ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-21 17:39:12    
ກອງ​ກອບ​ກູ້​ສາ​ກົນ​ສິງ​ກະ​ໂປ​ຢູ່​ແຂວງ​ເສ​ສວນ

cri

ຕອນ​ບ່າຍ2​ໂມງ28​ນາທີ ​ຂອງວັນ​ທີ19​ພຶດສະພາ​ນີ້ ​ເວລາ​ປັກ​ກິ່ງ,ຢູ່​ເມືອງ​ນ້ອຍ​ຮົງ​ປາຍ ​ເມືອງ​ຊຶ​ຟາງ ​ແຂວງ​ເສ​ສວນ ​ເຂດ​ປະສົບ​ໄພ​​ຮ້າຍ​ແຮງ​ແຫ່ງ​ໜຶ່ງ​ໃນ​ໄພ​ແຜ່ນ​ດິນ​ໄຫວ​ເທື່ອ​ນີ້, ​ໄດ້​ມີສ​ຽງ​ໂຫວດ ​ແລະ ສຽງ​ຄຳ​ສັ່ງ​ທີ່ດັງ​ຂຶ້ນ​ພ້ອມ​ກັນ,ສະມາຊິກ 55 ຄົນ​ຂອງ​ກອງ​ກອບ​ກູ້​ສາກົນ​ສິງ​ກະ​ໂປ​ ໄດ້​ພ້ອມ​ກັນ​ປົດ​ໝວກ​ກັນກະທົບປືນ​ຄຳນັບ​ເຖິງ3​ນາທີ ​ເພື່ອ​ສະ​ແດ​ງຄວາມ​​ໄວ້ອາ​ໄລ​ຕໍ່​ຜູ່​ເສຍ​ຊີວິດ​ໃນ​​ແຜ່ນດິນ​ໄຫວ.

ຖັນ​ແຖວ​ທີ່​ຕິດ​ກາ​ໜ່ວຍ​ງານ​ປຶກສາການ​ຊອກ​​ກອບ​ກູ້​ຂອງສະຫະ​ປະຊາ​ຊາດ ກ້ອງ​ນີ້ ແມ່ນກອງ​ກອບ​ກູ້​ທີ່​​​ໄດ້​ຮັບ​ການຣັບຮອງ​ຈາກຄະນະ​ປະ​ເມີນ​ການ​ກູ້​ໄພ​ຮ້າຍ​ແຮງສະຫະ​ປະຊາ​ຊາດ,​ເປັນ​ຕົວ​ແທນ​ໃຫ້​ແກ່​ລະດັບ​ສູງ​ສຸດ​ຂອງ​ການຊ່ອຍ​ກອບ​ກູ້​​ໃນອາຊີ.ກອງ​ກອບ​ກູ້​ລະດັບ​ນີ້,ມີ​ຢູ່​ບໍ່ຫຼາຍ​ໃນ​ອາຊີ, ຕອນ​ເຊົ້າ​ວັນ​ທີ17​ພຶດສະພາ​ນີ້, ​​ກອງ​ກູ້​ໄພ​ສາກົນ​ສິງກະ​ໂປໄດ້​ນຳ​ເອົາ​ລົດ​ກາ​ມີ​ຍັງ​ຂະໜາດ​ໜັກຄັນ​ໜຶ່ງ,ລົດ​ຈິບ​ສອງຄັນ ​ແລະ ໝາ​ກູ້​ໄພ​ສະ​ເພາະ​ຫຼາຍ​ໂຕ, ​ໄດ້​ເດີນທາງ​​ໄປ​ຮອດ​ເມືອງ​ນ້ອຍ​ຮົງ​ປາຍ ​ເມືອງ​ຊຶຟາງ. ​ເມືອງ​ນ້ອຍ​ຮົງ​ປາຍ​ຕັ້ງ​ຢູ່​ບ່ອນ​​ໃນໆຂອງ​ພູ​, ຢູ່​ອ້ອມ​ຂ້າງ​ມີ​ໂຮງງານ​ບໍ່​ແຮ່​ຫຼາຍ​ແຫຼ່ງ, ສະພາບ​ປະສົບ​ໄພ​ຮ້າຍ​ແຮງ​ທີ່​ສຸດ.

ທ່ານ​ຟຼານຊິ​ສ ຫົວໜ້າ​ກອງ​ກອບ​ກູ້​ສາກົນ​ສິງກະ​ໂປ​ບອກ​ນັກ​ຂ່າວ​ວ່າ,"ພວ​ກ​ເຮົາ​​ໄດ້​ມາ​ຮອດ​ເມືອງຮົງ​ປາຍ​​ເມື່ອ3​ມື້ກ່ອນ, ມາ​ຮອດ​​ແລ້ວ​ພວກ​ເຮົາ​ໄດ້​ປະກົດ​ເຫັນ​ວ່າ, ສະພາບ​ປະສົບ​ໄພ​ຢູ່​ເຂດ​ນີ້​ໜັກໜ່ວງ​ຫຼາຍ, ​​ເຮືອນ​ເກືອບ80%​ພັງ​ທະລາຍໝົດ. ​ມື້​ທຳ​ອິດ ​, ​ພວກ​ເຮົາ​ກໍ່​​ລົງມື​ກອບກູ້​ໃນ​ທັນທີ, ຈົນ​ຮ​ອດດຽວ​ນີ້, ພວກ​ເຮົາ​ໄດ້​ຊອກ​ພົບ​ສົບຜູ່​ເສຍ​ຊີວິດ5ສົບ,ຍັງ​ບໍ່​​ເຫັນ​ມີ​ຜູ່​ລອດ​ຕາຍ​​ເທື່ອ."

ທ່ານຟຼານຊິ​ສກ່າວ​ວ່າ, ຄຽງ​ຄູ່​ກັບ​ເວລາ​ຜ່ານ​ໄປ, ອັດຕາ​ຜູ່ລອດ​ຕາຍ​ຈະ​ນັບ​ມື້​ນັບ​ໜ້ອຍ​ລົງ, ​ແຕ່​ພວກ​ເຂົ​າ​ເຈົ້າ​ຍັງ​ຈະ​​ກອບ​ກູ້ຕໍ່​ໄປ. ​ເພາະວ່າ,​ຍັງ​ອາດ​ຈະ​ມີ​ຜູ່​ຍັງ​ມີ​ຊີວິດ​ຢູ່ ອາດ​ຈະ​ມີ​ເລື່ອງມະຫັດສະຈັນ​ເກີດ​ຂຶ້ນ, ນອກ​ນີ້,​ກໍ​ເພື່ອຂຸດ​​ເອົາສົບ​ຂອງ​ຜູ່​​ເສຍ​ຊີວິດອອກ​ມາ,​ ມອບ​ໃຫ້​ຄອບຄົວ​ເຂົ້າ​ເຈົ້າ, ກໍ່​ຈະ​ເປັນ​ການ​ປອບ​ໃຈ​ຄອບຄົວ​ທີ່​ຍັງ​ມີ​ຊີວິດ​ຢູ່.

ທ່ານ​ເຫັນ​ວ່າ, ​ເບິ່ງ​ຈາກ​ສະພາບ​ແຕ່​ມື້ ພວກ​ເພິ່ນ​ມາຮອດ​ເຂດ​ປະສົບ​ໄພຮອດ​ດຽວ​ນີ້ປະກົດ​ວ່າ, ວຽກ​ງານ​ຂອງກອງ​ກອບ​ກູ້​ຂອງ​ຈີນ​​​ວ່ອງ​ໄວຫຼາຍ ​ແລະ ມີ​ປະສິດ​ທີ​ພາບ. ການ​ຮ່ວມ​ມື​ກັບ​ກອງ​ກອບ​ກູ້​ທ້ອງ​ຖິ່ນ​ຢ່າງ​ໄດ້ຜົນ​ ​ກໍ່​ໄດ້​ຍົກ​ສູງປະສິດທິພາບ​ຂອງ​ວຽກ​ງານ​ກອບ​ກູ້​ເທື່ອ​ນີ້, ທ່ານ​ຟຼານຊິ​ສກ່າວ​ວ່າ,

"ພວກ​ເຮົາ​ຮ່ວມ​ມື​ກັບ​ກອງ​ທັບ​ປົດ​ປ່ອຍ​ດີ​ຫຼາຍ. ພວກ​ເຮົາ​​ໄດ້​ຂຸດຄົ້ນ​ນຳກັນ, ສົບ​ຜູ່​ເສຍ​ຊີວິດ​ສົບທີ3​ທີ່​ພວກ​ເຮົາ​ຂຸດ​ອອກ​ມານັ້ນ​ກໍ່​ແມ່ນ​ຂຸດ​ພົບ​ໃນ​ເວລາຮ່ວມ​ມື​ກັບ​ກອງທັບປົດ​ປ່ອຍ."

ນອກຈາກ​ການ​ຮ່ວມ​ມື​ກັບ​ກອງ​ທັບປົດ​ປ່ອຍ​ແລ້ວ, ການ​ຮ່ວມ​ມື​ກັບອົງການ​ປົກຄອງທ້ອງ​ຖິ່ນ ​ແລະ ສູນ​ບັນຊາ​ການຕ້ານ​ໄພ​ຂອງ​ກອງ​ກອບ​ກູ້​ເມືອງ​ນ້ອຍ​ຮົງ​ປາຍ​ກໍ່​ວ່ອງ​ໄວ ​ແລະ ​ໄດ້ຜົນທີ່​ສຸດ​. ຄວາມ​ສາມາດ​ ​ແລະ ນ້ຳ​ໃຈ​ເຄົາລົບ​ວຽກ​ງານ​ຂອງ​ກອງ​ກອບ​ກູ້​ຈີນ ໄດ້​ຮັບ​ຄວາມ​ຍ້ອງຍໍ​ຈາກ ວົງ​ການ​ຕ່າງໆ​​ໃນ​ເຂດ​ປະສົບ​ໄພ ລວມທັງປະຊາຊົນ​​ຜູ່ປະສົບ​​ໄພ. ​ໃນ​ຖານະ​ທີ່​ເປັນເພື່ອນ​ຮ່ວມ​ງານປະ​ເພດ​ດຽວ​ກັນ, ທ່ານ​ຢາງ​ຊິນ​ຮົງ ຜູ່​ຕິດຕາມ​ກອງ​ກອບ​ກູ້​ແມ່ນ​ສະມາຊິກ​ກອງ​ກອບ​ກູ້​ສາກົນ​ຂອງຈີນ, ທ່ານ​ຕີ​ລາຄາ​ວ່າ,

"ກອງ​ກອບ​ກູ້​ສາກົນ​ສິງກະ​ໂປ​ແມ່ນ​ກອງ​ກອບ​ກູ້​ວິຊາ​ສະ​ເພາະ​ທີ່​ເກັ່ງ​ຫຼາຍ, ​ໃນ​ເດືອນ​ມັງກອນ​ປີ​ນີ້, ພວກ​ເຂົາ​ເຈົ້າ​​ໄດ້​ຜ່ານ​ການ​ກວດ​ສອບຂອງ​ສະຫະ​ປະຊາ​ຊາດ, ​ໂດຍ​ຕີ​ລາຄາ​ວ່າ ກອງ​ກອບ​ກູ້​ຂອງ​ສິງກະ​ໂປສາມາດ​ດຳ​ເນີນ​​ການ​ກອບ​ກູ້​ໃນຕົວ​ເມືອງ​ທີ່ເກີດ​ໄພ​ທຳ​ມະ​ຊາດ​ຮ້າຍ​ແຮງ. ພວກ​ເຂົ​າ​ເຈົ້າ​ເຮັດ​ໄດ້​ດີ​ຫຼາຍ, ຈົດ​ຈໍ່​ຕໍ່ວຽກ​ງານ​ທີ່​ສຸດ."

ນັບ​ມາ​ຮອດ​ເວລາ​ ​ນັກ​ຂ່າວລາຍ​ງານ, ກອງ​ກອບ​ກູ້​ສິງກະ​ໂປ​ຍັງ​ດຳ​ເນີນ​ການ​ກອບ​ກູ້​ຢູ່​ເຂດ​ປະສົບ​ໄພ. ຕາມ​ໄດ້​ຊາບ,​​ເມື່ອ​ການ​ກອບ​ກູ້ສຳ​ເລັດລົງ​ໄລຍະ​ໜຶ່ງ​ແລ້ວ, ຈະ​ມີ​ກອງປິ່ນປົວ​ປະ​ເທດ​ຕ່າງໆ​ເດີນ​ທາງ​ໄປ​ເຂດປະສົບ​ໄພ​​ເພື່ອດຳ​ເນີນ​ການ​ກູ້​ໄພ​ຕໍ່​ໄປ.