ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-21 19:07:10    
WTOກ່າວ​ວ່າ ​ເສດຖະກິດ​ຈີນ​ຮັກສາ​ການ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 21 ພຶດສະພາ​ນີ້,ອົງການ​ການ​ຄ້າ​ໂລກ​ຫຼືWTO ​ໄດ້​ປະກາດ《ບົດ​ລາຍ​ງານ​ປະ​ເມີນ​ນະ​ໂຍບາຍ​ການ​ຄ້າ​ຂອງ​ຈີນ》​ໂດຍ​ຊີ້​ອອກ​ວ່າ,​ໃນ 2 ປີ​ທີ່​ຜ່ານ​ມາ,​​ເສດຖະກິດ​ຈີນ​ໄດ້​ຮັກສາ​ການ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ.

ບົດ​ລາຍ​ງານ​ຂຽນ​ວ່າ,ປີ 2004, GDP ສະ​ເລ່ຍຕາມ​ຫົວ​ຄົນ​ຂອງ​ຈີນ​ແມ່ນ 1490 ​ໂດ​ລາ,ປີ 2006,​ໄດ້​ຫຼາຍ​ກວ່າ 2000 ​​ໂດ​ລາ.ພ້ອມ​ກັນ​ນັ້ນ,ອັດຕາ​ສ່ວນ​ຂອງປະຊາກອນທຸກ​ຍາກທີ່​ມີຄ່າ​ຄອງ​ຊີບຕ່ຳ​ກວ່າ 1 ​​ໂດ​ລາຕໍ່​ມື້​ໃນ​ຍອດ​ຈຳນວນ​ປະຊາກອນ​ໄດ້​ຫຼຸດ​ລົງ​ເຖິງລະຫວ່າງ 10%.ທັງນີ້​ຢັ້ງຢືນ​​ໃຫ້​​ເຫັນ​ວ່າ,ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ທີ່​ເອົາ​ການ​ຄ້າ​ເສລີ​​ແລະນະ​ໂຍບາຍຮັບ​ເອົາ​ທຶນ​ຕ່າງປະ​ເທດກັບ​ເສດຖະກິດມະ​ຫາ​ພາກແລະ​ການ​ປະຕິ​ຮູບ​ອົງ​ປະກອບ​ເຊື່ອມ​​ໂຍງເຂົ້າກັນ​ນັ້ນມີ​ມູນ​ຄ່າ​ອັນ​ສຳຄັນ​ຫຼາຍ.

ບົດ​ລາຍ​ງານ​ຂຽນ​ວ່າ,​ໃນ​ການ​ພັດທະນາ​ເສດຖະກິດ​ຂອງ​ຈີນ,ກໍ່​ມີ​ບັນຫາ​ທີ່​ໜ້າ​ສົນ​ໃຈ​ຈຳນວນ​ໜຶ່ງ.ຕໍ່​ບັນຫາ​ເຫຼົ່າ​ນີ້,ລັດຖະບານ​ຈີນ​ໄດ້​ໃຊ້​ມາດ​ຕະການ​ດັດ​ແກ້​ແລ້ວ.