ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-21 17:43:52    
ກອບ​ກູ້​ອະ​ນຸ​ລັກ​ຄວາມ​ຫວັງ​​ແຫ່ງ​ອະ​ນາ​ຄົດ

cri

ຕົວ​ເລກ​ຈຳນວນ​ຄົນ​ເສຍ​ຊີວິດ​ໃນ​ໄພ​ແຜ່ນດິນ​ໄຫວຮຸນ​​ແຮງຢູ່​ແຂວງ​ເສ​ສວນ​ເພີ່ມ​ຂຶ້ນຢ່າງ​ຕໍ່​ເນື່ອງ, ​ໃນ​ນັ້ນ​ມີ​ເດັກນ້ອຍ​ຫຼາຍ​ເທົ່າ​ໃດ​?
 
ແຜ່ນດິນ​ໄຫວຮຸນ​ແຮງ​ຄັ້ງ​ນີ້​ເກີດ​ຂຶ້ນ​ຢູ່​ເມືອງ​ເວິ້ນສ່ວນ​ໃນ​ຕອນ​ບ່າຍ, ສະ​ຖານ​ທີ່​ທີ່​ຖືກ​ທຳລາຍ​ຢ່າງ​ໜັກ​ໜ່ວງ​ກວ່າ​ໝູ່ກໍ່​ແມ່ນ​ໂຮງຮຽນ. ​ເດັກນ້ອຍ​ພວມ​ຂຶ້ນ​ຫ້ອງ, ບໍ່​ນຶກ​ບໍ່​ຝັນ​ວ່າ​ໄພ​ພິ​ບັດ​ເຖິງ​ແກ່​ຊີວິດ​ໄດ້​ເກີດ​ຂຶ້ນ​ໃນພິບ​ຕາ​ດຽວ, ​ໄດ້​ຄວ້າ​ເອົາຊີວິ​ດຂອງ​ເດັກນ້ອຍ​​ໄປຢ່າງ​ໂຫດຫ້າມ.
 
ເວລາ14​ໂມງ28​ນາທີ​ຂອງ​ວັນ​ທີ12ພຶດ​ສະພາ​ນີ້, ນາງ​ຫຼີອ່ານ​ນິງພວມ​ຮຽນ​ພູມ​ສາດ​ມັດທະຍົມ​ປາຍ​ປີ​ທີ​ໜຶ່ງຢູ່​ໂຮງຮຽນ​ມັດ​ທະຍົມ​ທີ​ໜຶ່ງ​ເມືອງ​ເປ​ສ່ວນ. ຫ້ອງ​ຮຽນ​ກໍ່​ສັ່ນ​ສະ​ເທືອ​ນຢ່າງ​ກະທັນ​ຫັນ. ນາງ​ຫຼີອ່ານ​ນິງຫວນ​ຄືນ​ວ່າ, ​ເວລາ​ນັ້ນ​ນາງ​ຢູ່ຊັ້ນ​ທີ4, ບໍ່​ກາຍ20ວິນາທີ​ຕຶກ​ຫຼັງ​ນັ້ນ​ກໍ່​ເພພັງ​ລົງ, ຊັ້ນ​ທີ3 ຊັ້ນ​ທີ4​ແລະ​ຊັ້ນ​ທີ5​ໄດ້​ທັບ​ໃສ່​ກັນ.
 
ນາງ​ເວົ້າ​ວ່າ, ຍ້ອນ​ຮ່າງ​ກາຍ​ຖືກ​​ທັບ​ຈົນ​ເໜັງ​ຕີງ​ບໍ່​ໄດ້, ມີແຕ່​​ຮ້ອງ​ຊື່ເພື່ອນ​ຮ່ວມ​ຮຽນ, ມີ​ໝູ່​ຜູ້​ຍິງ3ຄົນ​ທີ່​ເປັນ​ສ່ຽວ​ກັນ​ນອນ​ຢູ່​​ຂ້າງຕົນ, ​ແຕ່ພັດຢື້​ບໍ່​ເຖິງ. ຕໍ່​ມາ​ຈຶ່ງ​ຮູ້​ວ່າ​ໝູ່​ສາມ​ຄົນນີ້​ໄດ້​ເສຍ​ຊີວິດ​ແລ້ວ.
 
ນາງ​ຫຼີອ່ານ​ນີງ​ເວົ້າ​ວ່າ, ຫຼັງ​ຈາກ​ຕົກ​ຢູ່​ໃນ​ຄວາມ​ມືດ​ມົນດົນ​ເຕີບ​ປະມານ10ຊົ່ວ​ໂມງ, ​ເພື່ອນ​ຮ່ວມ​ຫ້ອງ​ຈຳ​ນວນ​ໜຶ່ງ​ທີ່​ລອດ​ຊີວິດກໍ່​ຊວາດ​ຕື່ນ​ຂຶ້ນ, ພາກັນ​ຮ້ອງ​ຂຶ້ນ. ບາງ​ຄົນ​ຮ້ອງ​ວ່າ, "ຕ້ອງສູ້​ເດີ." ຍັງ​ມີ​ບາງ​ຄົນ​ເວົ້າວ່າ, "ຖ້າພວກ​ເຮົາ​ອອກ​ໄປ​ໄດ້​ຕ້ອງໝັ່ນຮຽນ​​ເດີ້."
 
ຕໍ່​ມາ​ບໍ່​ຮູ້​ວ່າ​ແມ່ນ​ໃຜ​ເປັນ​ຜູ້​ເລີ່​ມຕົ້ນ, ຜູ້​ລອດ​ຊີວິດ​ພວກ​ເຮົາ​ກໍ່​ພາກັນ​ຮ້ອງ​ເພງ, ​ໄດ້​ຮ້ອງ​ຫຼາຍໆ​ເພງ, ຮ້ອງ​ເພງ​ສະ​ໄໝ​ນິຍົມ. ນາງ​ຈື່​ໄດ້​ຢ່າງ​ຈະແຈ້ງ​ກວ່າ​ໝູ່​ແມ່ນ​ໄດ້​ຮ້ອງ​ເພງ​ນິທານ​​ເດັກ, ​ໃນ​ນັ້ນ​ມີ​ປະ​ໂຫຍ​ກ​ໜຶ່ງ​ຄື, ຄວາມສຸກ​ແລະ​ຄວາມ​ມ່ວນ​ຊື່ນ​ແມ່ນ​ຜົນ​ສຸດ​ທ້າຍ.
 
ຫຼານ​ເອີຍ, ນີ້​ແມ່ນ​ລຸງ​ເວິ່ນ​ເດີ້, ພວກ​ຫຼານ​ນ້ອຍທຸ່ນ​ທ່ຽງ​ໄວ້​ເດີ້, ຕ້ອງ​ໄດ້​ຮັບ​ການ​ຊ່ອຍ​ເຫຼືອຢ່າງ​ແນ່​ນອນ. ຫຼັງ​ຈາກ​ທ່ານ​ນາຍົກ​ລັດຖະ​ມົນຕີ​ເວິ່ນ​ເຈ່ຍ​ປາວ​ໄປ​ຮອດ​ເຂດ​ປະສົບ​ໄພ​ແລ້ວ, ​ເມື່ອ​ໄດ້​ເຫັນ​ເຈົ້າ​ໜ້າ​ທີ່ກູ້​ໄພ​ພວມ​ກອບກູ້​ເດັກ​ນ້ອຍ​ສອງ​ຄົນ​ທີ່​ຖືກ​ຕິດ​ຄ້າງ​ຢູ່​ໃຕ້ຊາກ​ອາຄານ​ຢູ່​ໂຮງ​ຮຽນ​ປະຖົມ​ຊີ່ນ​ຈ້ຽນຂອງ​ເມືອງ​ຕູ່​ຈ່ຽງ​ອ້ຽນ, ທ່ານ​ໄດ້​ເອີ້ນ​ເດັກ​ນ້ອຍ​ດ້ວຍ​ສຽງ​ດັງ, ​ແລະ​ມີ​ນ້ຳຕາ​ໄຫຼ​ນອງ​ຢ່າງ​ສະທ້ອນໃຈ.
 
ວັນ​ທີ13ພຶດ​ສະພາ​ປີ2008, ທ່ານ​ເວິ່ນ​ເຈ່ຍ​ປາວ​ໄດ້​ໄປ​ຢ້ຽມຢາມ​ຜູ້​ປະສົບ​ໄພ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ອັນ​ໜັກ​ແໜ້ນ, ທັງ​ໃຫ້​ກຳລັງ​ໃຈ​ຢ່າງ​ອົບ​ອຸ່ນ. ທ່ານ​ເວົ້າ​ວ່າ, "ມື້​ນີ້​ກໍ່​ຕ້ອງ​ພະຍາຍາມ​ແກ້​ໄຂ​ບັນຫາ​ເຫຼົ່າ​ນີ້​ໃຫ້​ຕົກ, ສົ່ງ​ແປ້ງ​ນົມງົວ​ໄປ​ໃຫ້​ຄອບຄົວທີ່​ມີ​ເດັກນ້ອຍ, ບໍ່​ໃຫ້​ເດັກ​ນ້ອຍ​ອຶດ​ຫີວ", "ການ​ກອບ​ກູ້ຕ້ອງ​ທຳ​ຄວາມ​ພະຍາ​ຍາມ​ສຸດ​ຂີດ, ຍາດ​ເວລາ​ທຸກ​ວິນາທີ​ເພື່ອ​ກອບ​ກູ້​ເດັກນ້ອຍ​ໃຫ້​ຫຼາຍ​ກວ່າ​ເກົ່າ", "ຕ້ອງ​ຈັດ​ສັນອາ​ຫານ​ໂດຍ​ໄວ​ໂດຍ​ສະ​ເພາະ​ແມ່ນ​ເຂົ້າໜົມ ​ແປ້ງ​ນົມງົວ ​ເຂົ້າ​ຈີ່ ນ້ຳນົມ​ແລະ​ນ້ຳ​ບໍລິ​ສຸດ,​ໃຫ້​ແກ່​ປະຊາ​ຊົນ​ແລະ​ເດັກນ້ອຍ​ທີ່​ປະສົບ​ໄພ", ​​"ຢູ່ເຂດ​ປະສົບ​ໄພ​ຮ້າຍ​ແຮງ​ແຫ່ງ​ຕ່າງໆຍັງ​ມີ​ປະຊາຊົນ​ຢ່າງ​ຫຼວງ​ຫຼາຍ​ຖືກ​ຕິດ​ຄ້າງ​ຢູ່​ໃຕ້​ຊາກ​ອາຄານ, ​ເດັກນ້ອຍທີ່​ຖືກ​ຕິດ​ຄ້າງ​ກໍ່​ມີຢູ່​ຢ່າງ​ຫຼວງ​ຫຼາຍ, ​ເວລາ​ກໍ່​ແມ່ນ​ຊີວິດ, ຕ້ອງ​ຈັດ​ວາງ​ກຳລັງ​ແຮງ​ໂດຍ​ໄວ, ຈັດ​ສັນ​ເຄື່ອງ​ຈັກ, ພະຍາຍາມ​ຢ່າງ​ສຸດ​ຄວາມ​ສາມາດ​ເພື່ອ​​ແຂ່ງ​ເວລາ​ກອບ​ກູ້​ຄົນ, ຕ້ອງ​ແກ້​ໄຂ​ບັນຫາ​ນີ້​ໂດຍ​ໄວ."
 
ເດັກ​ນ້ອຍ​ຄື​ກັນ​ກັບ​ຜູ້​ເຖົ້າ​ຜູ້​ແກ່​ແລະແມ່ຍິງ, ​ແມ່ນ​ກຸ່ມ​ຄົນ​ພິ​ເສດ, ​ແມ່ນ​ກຸ່ມ​ຄົນ​ທີ່​ຮ່າງກາຍ​ອ່ອນ​ແອ​ໃນ​ສັງຄົມ, ພ້ອມ​ກັນ​ນັ້ນ​ເດັກ​ນ້ອຍ​ຍັງ​ແມ່ນຄວາມ​ຫວັງ​ຂອງ​ສັງຄົມ​ໃນ​ອະນາຄົດ.
 
ຢູ່​ສະຖານ​ທີ່​ກູ້​ໄພ​ຢູ່​ເມືອງ​ຊືຟາງ, ນາງ​ເສີນ​ຊວນ​ຮົງ ຄູ​ສອນ​ຫ້ອງມ1/1ຂອງ​ໂຮງຮຽນ​ມັດທະ​ຍົມອີງ​ຮວາ​ເມືອງ​ຊື​ຟາງ​ໄດ້​ເອົາ​ໃຈ​ໃສ່​ນຳ​ເດັກ​ຍິງ​ຜູ້​ໜຶ່ງ​ທີ່ຊື່ວ່າ ​ເຕິ້ງ​ຊິ່ງຊິ່ງ​ໂດຍ​ຕະຫຼອດ, ​ໃນ​ໃຈ​ຂອງ​ນາງ​ເສີນ​ຊວນ​ຮົງ, ​ເດັກ​ຍິງ​ຜູ້​ນີ້​ເຖິງ​ວ່າ​ຄອບຄົວ​ທຸກ​ຍາກ, ​ແຕ່​ພັດຕັ້ງ​ໃນຮຽນ​ອີ່ຫຼີ, ລາວ​ມັກ​ເຍືອງ​ໄຟ​ສາຍ​ອ່ານ​ປຶ້ມ​ລະ​ຫວ່າງ​ທາງ​ເມືອ​ບ້ານ​ໃນ​ຕອນ​ຄ່ຳ​.
 
ທຸກເທື່ອທີ່​ເຫັນສົບ​ຂອງນັກ​ຮຽນຖືກ​ຂຸດອອກ​ຈາກ​ຊາກ​ອາຄາ​ນ, ນາງ​ເສີນ​ຊວນ​ຮົງກໍ​ນ້ຳຕາ​ໄຫຼ​ຢ່າງ​ມິດໆ, ​ໃນ​ໜຶ່ງ​ມື້ກ່ອນ​ເຂົາ​ເຈົ້າ​ຍັງ​ມີ​ຊີວິດ​​ຢູ່, ​​ເປັນ​ຫຍັງພິບ​ຕາດຽວ​ກໍ່​ກາຍ​ເປັນ​ແບບ​ນີ້​ແລ້ວ?
 
ໃນ​ທີ່​ສຸດ​ນາງ​ເຕິ້ງ​ຊີ່​ງໆ​ຖືກ​ຕຳຫຼວດ​ກອບ​ກູ້​ອ​ອກມາ​ແລ້ວ, ສິ່ງ​ທີ່​ເຮັດ​ໃຫ້​ນາງ​ເສີນ​ຊວນ​ຮົງ​ແລະ​ທະຫາ​ນສະ​ເທືອ​ນໃຈນັ້ນ​ແມ່ນ, ໃນ​ເວລາ​ນາງ​ເຕິ້ງ​ຊີ່​ງໆ​ຖືກ​ຊ່ອຍ​ຊີວິດ​ນັ້ນ, ນາງ​ຍັງ​ພວມ​​ເຍືອງ​ໄຟ​ສາຍອ່ານ​ປຶ້ມ​ຢູ່​ໃຕ້​ຊາກ​ອາຄານ. ນາງເວົ້າ​ວ່າ, ຢູ່​​ໃນນັ້ນ​ມືດ​ຫຼາຍ, ຂ້ອຍ​ຢ້ານ​ຫຼາຍ, ທັງ​ໜາວ​ທັງ​ຫີວ, ມີ​ແຕ່​ອ່ານ​ປຶ້ມ​ຈຶ່ງ​ຜ່ອນ​ຄາຍ​ຄວາມ​ຢ້ານ​ໄດ້. ຄວາມ​ຊື່ສັດ​ຂອງ​ນາງ​ກໍຄື​ກັນ​ກັບ​ຈິດ​ໃຈ​ອັນເຂັ້ມ​ແຂງ​ຂອງ​ນາງ, ​ເຮັດ​ໃຫ້​ຄົນ​ຟັງ​ແລ້ວ​ຕື້ນ​ຕັນ​ໃຈຫຼາຍ. ນາງ​ເສີນ​ຊວນ​ຮົງຮ້ອງ​ໄຫ້​ຂຶ້ນ, ກອດຊົມ​ນາງ​ເຕິ້ງຊີ່​ງໆ​ແລະ​ເວົ້າ​ວ່າ, ລູກ​ເອີຍ, ລູກ​ລອດ​ຊີວິດ​ອອກ​ມາ​ແລ້ວ​​ແມ່ນ​ສິ່ງ​ປະ​ເສີດ​ຫຼາຍ.
 
ເດັກນ້ອຍໆ​ທີ່​ໜ້າ​ຮັກ​ເຫຼົ່າ​ນີ້, ຕາມ​ຈິງ​ແລ້ວ​ພວກ​ຫຼານ​ຄວນ​ໄດ້​ຮັບ​ຄວາມ​ຖະໜຸ​ຖະໜອມ​ຈາກ​ສັງ​ຄົມ, ​ແຕ່​ພັດ​ໄດ້​ມາ​ຕົກທຸກ​ໄດ້​ຍາກ​ຢ່າງ​ເປັນ​ໜ້າ​ສັງ​ເວດ​ແນວ​ນີ້, ພວກ​ຫຼານ​ນ້ອຍ​ຄວນ​ແມ່ນ​ໄວ​ທີ່​ພວກ​ຮຽນ​ໜັງສື​ຫຼື​ສະ​ເຫວີຍ​ຄວາມສຸກ​ນຳ​ພໍ່​​ແມ່ແລະ​ຄອບຄົວ.

ໃນວັນ​ທີ13​ພຶດສະພາ​ນີ້, ຄື​​​ໃນເວລາຫຼັງຈາກ​ເກີດ​ໄພ​ແຜ່ນດິນ​ໄຫວ24ຊົ່ວ​ໂມງ​ນັ້ນ,​ໃນ​ອິນ​ເດີ​ເນັດ​ໄດ້​ເຫັນ​ພາບ​​ໃບ​ໜຶ່ງ​​ເຊິ່ງມີ​ຄຳ​ອະທິບາຍວ່າ"ກອບ​ກູ້​ເດັກນ້ອຍ".

ໃນ​ພາບ​ໃບ​ນີ້, ​ເດັກນ້ອຍ​ຜູ່​ໜຶ່ງ​ພວມ​ດື່ມ​ນ້ຳທີ່​ຕຳຫຼວດ​ປະກອບ​ອາວຸດ​ປ້ອນຢູ່. ມື​ຊ້າຍ​ຈັບ​ເຂົ້າໜົມ​​​​ປັງກ້ອນ​ໜຶ່ງ, ກິນພຽງ​​ແຕ່​ໜ້ອຍ​ດຽວ​ເທົ່າ​ນັ້ນ,​ເພາະ​ວ່າຍັງ​ກິນບໍ່​​ທັນ. ​ເດັກນ້ອຍ​ຜູ່​ນີ້​ຫິວ​ນ້ຳຫຼາຍ​​ເກີນ​ໄປ​ແລ້ວ, ລາວພະ​ຍາຍາມ​ດື່ມ​ນ້ຳ​ໃນ​ຂວດຫຼາຍໆ.

ຜູ່​ຖ່າຍ​ອະທິ​ບາຍ​ພາບ​ນີ້​ໃນ​ອິນ​ເຕິ​ເນັດ​ວ່າ, ​ເດັກນ້ອຍ​ທີ່​ພັດ​ພາກ​ຈາກ​ພໍ່​ ​ແມ່​ຜູ່​ນີ້​ໄດ້ຖືກ​ປິດ​ລ້ອມ​ໃນ​ເຮືອນຫຼັງ​ໜຶ່ງ​ທີ່​ເກືອບ​ຈະ​ເພພັງ​ ​ມື້ໜຶ່ງ​ແລ້ວ,ລາວ​ອາດ​ຈະ​ຍັງ​ບໍ່​ເຂົ້າ​ໃຈວ່າ"ໝົດຫວັງ"​ແມ່ນ​ຫຍັງ, ລາວ​ຍັງ​ລໍຖ້າ​ພໍ່ ​ແມ່​ກັບ​ເມືອ​ຢູ່​ຄຽງ​ຂ້າງ​ຂອງ​ຕົນ. ​​​ໃນ​ເວລາຕຳຫຼວດ​ປະກອບ​ອາວຸດ​​ອຸ້ມລາວ​ອອກ​ຈາກ​ແຈ​ນ້​ອຍໆນັ້ນ. ລາ​ວຫິວ​ເຂົ້າ,ຫິວ​ນ້ຳຫຼາຍອີ່ຫຼີ​, ຈົນບໍ່​​ຄິດ​ອາຍ​ຄົນ​ຫຼວງ​ຫຼາຍ​ ​ແລະບໍ່​ທັນ​ສະ​ແດງ​ຄວາມສົນ​ໃຈ​ນຳ​ກ້ອງ​ຖ່າຍຮູບ,​ມີ​ແຕ່​ດື່ມ​ນ້ຳ ​ແລະ ກິນ​ເຂົ້າໜົມ​, ສະ​ນັ້ນ,ຈິ່ງ​ໄດ້​ເກີດ​ມີ​ຮູບ​ຖ່າຍ​​ໃບ​ນີ້​ທີ່ເຮັດ​ໃຫ້​ຄົນ​ສະ​ເທືອ​ນໃຈ​​ແລະ​ລືມ​ຍາກ!

ເມື່ອ​ໄດ້​​ເຫັນ​ພາບ​ໃບ​ນີ້, ຮູ້ສຶກ​ສະທ້ອນ​ໃຈຫຼາຍ, ຈັ່ງ​ແມ່ນ​ເດັກ​ນ້ອຍ​ທັງ​ໜ້າ​ຮັກທັງ​ໜ້າ​ສົງສານ,​​ໃນຮູບ​ຖ່າຍ​ຫຼາຍໆ​ໃບ​ຫຼັງ​ໄພ​ແຜ່ນດິນ​ໄຫວ, ​ໃບ​ນີ້​​ເຮັດ​ໃຫ້​ຄົນ​ມີ​ພາບ​ປະ​ທັບ​ໃຈ​ເລິກ​ເຊິ່ງທີ່​ສຸດ. ອາລົມ​ຈິດ​ທີ່ໂສກ​ເສົ້າ​ນັ້ນ​ມີ​ຄວາມຮູ້ສຶກ​ອົບ​ອຸ່ນ​ແລະ​ປອບ​ໃຈ​ໜ້ອຍ​ໜຶ່ງ: ນີ້​ແມ່ນ​ຊີວິດ​ນ້ອຍໆ​ທີ່​ໝັ້ນ​ໜຽວ ​ແລະ ໜ້າ​ຮັກ​​ແທ້ໆ! ​ເມື່ອ​ຫຼາຍ​ຄົນໄດ້​ເບິ່ງ​ຮູບ​ຖ່າຍ​ຂອງ​ຫຼານ​ນ້ອຍ​ຜູ່​ນີ້, ພວກ​ເຂົາ​ເຈົ້າຈຶດ​ອົດ​ນ້ຳຕາ​​ໄຫຼ​ບໍ່​ໄຫວ.

ຢູ່​ໃນblogອິນ​ເຕິ​ເນັດ​ມີ​ຄົນ​ຂຽນ​ວ່າ: ເດັກນ້ອຍ​ໃນ​ໄພ​ແຜ່ນດິນ​ໄຫວ,ຂໍ​ໃຫ້​ພວກ​ເຈົ້າ​ຈົງໜຽວ​ແໜ້ນ​​ເດີ້!ບໍ່​ຕ້ອງ​ຢ້ານ!​ເດັກນ້ອຍ​ເອີຍ,ຖ້າວ່າ​ເຈົ້າ​ພວມ​ຖືກ​ຝັງ​ຢູ່ໃຕ້ດິນ,ກໍ່​ຈົ່ງອົດທົນ​ຕໍ່​ໄປ, ຮ້ອງ​ເພງ​ທີ່​ມັກ​ທີ່​ສຸດ​ໃນ​ໃຈ, ​ເຊື່ອ​ໝັ້ນ​ວ່າອີກ​ບໍ່​ດົນ​ກໍ່​ຈະ​ມີ​ຄົນ​ມາ​ຮອດເຈົ້າ. ບໍ່​ຕ້ອງຢ້ານ​!ປະຊາຊົນ​ທົ່ວ​ປະ​ເທດ​ລ້ວນ​ແຕ່​ເປັນ​ຫ່ວງ​ເປັນ​ໃຍ​ເຈົ້າ.

ເດັກນ້ອຍ​ເອີ່ຍ,ຖ້າວ່າ​ເຈົ້າ​ຍັງດີ​ຢູ່,ຂໍ​ໃຫ້​ເຈົ້າ​ຈົ່ງ​ຈື່​ຈຳມື​ທີ່ພວມ​ຂຸດ​ດິນທີ່​ເຕັມ​ໄປ​ດ້ວຍ​ຮອຍ​​ເລືອດ,ຈື່​ຄົນ​ ​ທີ່​ພວມ​ຕໍ່ສູ້​​ກັບ​ໄພພິບັດ.

ເດັກນ້ອຍ​ເອິ່ຍ, ຖ້າວ່າ​ເຈົ້າ​ໄດ້ ຈາກ​ພໍ່ ​ແມ່​ທີ່​ຮັກ​ແພງ​​ໄປແລ້ວ, ​ຈາກ​ເພື່ອນ​ຮຽນ​ທີ່​ຮັກ​ແພງ, ​ຈາກ​ຄູ​ສອນ​ທີ່​ຮັກ​ແພງ​​ໄປແລ້ວ, ຂໍ​ໃຫ້​ເຈົ້າ​ຢ່າ​​ເສົ້າ​ສະ​ຫຼົດ​ໃຈ, ຢູ່​​ໃນ​ສະຫວັນ​ກໍ​ມີ​ໂຮງຮຽນຄື​ກັນ, ​ແລະ ກໍ່​ມີ​ຕຶກ​ຮຽນ​ທີ່​ຈະ​ບໍ່ເພພັງ​.

ເທວະ​ດາ​ເອີຍ!ຖ້າວ່າ​ເຈົ້າ​ມີ​ຢູ່​ຈິງ, ​ຂໍ​ໃຫ້​ຊ່ວຍ​ພວກ​ເຂົາ​ເຈົ້າ​ແດ່, ​ໃຫ້​ພວກ​ເຮົາດູ​ແລ​ພວກ​ເດັກ​ນ​ນ້ອຍໃຫ້​ດີ, ດູ​ແລ​"ຄວາມ​ຫວັງ​"​ໃນ​ອະນາຄົດ​ເຫຼົ່າ​ນີ້​ໃຫ້​ດີ.