|
![](/images/spacer.gif) |
(GMT+08:00)
2008-05-19 17:06:40
|
![](/images/shim.gif) |
ເຈົ້າຊີວິດຊອກດານີຮຽກຮ້ອງໃຫ້ອິສຣາແອນສ້າງເງື່ອນໄຂອັນຈຳເປັນເພື່ອສັນຕິພາບ
cri
Author: cai
ຕາມຂ່າວCRI:ວັນທີ 18 ພຶດສະພານີ້,ສົມເດັດອັບດູນລາທີສອງ ເຈົ້າຊີວິດຊອກດານີໄດ້ຮຽກຮ້ອງໃຫ້ອິສຣາແອນສ້າງເງື່ອນໄຂອັນຈຳເປັນແລະເໝາະສົມເພື່ອບັນລຸສັນຕິພາບ,ເຮັດໃຫ້ການເຊັນສັນຍາສັນຕິພາບກັບປາເລັສຕີນພາຍໃນປີນີ້ມີຄວາມອາດເປັນໄປໄດ້.
ຕາມພະລາຊະສຳນັກຊອກດານີຖະແຫຼງວ່າ,ວັນທີ 18 ພຶດສະພານີ້,ສົມເດັດອັບດູນລາໄດ້ເຂົ້າຮ່ວມກອງປະຊຸມຕາເວັນອອກກາງຂອງເວທີປຶກສາຫາລືເສດຖະກິດໂລກ,ໃນເວລາພັກຜ່ອນ,ສົມເດັດອັບດູນລາໄດ້ເຈລະຈາກັບນາງຊີພີ ລິຟນີ ລັດຖະມົນຕີວ່າການກະຊວງການຕ່າງປະເທດອິສຣາແອນ.ສົມເດັດອັບດູນລາກ່າວວ່າ,ອິສຣາແອນຄວນຫາບແບກໜ້າທີ່ຮັບຜິດຊອບ,ສ້າງເງື່ອນໄຂອັນເໝາະສົມ,ຊຸກຍູ້ການເຈລະຈາປາເລັສຕີນອິສຣາແອນບົນພື້ນຖານແຜນການຂອງສອງປະເທດ.
ໃນພິທີໄຂກອງປະຊຸມ,ທ່ານຈອັດ ບຸສ ປະທານາທິບໍດີອາເມລິກາກ່າວວ່າ,ທ່ານເຊື່ອວ່າພາຍໃຕ້ຄວາມພະຍາຍາມຮ່ວມຂອງຝ່າຍຕ່າງໆ,ປາເລັສຕີນກັບອິສຣາແອນສາມາດເຊັນສັນຍາສັນຕິພາບພາຍໃນປີນີ້.ແຕ່ໃນວັນທີ 18 ພຶດສະພານີ້,ທ່ານຄາໂດຣາ ຟາເຣສ ສະມາຊິກອາວຸໂສຂອງອົງການອານຟາຕາປາເລັສຕີນກ່າວວ່າ,ຍ້ອນອາເມລິກາເຂົ້າຂ້າງອິສຣາແອນ,ທ່ານມາມຸດ ອັບບາສ ຜູ້ນຳອົງການອານຟາຕາ ປະທານອົງການອຳນາດແຫ່ງຊາດປາເລັສຕີນເຫັນວ່າ,ການເຈລະຈາສັນຕິພາບຈະບໍ່ໄດ້ຮັບໝາກຜົນທີ່ມີລັກສະນະທາດແທ້ໃດໆພາຍໃນປີນີ້.
|
|
|