ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-21 20:58:10    
ສື່​ມວນ​ຊົນ​ຕ່າງ​ປະ​ເທດ​ເຫັນ​ວ່າ​ວັນ​ໄວ້​ອາ​ໄລ​ແຫ່ງ​ຊາດ​ຈີນ​ສ່ອງ​ແສງ​ໃຫ້​ເຫັນ​ທັດ​ສະ​ນະ​ຄະຕິ​ຖື​ຄົນ​ເປັນ​ຫຼັກ

cri Author: d
ຕາມ​ຂ່າວສານ​ຊິ​ນຮວາ: ຫວ່າງ​ມໍ່ໆ​ນີ້ ສື່​ມວນ​ຊົນ​ຕ່າງປະ​ເທດ​ຈຳນວນ​ໜຶ່ງ​ພິມບົດ​ຄວາມ​​ເຫັນ​ວ່າ,ລັດຖະບາ​ນຈີນ​ກຳນົດວັນ​ທີ19-21ພຶດສະພາ​​ເປັນ​ວັນ​ໄວ້ອາ​ໄລ​ແຫ່ງ​ຊາດ​ຈີນ,ສອດຄ່ອງ​ກັບມູນ​ເຊື້ອ​ວັດທະນະທຳ​ຂອງ​ຈີນ,​ແລະສ່ອງ​ແສງ​ໃຫ້​ເຫັນ​ທັດສະນະ​ຄະຕິ​ຖື​ຄົນ​ເປັນ​ຫຼັກ.

ໜັງສືພິມລຽນ​ເຫີ​ຈາວ​ປ້າວຂອງ​ສິງກະ​ໂປ​ສະບັບ​ວັນ​ທີ21ພຶດສະພາພິມ​ບົດ​ຄວາມ​ຂຽນ​ວ່າ,ລັດຖະບານ​ຈີນ​ຕົກລົງ​ກຳນົດ3ມື້​ເປັນ​ວັນ​ໄວ້ອາ​ໄລ​ແຫ່ງ​ຊາດ​ຫຼັງ​​ເກີດ​ແຜ່ນດິນ​ໄຫວ1ອາທິດ,​ນີ້​ເປັນ​ການ​​ໂຄລົບ​ອັນ​ສູງ​ສົ່ງ​ທີ່​ສຸດ​ຕໍ່​ຊີວິດ.ການ​ສົ່ງ​ຕໍ່​ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ກໍ່​ຢຸດ​ເຊົາຊົ່ວຄາວ3ມື້,ນີ້​ກໍ່​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສູງ​ກວ່າ​ທຸກ​ສິ່ງ​ທຸກ​ຢ່າງ.

ວັນ​ທີ20ພຶດສະພາ​ນີ້ ​ເວັບ​ໄຊ​ຂອງໜັງສືພິມ​​ຟາຍ​ແນ​ເຊີນ ​ແທມສ໌ ຂອງ​ອັງກິດ​​ເຜີຍ​ແຜ່ບົດ​ຄວາມ​ໂດຍ​ຂຽນ​ວ່າ,ຈີນ​ກຳນົດ​ວັນ​ໄວ້ອາ​ໄລ3ມື້​ທີ່​ເປັນ​ເລື່ອງ​ພິ​ເສດ​ທີ່​ສຸດ​ຫຼັງ​ຈາກ​ສະຖາປະນາ​ຈີນມານີ້,ຍັງ​ຢຸດ​ສົ່ງ​ຕໍ່​ທວນ​ໄຟ​ໂອ​ລິ​ມປິກ3ມື້​ຊົ່ວຄາວ,ນີ້ໄດ້​ສ່​ອງ​ແສງ​ໃຫ້​ເຫັນ​ທັດ​ສະ​ນະ​ຄະຕິ​ໃໝ່​ຂອງ​ຈີນ​ທີ່​ເຊື່ອມ​​ໂຍງ​ເຂົ້າກັບປະຊາ​ຄົມ​ໂລກ.

ວັນ​ທີ19ພຶດສະພາ ໜັງສືພິມ​ໂລ​ສ ​ແອນ​ເຈີ​ລິ​ສ ​ແທມສ໌ຂອງ​ອາ​ເມ​ລິ​ກາ​ລາຍ​ງານ​ວ່າ,ການ​ຕົກລົງ​ຂອງ​ລັດຖະບານ​ຈີນ​ແມ່ນ​ເທື່ອ​ທຳ​ອິດ​ສຳລັບ​ຈີນ,ນີ້​ສ່ອງ​ແສງ​ໃຫ້​ເຫັນ​ວ່າ​ຈີນ​ນັບ​ມື້​ນັບ​ສົນ​ໃຈ​ນຳ​ຄວາມ​ຮູ້ສຶກ​ຂອງ​​ເອກະ​ຊົນ​ແລ້ວ.