ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-21 17:27:04    
ແຜ່ນ​ດິນ​ໄຫວທີ່​ມີ​ຄວາມ​ແຮງ 8 ຣິກ​ເຕີ​ຢູ່​ເມືອງ​​ເວິ້ນຊ່ວນ​ແຂວງ​ເສ​ສວນ​ຈີນ​ໄດ້​​ເຮັດ​ໃຫ້ 41353 ຄົນ​ເສຍ​ຊີວິດ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 21 ພຶດສະພາ​ນີ້,​ໃນກອງ​ປະຊຸມ​ຂ່າວ​ທີ່​ຫ້ອງການ​ຖະ​ແຫຼ​ງຂ່າວ​ລັດຖະບານ​ຈີນ​ຈັດ​ຂຶ້ນ​ໄດ້​ລາຍ​ງານ​ວ່າ,ນັບ​ມາ​ຮອດ​ເວລາ 12 ​ໂມງ​ວັນ​ທີ 21 ພຶດສະພາ​ນີ້,​​ແຜ່ນດິນ​ໄຫວ​ທີ່​ມີ​ຄວາມ​ແຮງ 8 ຣິກ​​ເຕີ​ທີ່​ເກີດ​ຂຶ້ນ​ຢູ່ເມືອງ​ເວິ້ນຊ່ວນ​ແຂວງ​ເສ​ສວນຈີນ​ໄດ້​ເຮັດ​​ໃຫ້ 41353 ຄົນ​ເສຍ​ຊີວິດ, 2 ​ແສນ 7 ໝື່ນ​ກວ່າ​ຄົນ​ບາດ​ເຈັບ, 32000 ກວ່າ​ຄົນ​ຫາຍ​ສາບ​ສູນ.

ນັບ​ມາ​ຮອດ​ເວລາ 24 ​ໂມງ​ວັນ​ທີ 20 ພຶ​ດສະພາ​ນີ້,ນັບ​ລວມ​ແລ້ວ,ກອງ​ກູ້​ໄພ​ໄດ້​ກອບ​ກູ້​ແລະ​ຍົກຍ້າຍ​ຜູ້​ປະສົບ​ໄພ 396811 ຄົນ,ຜູ້​ລອດຊີວິດທີ່​ຂຸດ​ອອກ​ຈາກ​ຊາກ​ອາຄານ​ລວມມີ 6452 ຄົນ.

ນັບ​ມາ​ຮອດ​ເວລາ 12 ​ໂມງ​ວັນ​ທີ 21 ພຶດສະພາ​ນີ້,​ໄດ້​ຮັບ​ເງິນ​ບໍລິຈາກ​ຈາກ​ພາຍ​ໃນ​ປະ​ເທດ​ແລະ​ຕ່າງປະ​ເທດ 16 ຕື້​ຢວນ.

ນັບ​ມາ​ຮອດ​ເວລາ 14 ​ໂມງ​ວັນ​ທີ 21 ພຶດສະພາ​ນີ້,ອົງການ​ປົກຄອງ​ຂັ້ນ​ຕ່າງ​ໆໄດ້​ໃຊ້​ເງິນ​ເກືອບ 12 ຕື້ 900 ລ້ານ​ຢວນ​ເຂົ້າ​ໃນ​ການ​ກູ້​ໄພ.