ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-22 19:10:30    
ເດັກ​ນ້ອຍ​ເຂດ​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ​ເລີ່ມ​ເຂົ້າ​ຮຽນ​ຄືນ​ໃໝ່

cri

CRI​ລາຍ​ງານ​ວ່າ:​ປັດ​ຈຸ​ບັນ,ຢູ່​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ຮ້າຍ​ແຮງ​ເມືອງ​ເວິ້ນ​ຊ່ວນ​ແຂວງ​ເສ​ສວນ​ຈີນ,​ພາກ​ສ່ວນ​ການ​ປົກ​ຄອງ​ແລະ​ປະ​ຊາ​ສົ​ງ​ເຄາະ​ຈີນ​ພວມ​ອອກ​ແຮງ​ຈັດ​ວາງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ມວນ​ຊົນ​ຜູ່​ປະ​ສົບ​ໄພ.​ເດັກ​ນ້ອຍ​ ແມ່ນ​ກຸ່ມ​ຄົນ​ທີ່​ເຮັດ​ໃຫ້​ທຸກ​ຄົນ​ເປັນ​ຫ່ວງ​ກວ່າ​ໝູ່​ໃນ​ແຜ່ນ​ດິນ​ໄຫວ​ຮ້າຍ​ແຮງ​ເທື່ອ​ນີ້.​ສຳ​ລັບ​ເດັກ​ນ້ອຍ​ທີ່​ບໍ່​ມີ​ບ່ອນ​ເພິ່ງ​ພາ​ອາ​ໄສ,​ອົງ​ການ​ປົກຄອງ​ຂອງ​ຈີນ​ໄດ້​ເບິ່ງ​ແຍງ​ດູ​ແລ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ພວກ​ເດັກ​ນ້ອຍ​ຢ່າງ​ເໝາະ​ສົມ,​ຊ່ວຍ​ເຂົາ​ເຈົ້າ​ຊອກ​ຫາ​ຄົນ​ໃນ​ຄອບ​ຄົວ​ທີ່​ພັດ​ພາກ​ຈາ​ກັນ.​ອີກ​ດ້ານ​ໜຶ່ງ​ກໍ່​ໄດ້​ລົງມື​ກໍ່​ສ້າງ​ໂຮງ​ຮຽນ​ຊົ່ວ​ຄາວ,​ໃຫ້​ເຂົາ​ເຈົ້າ​ກັບ​ຄືນ​ສູ່​ຫ້ອງ​ຮຽນ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ວັນທີ21ພຶດສະພານີ້,ນັກຮຽນປະຖົມສອງຄົນພວມນັ່ງຖ້າການເລີ່ມຮຽນ
ໜັງສືໃນໂຮງຮຽນປະຖົມຄວາມຫວັງຕ້ານໄພແຜ່ນດິນໄຫວເມືອງມຽນຈູ

ວັນ​ທີ21​ພຶດສະພາ​ນີ້,​ໂຮງຮຽນ​ປະຖົມຄວາມ​ຫວັງ​ຕ້ານ​ໄພ​ແຜ່ນດິນ​ໄຫວ​ແຫ່ງ​ທຳ​ອິດ​ຂອງ​ເຂດ​ປະສົບ​ໄພ​ເມືອງ​ມຽນຈູ​ໄດ້​ເປີດ​ຮຽນ​ແລ້ວ.​ໂຮງ​ຮຽນ​ຕ້ານ​ໄພ​ແຜ່ນ​ດິນ​ໄຫວ​ແຫ່ງ​ນີ້​ແມ່ນ​ມູນ​ນິ​ທິ​ພັດ​ທະ​ນາ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ຈີນ​ລະ​ດົມ​ກຳ​ລັງ​ໃນ​ສັງຄົມ​ແລະ​ກໍ່​ສ້າງ​ຂຶ້ນ​ໂດຍ​ຢູ່​ພາຍ​ໃຕ້​ການ​ຊ່ວຍ​ເຫຼືອ​ຂອງ​ອາສາ​ສະ​ໝັກ.​ໃນ​ໂຮງ​ຮຽນ​ຊົ່ວ​ຄາວ​ທີ່​ມີ​ຫ້ອງ​ຮຽນ​12​ຫ້ອງ​ແຫ່ງ​ນີ້,​ສາ​ມາດ​ບັນຈຸ​ນັກ​ຮຽນ​ປະ​ມານ​600​ຄົນ.

ວັນທີ20ພຶດສະພານີ້,ໂຮງຮຽນຕູບຜ້າເຕັ້ນຈິວໂຈ່ວເມືອງມຽນຢາງແຂວງເສສວນທີ່
ເປັນເຂດປະສົບໄພໄດ້ເປີດຮຽນແລ້ວ

ວັນທີ20ພຶດສະພານີ້,ໂຮງຮຽນຕູບຜ້າເຕັ້ນຈິວໂຈ່ວເມືອງມຽນຢາງແຂວງເສສວນທີ່
ເປັນເຂດປະສົບໄພໄດ້ເປີດຮຽນແລ້ວ


1 2 3 4