ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-19 20:50:26    
ຈີນ​ຈັດຕັ້ງ​ວັນ​ໄວ້ອາ​ໄລ​ແຫ່ງ​ຊາດ​ ​ເພື່ອ​ໄວ້​ອາ​ໄລ​​ເຖິງ​ຜູ້​ເສຍ​ຊີ​ວິດ​ໃນ​ແຜ່ນ​ດິນ​ໄຫວ​ແຂວງ​ເຊ​ສວນ

cri

14​ໂມງ28​ນາທີ​ມື້​ນີ້, ກໍ​ແມ່ນ​ໃນ​ຂະນະ​ທີ່​ແຂວງ​ເຊ​ສວນ​ຂອງ​ຈີນ​ເກີດ​ໄພ​ແຜ່ນດິນ​ໄຫວ​ຢ່າງ​ຮຸນ​ແຮງ​ໃນ7​ມື້ກ່ອນ, ປະຊາຊົນ​ທົ່ວ​ປະ​ເທດ​ຈີນ​ໄດ້​ຢືນ​ສະຫງົບ​ນິ້ງກົ້ມ​ຫົວ​ໄວ້ອາ​ໄລ3​ນາທີ​ເຖິງ​ຜູ້​ເສຍ​ຊີວິດ​ໃນ​​ເຫດການແຜ່ນດິນ​ໄຫວ​ເມືອງ​ເວີ້​ນຊວນ​ແຂວງ​ເຊ​ສວນ. ລົດຍົນ, ລົດ​ໄຟ​ແລະ​ກ່ຳ​ປັ່ນ​​ເປີດ​ສຽງ​​ໂຫວດ3​ນາທີ, ສັນຍາ​ນ​ເຕືອນໄພທາງ​ອາກາດ​ກໍ​ດັງ​ຂຶ້ນ​ຢູ່​ໃນ​ຕົວ​ເມືອງ​ຕ່າງໆ. ຜູ້ນຳ​ຈີນ ​ເຊັ່ນ​ທ່ານ​ຫູ​ຈີນ​ທາວ, ທ່ານ​ອູ​ປາງ​ກົວ, ທ່ານ​ເວີ່ນ​ເຈຍ​ປາວ​ແລະ​ທ່ານ​ອື່ນໆ​ພ້ອມ​ກັບ​ປະຊາຊົນ​ທົ່ວ​ປະ​ເທດ​ຈີນ​ຢືນ​ສະຫງົບ​ນິ້ງກົ້ມ​ຫົວ​ໄວ້ອາ​ໄລ​ເຖິງ​ຜູ້​ເສຍ​ຊີວິດ​.

​​ແຜ່ນດິນ​ໄຫວ​ທີ່​ເກີ​ດຂຶ້ນຢູ່​​ເມືອງ​ເວີ້​ນຊວນແຂວງ​ເຊ​ສວນ​ໃນວັນ​ທີ12​ພຶດສະພາ​ນີ້​ໄດ້​ເຮັດ​ໃຫ້​ແຂວງ​​ເຊ​ສວນ, ​ແຂວງ​ກັ່ນ​ຊູ້​ແລະ​ແຂວງ​ສານ​ສີ່​​ແລະ​ບ່ອນ​ອື່ນໆ​ມີ3​ໝື່ນ2ພັນ​ກວ່າ​ຄົນ​ເສຍ​ຊີວິດ, 2​ແສນ2​ໝື່ນ​ກວ່າ​ຄົນ​ບາດ​ເຈັບ. ​ເພື່ອ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ອັນ​ເລິກ​ເຊິ່ງຂອງ​ປະຊາຊົນ​ຈີນ​ທົ່ວ​ປະ​ເທດ​ຕໍ່​ຜູ້​ເສຍ​ຊີວິດ​ໃນ​ແຜ່ນດິນ​ໄຫວ, ລັດຖະບານ​ຈີນ​ຕົກລົງ​ຈັດຕັ້ງ​ວັນ​ທີ19​ຫາ​ວັນ​ທີ21​ເປັນ​ວັນ​ໄວ້​ອາ​ໄລ​ແຫ່ງ​ຊາດ. ​ໃນ3​ວັນ​ນີ້, ທົ່ວ​ປະ​ເທດ​ແລະ​ສຳນັກງານທີ່​ປະຈຳ​ຢູ່​ຕ່າງປະ​ເທດ​ຊັກ​ທຸງຊາດ​ລົງ​ເຄິ່ງ​ເສົາ​ເພື່ອ​ສະ​ແດງ​ຄວາມ​​ໄວ້ອາ​ໄລ, ຢຸດ​ເຊົາ​ການ​ເລີ້ນ​ເລິງ​ບັນ​ເທິງທຸກ​ປະການ, ກະຊວງ​ການ​ຕ່າງປະ​ເທດ​ຈີນ​ແລະ​ສະຖານທູດ​ຈີນ​ປະຈຳ​ຕ່າງປະ​ເທດ​ຈັດ​ໃຫ້​ມີ​ການ​ລົງ​ນາມ​ໃນປຶ້ມໄວ້ອາ​ໄລ.

14​ໂມງ28​ນາທີ​ຂອງ​ມື້​ນີ້, ນັກ​ຂ່າວ​ວິທະຍຸCRIທີ່​ພວມ​ໄປ​ເອົາ​ຂ່າວ​ຢູ່​ເມືອງ​ມຽນຢາ​ງ​ແຂວງ​ເຊ​ສວນ​ໄດ້​ພ້ອມ​ກັບ​ປະຊາຊົນ​ເຂດ​ປະສົບ​ໄພ​ຢືນ​ສະຫງົບ​ນິ້ງ​ໄວ້ອາ​ໄລ​ເຖິງ​ຜູ້​ເສຍ​ຊີວິດ​ໃນ​ແຜ່ນດິນ​ໄຫວ3​ນາທີ. ພາຍຫຼັງ​ມາ, ນັກ​ຂ່າວ​ໄດ້​ສົ່ງ​ຂ່າວ​ຈາກ​ທ້ອງ​ຖິ່ນ​ນັ້ນ.

ພວກ​ເຮົາ​ໄດ້​ໄປ​ເຖິງ​ສະໜາມ​ກິລາ​ໃນ​ຮົ່ມ​ຈິ​ວ​ໂຈ​ວ່​ເມືອງ​ມຽນຢາ​ງທີ່​​ເປັນ​ບ່ອນ​ພັກ​ຊົ່ວຄາວ​ຂອງປະຊາຊົນ​ຜູ້​ປະສົບ​ໄພ​ຫຼາຍ​ພັນ​ຄົນ, ​ໃນ​​ເວລາ14​ໂມງ28​ນາທີ, ຢູ່​ແຫ່ງ​ນັ້ນ, ​​ເທິງ​ທ້ອງຟ້າ​ມີ​ສັນຍານ​​ເຕືອນ​ໄພທາງ​ອາກາດ​ດັງ​ຂຶ້ນ, ປະຊາຊົນ​ຜູ້​ປະສົບ​ໄພ​ທຸກ​ຖ້ວນ​ໜ້າ​ອ່ວຍ​ໜ້າ​ໄປ​ສູ່​ທິດ​ເມືອງ​ເປ​ຊ່ວນ ​ເຊິ່ງ​ເປັນ​ບ້ານ​​ເມືອງ​ຂອງ​ເຂົາ​ເຈົ້າ, ຢືນ​ສະຫງົບກົ້ມ​ຫົວ​ໄວ້ອາ​ໄລ. ພວກ​ເຮົາ​ເຫັນ​ປະຊາຊົນ​ຜູ້​ປະສົບ​ໄພ​ມີຈິດ​ໃຈຫົດ​ຫູ່, ນ້ຳຕາ​ເຕັມ​ເບົ້າ, ພວກ​ເພິ່ນ​ອ່ວຍ​ໜ້າ​ໄປ​ທິດ​ຂອງ​ບ້ານ​ເມືອງ, ອົດ​ກັ້ນຄວາມ​ເສົ້າ​ສະຫຼົດ​ໃຈ, ​ແຕ່​ພວກ​ເຮົາ​ຍັງ​ໄດ້​ຍິນ​ສຽງ​ໄຫ້​​ຄ່ອຍ​ໆ​ໃນ​ຝູງ​ຊົນ. ກ່ອນ​ຢືນ​ສະຫງົບ​ໄວ້ອາ​ໄລ, ພວກ​ເຮົາ​ໄດ້ສຳພາດ​ປະຊາຊົນ​ຜູ້​ປະສົບ​ໄພ​ຫຼາຍ​ຄົນ, ພວກ​ເພິ່ນ​ເວົ້າ​ວ່າ, ພວກ​ເພິ່ນ​ຈະຈື່​ຈຳໄພພິບັດ​​ເທື່ອ​ນີ້ຕະຫຼອດ​ໄປ, ຈະ​ດຳລົງ​ຊີວິດ​ຕໍ່​ໄປ, ສ້າງ​ບ້ານ​ແປງ​ເມືອ​ງຄືນ​ໃໝ່, ມີ​ແຕ່​ເຮັດ​ແນວ​ນີ້, ຈິ່ງ​ຈະ​ສາມາດ​ສະ​ແດງຄວາມ​ໄວ້ອາ​ໄລ​ຕໍ່​ຜູ້​ທີ່​ໄດ້​ລວງ​ລັບ​ໄປ​ແລ້ວ​ໃນ​​ແຜ່ນດິນ​ໄຫວ​ເທື່ອ​ນີ້.

ຕອນ​ເຊົ້າ​ມື້​ນີ້, ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຈີນ​ຍັງ​ໄດ້​ຈັດ​ພິທີຊັກ​ທຸງຊາດ​ລົງ​ເຄິ່ງ​ເສົາ​ເພື່ອ​ສະ​ແດງ​ຄວາມ​ໄວ້ອາ​ໄລ​ຕໍ່​ປະຊາຊົນ​ຜູ້​ເສຍ​ຊີວິດ​ໃນ​ແຜ່ນດິນ​ໄຫວ​ອັນ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ເວີ້ນຊວນ​ແຂວງ​ເຊ​ສວນ.

ໃນ​ເວລາ4​ໂມງ58ນາທີ​ວັນ​ທີ19ພຶດສະພາ​ນີ້,ຢູ່​ສະໜາມ​ຫຼວງ​ທ່ຽນ​ອ່ານ​ເມີ​ນປັກ​ກິ່ງ​.ຄຽງຄູ່​ກັບ​ສຽງ​ເພງ​ຊາດ​ທີ່​ເຄັ່ງ​ຂືມດັງ​ຂຶ້ນ,ທຸງ​ແດງ5ດາວ​ທີ່​ເປັນຕົວ​ແທນ​ກຽດ​ສັກສິດ​ແຫ່ງ​ຊາດ​ຄ່ອຍໆຊັກ​ສູງຂຶ້ນ,ພາຍຫຼັງຊັກ​ຮອດ​ຍອດເສົາ​ເປັນ​​​ເວລາ​ສັ້ນ​ແລ້ວ ທຸງຊາດ​ກໍ່​ຄ່ອຍໆລົງ​ເຄິ່ງ​ເສົາ.ນີ້​ແມ່ນທົ່ວ​ປະ​ເທດ​ຈີນ​ຊັກ​ທຸງຊາດ​ລົງ​ເຄິ່ງ​ເສົາ​ໄວ້ອາ​ໄລ​ເຖິງ​ຜູ່​ເສຍ​ຊີວິດ​ໃນ​ແຜ່​ນດິນ​ໄຫວ​ເວີ້​ນ​ຊ່ວນ​ແຂວງ​ເສ​ສວນ.

ສະໜາມ​ຫຼວງ​ທ່ຽນ​ອ່ານ​ເມີນ​ໃນ​ຕອນ​ຂ້ອນ​ແຈ້ງ​ສະຫງົບ​ຫຼາຍ,ປະຊາຊົນທຳ​ມະ​ດາ​ຫຼາຍ​ພັນ​ຄົນມາຢືນ​ຢູ່ສະໜາມ​ຫຼວງ,​ເນັງສາຍຕາ​ໃສ່​ທຸງຊາດ.ຫຼັງ​ຈາກ​ພິທີສິ້ນ​ສຸດ​ລົງ​ແລ້ວ,ນັກ​ຂ່າວ​ໄດ້​ສຳພາດ​ພໍ່​ແລະ​ລູກ​ສາວ​ຄົນ​ປັກ​ກິ່ງ.ພໍ່​ຊື່ວ່າ​ທຽນ​ກວາງ​ຫຸ່ຍ,ລູກ​ສາວ​ຊື່​ທຽນ​ຊ່າງ​ຊ່ານ.

ລູກ​ສາວ​: ​ໃນ​ຜູ່​ເສຍ​ຊີວິດ​ມີ​ເດັກນ້ອຍ​ແມ່ນລຸ້ນດຽວ​ກັນ​ກັບ​ຂ້ອຍ,ມີຫຼາຍຄົນ​ຖືກ​ຝັງ​ຢູ່​​ໃຕ້ຊາກ​ຕຶກ​ອາຄານ​ແລ້ວ.

ພໍ່:ຂ້ອຍ​ຮູ້ສຶກ​​ເສົ້າສະຫຼົດ​ໃຈ​ຫຼາຍ,​ແຕ່​​ຂ້າພະ​ເຈົ້າຮູ້ສຶກ​ວ່າ​ຢູ່​ຕໍ່ໜ້າ​ໄພພິບັດ,ປະ​ເທດພວກ​ຂ້າພະ​ເຈົ້າ​ໄດ້​ມີ​ຄວາມ​ສາມັກຄີ​ແລະ​ຄວາມ​ເປັນ​ເອກະ​ພາບ​ຫຼາຍ​ກວ່າ​ເກົ່າ.

ນອກຈາກ​ປະຊາຊົນ​​ປັກ​ກິ່ງ​ແລ້ວ, ຍັງ​ມີຄົນ​ຕ່າງ​ແຂວງຫຼາຍ​ຄົນ​ທີ່​ມາ​ຮ່ຳຮຽນ​ແລະ​ເຮັດ​ວຽກ​ຢູ່​ປັກ​ກິ່ງກໍ​ໄດ້​ມາ​ສະໜາມ​ຫຼວງ​ທ່ຽນ​ອ່ານ​ເໝີງ​ເພື່ອເຂົ້າ​ຮ່ວມ​ພິທີ​ຊັກ​ທຸງຊາດ​ໃນ​ມື້​ນີ້. ນາງ​ໂຫຼ​ເວີງ​ສິນ​ແມ່ນ​ຄົນ​ເຊີນ​ເຈີ້ນ, ມາ​ເຮັດ​ວຽກ​ຢູ່​ປັກ​ກິ່ງ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ເທົ່າ​ໃດ​ມື້. ​4 ​ໂມງ​ເຊົ້າ​ນາງ​ກໍ​ໄດ້​ຊຸກ​ຈາກ​ນອນ​ແລະ​ມາສະ​ໜາມ​ຫຼວງ​ທ່ຽນອ່ານ​ເໝີ​ງ. ນາງ​ກ່າ​ວວ່າ, ​ເຊື່ອ​ວ່າ​ໃ​ຕ້ການ​ຊ່ອຍ​ເຫຼືອ​ຂອງ​ປະຊາຊົນ​ທົ່ວ​ປະ​ເທດ, ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​ສາມາດ​ສ້າງ​​ບ້ານ​ແປງ​ເມືອງ​ຄືນ​ໃໝ່​ຢ່າງ​ແນ່ນອນ.

"​ເລື່ອງ​ໄດ້​ເກີດ​ຂຶ້ນ​ແລ້ວ​ແລະ​ປ່ຽນ​ແປງ​ບໍ່​ໄດ້. ​ປະ​ເທດ​ພວກຂ້າພະ​ເຈົ້າມີ​ຫຼາຍຫຼາຍ​ຄົນ​ສະໜັບສະໜູນ​​​ຊ່ອຍ​ເຫຼືອພວກ​ເຂົາ​ເຈົ້າ. ປະຊາຊົນ​ແຂວງ​ເສ​ສວນ​ມີ​ຈິດ​ໃຈ​ຈະພະຍາຍາມ​ສ້າງ​​ບ້ານ​​ແປງ​ເຮືອນຄືນ​ໃໝ່ດ້ວຍ​ຄວາມ​ເດັດດ່ຽວ​ໜຽວ​ແໜ້ນ."

ທ່ານ​ຕຸ້ນ​ຊື້​ຊິນ​ແມ່ນ​ລັດຖະກອນ​ຜູ້​ໜຶ່ງ, ພາຍຫຼັງ​ພິທີ​ຊັກ​ທຸງຊາດ​ສິ້ນ​ສຸດ​ແລ້ວ, ທ່ານ​ບໍ່​ໄດ້​ໜີໄປ​​ໃນ​ທັນທີ, ພັດ​ແມ່ນ​ຢືນ​ສະຫງົບ​ໜຶ່ງຢູ່​ບ່ອນ​​ເກົ່າ​ຫຼາຍ​ນາທີ. ທ່ານ​ກ່າວ​ວ່າ, ​ໄພ​ທຳ​ມະ​ຊາດ​ເທື່ອ​ນີ້​ແມ່ນ​ເລື່ອງ​ເຄາະ​ຮ້າຍ​ຢ່າງ​ໜັກໜ່ວງ. ຈີນ​ຕັ້ງ​ວັນ​ໄວ້ອາ​ໄລ​​ແຫ່ງ​ຊາດ​ແລະ​ຊັກ​ທຸງຊາດ​ລົງ​ເຄິ່ງ​ເສົາ​ເພື່ອ​ສະ​ແດງ​ເຖິງ​ຄວາມ​ສະຫຼົດ​ໃຈ, ນີ້ບໍ່​ພຽງ​ແຕ່​ສະໜອງ​ວິທີ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ໃຫ້​ປະຊາຊົນ​ເທົ່າ​ນັ້ນ, ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ນັບຖື​ແລະ​ເອົາ​ໃຈ​ໃສ່​ຂອງ​ລັດ​ຖະບານ​ຕໍ່​ຊີວິດ.

"ສຳ​ລັບ​ປະຊາຊົນ​ທົ່ວ​ປະ​ເທດ​ແລ້ວ​ແມ່ນ​​ໃຫ້ການ​ສຶກສາ​ເທື່ອ​ໜຶ່ງ​ທີ່​ດີ​ຫຼາຍ. ລັດຖະບານ​ຕັ້ງ​ວັນ​ໄວ້ອາ​ໄລໄດ້​ສະ​ແດງ​​ເຖິງກຳລັງ​ຂອງ​ປະຊາຊົນ, ກໍ​ໄດ້​ສະ​ແດງ​​ເຖິງແສງ​ສະຫວ່າງ​ຂອງ​ມະນຸດ​ສະຍະ​ພາບ."

ທ້າວຊາຍ​ໂຈ ​ເປີ​ຊີ ນັກ​ສຶກສາ​ອາ​ເມ​ລິ​ກາ​ທີ່​ຮຽນ​ຢູ່​ຈີນ​ກໍ​ໄດ້​ເຂົ້າ​ຮ່ວມ​ພິທີ​ຊັກ​ທຸງ​ຊາດທີ່​ຈັດ​ຂຶ້ນ​ຢູ່​ສະໜາມ​ຫຼວງ​ທ່ຽນ​ອ່ານ​ເມີງ​ໃນ​ມື້​ນີ້. ລາວ​ກ່າວ​ວ່າ:

"ຂ້ອຍ​ຮູ້ສຶກ​ເຈັບ​ແສບ​ຫຼາຍ, ຫຼາຍ​ຄົນ​ໄດ້​ເສຍ​ຊີວິດໄປ​ແລ້ວ. ພວກ​ເຮົາ​ບໍ່​ສາມາດ​ສະກັດ​ກັ້ນ​ການເກີດ​​ໄພ​ແຜ່ນດິນ​ໄຫວ. ລັດຖະບານ​ຈີນ​​ເຮັດ​ໄດ້​ດີ​​ຫຼາຍແລ້ວ, ​ໄດ້​ອອກ​ແຮງ​ສຸດ​ຂີດ​ແລ້ວ, ​ໄດ້​ເຮັດທຸກ​ສິ່ງ​ທີ່​ສາມາດ​​ເຮັດ​ໄດ້, ດີ​ຫຼາຍ.

ຕອນ​ເຊົ້າ​ວັນ​ທີ 19 ພຶດສະພາ​ນີ້,ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ແລະ​ສະຖານທູດ​ຈີນ​ປະຈຳຕ່າງປະ​ເທດ​ກໍ່​ໄດ້​ຊັກ​ທຸງຊາດ​ລົງ​ເຄິ່ງ​ເສົາ​ເພື່ອ​ສະ​ແດງ​ຄວາມ​ໄວ້ອາ​ໄລ,​ແລະ​ຈັດ​ໃຫ້​ມີການ​ລົງ​ນາມ​ໃນ​ປື້​ມ​ໄວ້ອາ​ໄລ.ນາງ​ນີຣູພາ​ມາ ຣາວ ​ເອກ​ອັກຄະ​ລັດຖະທູດ​ອິນ​ເດຍ​ປະ​ຈຳ​ຈີນ​ທີ່​ມາ​ໄວ້ອາ​ໄລ​ກ່າວ​ວ່າ:

"ຂ້າພະ​ເຈົ້າ​ຮູ້ສຶກ​ເສົ້າ​ສະຫຼົດ​ໃຈ​ຫຼາຍ.​ອິນ​ເດຍກັບ​ຈີນ​ເປັນ​ປະ​ເທດ​ບ້ານ​ໃກ້​​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ,​ໃນ​ຂະນະ​ນີ້,ພວກ​ຂ້າພະ​ເຈົ້າ​ຍິນ​ດີ​ຢູ່​ຮ່ວມ​ກັນ​ກັບ​ປະຊາ​ຊົນ​ຈີນ​ຢ່າງ​ແໜ້ນ​ແຟ້ນ.ພວກ​ຂ້າພະ​ເຈົ້າ​ຮູ້​ວ່າ​,ດຽວ​ນີ້,ຈີນ​ພວມ​ປະສົບ​ກັບ​ເລື່ອງ​ຫຍັງ,​ເພາະວ່າ,ພວກ​ຂ້າພະ​ເຈົ້າ​ກໍ່​ເຄີຍ​ປະສົບ​​ໄພ​ທຳ​ມະ​ຊາດ​ແບບ​ນີ້.ອິນ​ເດຍ​ໄດ້​ເລີ່​ມຊ່ວຍ​ເຫຼືອຈີນ,ຂ້າພະ​ເຈົ້າ​ຫາ​ກໍ່​ກັບ​ມາ​ຈາກ​ນະຄອນ​ເຊິ​ງຕູ່​ໃນ​ມື້ວານ​ນີ້.ພວກ​ຂ້າພະ​ເຈົ້າ​ບໍ່​​ເຄີຍ​ສົງ​ໄສ​ວ່າ,ຈີນ​ສາມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ,ຈີນ​ແມ່ນ​ປະ​ເທດ​ທີ່​​ເຂັ້ມ​ແຂງ."

ເອກ​ອັກຄະ​ລັດຖະ​ທູດ​ອາ​ເມ​ລິ​ກາ ຣັດ​ເຊຍ ​ແອັສປາຍ​ແລະ​ກາ​ນາ​ດາ​ປະຈຳ​ຈີນ​ທີ່​ມາ​ໄວ້ອາ​ໄລ​ລ້ວນ​ແຕ່​ກ່າວ​ວ່າ,ຂໍ​ແຕ່​ລັດ​ຖະ​ບານ​ຈີນ​ຕ້ອງ​ການ,ສີ່​ປະ​ເທດ​ຈະ​ເພີ່ມ​ຄວາມ​ຊ່ວຍ​ເຫຼືອ​ໂລກ.​ເອກ​ອັດ​ຄະ​ລັດ​ຖະທູດ​ອາ​ຟຼິກາ​ໃຕ້​ແລະ​ສ.​ເກົາຫຼີ​ກໍ່​ກ່າວວ່າ,​ເຖິງ​ວ່າ​ປະຊາຊົນ​ຈີນ​ໄດ້​ປະສົບ​ໄພ​ແຜ່ນດິນ​ໄຫວ​ທີ່​ຮ້າຍ​ແຮງ​ປານ​ນີ້,​ແຕ່​ເຊື່ອ​ວ່າ,ງານ​ກິລາ​ໂອ​ລິ​ມປິກປັກ​ກິ່ງ​ຍັງ​ຈະ​ຈັດ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ.

ວັນ​ໄວ້ອາ​​ໄລ​ທົ່ວ​ປະ​ເທດ​ແຕ່​ວັນ​ທີ 19 ຫາ​ວັນ​ທີ 21 ພຶດສະພາ​ນີ້,ລວມ 3 ວັນ.​ໃນ​ໄລຍະ​ນີ້,ການ​​ເຄື່ອນ​ໄຫວ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ພາຍ​ໃນ​ປະ​ເທດ​ຈີນ​ກໍ່​ຈະ​ຢຸດຕິ​ຊົ່ວຄາວ.