ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-20 21:08:06    
ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ຂອບ​ອົກ​ຂອບ​ໃຈ​ນຳ​ປະຊາ​ຄົມ​ໂລກ​ທີ່​​ສະ​ແດງ​ຄວາມ​ເຫັນ​ໃຈ​ແລະ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ແຂວງ​ເສ​ສວນ​ຈີນ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 20 ພຶດສະພາ​ນີ້,ຢູ່​ປັກ​ກິ່ງ,ທ່ານ​ຊີນກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ,ພາຍຫຼັງ​ເມືອງ​ເວິ້ນຊ່ວນ​ແຂວງ​ເສ​ສວນ​ຈີນ​​ເກີດ​ແຜ່ນດິນ​ໄຫວ​ຮ້າຍ​ແຮງ​ແລ້ວ,ຄວາມ​ເຫັນ​ໃຈ​ແລະ​ຄວາມ​ຊ່ວຍ​ເຫຼືອ​ຂອງ​ປະຊາ​ຄົມ​ໂລກແມ່ນ​ຄວາມ​ຊ່ວຍ​ເຫຼືອ​ທາງ​ວັດຖຸ,ທັງ​ແມ່ນ​ການ​ລະດົມ​ໃຈ​ທາງ​ຈິດ​ໃຈ.ລັດຖະບານ​ແລະປະຊາຊົນ​ຈີນສະ​ແດງ​ຄວາມ​​ຂອບ​ໃຈ​ຢ່າງ​ຈິງ​ໃຈ.

ທ່ານ​ຊີ​ນກ່າງ​ກ່າວ​ວ່າ:"​ໄພພິບັດ​ເຮັດ​ໃຫ້​ມີ​ຄວາມ​ຈິງ​ໃຈ.ຄວາມ​ເຫັນ​ໃຈ​ແລະ​ຄວາມ​ຊ່ວຍ​ເຫຼືອ​ທັງ​ໝົດ​ເຫຼົ່າ​ນີ້​ໄດ້​ສະ​ແດງ​ຢ່າງ​ເຕັມທີ່​ໃຫ້​ເຫັນ​ຄວາມ​ຮັກ​​ແພງ​ແລະ​ມິດ​ຕະພາບ​ພ້ອມ​ດ້ວຍ​ນ້ຳ​ໃຈ​ມະນຸດ​ສະ​ທຳ​ອັນ​ສູງ​ສົ່ງ​ຂອງ​ລັດຖະບານ​ແລະ​ປະຊາຊົນ​ປະ​ເທດ​ຕ່າງໆ​ໃນ​ໂລກ​ທີ່​ມີ​ຕໍ່​ປະຊາຊົນ​ຈີນ,ລັດຖະບານ​ແລະ​ປະຊາຊົນ​ຈີນ​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງໃຈ.ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ,ພາຍ​ໃຕ້​ການ​ນຳພາ​ອັນ​ໝັ້ນ​ໜຽວ​ຂອງ​ລັດຖະບານ​ຈີນ,​ແລະ​ພາຍ​ໃຕ້​ການ​ສະໜັບ​ສະໜູນ​ຢ່າງ​ແຂງ​ແຮງ​ຂອງ​ປະຊາ​ຄົມ​ໂລກ,ປະຊາ​ຊົນ​ຈີນ​ໝົດ​ທຸກ​ຄົນ​ສາມັກ​ຄີເປັນ​ຈິດ​ໜຶ່ງໃຈ​ດຽວ,ບາກ​ບັ່ນ​ສູ້​ຊົນ,ຈະ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ລຳບາກ​ທັງ​ໝົດ​ໄດ້​ຢ່າງ​ແນ່ນອນ,​ແລະຈະ​ໄດ້​ຮັບ​ໄຊຊະນະ​ໃນ​ການ​ຕໍ່ສູ້​ຕ້ານ​ໄພ​ແຜ່ນດິນ​ໄຫວ."