ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-20 17:32:10    
ໜ່ວຍ​ກອບ​ກູ້​ສາ​ກົນ​ຣັດ​ເຊຍ​ຕັ້ງ​ໜ້າ​ດຳ​ເນີນ​ວຽກ​ງານ​ກູ້​ໄພ​ຢູ່​ເຂດ​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ​ເສ​ສວນ

cri
ເມື່ອ​ແຜ່ນດິນ​ໄຫວ​​ເວີ້​ນຊ່ວນ​ແຂວງ​ເສ​ສວນ​ຈີນ​ເກີດ​ຂຶ້ນ​ແລ້ວ,​ຣັດ​ເຊຍ​ບໍ່​ພຽງ​ແຕ່​ໄດ້​ສະ​ໜອງ​ເຄື່ອງ​ຊ່ອຍ​ເຫຼືອ​ໃຫ້​ແກ່ຈີນ​ໃນ​ທັນທີ​ແລ້ວ,​ໜ່ວຍ​ກູ້​ໄພ​ສາກົນ​ຣັດ​ເຊຍ​ທີ່​ມີ​ບົດ​ຮຽນ​ກູ້​ໄພ​ອຸ​ດົມ​ສົມບູນ​ກໍ່​ໄດ້​ຂີ່​ຍົນ​ໄປ​ເຂດ​ເສ​ສວນ​ເພື່ອ​ດຳ​ເນີນ​ວຽກ​ງານ​ກູ້​ໄພ.​ນັບ​ມາ​ຮອດ​ປະຈຸ​ບັນ,​ໜ່ວຍ​ກູ້​ໄພຣັດ​ເຊຍ​ໄດ້​ກອບ​ກູ້​ແມ່ຍິງ​ຈີນ​ທີ່​ອາຍຸ 61 ປີ​ທີ່​ຢູ່​ໃນ​ຊາກ​ອາຄານ 127 ຊົ່ວ​ໂມງ​ຢ່າງ​ສຳ​ເລັດ​ຜົນ. ຕໍ່​ໄປ, ​ເຊີນ​ຟັງ​ບົດ​​ແຈ້ງ​ຂ່າວ​ລະອຽດ:

ຕອນ​ບ່າຍ​ວັນ​ທີ 17 ພຶດສະພາ​ນີ້, ໜ່ວຍ​ກອບກູ້​ສາກົນຣັດ​ເຊຍ​ທີ່​ຫາ​ກໍ່​ຮອດ​ເມືອງ​ຕູ່​ຈ່ຽງ​ອ້ຽນ​ໄດ້​ຮັບ​ຂ່າວ​ຂໍ​ຄວາ​ມຊ່ອຍ​ເຫຼືອ, ຊູ​ຢົງ​ຊິ່ງ ທີ່ອາຍຸ 61 ປີ​ຂອງ​ເມືອງ​ຕູ່​ຈ່ຽງ​ອ້ຽນ​ຖືກ​ຝັງ​ຢູ່​ໃນ​ຊັ້ນ​ລຸ່ມ​ຂອງ​ຕຶກໃນ​ແຜ່ນດິນ​ໄຫວ​ທີ່​ເກີດ​ຂຶ້ນ​ກະທັນຫັນ. ໜ່ວຍ​ກອບ​ກູ້ຣັດ​ເຊຍ​ໄດ້​ຂັບ​ລົດ​ກູ້​ໄພວິຊາ​ສະ​ເພາະ​ສອງ​ຄັນ​ໄປ​ບ່ອນ​ເກີດ​ເຫດ​​ໂດຍ​ໄວ. ​ທ່ານວຼາດີ​ເມຍ​ເລ​ໂກ​ຊິນ ສະມາຊິກ​ໜ່ວຍ​ກູ້​ໄພຣັດ​ເຊຍ​ທີ່​ໄດ້​ເຂົ້າ​ຮ່ວມ​ການ​ກອບ​ກູ້​ນັ້ນຫວນ​ຄືນ​ວ່າ:

"ພວກ​ເຮົາ​ມີ​ແຕ່​ຮູ້​ວ່າ​ຜູ້ຍິງ​ຜູ້​ນີ້ຢູ່​​ໃຕ້​ແປັ້ນ​ປູ​ພື້ນ.​ເມື່ອ​ຮອດແລ້ວ​ພວກ​ເຮົາ​ໄດ້​ໃຊ້​ເຄື່ອງ​ຈັກ​ວິຊາ​ການ​ເພື່ອ​ຊອກ​ຫາບ່ອນ​ຢູ່​ລະອຽດ​ຂອງ​​ເພິ່ນ. ​ແຕ່​ສະພາບ​ການ​ສັບສົນຫຼາຍ, ​ໃນ​ເວລາ​ກອບກູ້​, ພວກ​ເຮົາ​ຍັງ​ຕ້ອງ​ລະວັງ​ທີ່ສຸດ, ​ເພື່ອ​ບໍ່​ໃຫ້​ຕຶກ​ນີ້​ພັງ​ທະລາ​ຍອີກ."

ໜ່ວຍ​ກູ້​ໄພຣັດ​ເຊຍ​ ໄດ້​ຕັດຮູ​ເປັນ​ຮູບ​ສີ່​ຫຼ່ຽມ​ທີ່​ຍາວ​1​ແມັດ​ກວ້າງ​ເຄິ່ງ​ແມັດ​ຢູ່​ເທິງ​ພື້ນ​ເຮືອນ​ຢ່າງ​ວ່ອງ​ໄວ.​ສີ​ຢົງ​ຊິງ​ທີ່​ຖືກ​ຝັງ​ຢູ່​ໃນ​ກອງ​ຊາກ​ອາ​ຄານ​ເປັນ​ເວ​ລາ​127​ຊົ່ວ​ໂມງ​ໄດ້​ລອດ​ຊີ​ວິດ​ຢ່າງ​ໜ້າ​ອັດ​ສະ​ຈັນ.ທ່ານ​ເວີ້​ຍຈົ່ງ ຊາວ​ເມືອງ​ທ້ອງ​ຖິ່ນ​ໄດ້​ເຫັນ​ຂະ​ບວນ​ການ​ກອບ​ກູ້​ດັ່ງ​ກ່າວ​ກັບ​ຕາ,​ແລະ​ຍ້ອງ​ຍໍ​ເຕັກ​ນິກ​ກອບ​ກູ້​ທີ່​ດີ​ຂອງ​ກອງ​ຊ່ວຍ​ກູ້​ໄພ​ຣັດ​ເຊຍ​ວ່າ:

"ກອງ​ຊ່ວຍ​ກູ້​ໄພ​ຣັດ​ເຊຍ​ມາ​ແຫ່ງ​ນີ້​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ທາງ​ຈິດ​ໃຈ​ແກ່​ປະ​ຊາ​ຊົນ​​ເຂດ​ປະສົບ​ໄພ,ສະ​ນັ້ນ,ພວກ​ເຮົາ​ຕ້ອງ​ຂອບ​ໃຈ​ນຳ​ກອງ​ຊ່ວຍ​ກູ້​ໄພ​ສາ​ກົນ​ແທ້."

ກອງ​ຊ່ວຍ​ກູ້​ໄພ​ສາ​ກົນ​ຣັດ​ເຊຍ​ທີ່​ປະ​ກອບ​ກ້ວຍ​51​ຄົນ​ໄດ້​ໄປ​ຮອດ​ນະ​ຄອນ​ເສິງ​ຕູ​ແຂວງ​ເສ​ສວນ​ໃນ​ວັນ​ທີ16​ພຶດ​ສະ​ພາ​ນີ້,​ຫຼັງ​ຈາກ​ນັ້ນ,​ເຂົາ​ເຈົ້າ​ໄດ້​ເດີນ​ທາງ​ໄປ​ກູ້​ໄພ​ຢູ່​ເຂດ​ຮ້ານ​ວ້າງ​ເມືອງ​ມຽນ​ຈູ​ແຂວງ​ເສ​ສວນ​ໃນ​ທັນ​ທີ.​ວັນ​ທີ​17​ພຶດ​ສະ​ພາ​ນີ້,​ເຂົາ​ເຈົ້າ​ໄດ້​ເດີນ​ທາງ​ໄປ​ເມືອງ​ຕູ່​ຈ່ຽງ​ຢ້ຽນ.​ນອກ​ຈາກ​ພະນັກງານ​ກູ້​ໄພ​ທີ່​ມີ​ວິ​ຊາ​ສະ​ເພາະ​ແລ້ວ,​ໃນ​ກອງ​ຊ່ວຍ​ກູ້​ໄພ​ຍັງ​ມີ​ແພດ​ໝໍ​ນາງ​ພະ​ຍາ​ບານ ວິສະວະກອນ​ແລະ​ຈິດຕະ​ແພດ.​ເຂົາ​ເຈົ້າ​ເຄີຍ​ໄປ​ ບ່ອນ​ທີ່​ມັກ​ເກີດ​ແຜ່ນ​ດິນ​ໄຫວ​ຮ້າຍ​ແຮງ​ເກືອບ​ທຸກ​ແຫ່ງ​ໃນ​ໂລກ.ວັນ​ທີ19​ພຶດ​ສະ​ພາ​ນີ້,ກໍ່​ຄື​ຫຼັງ​ຈາກ​ແຜ່ນ​ດິນ​ໄຫວ​​ເກີດ​ຂຶ້ນ1​ອາທິດ,ກອງ​ຊ່ວຍ​ກູ້​ໄພຣັດ​ເຊຍ​ຍັງສືບ​ຕໍ່ປະຕິບັດ​ການ​ກູ້​ໄພ​ຢູ່​ກອງ​ຊາກ​ອາ​ຄານ.

ເວລາ14​ໂມງ​28​ນາ​ທີ​ຂອງ​ວັນ​ທີ​19​ພຶດ​ສະ​ພາ​ນີ້,​ທົ່ວ​ປະ​ເທດ​ຈີນ​ໄດ້​ຢືນ​ສະ​ຫງົບ​ນີ້ງ​ກົ້ມ​ຫົວ​ໄວ້​ອາ​ໄລ​ຜູ້​ເສຍ​ຊີ​ວິດ. ໃນ​ຂະ​ນະ​ນັ້ນ ສະ​ມາ​ຊິກ​ໜ່ວຍ​ກູ້​ໄພຣັດ​ເຊຍ​ກໍ່​ໄດ້​ເຂົ້າ​ຮ່ວມ​ແບ່ງ​ເບົາ​ຄວາມ​ໂສກ​ເສົ້າ​ຂອງ​ປະຊາຊົນ​ຈີນ,​ແລະ​ອະ​ທິ​ຖານ​ໃຫ້​ຜູ້​ເສຍ​ຊີ​ວິດ.

ໃນ​ຂະນະ​ນີ້, ຂ້ອຍ​ຢາກ​ສະ​ແດງ​ຄວາ​ມ​ເຫັນ​ໃຈ​ແລະ​ຄວາມ​ສະ​ໜັບ​ສະ​ໜູນ​ຕໍ່​ປະ​ຊາ​ຊົນ​ຈີນ​ຜູ້​ປະ​ສົບ​ໄພ. ຫວັງ​ວ່າ​ເຂົາ​ເຈົ້າ​ຈະ​ສ້າງ​ສາ​ບ້ານ​ເກີດ​ຄືນ​ໃໝ່,​ຂ້ອຍ​ຍິນ​ດີ​ສະ​ໜອງ​ການ​ຊ່ອຍ​ເຫຼືອ​ໃຫ້​ເຂົາ​ເຈົ້າ.

ຕອນ​ຄ່ຳ​ວັນ​ທີ20ພຶດສະພາ​ນີ້, ຫຼັງ​ຈາກ​ສຳ​ເລັດ​ວຽກ​ງານ​ກູ້​ໄພ​ຂອງ​ຕົນ​ແລ້ວ,​ໜ່ວຍ​ກູ້​ໄພ​ສາ​ກົນ​ຂອງຣັດ​ເຊ​ຍຈະຂີ່​ຍົນ​ພິ​ເສດ​ຈາກ​ນະຄອນ​ເສີງຕູ່​ກັບເມືອຣັດ​ເຊຍ.