ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-20 16:18:30    
ອົງການ​ຈັດ​ຕັ້ງ​ສາກົນ​ແລະ​ທູຕາ​ນຸທູດ​ປະ​ເທດ​ຕ່າງໆ​ປະຈຳ​ເຊີ​ແນວ​ໄວ້ອາ​ໄລ​ຜູ້​ເສຍ​ຊີວິດ​ໃນ​ແຜ່ນດິນ​ໄຫວ

cri

ວັນ​ທີ19ພຶດ​ສະພາ​ນີ້​ແມ່ນ​ວັນ​ທຳ​ອິດ​ໃນ3ວັນ​ໄວ້ອາ​ໄລທີ່​ລັດຖະ​ບານ​ຈີນ​ປະກາດ​ເພື່ອ​ໄວ້ອາ​ໄລ​ຜູ້​ເສຍ​ຊີວິດ​ໃນ​ແຜ່ນ​ດິນ​ໄຫວ​ເມືອງ​ເວິ້ນ​ຊ່ວນ​ແຂວງ​ເສ​ສວນ. ມື້​ດຽວ​ກັນ, ຜູ້ຮັບ​ຜິດຊອບ​ຂອງ​ອົງ​ການ​ຈັດ​ຕັ້ງ​ສາກົນ​ຕ່າງໆ​ແລະ​ທູຕາ​ນຸທູດ​ປະ​ເທດ​ຕ່າງໆ​ປະຈຳ​ເຊີ​ແນວ​ພາກັນ​ໄປ​ຢາມ​ຄະນະ​ຜູ້​ແທນ​ຈີນ​ປະຈຳ​ເຊີ​ແນວ, ​ເພື່ອໄວ້ອາ​ໄລ​ຜູ້​ເສຍ​ຊີວິດ​ໃນ​ແຜ່ນດິນ​ໄຫວ.

ຕອນ​ບ່າຍ​ວັນ​ທີ19ພຶດ​ສະພາ​ນີ້, ທ່ານ​ເຊີ​ເກ ​ອົດ​ໂຊ​ນີກິດ​ເຈ ຮອງ​ເລຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ທັງ​ເປັນ​ຫົວໜ້າ​ສຳນັກ​ງານ​ສະຫະ​ປະຊາ​ຊາດ​ປະຈຳ​ເຊີ​ແນວ​ໄດ້​ໄປ​ຮອດ​ຫ້ອງ​ໄວ້ອາ​ໄລ​ຢູ່​ສຳ​ນັກງານ​ຄະນະ​ຜູ້​ແທນ​ຈີນ. ທ່ານ​ໄດ້​​ໃຊ້​ເວລາ10ກວ່າ​ນາທີຂຽນ​ຄຳ​ໄວ້ອາ​ໄລ​ຍາວໆ​ຢູ່​ເທິງ​ປຶ້ມ​ໄວ້ອາ​ໄລ​ຢ່າງເຄັ່ງຂຶມ​, ​ແລ້ວ​​ໄດ້ລົມ​ກັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຫຼີປາວ​ຕົ່ງ ​ຫົວໜ້າ​ຄະນະ​ຜູ້​ແທນ​ຈີນ​ປະຈຳ​ເຊີ​ແນວ​ເພື່ອ​ສະ​ແດງ​ຄວາມ​ໄວ້ອາ​ໄລ​ແລະ​ຄວາມ​ເຫັນ​ໃຈ. ທ່ານ​ເວົ້າ​ວ່າ, ແຜ່ນ​ດິນ​ໄຫວ​ທີ່​ເກີດຂຶ້ນ​ຢູ່​ຈີນ​ເທື່ອ​ນີ້​ແມ່ນ​ໂສກ​ນາດຕະ​ກຳ​ອັນ​ຮ້າຍ​ແຮງ, ພາ​ໃຫ້​ເກີດ​ຄວາມ​ເສຍ​ຫາຍອັນ​ໃຫຍ່​ຫຼວງ, ຫຼາຍ​ຄົນ​ໄດ້​ເສຍ​ຊີວິດ, ຫຼາຍ​ຄົນ​ໄດ້​ເສຍ​ຊັບ​ສິນ. ຂ້າພະ​ເຈົ້າ​ຫວັງ​ວ່າ​ປະຊາຊົນ​ຈີນຈົ່ງ​ພົ້ນ​ອອກ​ຈາກ​ໄພພິບັດ​ເທື່ອ​ນີ້​ໂດຍ​ໄວ, ​ເອົາ​ຊະຍະ​ໄພພິ​ບັດຄື​ທີ່​ໄດ້​ເຮັດ​ຜ່ານ​ມາ.

ສູນ​ກາງ​ພາກ​ໃຕ້​ແມ່ນ​ອົງການ​ຈັດ​ຕັ້ງ​ລະ​ຫວ່າງ​ລັດຖະບານ​ທີ່​ປະກອບ​ດ້ວຍ30​ກວ່າ​ປະ​ເທດ​ທີ່​ພວມ​ພັດທະນາ. ​ໃນ​ຂະນະ​ທີ່​ສະ​ແດງ​ຄວາມ​ເຫັນ​ໃຈ​ແລະ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຕໍ່​ປະຊາຊົນ​ຜູ້​ປະສົບ​ໄພ​ແລ້ວ, ທ່ານຢັສະ​ທານ​ທົນ ຫົວໜ້າ​ຜູ້​ບໍລິຫານ​ຂອງ​ສູນກາງ​ໄດ້​ສະຫຼຸບ​ຄວາມ​ຮູ້ສຶກ​ຂອງ​ຕົນ​ດ້ວຍ​ປະ​ທັບ​ໃຈ​ເລິກ​ເຊິ່ງ​ໃນ3​ດ້ານ.

ຂ້າພະ​ເຈົ້າ​ຮູ້ສຶກສະ​ເທືອ​ນ​ໃຈ​ຫຼາຍ. ພາຍຫຼັງ​ເກີດ​ໄພ​ແລ້ວ, ຈີນ​ໄດ້​ລະດົມ​ກຳລັງວັງຊາ​ທັງ​ໝົດ​ມາ​ກູ້​ໄພ, ຈົນ​ກວ່າ​ໃຊ້​ວິທີ​ໂດດ​ຈ້ອງ​ມາ​ກູ້​ໄພ, ​​ເຮັດ​ໃຫ້​ຂ້າພະ​ເຈົ້າ​ປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ; ພາຍຫຼັງ​ເກີ​ດ​ໄພ​ແລ້ວ, ຜູ້ນຳ​ແລະ​ປະຊາຊົນ​ຈີນ​ໄດ້​ສະ​ແດງ​ຄວາມ​ໝັ້ນ​ໃຈ​ຕໍ່​ຕົນ​ເອງ, ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ປະ​ທັບ​ໃຈ​ຢ່າງເລິກ​ເຊິ່ງ; ພາຍຫຼັງ​ເກີດ​ໄພ​ແລ້ວ, ຊາວ​ຈີນ​ຕ່າງ​ດ້າວ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ, ​ໃຫ້ຄວາມ​ຊ່ວຍ​ເຫຼືອ​ພ້ອມ​ກັນ​ກູ້​ໄພ, ອັນ​ນີ້​ກໍ​ເຣັດ​ໃຫ້​ຂ້າພະ​ເຈົ້າປະ​ທັບ​ໃຈ​ຢ່າງ​ເລິກ​ເຊິ່ງ.

ນັກ​ຂ່າວ​ໄດ້​ຢູ່​ໃນ​ຫ້ອງ​​ໄວ້ອາ​ໄລ​ເປັນ​ເວລາ1​ຊົ່ວ​ໂມງ​ປາຍ, ມີ​ເອກ​ອັກຄະ​ລັດຖະທູດ​ຂອງ10​ກວ່າ​ຄະນະ​ຜູ້​ແທນ​ທີ່​ປະຈຳ​ຢູ່​ເຊີ​ແນວ​ເຊັ່ນ: ​ໂຊ​ມາລີ, ຊິ​ມບັບ​ເວ, ບົສນີ-​ແຮກ​ເຊ​ໂກ​ວິນ, ​ເບຼຊິນ, ກຳ​ປູ​​ເຈຍ, ສວິສ, ຣັດ​ເຊຍ​ແລະ​ຍີ່ປຸ່ນ​​ເປັນ​ຕົ້ນ​ໄດ້​ໄປສະ​ແດງຄວາມ​ໄວ້ອາ​ໄລ.

ພາຍຫລັງຈີນ​ເກີດ​ແຜ່ນດິນ​ໄຫວ​ແລ້ວ,ຣັດ​ເຊຍ​ບໍ່​ພຽງ​ແຕ່​ໄດ້​ສົ່ງ​​ເຄື່ອງ ຊ່ວຍ​ເຫລືອ​ຢ່າງ​ຫລວງຫລາຍ​ໃຫ້​ຈີນ​ທໍ່​ນັ້ນ, ຍັງ​ໄດ້​ສົ່ງ​ຫນ່ວຍ​ກູ້​ໄພ​ໄປ​ເຂດ​ປະສົບ​ໄພ​ໂດຍ​ກົງ,​​ແລະເຂົ້າຮ່ວມ​ວຽກ​ງານ​ຊອກ​ຫາ​ຢູ່​ຜູ່​ລອດຊີວິດ.​ໃນ​ເວລາ​ກ່າວ​ເຖິງ​ເລື່ອງ​ນີ້, ທ່ານ​ວາ​ເລຣີ ​ໂລ​ຊີ​ນີນ ​ເອກ​ອັກຄະ​ລັດຖະທູດຣັດ​ເຊຍ​ປະຈຳ​ຈີນ​ກ່າວ​ວ່າ:

ພວກ​ເຮົາ​ແມ່ນ​ເພື່ອນ​ທີ່​ດີ, ການພົວພັນ​ມິດຕະພາບ​ແບບ​ນີ້​ຍັງ​ຈະ​ສືບ​ຕໍ່​ກັນໄປ.

ຍີ່​ປຸ່ນ​ແມ່ນ​ປະ​ເທດ​ໃກ້​ຄຽງ​ຂອງ​ຈີນ,​ແລະ​ກໍ່​ແມ່ນ​ປະ​ເທດ​ຫນຶ່ງ​ທີ່​ເກີດ​ແຜ່ນດິນ​ໄຫວ​ເລື້ອຍໆ.ປະຊາຊົນ​ຍີ່​ປຸ່ນ​ມີ​ຄວາມ​ຮູ້ສຶກ​ເຊ່ນ​ດຽວ​ກັນ​ກັບ​ຈີນ​ທີ່​ເກີດ​ແຜ່ນດິນ​ໄຫວ​ເທື່ອ​ນີ້​,​ແລະ​ໄດ້​ໃຫ້ການ​ຊ່ວຍ​ເຫລືອ​ແກ່​ການ​ກູ້​ໄພ​ຂອງ​ຈີນ.ທ່ານ​ອີ​ຊີ​ໂຣ ຟູ​ຈີ​ຊາ​ຄີ ​ເອກ​ອັກຄະ​ລັດຖະທູດ​ຍີ່​ປຸ່ນປະຈຳ​ຈີນ​ໄດ້​ສະ​ແດງ​ຄວາມ​ເຫັນ​ໃຈ​ແລະ​ຢື້​ຢາມ​ຖາມ​ຂ່າວດ້ວຍ​ຄວາມ​ຈິງ​ໃຈຕໍ່​ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​ຂອງ​ຈີນ​.ທ່ານ​ກ່າວ​ວ່າ:

ຂ້າພະ​ເຈົ້າຂໍ​ຕາງຫນ້າ​ລັດຖະບານ​ແລະ​ປະຊາຊົນ​ຍີ່ປຸ່ນ,ສະ​ແດງ​ຄວາມ​ໄວ້ອາ​ໄລ​ແລະ​ຄວາມ​ເຫັນ​ໃຈ​ຢ່າງ​​ເລິກ​ເຊິ່ງຕໍ່​ຜູ່​ເສຍ​ຊີວິດ​ໃນ​ແຜ່ນດິນ​ໄຫວ​ເທື່ອ​ນີ້.

ວັນ​ທີ 19 ພຶດສະພາ​ນີ້ ກອງ​ປະຊຸມ​ອະນາ​ໄມ​ໂລກ​ຄັ້ງທີ 61 ​ໄດ້​ຈັດ​ຂຶ້ນ​ຢູ່​ວັງ​ນາໆ​ຊາດ​ ສຳນັກງານ​ໃຫຍ່​ສະຫະ​ປະຊາ​ຊາດ​ປະຈຳ​ເອີ​ລົບ​ທີ່​ເຊີ​ແນວ.​ໃນ​ພິທີ​ໄຂ​ກອງ​ປະຊຸມ, ທ່ານ​​ແຈັນ ​ໂຮ​ນທົນ ປະທານ​ກອງ​ປະຊຸມ​ໄດ້​ຮຽກຮ້ອງ​ຫມົດ​ທຸກ​ຄົນ​ຢູ່​ທີ່​ປະຊຸມຢືນ​ຂຶ້ນ,​ເພື່ອ​ກົ້ມ​ຫົວ​ລົງ​ໄວ້ອາ​ໄລ​ເຖິງ​ດວງ​ວິນ​ຍານ​ຂອງ​ຜູ່​ເສຍ​ຊີວິດ​ໃນ​ລົມພາຍຸ​ແຖບ​ຮ້ອນ​ທີ່​ເກີດ​ຂຶ້ນ​ຢູ່​ມຽນມາ​ແລະ​ແຜ່ນດິນ​ໄຫວ​ທີ່​ເກີດ​ຢູ່​ຈີນ.