ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-22 14:42:59    
ສະຕິ​ຊາດ​ຂອງ​ຄົນ​ຈີນ​ພວມ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ

cri Author: mo
ທ່ານ​ເສີນ​ຢຽນ​ແມ່ນ​ເຈົ້າຂອງ​ວິ​ສາ​ຫະກິດ​ເອກະ​ຊົນ​ແຫ່ງ​ໜຶ່ງຂອງ​ເມືອງ​ຕົ່ງ​ກວນ​ແຂວງ​ກວາງຕົ່ງ ພາກ​ໃຕ້​ຂອງ​ຈີນ, ​ໃນ​ມື້​ທີ​ສອງ​ຫຼັງ​ເກີດ​ແຜ່ນດິນ​ໄຫວຢູ່​ເມືອງ​ເວີ້​ນຊວນ, ​ເພິ່ນ​ພາ​ເມຍ​ເອົາ​​ເຄື່ອງ​ກູ້​ໄພ​ໄປ​​ເມືອງ​ມຽນຈູ​ແຂວງ​ເສ​ສວນ. ​ໃນຫຼາຍມື້​ມາ​ນີ້, ​ເພິ່ນ​ໄດ້​ກອບກູ້​​ຊີວິດເດັກນ້ອຍ​ 20 ກວ່າ​ຄົນ​, ​ແມ່ນ​ໜຶ່ງ​ໃນ​ອາສາ​ສະໝັກທີ່ກອບ​ກູ້​ຄົນ​ຫຼາຍກວ່າ​ໝູ່​​ໃນ​ແຜ່ນດິນ​ໄຫວ​ເທື່ອ​ນີ້.

ຫຼັງ​ເກີດ​ແຜ່ນດິນ​ໄຫວ​ຢູ່ເມືອງ​ເວີ້​ນຊວນ​ແລ້ວ, ອາສາ​ສະໝັກ​ທີ່​ມາ​ຈາກ​​ແຫ່ງ​ຕ່າງໆ​ຂອງ​ຈີນ​ໄດ້​ໄປ​ເຂດ​ປະສົບ​ໄພ​ຢ່າງ​ວ່ອງ​ໄວ​ເພື່ອ​ຊ່ວຍ​ກອບ​ກູ້ຊີວິດ.

ສະຕິຊາດ​ແມ່ນ​ສະຕິ​ມວນ​ຊົນ​ທີ່​ຈໍ່​ຕົວ​ຂຶ້ນ​ພ້ອມ​ກັບ​ການ​ພັດທະນາ​ແລະ​ຄວາມ​ກ້າວໜ້າ​ຂອງ​ສັງຄົມ, ​ເຊິ່ງລວມທັງ​ສະຕິທີ່​ມີ​ຕໍ່​ສິດຜົນ​ປະ​ໂຫຍ​ດ​ແລະ​ຄຸນຄ່າ​ຂອງ​ຕົນ​ແລະ​ຂອງ​ຜູ້​ອື່ນ, ຍັງ​ມີໜ້າ​ທີ່​ຮັບຜິດຊອບ​ຂອງ​ພົນລະ​ເມືອງ​ທີ່​ມີ​ຕໍ່​ປະ​ເທດ​ແລະ​ສັງຄົມ. ທີ່​ຈິງ​ແລ້ວ, ​ແຕ່​ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ຈີນ​ລິ​ເລີ່ມປະຕິບັດການ​ເຄື່ອນ​ໄຫວວຽກ​ງານອາສາ​ສະໝັກ​ຊາວ​ໜຸ່ມ​ຈີນ​​ເມື່ອ​ປີ 1993 ມາ​ນີ້, ທັດສະນະ​ຄະຕິ​ທີ່​ບໍລິການ​​ໂດຍ​ສະໝັກ​​ໃຈໄດ້​ເຜີຍ​ແຜ່​ໃຫ້​ທົ່ວ​ເຖິງ​ກັນ​ຢູ່​ຈີນ​ຢ່າງ​ວ່ອງ​ໄວ. ການ​​ກູ້​​​ໄພແຜ່ນດິນ​ໄຫວ​ເມືອງ​ເວີ້​ນຊວນ​ໄດ້​ເຮັດ​ໃຫ້​ທັດສະນະ​ຄະຕິທີ່​ວ່າ"ອາສາ​ສະໝັກ"ທີ່​ຈີນ​ສ້າງ​ມາຫຼາຍປີ ​ໄດ້​ສະ​ແດງ​ອອກ​ຢ່າງ​ພົ້ນ​ເດັ່ນ.

ຖ້າ​ເວົ້າວ່າ, ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ແມ່ນຜ່ານ​ຜູ້​ຄົນ​ໄປ​ເຮັດ​ວຽກ​ຢູ່​ແຖວ​ໜ້າ​ມາສະ​ແດງ​ສະຕິ​ຮັບຜິດຊອບ​ຂອງ​ຕົນ​ທີ່​ມີ​ຕໍ່​ສັງຄົມ​ແລະ​ຜູ້​ອື່ນ, ຄັນຊັ້ນ, ການ​ບໍລິຈາກ​ເງິນ, ການ​ບໍລິຈາກ​ເລືອດ​ແລະ​ອື່ນໆ​ກໍ່​ແມ່ນ​ໄດ້​ຜ່ານ​ວິທີ​ການ​ເຂົ້າຮ່ວມ​​ໂດຍ​ທາງ​ອ້ອມ​ເພື່ອ​ມາ​ບັນລຸ​ສະຕິ​ຮັບຜິດຊອບ​ຂອງ​ຕົນ​ເຊັ່ນ​ດຽວ​ກັນ.

ພາຍຫຼັງ​ເກີດ​ແຜ່ນດິນ​ໄຫວ​ແລ້ວ, ປະຊາ​ຊົນ​ໃນຕົວ​ເມືອງ​ຕ່າງໆ​ຂອງ​ຈີນ​ໄດ້​​ໄປ​ຫາ​ບ່ອນບໍລິຈາກເລືອດ​​ຢ່າງ​ເປັນ​ເຈົ້າການ; ອົງການ​ຈັດຕັ້ງສາທາລະນະ​ປະ​ໂຫຍ​ດຕ່າງໆ​ຂອງ​ປັກ​ກິ່ງ​ໄດ້​ຈັດກິດຈະກຳ​ຮ່ວມ​ກັນ​ກູ້​ໄພ​ຢ່າງ​ຕັ້ງໜ້າ; ​​ເວັບ​ໄຊ​ຈຳນວນ​ນຶ່ງ​ໄດ້​ຈັດການ​ບໍລິຈາກແລະ​ໄດ້​ຮັບ​ການ​ຕອບ​ຮັບຢ່າງ​ຫ້າວຫັນ​ຈາກ​ຜູ້​ໃຊ້​ອິນ​ເຕີ​ເນັດ​ທັງຫຼາຍ; ຄູບາ​ອາຈານ​ຂອງ​ຕິ​ເບ​ດ​ໄດ້​ສວດ​ມົນພາວະນາ​ຢ່າງ​ເຄັ່ງ​ຂືມ, ​ເພື່ອ​ໃຫ້​ດວງ​ວິນ​ຍານ​ຂອງ​ຜູ້​ເສຍ​ຊີວິດ​ໄປ​ສູ່​ສຸຂະ​ຕິ​ພົບ; ສູນ​ບໍລິການດ້ວຍ​ຄວາມ​ຮັກ​ແພງ"ຊິງ​ຊິງ​ກາງ"ຊຽງ​ໄຮ້​ທີ່​ປະກອບ​ດ້ວຍ​ຜູ້​​ເປັນ​ແມ່​ທີ່​ສູນເສຍ​ລູກ​ເຕົ້າ​​ໄດ້​ຈັດ​ກອງ​ຊ່ວຍ​ເຫຼືອ​ດ້ານ​ຈິດ​ໃຈ​ ​ ​ໄປ​ເຂດ​ປະສົບ​ໄພ​ເຂົ້າຮ່ວມ​ການ​ຊ່ວຍ​ເຫຼືອ​ເດັກ​ກຳ​ພອຍ​​ໃນ​ໄພແຜ່ນດິນ​ໄຫວ… ຕອນ​ຄ່ຳ​ວັນ​ທີ 18 ພຶດສະພາ​ນີ້, ​CCTVຈີນ​ໄດ້ຈັດ​ງານ​ລາຕີ​​ກູ້​ໄພຂອງ​ວົງ​ການສິລະ​ປິນ​ທີ່​ມີ​ຂະໜາດໃຫຍ່​ກວ່າ​ໝູ່ຫຼັງສ້າງຕັ້ງປະ​ເທດ​ຈີນ​ໃໝ່​ມາ​ນີ້, ​ໄດ້​​ເງິນບໍລິຈາກຫຼາຍກວ່າ 1 ຕື້ 500 ລ້ານ​ຢວນ.

ລັດຖະບານ​ຈີນ​ຕົກລົງ​ວ່າ, ​​ວັນ​ທີ 19 ຫາ​ວັນ​ທີ 21 ພຶດສະພາ​ນີ້​ແມ່ນ​ວັນ​ໄວ້ອາ​ໄລ​ທົ່ວ​ປະ​ເທດ​ຈີນ. 14 ​ໂມງ 28 ນາ​ທີ​ຂອງ​ວັນ​ທີ 19 ພຶດສະພາ​ນີ້, ​ເວລາ​ປັກ​ກິ່ງ, ​ເມື່ອ​​ໂຫວດສັນຍານ​ເຕືອນ​ໄພ​ປ້ອງ​ກັນ​ອາກາດ​ດັງ​ຂຶ້ນ, ຜູ້​ຍ່າງ​ຕາມ​ທາງ​ໄດ້​ຢຸດ, ກຳມະກອນ​ຊາວນາ​ໄດ້​ເຊົາ​ເຮັດ​ວຽກ​ຊົ່ວຄາວ, ຄົນ​ທັງຫຼາຍ​ພາກັນກົ້ມຫົວໄວ້ອາ​ໄລ 3 ນາທີ​ຕໍ່​ຜູ້​ເສຍ​ຊີວິດ​ໃນ​ແຜ່ນດິນ​ໄຫວ​ຢ່າງ​​ໂສກ​ເສົ້າສະຫຼົດ​ໃຈ. ຕອນ​ຄ່ຳ​ວັນ​ທີ 19 ພຶດສະພາ, ປະຊາຊົນ​ໃນຫຼາຍ​ແຂວງ​ແລະ​ກຳ​ແພງ​ນະຄອນ​ຂອງ​ຈີນ​ຍັງ​ໄດ້​​ໄຕ້​ທຽນ​ເພື່ອ​ໄວ້ອາ​ໄລ.

ໃນ​ການ​ກູ້​ໄພແຜ່ນດິນ​ໄຫວ​ເທື່ອ​ນີ້, ປະຊາຊົນ​ຈີນ​ໄດ້​ໃຊ້​ການ​ກະທຳ​ຂອງ​ຕົນ​ສະ​ແດງ​ໃຫ້​ເຫັນ​ວ່າ, ການ​ກູ້​​ໄພ​ບໍ່​ພຽງ​ແຕ່​ແມ່ນ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ລັດຖະບານ​ທໍ່​ນັ້ນ, ຍັງ​ແມ່ນພັນທະ​ຂອງ​ພົນລະ​ເມືອງ​ທີ່​ມີ​ຕໍ່​ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ຜູ້​ອື່ນ ວຽກ​ງານ​ສາທາລະນະ ​ແລະ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ພ້ອມ​ກັນນັ້ນ, ມັນ​ກໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຄຽງ​ຄູ່​ກັບ​ການ​ພັດທະນາ​ຂອງ​ສັງຄົມ​ຈີນ, ສະຕິຊາດ​ຂອງ​ຊາວ​ຈີນ​ກໍ່​ໄດ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.