|
 |
(GMT+08:00)
2008-05-22 16:47:07
|
ອາຊຽນຊົມເຊີຍມຽນມາສະໜັບສະໜູນກົນໄກປະສານງານກູ້ໄພມຽນມາທີ່ມີອາຊຽນເປັນຜູ້ຊີ້ນຳ
cri
ຕາມຂ່າວສານຊິ່ນຮວາ: ວັນທີ 21 ພຶດສະພານີ້, ທ່ານສຸລິນ ພິດສຸວັນ ເລຂາທິການໃຫຍ່ອາຊຽນຖະແຫຼງຂ່າວວ່າ, ທ່ານສະແດງຄວາມຊົມເຊີຍຕໍ່ທ່ານເຕັງເຊັງ ນາຍົກລັດຖະມົນຕີມຽນມາກ່າວຢ້ຳສວ່າະໜັບສະໜູນໃຫ້ສ້າງກົນໄກປະສານງານກູ້ໄພມຽນມາທີ່ມີອາຊຽນເປັນຜູ້ຊີ້ນຳ.
ວັນທີ 21 ພຶດສະພານີ້, ໃນເວລາພົບປະທ່ານເຕັງເຊັງ, ທ່ານສຸລິນໄດ້ແຈ້ງ ມາດຕະການຕາມຫຼັງທີ່ປະຕິບັດມະຕິຕົກລົງຂອງກອງປະຊຸມພິເສດລັດຖະມົນຕີການຕ່າງປະເທດອາຊຽນ. ທ່ານສຸລິນກ່າວເນັ້ນວ່າ, ການປະຕິບັດມາດຕະການທີ່ກ່ຽວຂ້ອງໂດຍໄວຈະສ້າງບັນຍາກາດໄວ້ເນື້ອເຊື່ອໃຈກັນໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງ, ຍັງສາມາດຮັບປະກັນໃຫ້ໜ້າທີ່ທັງຫຼາຍອັນໃນສະເພາະໜ້ານີ້ສຳເລັດຜົນ, ລວມທັງຄວາມສຳເລັດຜົນຂອງກອງປະຊຸມສາກົນອາຊຽນກັບສະຫະປະຊາຊາດຊ່ອຍເຫຼືອມຽນມາທີ່ຈະຈັດຂຶ້ນຢູ່ຢາງກຸງໃນວັນທີ 25 ພຶດສະພານີ້.
|
|
|