ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-20 18:15:26    
ລາວ​ສະ​ແດງ​ຄວາມ​ໄວ້ອາ​ໄລ​ຕໍ່​ຜູ້​ເສຍ​ຊີວິດ​ໃນ​ໄພ​ແຜ່ນດິນ​ໄຫວ​ຢູ່​ເມືອງ​ເວິ້ນ​ຊ່ວນ

cri Author: cai
ຕາມ​ຂ່າວສານ​ຊີ​ນ​ຮວາ:ຕອນ​ບ່າຍ​ວັນ​ທີ 19 ພຶດສະພາ​ນີ້,ທ່ານ​ບົວ​ສອນ ບຸບຜາ​ວັນ ນາຍົກລັດ​ຖະມົນ​ຕີລາວ​ໄດ້​ເດີນທາງ​ໄປ​ສະຖານ​ທູດ​ຈີນ​ປະຈຳ​ລາວ​ເພື່ອ​ໄວ້ອາ​ໄລ​ຜູ້​ເສຍ​ຊີວິດ​ໃນ​ແຜ່ນດິນ​​ໄຫວ​ເວິ້ນຊ່ວນ​ແຂວງ​ເສ​ສວນ.

ທ່ານ​ເຈືອງ ສົມບູນ​ຂັນ ລັດຖະມົນຕີ​ປະຈຳ​ສຳນັກງານ​ນາຍົກ ທ່ານ​ດຣ.ບໍ່ສາຍ​ຄຳ ວົງ​ດາລາ ລັດຖະມົນຕີ​ວ່າການ​ກະຊວງ​ພະລັງງານ​ແລະ​ບໍ່​ແຮ່​ຂອງ​ລາວ​ທັງ​ເປັນ​ປະທານ​ສະມາຄົມ​ມິດ​ຕະພາບ​ລາວ​ຈີນ​ແລະ​ທ່ານ​ພົງ​ສະຫວັດ ບຸບຜາ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລາວ​ກໍ​​ໄປ​ໄວ້ອາ​​ໄລ​ນຳ​ກັນ.

ທ່ານ​ບົວ​ສອນ ບຸບຜາ​ວັນ​ຕາງໜ້າ​ພັກ ລັດ​ແລະ​ປະຊາຊົນ​ລາວ​ສະ​ແດງ​ຄວາມ​ເຫັນ​ໃຈ​ແລະ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ອັນ​ເລິກ​ເຊິ່ງຕໍ່​ປະຊາຊົນ​ເຂດ​ປະສົບ​ໄພ.