ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-19 20:52:55    
ກະຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ, ການສະໜອງ​ຂອງ​ຕະຫຼາດ​ຢູ່​ເຂດ​ປະສົບ​ໄພ​​ແຂວງເຊສວນ​ມີ​ຄວາມ​ຮັບປະກັນ

cri

ຕາມ​ຂ່າວCRI: ຫວ່າງ​ມໍ່ໆ​ນີ້ຢູ່​ທີ່​ເຊ​ສວນ, ທ່ານ​ເສີນ​ເຕີ​ມິ​ງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄ້າ​ຈີນ​ກ່າ​ວວ່າ, ປັດຈຸບັນ, ການ​ສະໜອງຂອງ​ຕະຫຼາດ​​ຈີນ​ພຽງພໍ, ມີ​ວັດຖຸ​ສົມບູນ, ​ແຫ່ງ​ຕ່າງໆ​ລ້ວນ​ແຕ່​ໄດ້ຕັ້ງໜ້າ​ສະໜັບສະໜູນ​ວຽກ​ງານ​ຕ້ານ​ແຜ່ນດິນ​ໄຫວ​ແລະ​ກູ້​ໄພ​​ຂອງ​ແຂວງ​ເຊ​ສວນ, ການສະໜອງ​ຂອງ​ຕະຫຼາດ​ຢູ່​ເຂດ​ປະ​ສົບ​ໄພ​ມີ​ຄວາມ​ຮັບປະກັນ​ຢ່າງ​ໄວ້ວາງ​ໃຈ​ໄດ້.

ທ່ານ​ເສີນ​ເຕີ​ມິ​ງ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ພາຍ​ຫຼັງສຳຫຼວດສະພາບ​ການ​ສະໜອງ​ຕະຫຼາດ​ຂອງ​ເຂດ​ປະສົບ​ໄພ​ຢູ່​ນະຄອນ​ເສີງ​ຕູ່ ​ເມືອງ​ໝຽນຢາງ​ແຂວງ​ເຊ​ສວນ​ເປັນ​ຕົ້ນ.

ທ່ານ​ເສີນ​ເຕີ​ມິ​ງກ່າ​ວວ່າ, ຢູ່​ຈຸດຈັດ​ວາງ​ປະຊາຊົນ​ປະສົບ​ໄພ, ພະນັກງານ​ທີ່​ກ່ຽວຂ້ອງ​ຈະ​​ເປີດ​ຮ້ານ​ຄ້າຂາຍ​ເຄື່ອງ​ກະທັດ​ຮັດ​ເພື່ອ​ຮັບ​ໃຊ້​ປະຊາຊົນ. ທ່ານ​ກ່າວ​ວ່າ, ຄຽງ​ຄູ່​ກັບ​ຜູ້​ປະສົບ​ໄພ​ໄດ້​ຮັບ​ການຈັດ​ວາງ​ເປັນ​ລຳດັບ, ​ບົນ​ພື້ນ​ຖານ​ທີ່​ສະໜອງ​ອາຫານ​ສະ​ດວກ​ນັ້ນ, ວິ​ສາ​ຫະກິດ​ການ​ຄ້າ​ຈີນ​ຈະສືບ​ຕໍ່​ຈັດ​ຕັ້ງ​ການ​ສະໜອງ​ອາຫານ​​ເຊັ່ນ​ເຂົ້າສານ ນ້ຳມັນ​ກິນ ຊີ້ນ​ ​ໄຂ່​ແລະ​ຜັກ​ເປັນ​ຕົ້ນແລະ​ເຄື່ອງ​​ໃຊ້​ປະຈຳ​ວັນ​ປະ​ເພດ​ຕ່າງໆ​​ແລະ​ວັດຖຸ​ສ້າງ​ບ້ານ​ແປງ​ເຮືອນຄືນ​ໃໝ່​ຫຼັງ​ໄພ​ພິບັດ.