ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-21 16:23:26    
ໃນ​ເຂດ​ໄພ​ສົບ​ໄພ​ແຜ່ນ​ດິນ​ໄຫວ​ຫນັກ​ຫນ່ວງ​ຢູ່​ແຂວງ​ເສ​ສວນ​ຂອງ​ຈີນ​ໄດ້​ດຳ​ເນີນ​ການ​ດັບ​ເຊື້ອ​​ປ້ອງ​ກັນ​ພະ​ຍາດ​ຢ່າງ​ຮອບ​ດ້ານ​

cri

ທີ່​ນິ້ ວິທະຍຸ​ສາກົນ​ແຫ່ງປະ​ເທດ​ຈີນ,ສະບາຍດີ ທ່ານ​ຜູ່ຟັງ​ທີ່​ໂຄລົບ,ຫຼາຍ​ມື້​ມາ​ນີ້,ຢູ່​ເຂດ​ປະສົບ​ໄພ​ແຜ່ນ​ດິນ​ໄຫວ​ໃນແຂວງ​ເສ​ສວນ​ຈີນ,ພະນັກງານ​ທັງຫຼາຍ​ໃນ​ກອງ​ກອບ​ກູ້​ຍັງ​ຂຸ້ນ​ຊອກ​ຫາ​ແລະຊ່ອຍ​ເອົາ​ຊີວິດ​ຜູ່​ທີ​ຍັງ​ຢູ່​​ລອດ​,​ຄຽງ​ຄູ່​ກັນ​ນັ້ນ,ວຽກ​ງານ​ປ້ອງ​ກັນ​ພະຍາດ​​ໃນ​ເຂດ​ປະສົບ​ໄພ​ກໍ​ພວມ​ດຳ​ເນີນ​ຢ່າງຮອບດ້ານ.ຕໍ່​ໄປ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວຂອງ​ນັກ​ຂ່າວ​ CRI:


ແຜ່ນດິນ​ໄຫວ​ອັນ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​​ເມືອງ​ເວີ້​ນຊ່ວນແຂວງ​ເສ​ສວນ​​ໄດ້​ເຮັດ​ໃຫ້​ມີ​ຜູ່ເສຍ​ຊີວິດ​ແລະ​ບາດ​ເຈັບ​ຢ່າງ​ຫຼວງຫຼາຍ,ຍ້ອນວ່າ​ມີຜູ່​ເສຍ​ຊີວິດ ຫຼາຍ,ບວກ​ກັບຂີ້​ເຫຍື້ອ​ເຄື່ອງ​ໃຊ້​ຂອງ​ກິນ​ກໍ​ກອງ​ກັນ​ຂຶ້ນ​ມ້ຽ​ນນຳ​ບໍ່​ທັນ, ອາກາດ​ຄ່ອຍໆ​ຮ້ອນ​ຂຶ້ນ,ຈຶ່ງ​ເຮັດ​ໃຫ້​ມີ​ຄວາມ​ອັນຕະລາຍ,ຈະ​ເກີດ​ພະຍາດ​ລະບາຍ​ຢ່າງ​ຂະຫນາດ​ໃຫຍ່.​ໂດຍ​ແນ​ໃສ່​ສະພາບດັ່ງກ່າວ,ຫຼັງ​ຈາກ​ເກີດ​ແຜ່ນດິນ​ໄຫວ​​ແລ້ວ,ກະຊວງສາທາລະນະ​ສຸກຈີນ​ໄດ້ຈັດສົ່ງ​ພະນັກງານ ປ້ອງ​ກັນ​ພະຍາດ​ຫຼາຍ​ພັນ​ຄົນຈາກ​ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​​ໄປ​ເຮັດວຽກ​ດັບ​ເຊື້ອ ຕ້ານ​ພະຍາດ​ໃນ​ເຂດ​ປະສົບ​ໄພ​ໂດຍ​ດ່ວນ,ນັບ​ມາຮອດ​ວັນ​ທີ 19 ພຶດສະພາ​ນີ້,ຜູ່​ປ້ອງ​ກັນ​ພະຍາດ​ໄດ້​​ດັບ​ເຊື້ອເນື້ອ​ທີ່​ເກືອບ 100 ລ້ານ​​ຕາແມັດ​ແລ້ວ​,​ແລະ​ໄດ້ຊຳລະ​ສົບ 8400 ກວ່າ​ສົບ.

ຢູ່​​ເທດ​ສະບາ​ນເມືອງ​ເປ​ຊ່ວນ​ນະຄອນ​ມຽນຢາງ​ທີ່​​ປະ​ສົບ​ໄພ​ຫນັກຫນ່ວງ, ຜູ່​​ເຮັດ​ວຽກປ້ອງ​ກັນ​ພະຍາດ​ຈຳນວນ​ຫຼວງ​ຫຼາຍ​ໄດ້ພົ່ນຢາ​ດັບ​ເຊື້ອ​​ໄປ​ທຸກ ຈອກທຸກແຈ​​ໃນ​ເມືອງ​ຢ່າງ​ບໍ່​ຢຸດ​ຢັ້ງ​​ທຸກໆ​ມື້. ວັນ​ທີ 13 ພຶດສະພາ​ນີ້ ທ່ານ​ເຟິງຢາງ ຜູ່​ປ້ອ​ງກັນ​ພະຍາດທີ່​ມາສູນຄວບ​ຄຸມພະ​ຍາດ​ມຽນຢາງ​ກ​ໄດ້​ເຂົ້າ​ສູ່​ເມືອງ​ເປ​ຊ່ວນ​ໃນ​,ທ່ານ​ກ່າວ​ວ່າ:

ພວກ​ເຮົາອອກ​​ເຮັດ​ວຽກ​ແຕ່​ 7 ​ໂມງ​ເຄິ່ງຕອນ​ເຊົ້າ,ຈົນຮອດ 6 ​ໂມງ​ແລງ. ບາງທີຍັງຕ້ອງ​ເພີ່ມ​ເວລາ​ເຮັດ​ຮອດ​ຄ່ຳ.​ແຕ່​ລະ​ມື້​ເວລາ​ນອນ​ປະມານ 5  6 ​ຊົ່ວ ​ໂມງ​ເທົ່າ​ນັ້ນ.ພວກ​ເຮົາ​ມີ​ເສື້ອ​ປ້ອງ​ກັນ​ພະຍາດ ຖົງມື  ​ຜ້າບັງ​ປາກ​ແລະ​​ເຄື່ອງບັງຕາ​ຂອງ​ພວກ​ເຮົ​າ​ແມ່ນ​ຄົບ​ຖ້ວນທີ່​ສຸດ.

ຕາມ​ທີ່​ໄດ້​ຮູ້, ຢູ່​ເມືອງ​ເປ​ຊ່ວນ,ນອກຈາກ​ຄົນ​ທ້ອງ​ຖິ່ນ​ແລ້​ວ,ຍັງ​ມີ​ຜູ່​​ເຮັດ​ວຽກ​ປ້ອງ​ກັນ​ພະຍາດທີ່​ມາ​ຈາກແຂວງ​ຈ່ຽງຊູ່​ ​ນະຄອນ​ປັກ​ກິ່ງ​​ແລະ​ແຫ່ງ​ອື່ນໆ.​ເພື່ອ​ເພີ່ມ​ຄວາມ​ແຮງ​ໃນ​ການປ້ອງ​ກັນ​ພະຍາດ,ກອງ​ທະຫານ​ປ້ອງ​ກັນ​ເຄມີ​ກອງ​ຫນຶ່ງ​ຂອງ​ກອງທັບ​ຈີນ​ກໍ​ໄດ້​ຖືກ​ສົ່ງ​ແຫ່ງ​ນີ້,​ເຂົາ​ເຈົ້າ​ນຳ​ໃຊ້​ອຸປະກອນ​ສະ​ເພາະ​ເພື່ອ​ຍົກ​ສູງ​ປະສິດທິພາບການ​ດັບ​ເຊື້ອ​​ຕ້ານ​ພະຍາດ.

  ຂ່າວ​ແຈ້ງວ່າ,​ເມືອງ​ເວິ້ນຊ່ວນ​  ເມືອງ​ຊິ່ງ​ຊ່ວນ​ແລະ​​ເມືອງ​ອື່ນໆ​ທີ່​ປະສົບ​ຫນັກຫນ່ວງ​ຕ້ານ​ພະຍາດ​ຢ່າງຮອບດ້ານຄ້າຍຄື​ກັນ,​ອັນ​ໄດ້​ຫຼີກ​ເວັ້ນບໍ່​ໃຫ້​ເກີດ​ພະຍາດ.ນອກ​ນີ້,ພາກ ສ່ວນ​ທີ່​ກ່ຽວຂ້ອງ​ຍັງ​ໄດ້​ເພີ່ມ​ທະວີການ​ຕິດຕາມ​ກວດກາ​ອະນາ​ໄມ​ຂອງ​​ແຫຼ່ງນ້ຳ​  ວິ​ສາ​ຫະກິດ​ຜະລິດ​​ອາຫານ ຫົວຫນ່ວຍ​ຜະລິດ​ແລະ​ສະຫນອງ​ນ້ຳ  ​ໂຮງຫມໍ​ແລະບ່ອນຢູ່​ຊົ່ວຄາວ​ຂອງ​ມວນ​ຊົນ​ໃນ​ເຂ​ດປະສົບ​ໄພ,​ແລະ​ໂຄສະນາ​ຄວາ​ມຮູ້ປ້ອງ​ກັນ​ພະຍາດ​ໃຫ້​ແກ່ມ​ວນຊົນ​ແລະ​ຜູ່​​ກູ້​ໄພ,​ເພື່ອ​ໃຫ້​ເຂົາ​ເຈົ້າ​ຮັກສາຕົນ​ເອງ​.


  ທ່ານຫູ​ຢົງ  ຜູ່​ຮັບຜິດຊອບ​​ສູນ​ຄວບ​ຄຸມພະຍາດ​ມຽນຢາງ​​ເປີດເຜີ​ຍ​ວ່າ,ຕາມ​ແຜນການ​ປ້ອງ​ກັນ​ພະຍາດ​ທີ່​ພາກສ່ວນ​ສາທາລະນະ​ສຸກ​ຈັດ​ວາງ, ຫຼັງ​ຈາກ​ວຽກ​ງານ​​ກູ້​ໄພ​ສິ້ນ​ສຸດ​ລົງ​ແລ້ວ,​ເຂົາ​ເຈົ້າ​ຍັງ​ຈະ​ສືບ​ຕໍ່​ເຮັດ​ວຽກ​ງານ​ຢູ່​​ແຫ່ງ​ນັ້ນ. ທ່ານ​ກ່າວ​ວ່າ:
(ປ່ອຍ​ສຽງ3)

ຫຼັງຈາກ​ຜູ່​ກອບ​ກູ້​ທັງ​ຫມົດ​ຖອນ​ອອກຈາກ​ແຫ່ງ​ນີ້​ແລ້ວ,ຍັງ​ຕ້ອງ​ດັບ​ເຊື້ອ​ຕາມສິ່ງ​ແວດ​ລ້ອມອີກ,ຄຸນ​ນະພາ​ບນ້ຳກໍຍັງ​ຕ້ອງ​ຕິດຕາມ​ກວດກາຕໍ່​ໄປ,ຊາກ​ສົບ​ຍັງຕ້ອງ​ຊຳລະ​ແກ້​ໄຂ,ຜູ່ທີ່​ຖອນ​ອອກ​ສຸດທ້າຍຄວນ​ແມ່ນພວກ​ເຮົາ​ທີ່​ເປັນ​ຜູ່​ຄວບ​ຄຸມ​ພະຍາດ, ວຽກ​ງານ​ມ້ວນທ້າຍ​ລ້ວນ​​ແຕ່​ແມ່ນຫນ້າ​ທີ່​ຂອງ​ສູນ​ຕິດຕາມ​ຄວບ​ຄຸມ​ພະຍາດ.

 ວັນ​ທີ 20 ພຶດສະພາ​ນີ້,ກະຊວງ​ສາທາລະນະ​ສຸກຈີນ​ໄດ້​ປະກາດ​ວ່າ,ປະຈຸ​ບັນ,ຢູ່​ເຂດ​ປະສົບ​ໄພ​​ແຜ່ນ​ດິນ​ໄຫວແຂວງ​ເສ​ສວນ​ຍັງ​ບໍ່ມີພະຍາດ​ລະບາດຢ່າງ​ຂະຫນາດ​ໃຫຍ່​ແນວ​ໃດ​ເທື່ອ,​ແຕ່​ເພື່ອ​ປ້ອງ​ກັນ​ໄວ້​ກ່ອນ,ສູນ​ຕິດຕາມ​ຄວບ​ຄຸມ​ພະຍາດ​ຂອງ​ຈີນ​ໄດ້ສ້າງລະບົບ​ລາຍ​ງານ​ພະຍາດທາງມື​ຖື​ໂດຍ​ດ່ວນ​, ກ່ອນຟຶ້ນຟູ​ລະບົບລາຍ​ງານໂດຍ​ກົງ​ທາງ​ອິນ​ເຕີ​ແນັດ,ລະບົບ​ລາຍ​ງານ​ທາງມື​ຖື​ກໍສາມາດລາຍ​ງານສະພາບ​ພະຍາດ​ລະບາດ​ໃນ​ກໍລະນີ ​ສຸກ​ເສີນ​ຫຼັງ​ຈາກ​ແຜ່ນດິນ​ໄຫວ,ພ້ອມ​ກັນ​ນັ້ນ,ກະຊວງສາທາລະ​ນະ​ສຸກຈີນ​ຍັງ​ຕົກລົງ​ວ່າ,​ນັບແຕ່​ວັນ​ທີ 20 ພຶດສະພາ​ນີ້​ເປັນ​ຕົ້ນ​ໄປ,​​​​ເພີ່ມສົ່ງ​ຜູ່​​ເຮັດ​ວຽກປ້ອງ​ກັນ​ພະຍາດອີກ​ຫຼາຍ​ກວ່າ 2500 ຄົນ​ໄປ​ເຂດ​ປະສົບ​ໄພ.