ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-23 00:02:19    
ການ​ກອບ​ກູ້​ຊ່ວຍ​ເຫຼືອ​ດ້ານ​ຈິດ​ໃຈ​ໄດ້​ດຳ​ເນີນ​ຢູ່​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ​ຢ່າງຮອບດ້ານ

cri

ໄພ​ແຜ່ນດິນ​ໄຫວ​ຢູ່​ເມືອງເວີ້​ນຊວນ ​ແຂວງ​ເສ​ສວນ​ໄດ້​ເຮັດ​ໃຫ້ ມີ​ຄົນ​ຕາຍບາດ​ເຈັບ​ ​ແລະ ​ເສຍ​ຫາຍຊັບ​ສິນ​ຢ່າງ​ຫຼວງ​ຫຼາຍ.​ໃນ​ເວລາກູ້ໄພ​ແຜ່ນດິນ​ໄຫວ, ພາກສ່ວນ​ສາທາລະນະ​ສຸກ​ຈີນ,ອົງການ​ປົກຄອງ​ທ້ອງ​ຖິ່ນ​ຕ່າງ​ໆ ​ແລະ ອົງການ​ຈັດ​ຕັ້ງມະຫາຊົນ​ຕ່າງໆໄດ້​ສົ່ງ​ພະນັກງານ​ກອບ​ກູ້​ຊ່ວຍ​​ເຫຼືອ​ດ້ານ​ຈິດ​ໃຈ​ເຂົ້າສູ່​ເຂດ​ປະສົບ​ໄພ, ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ຈິດ​ໃຈ​ໃຫ້​ແກ່​ປະຊາຊົນ​ເຂດ​ປະສົບ​ໄພ.

ຢູ່​ບ່ອນ​ພັກ​ຊົ່ວຄາວ​ບ່ອນ​ໜຶ່ງຂອງ​ເມືອງ​ເປີ​ຍຊວນ ທີ່​ປະສົບ​ໄພຢ່າງ​ຮ້າຍ​ແຮງ, ນັກ​ຂ່າວ​ໄດ້​ພົບ​ທ້າວ​ລີ​ວຂາຍ ນັກຮຽນ​ມັດທະຍົມ​ຕົ້ນ​ປີ​ທີ2​ຂອງ​ໂຮງຮຽນ​ມັດທະຍົມເປີ​ຍຊວນ. ລາວ​ພວມ​ຊ່ວຍ​ອາສາ​ສະໝັກ​ຈັດ​ວາງສະຖານ​ທີ່ພັກ​ເຊົາ​ໃຫ້​ຜູ່​ປະສົບ​ໄພ, ​ເບິ່ງ​ແລ້ວ,ຮູ້ສຶກ​ລາວ​ມີ​ຈິດ​ໃຈ​ທຸ່ມ​ທ່ຽວ​ດີ. ​ແຕ່​ວ່າໃນຕອນ​ທີ່ທ້າວ​ລີ​ວຂາຍ​ຫາ​ກໍ່​ມາ​ຮອດ​ບ່ອນ​ພັກ​ຊົ່ວຄາວ​ນີ້​, ​ແມ່ນບໍ່​​ເປັນ​​ແນວ​ນີ້. ທ່ານ​ຊຸ່ນຊຽງ ອາສາ​ສະໝັກ​ຊ່ວຍ​​ເຫຼືອດ້ານ​ຈິດ​​ໃຈ​ບອກ​ວ່າ,

"​ໃນ​ເວລາ​ທ້າວ​ລີ​ວຂາຍ​ຫາ​ກໍ່​ມາ​ລາວ​ມີ​ອາຫານຕື່ນ​ຕົກ​ໃຈຢ້ານ​ກົວ​ຫຼາຍ, ນອນ​ບໍ່ຫຼັບ, ນັ່ງ​ຊຶງ​ຢູ່​ບໍ່​ປາກ​ບໍ່​ເວົ້າ​ຫຍັງ."

ຢູ່​ບ່ອນ​ພັກ​ຊົ່ວຄາວ, ພະນັກງານ​ກູ້​ຊ່ວຍ​​ເຫຼືອດ້ານ​ຈິດ​ໃຈ​ໄດ້​ຊັກ​ຊວນ​​ໃຫ້ທ້າວ​ລີ​ວຂາຍ​ເວົ້າ​ປະສົບ​ການ​ຂອງ​ຕົນ, ​ແລະ ​ຊ່ວຍ​ໃຫ້​ຈິດ​ໃຈ​ຂອງລາວ​ສະ​ຫງົບ​ລົງ​ຢ່າງ​ອົດທົນ, ຊຸກ​ຍູ້​ໃຫ້​ລາວ​ຊ່ວຍ​ອາສາ​ສະ​ໝັກ​ເຮັດ​ວຽກ​​ທີ່ລາວ​ສາມາດ​ເຮັດ​​ໃຫ້. ປັດຈຸບັນ, ທ້າວ​ລີ​ວຂາຍ​ຮູ້ສຶກ​ສະບາຍ​ໃຈ​ຫຼາຍ​ແລ້ວ.

ຫຼັງ​ຈາກ​ເກີດ​ໄພ​ແຜ່ນດິນ​ໄຫວ, ວຽກ​ງານ​ກອບ​ກູ້​ຊ່ວຍ​ເຫຼືອ​ດ້ານ​ຈິດ​ໃຈ​ກໍ່​​​ໄດ້​ເລິ່ມດຳ​ເນີນ​ໄປ​ພ້ອມ. ທ່ານ​ເຟີ​ງຈິ້ງ​​ຈຶ ຈິດຕະ​ແພດຂອງມະຫາວິທະຍາ​ໄລ​ແພດ​ທີ​ສາມ​ຂອງ​ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ ​ໄດ້​ເດີນທາງ​ໄປ​ຮອດ​ເຂດ​ປະສົບ​ໄພນຳ​ໜ່ວຍ​ກອບ​ກູ້​ຂອງ​ກອງ​ທັບ ​ໃນ​ມື້​ທີ2​ຫຼັງ​ເກີດ​​ແຜ່ນດິນ​ໄຫວ. ທ່ານ​​ເວົ້າ​ສູ່​ຟັງວ່າ,

"ທີ່​ຈິງ​ແລ້ວ, ການກອບ​ກູ້​ຊ່ວຍ​​ເຫຼືອ​ດ້ານຈິດ​ໃຈ​ຂອງ​ພວກ​ເຮົາ​ໄດ້​ເລິ່ມດຳ​ເນີນ ນັບ​ແຕ່​ຂຸດ​ຄົ້ນ​​ເອົາ​ຄົນ​ໃນ​ຊາກ​ອາຄານ​ທີ່ພັງ​ທະລາ​ຍ, ວຽກ​ງານໃນ​ຕອນ​ນັ້ນ​ແມ່ນ​ກະຕຸ້ນ​ໃຫ້​ພວກ​​ເຂົາ​ເຈົ້າມີ​ຄວາມ​ຫວັງ​ຕໍ່ຊີວິດ​ອີກ​ເທື່ອ​ໜຶ່ງ. ວິທີ​ຊ່ວຍ​ກໍ່ແມ່ນ, ພວກ​ເຮົາ​​​​ໄປ​ເຮືອນ​ຂອງ​ພວກ​ເຂົາ​ເຈົ້າ, ລົມ​ກັບ​ເຂົາ​ເຈົ້າ, ​ຊັກ​ຊວນໃຫ້​​ເຂົາ​ເຈົ້າ​ເວົ້າ​ຄວາມ​ຢ້ານ​ກົວ​ໃນ​ໃຈ."

ປັດຈຸບັນ, ຢ່າງ​ໜ້ອຍ​ມີ​ໜ່ວຍ​ຈິດຕະ​ແພດຫຼາຍ​ກວ່າ50​ໜ່ວຍ​ໄດ້​ເດີນທາງ​​ໄປເຂດ​ປະສົບ​ໄພ​ແລ້ວ. ນອກ​ນີ້, ພາກສ່ວນ​ທີ່​ກ່ຽວຂ້ອງ​ກໍ່​ໄດ້​​​ເປີດໂທລະສັບ​ສາຍ​ດ່ວນ ​ແລະ ​ໃຫ້​ຟັງລາຍການ​ທີ່​ກ່ຽວຂ້ອງ, ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ດ້ານ​ຈິດ​ໃຈ​ແກ່​ຜູ່ປະສົບ​ໄພ. ພະນັກງານ​ກອບ​ກູ້​ຍັງ​ໄດ້​ແຈກ​ຢາຍ​ເອກະສານ​ທີ່​ກ່ຽວ​ພັນ​ກັບ​ຄວາມ​ປອດ​ໃສ​ດ້ານ​ຈິດ​ໃຈ, ​ແນະນຳ​​ໃຫ້​ເຂົາ​ເຈົ້າ​ຮູ້​ໃຫ້​ກຳລັງ​ໃຈ​ຕົນ​ເອງ.

ປັດຈຸບັນ, ວຽກ​ງານ​ຊ່ວຍ​ເຫຼືອ​ດ້ານຈິດ​ໃຈຢູ່​ເຂດ​ປະສົ​ບ​ໄພ​​ໄດ້​ຂະຫຍາຍ​ໄປ​​ເຖິງ​ປະຊາຊົນທາງ​ນອກ. ທ່ານ​ໂວ້ຈ້ຽນ​ຈົ່ງ ສາດສະດາຈານ ວິຊາ​ຈິດຕະ​ແພດຂອງ​ມະຫາວິທະ​ຍາ​ໄລ​ສ້າງ​ຄູ​ປັກ​ກິ່ງ​ພວມ​ກຽມ​​ເດີນທາງ​ໄປ​ເຂດ​ປະສົບ​ໄພ, ທ່ານ​ກ່າວ​ວ່າ,

"ຜູ່​ທີ່​ພວກ​ເຮົາ​ຈະຊ່ວຍ​ເຫຼືອ​ນັ້ນ ນອກຈາກ​ປະຊາຊົນ​ຢູ່​ເຂດ​ປະສົບ​ໄພ​​ແລ້ວ, ຍັງ​ມີ​ອາສາ​ສະໝັກ, ​ທະຫານກູ້​ໄພ, ​ແລະ​ແພດ​​ໝໍເປັນ​ຕົ້ນ, ​ເພາະວ່າ​ຄວາມ​ກົດ​ດັນ​ດ້ານ​ຈິດ​ໃຈ​ຂອງ​ພວກ​​ເຂົາ​ເຈົ້າສູງ​ຫຼາຍ."

ຕາມ​ຂ່າວ​ແຈ້ງວ່າ, ຫຼັງ​ຈາກ​ເກີດ​ໄພ​ແຜ່ນດິນ​ໄຫວ ປະມານ1​ອາທິດ, ຄົນ​ ​ຫາ​ກໍ່ຜ່ານ​ໄພພິບັດ, ​ຈິດ​ໃຈ​ພວມຢູ່​ໃນ​ສະພາບ​ມິນ​ງົງ, ຍັງບໍ່ທັນ​ສົນ​ໃຈ​ນຳ​ອາລົມ​ຈິດ​​ໃຈຂອງຕົນ​ເທື່ອ. ​ແຕ່ຕໍ່​ມໍ​ປະມານ7ມື້ ຫາ 3​ເດືອນຫຼັງ​​ເກີດໄພ, ​ເຂົາ​ເຈົ້າກໍ່​ຈະ​ເລິ່ມຫວນ​ຄືນ​ພາບ​ໄພພິບັດ, ​ເກີດ​ຄວາມ​ຮູ້ສຶກ​ດ້ານ​ຈິດ​ໃຈ​ໄປ​ທາງ​ລົບ ​ເຊັ່ນ,ຢ້ານ​ກົວ ​ແລະ ໝົດ​ຫວັງ​ເປັນ​ຕົ້ນ, ​ແລ້ວ​ເກີດບັນຫາ​ທາງຈິດ​ໃຈຂຶ້ນ. ສະ​ນັ້ນ, ປັດຈຸບັນ​,ວຽກ​ງານກອບ​ກູ້​ຊ່ວຍ​ເຫືຼອ​ດ້ານ​ຈິດ​ໃຈ​ຂະໜາດ​ໃຫຍ່ນັບ​ແຕ່​ປະ​ເທດ​ຈີນ​​ໃໝ່ສ້າ​ງຕັ້ງ​ຂຶ້ນ​ນັ້ນ ຈຶ່ງພວມດຳ​ເນີນ​ຢູ່​ເຂດ​ປະສົບ​ໄພ​ແຜ່ນດິນ​ໄຫວ ​​ແຂວງ​ເສ​ສວນ.