ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-19 18:32:52    
ໃນ 5 ປີ​ຂ້າງ​ໜ້າ​ນີ້ ຈີນ​ຈະ​ນຳ​ເຂົ້າ​ສິນຄ້າ​ມູນ​ຄ່າ 2000 ຕື້​ໂດ​ລາ​ຈາກ​ອາຊີ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 19 ພຶດສະພາ​ນີ້,​ໃນງານ​ສຳ​ມະ​ນາການ​ຮ່ວມ​ມື​ດ້ານ​ສື່​ມວນ​ຊົນອາ​ຊຽນບວກ 3 ​ເທື່ອ​ທີ 2 ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ທຽນ​ສິນ​ຈີນ,ທ່ານ​ອີ້​ສຽວ​ຈົນ ລັດຖະ​ມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ເປີດ​ເຜີຍ​ວ່າ,​ໃນ 5 ປີ​ຂ້າງ​ໜ້າ​ນີ້,ຈີນ​ຈະ​ນຳ​ເຂົ້າ​ສິນຄ້າ​ມູນ​ຄ່າ​ຫຼາຍ​ກວ່າ 2000 ຕື້​ໂດ​ລາ​ຈາກ​ປະ​ເທດ​ແລະ​ເຂດ​ແຄວ້ນ​ຕ່າງໆ​ຂອງອາຊີ,ຕະຫຼາດ​ຈະ​​ກວ້າງ​ອອກ​ຕື່ມ​ອີກ.

ທ່ານ​ອີ້​ສຽວ​ຈົນ​ກ່າວ​ວ່າ,ນັບ​ແຕ່​ຈີນເລີ່​ມດຳ​ເນີນ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ເມື່ອ​ປີ 1978 ມາ​ນີ້,​ໄດ້​ກາຍ​ເປັນ​ປະ​ເທດ​ການ​ຄ້າ​ໃຫຍ່​ທີ 3 ​ໃນ​ໂລກ,​ໃນ​ນັ້ນ,ຈັງຫວະ​ເຕີບ​ໂຕ​ການ​ຄ້າຂາ​ເຂົ້າ​ຕໍ່​ປີ​ໄດ້​ບັນລຸ 16,7%,​ໄດ້​ກາຍ​ເປັນ​ຕະຫຼາດ​ນຳ​ເຂົ້າ​ໃຫຍ່​ທີ 3 ​ໃນ​ໂລກ​ແລະ​ຕະຫຼາດ​ນຳ​ເຂົ້າ​ໃຫຍ່​ກວ່າ​ໝູ່​ໃນ​ອາຊີ.​ໃນ​ການ​​ໄປ​ມາ​ຫາ​ສູ່​ກັນ​ດ້ານ​ການ​ຄ້າ​ລະຫວ່າງ​ຈີນ​ກັບປະ​ເທດ​ແລະ​ເຂດ​ແຄວ້ນ​ອື່ນໆ​ຂອງ​ອາຊີທີ່​ນັບ​ມື້​ນັບ​ຫຼາຍ​ຂຶ້ນ,ປະ​ເທດ​ແລະ​ເຂດ​​ແຄວ້ນ​ໃນ​ອາຊີ​ຕາ​ເວັນ​ອອກ​ແມ່ນ​ຄູ່​ການ​ຄ້າ​ທີ່​ສຳຄັນ​ຕະຫຼອດ​ມາ.ປີ 2007,ຈີນ​ໄດ້ນຳ​ເຂົ້າ​ສິນຄ້າ​ມູນ​ຄ່າ 460 ຕື້​ໂດ​ລາ​ຈາກ​ອາຊີ​ຕາ​ເວັນ​ອອກ,ກວມ 48% ​ໃນ​ຍອດ​ມູນ​ຄ່າ​ສິນຄ້າ​ນຳ​ເຂົ້າຂອງ​ຈີນ.