ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-22 17:10:10    
ວຽກ​ງານ​ກູ້​ໄພ​ຂອງ​ເຂດ​ປະ​ສົບ​ໄພ​ເຂົ້າ​ສູ່​ໄລ​ຍະ​ໃຫມ່

cri
 ທີ່​ນີ້ ວິທະຍຸ​ສາກົນ​ແຫ່ງ​ປະ​ເທດຈີນ ສະບາຍດີ ທ່ານ​ຜູ່ຟັງ​ທີ່​ໂຄລົບ,ວັນ​ທີ 21 ພຶດສະພາ​ນີ້,ນັກ​ຂ່າວ​ໄດ້​ໄປຮອດ​ນະຄອນມຽນຈູ​ທີ່​ເປັນ​ເຂດ​ປະສົບ​ໄພ​ແຫ່ງ​ຫນຶ່ງ​ຂອງ​ແຜ່ນດິນ​​ໄຫວ​ຮຸນ​ແຮງ​ເມືອງ​ເວີ້​ນຊ່ວນ​ແຂວງ​ເສ​ສວນ​ຈີນ​ເທື່ອ​ນີ້​,ເພື່ອ​​​​ໄປ​ສຳພາດ​ພະນັກງານ​ທີ່​ກ່ຽວຂ້ອງ,ຕໍ່​ໄປ​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ຂອງ​ນັກ​ຂ່າວທີ່​ມີ​ຫົວ​ຂໍ້​ວ່າ​:ວຽກ​ງານ​ກູ້​ໄພ​ຂອງ​ເຂດ​ປະສົບ​ໄພເຂົ້າ​ສູ່​ໄລຍະ​ໃຫມ່

ເມືອງຮ້ານ​ວ້າງນະຄອນ​ມຽນຈູ​ແລະ​ເມືອງ​​ເວີ້​ນຊ່ວນທີ່​ເປັນ​ຈຸດ​ສູນ​ກາງ​ແຜ່ນດິນ​ໄຫວ​ເທື່ອ​ນີ້​​ໃກ້​ກັນ​ທີ່​​ພຽງແຕ່​ສາຍພູ​ສາຍຂຶ້ນ​ຫນຶ່ງ,ສະພາບ​ການ​ປະສົບ​​ໄພ​​ແມ່ນຫນັກຫນ່ວງ​ທີ່​ສຸດ.ນັກ​ຂ່າວ​ໄດ້​ເຫັນ​ກັບ​ຕາ​ວ່າ​,ເຮືອນ​ 80%​ຂຶ້ນ​ໄປໄດ້ຖືກ​ທຳລາຍ​​ແລ້ວ, ມີປະຊາຊົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ​ຢ່າງ​ຫຼວງ​ຫຼາຍ.ປະຈຸ​ບັນ,ປະຊາຊົນຜູ່​ປະສົບ​ໄພ​ຂອງ​ເມືອງ​ຈຳນວນ​ຫນຶ່ງ​ໄດ້​ຍົກຍ້າຍ​ໄປ​ຮອດນະຄອນ​ມຽນຈູ​​ແລະ​ນະຄອນ​ເສີນ​ຕູ່,ບາງ​ຄົນ​ຍັງ​ຢູ່​ໃນ​ເມືອງ​ດັ່ງກ່າວ​ເພື່ອ​ລໍຖ້າ​ຈັດ​ສັນ.

  ຄຽງຄູ່​ກັບ​ພາກສ່ວນ​ປ້ອງ​ກັນ​ພະຍາດ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ໄດ້​ເພີ່ມ​ຈຳນວນ​ຜູ່​ເຮັດ​ວຽກ​ງານ​ຂຶ້ນ​ຕື່ມ, ວຽກ​ງານ​ປ້ອງ​ກັນ​ພະຍາດ​ຂອງ​ເຂດ​ປະສົບ​ໄພ​ໄດ້ກ້າວ​ເຂົ້າ​ສູ່​ໄລຍະ​ທີ່​ຂ້າ​ເຊື້ອ​ໃນບໍລິ​ເວນ​ດັ່ງກ່າວ,

ຕາມແຫຼ່ງນ້ຳ ຊຳລະ​​ເກັບ​ມ້ຽນຊາກ​ສົບ​ແລະ​ການ​ສຶກສາ​ດ້ານ​ສຸຂະພາບຢ່າງ​ຂະຫນາດ​ໃຫຍ່,ທ່ານ​ໂຈ​ວຕ້າວ​ຊິ່ນ ຮອງ​ຫົວຫນ້າ​ຂອງ​ສູນ​ປ້ອງ​ກັນ​​ແລະ​ຄວບ​ຄຸມພະ​ຍາດ​ນະຄອນ​ມຽນຈູ​​​ແຈ້ງ​ໃຫ້​ຊາບ​ວ່າ:

  ປະຈຸ​ບັນ,ພະນັກງານ​ທັງ​ຫມົດ​ຂອງພວກ​ຂ້ອຍ​​​ໄປ​​ເຮັດ​ວຽກ​ງານ​ປ້ອງ​ກັນ​ພະຍາດ,ວຽກ​ງານ​ຕົວ​ຈິງ​ໄດ້​ຖືກ​ປະຕິບັດ​ຈັດ​ຕັ້ງ​ຢູ່​ເມືອງ​ຕ່າງໆ,ນອກ​ນີ້, ສະຖານ​ທີ່​ຊ່ອຍ​ເຫຼືອທັງ​ຫມົດ 53 ​ແຫ່ງ​ຂອງ​​​ເມືອງ​ດັ່ງກ່າວພວມ​ດຳ​ເນີນ​ວຽກ​ງານ​ພົ່ນ​ຢາຂ້າເຊື້ອ,​ມື້​ລະ​ 2 ​ເທື່ອ.
​ປະຈຸ​ບັນ, ວຽກ​ງານ​ຟື້ນ​ຟູ​ການ​ຜະລິດ​ແລະ ເກັບ​ກ່ຽວ​​​ເຂົ້າ​ຂອງ​ເຂດ​ປະສົບ​​ໄພ​ກໍ​ດຳ​ເນີນ​ໄປ​ຢ່າງ​ຂຸ້ນຂ້ຽວ. ຊາວນາ​​ໃນເຂດ​ປະສົບ​​ໄພ​ຫັນ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເປັນ​ພະລັງ, ​ເຂົາ​ເຈົ້າ​ໄດ້​ຝັງ​ພີ່​ນ້ອງ​ທີ່​ລ່ວງ​ລັບ​ໄປ, ​ເຊັດ​ນ້ຳຕາ, ​ແລ້ວ​ຖື​ກ່ຽວ​ມຸ່ງ​ໜ້າ​ເຂົ້າ​ສູ່​​ໄຮ່ນາ​ທີ່​ພວມ​ສຸກ​ເຫຼືອງ. ນັກ​ຂ່າວ​ໄດ້​ສັງ​ເກດ​ຫຼາຍ​ມື້​ແລ້ວ​ເຫັນ​ວ່າ, ​ໃນ​ເມືອງ​ສື​ຟ່າງ​ງ, ​ເມືອງ​ເຜິ​ງ​ໂຈ່​ວ, ​ເມືອງ​ກວງ​ຮ້ານ, ​ເມືອງ​ໝຽນຈູ, ຊາວນາ​ພວມ​ກ່ຽວ​ເຂົ້າ​​. ຍ້ອນ​ວ່າ​ປະຊາຊົນ​ເຂດ​ປະສົບ​ໄພ​ເສຍ​ຊີວິດ​ຢ່າງ​ຫຼວງ​ຫຼາຍ, ​ຂາດ​ແຮງ​ງານ​ຢ່າງ​ໜັກ​ໜ່ວງ, ສະ​ນັ້ນ, ມີ​ອາສາ​ສະໝັກ​, ນາຍ​ແລະ​ພົນທະຫານ​ຫຼາຍ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ເກັບ​ກ່ຽວ. ພ້ອມ​ກັນ​ນັ້ນ, ​ໃນ​ຂະນະ​ທີ່​ດຳ​ເນີນ​ວຽກ​ງານ​ກູ້​ໄພ, ວິ​ສາ​ຫະກິດ​ຂະໜາດ​ໃຫຍ່​ຈຳນວນ​ໜຶ່ງ​ໃນ​ເຂດ​ປະສົບ​​ໄພ​ກໍ​​ເລີ່​ມຟື້ນ​ຟູ​ການ​ຜະລິດ​ຢ່າງ​​ກ້າວໆ​ຫຼື​ລົງມື​ກຽມ​ຈະ​ຟື້ນ​ຟູ​ການ​ຜະລິດ. ​ໂຮງງານ​ກ່ຳ​ປັ່ນ​ຕົ່ງ​ຝ່າ​ງທີ່​ຕັ້ງ​ຢູ່​ຕາ​ແສງ​ຮ້ານ​ວ້າງ ​ແມ່ນ​ລັດ​ວິ​ສາ​ຫະກິ​ດຂະໜາດ​ໃຫຍ່​ແຫ່ງ​ໜຶ່ງ, ​ແຜ່ນດິນ​ໄຫວ​​ໄດ້​ເຮັດ​ໃຫ້​ວິ​ສາ​ຫະກິດ​ແຫ່ງ​ນີ້​ປະສົບຄວາມ​ເສຍ​ຫາຍ​ຢ່າງ​ໜັກໜ່ວງ, ທ່ານ​ຫຼິວຈື້ສຽນ ຜູ້​ຮັບຜິດຊອບ​ກອງ​ຊີ້​ນຳ​ການ​ກູ້​ໄພ​ຂອງ​ໂຮງງານ​ດັ່ງກ່າວ​ບອກ​ນັກ​ຂ່າວ​ວ່າ:

ພວກ​ເຮົາ​ໄດ້​ເລີ່​ມວຽກ​ງານ​ສ້າ​ງສາ​ຄືນ​ໃໝ່​ຫຼັງ​ໄພ​ຢ່າງ​ວ່ອງ​ໄວ, ​ໄດ້​ຟື້ນ​ຟູ​ການ​ຜະລິດ​ແລະ​ສ້າງ​ບ້ານ​ແປງ​ເມືອງ​ຄືນ​ໃໝ່. ຄື​ວ່າ​ໃນ​ມື້ກ່ອນ, ​ໂຮງງານ​ພວກ​ເຮົາ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຍ້ອນ​ໄພ​ທຳ​ມະ​ຊາດ, ​ໄດ້​ຂົນ​ສົ່ງ​ເຄື່ອງ​ຜະ​ລິດ​ໄຟຟ້າ​ດ້ວຍ​ແຮງ​ລົມ​ງວດ​ໜຶ່ງ​ໄປ​ໃຫ້​ລູກ​ຄ້າ​ໃນ​ທົ່ວ​ປະ​ເທດ.

ນັກຮຽນ​ປະຖົມ​ມັດທະຍົມ​ຢ່າງ​ຫຼວງ​ຫຼາຍ​ໃນ​ເຂດ​ປະສົບ​ໄພ​ກໍ​ໄດ້​ກັບ​ຄືນ​ຫ້ອງ​ຮຽນ​ໂດຍ​ຜ່ານ​ຈາກ​ມາດ​ຕະການ​ຕ່າງໆ​ເຊັ່ນ: ຮຽນ​ຢູ່​ໃນ​ຕູບ​ຜ້າ​ເຕັນ​ແລະ​ໄປ​ຮຽນ​ຢູ່​ຕ່າງ​ຖິ່ນ​ເປັນ​ຕົ້ນ. ວັນ​ທີ21​ພຶດສະພາ​ນີ້, ຢູ່​ຕາ​ແສງ​ຈຸ່ນ​ຕ້າວ​ເມືອງ​ໝຽນຈູ, ​ໂຮງຮຽນ​ປະຖົມ​ຄວາມ​ຫວັງ​ກູ້​ໄພ​ແຫ່ງ​ທຳ​ອິດ​ໃນ​ເຂດ​ປະສົບ​ໄພ​ເລີ່​ມ​ເປີດ​ສົກຮຽນ​ໃໝ່​ຢ່າງ​ເປັນ​ທາງ​ການ. ທ່ານ​ເສິນ​ສາວ​ລູ້ ຜູ້ອຳນວຍການໂຮງຮຽນ​ບອກ​ນັກ​ຂ່າວ​ວ່າ:

ພວກ​ເຮົາ​ສ້າງ​ໂຮງຮຽນ​ຄືນ​ໃໝ່​ສາມາດ​ສະໜອງສະຖານ​ທີ່​ພົບກັບ​ໝູ່​ຄູ່​ໃຫ້​ເດັກນ້ອຍ​ເຫຼົ່າ​ນີ້, ​ໃຫ້​ພວກ​ເຂົາ​ເຈົ້າ​ສາມາດ​ເດີນ​ອອກ​ຈາກ​ເງົາ​ມືດ​ທີ່​​ມາ​ຈາກ​ໄພ​ແຜ່ນດິນ​ໄຫວ.