຜີຍ​ແຜ່​ງານ​ກິລາ​ໂອ​ລິ​ມປິກ",ຈະ​ຄົ້ນ​ຄວ້າ​ຫາລື​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ຫົວ​ຂໍ້ຕ່າງໆ​​ເຊັ່ນ"ຕ້ອນຮັບ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ,ຊົມ​ໃຊ້​ງານ​ມະຫະກຳ​ຂອງ​ອາຊີ​ນຳ​ກັນ""ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ,ສ້າງ​ອາຊີ​ຕາ​ເວັນ​ອອກ​ທີ່​ກົມກຽວ​ກັນ"​ແລະ​ອື່ນໆ,​ແລະ​ຈະຈັດ​ກອງ​ປະຊຸມ​​ໂຕະມົນ,​ເຊີນ​ຜູ້​ແທນ​ຂອງ​ສື່​ມວນ​ຊົນອາ​ຊຽນບວກ 3 ມາ​​ແລກປ່ຽນແຜນ​ການ​ລາຍ​ງານງານ​ກິລາ​​ໂອ​ລິ​ມປິກ​ປັກ​ກິ່ງ,ຫາລືການ​ປະສານ​ງານ​ກັນ​​​​ເພື່ອ​ລາຍ​ງານງານ​ກິລາ​ໂອ​ລິ​ມປິກ​ໃຫ້​ປະຊາຊົນ​ອາຊີ​ຊາບຢ່າງ​ໄວ​ທີ່​ສຸດ ຖືກຕ້ອງ​ທີ່​ສຸດ​ແລະ​ຮອບດ້ານ​ທີ່​ສຸດ.