ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-23 14:37:38    
ຈີນ​ອອກ​ແຮງ​ຮັບ​ປະ​ກັນ​ການ​ສະ​ໜອງ​ສິ້ນ​ຄ້າ​ໃນ​ຕະ​ຫຼາດ​ຂອງ​ເຂດ​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ

cri

ຫຼັງ​ຈາກ​ຈີນ​ໄດ້​ເກີດ​ໄພ​ແຜ່ນດິນ​​ໄຫວຢູ່​ເມືອງເວີ້​ນ​ຊວນ ​ແຂວງ​ເສ​ສວນ​ໃນວັນ​ທີ12​ພຶ​ດສະພານີ້, ​ເພື່ອ​ຮັບປະກັນ​ການສະໜອງ​ເຄື່ອງ​ໃຊ້​ສອຍ​ໃນການ​ຜະລິດ  ຊີວິດ​ ​ແລະ ​ເຄື່ອງກູ້​ໄພ​ຂອງ​ເຂດ​ປະສົບ​ໄພ, ກະຊວງ​ການ​ຄ້າ​ຈີນ​ໄດ້​ເລິ່ມປະ​ຕິ​ບັດ​ແຜນການຮັບ​ມື​ກັບ​ສະພາບ​ສຸກ​ເສີນ​ໃນ​ທັນທີ, ອອກ​ແຮງຮັບປະກັນ​ການສະ​ໜອງສິນຄ້າ​ໃນ​ຕະຫຼາດຂອງ​ເຂດ​ປະສົບ​ໄພ​. ​ໂດຍ​ຜ່ານ​ຈາກ​ເພິ່ມການ​ຂົນ​ສົ່ງ​ວັດຖຸ​ຕ່າງ​ໆ​​, ປັດຈຸບັນ, ການ​ສະ​ໜອງ​ ​ແລະ ລາຄາຢູ່ຕະຫຼາດ​ໄດ້ຄ່ອຍໆ​ໝັ້ນ​ທ່ຽງ​ແລ້ວ.
ໃນ​ກອງ​ປະຊຸມ​ຂ່າ​ວທີ່​ຫ້ອງການ​ຖະ​ແຫຼ​ງຂ່າວ​ ​ລັດຖະບານ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ22​ພຶດສະພາ​ນີ້, ທ່ານ​ເຊີນ​ເຕິ​ມີ​ງ ລັດຖະມົນຕີ​ວ່າການກະຊວງ​ການຄ້າ​ຈີນ​​ແຈ້ງວ່າ, ຫຼັງ​ຈາກ​ຈີນ​ໄດ້​ເກີດ​ໄພ​ແຜ່ນດິນ​​ໄຫວ​ຢູ່​ເມືອງເວີ້​ນ​ຊວນ ​ແຂວງ​ເສ​ສວນ​ໃນວັນ​ທີ12​ພຶ​ດສະພານີ້, ກະຊວງ​ການ​ຄ້າ​ຈີນ​ໄດ້​ເລິ່ມປະຕິບັດ​ແຜນກາ​ນຮັບ​ມື​ກັບ​ສະພາບ​ສຸກ​ເສີນ​ລະດັບA​ໃນ​ທັນທີ, ​ໃຊ້ວິທີ​ຕ່າງໆ​ຂົນ​ສົ່ງ​​ເຄື່ອງ​ໃຊ້​ສອຍປະຈຳ​ວັນ ​ແລະ ​ເຄື່ອງກູ້​ໄພ​ໄປ​ຮອດ​ເຂດ​ປະສົບ​ໄພ, ຮັບປະກັນ​ການ​ສະໜອງ​ສິນຄ້າ​ໃນຕະຫຼາດ. ທ່ານ​ກ່າວ​ວ່າ, ປັດຈຸບັນນີ້, ໜ້າ​ທີ່​ຕົ້ນຕໍ​ຂອງ​ກະຊວງ​ການ​ຄ້າ​ຈີນ​ມີ​ສອງ​ຢ່າງ
"ອັນທີໜຶ່ງ, ​ແມ່ນຂົນ​ສົ່ງ​ວັດຖຸ​ສິ່ງ​ຂອງຈາກ​ທົ່ວ​ປະ​ເທດ​ໄປ​ຮອດ​ແຂວງ​ເສ​ສວນ ຮັບປະກັນ​ບໍ່​ຂາດ ການສະ​ໜອງ​ຕະຫຼາດ​, ອັນທີ​ສອງ,​ແມ່ນຟື້ນ​ຟູ​ການ​ກຳ​ເນີນ​ທຸລະ​ກິດ​ໂດຍຄືນ​ໄວ."
ທ່ານ​ເຊີນ​ເຕິ​ມີ​ງກ່າວ​ວ່າ, ປັດຈຸບັນ, ການສະ​ໜອງ​ຕະຫຼາດຢູ່​ເມືອງ​ເຊີງ​ຕູ່ ​ເມືອງ​ເອກ​ແຂວງ​ເສ​ສວນ ​ແລະ ຕົວ​ເມືອງ​ໃຫຍ່​ຕ່າງ​ງພຽງພໍດີ, ການ​ຈໍລະ​ຈອນ​ສິນຄ້າ​ທີ່​ໄປ​ຮອດ​ເມືອງ​ນ້ອຍ​ກໍ່​ສະດວກ​ໃນ​ຂັ້ນ​ພື້ນຖານ. ປັດຈຸບັນ, ວຽກ​ງານ​ຈຸດ​ໜັກ​​ແມ່ນການສ້ອມ​ແປງ​​ເສັ້ນ​ທາງ, ຂົນ​ສົ່ງ​ວັດຖຸ ​ແລະ ສິນ​ຄ້າ​ທີ່​ຂາດ​ເຂີນ​ທີ່​ສຸດ​​ໃຫ້​ປະຊາຊົນ​​ໃນ​ເຂດຫຍຸ້ງຍາກ​ທີ່​ສຸດ.ທ່ານ​ກ່າວ​ວ່າ,
"ວິ​ສາ​ຫະກິດ​ການ​ຄ້າຕ້ອງ​ຈັດ​ຕັ້ງ​ກຳລັງ​ຕ່າງໆ, ຂົນ​ສົ່ງ​ວັດຖຸ ​ແລະ ສິນຄ້າ​​ໃຫ້ປະຊາຊົນຢູ່​ຮາກ​ຖານ​ເຂດ​ປະສົບ​ໄພ, ​ໃຊ້​ລົດຍົນ,ລົດຈັກ​ຂົນ​ສົ່ງ, ບ່ອນ​ທີ່​ໃຊ້​ລົດຍົນ ​ແລະ ລົດຈັກ​ບໍ່​ໄດ້​ນັ້ນ​ກໍ່​​ໃຊ້ມ້າ, ບ່ອນ​ທີ່​ມ້າ​​ໄປ​ບໍ່​​ໄດ້​ກໍ່​​ໃຫ້ຄົນ​ແບກ​ຫາບ."
ໃນ​ຂະນະ​ທີ່​ອອກ​ແຮ​ງຮັບປະກັນ​ການສະ​ໜອງ​ຕະຫຼາດຂອງ​ເຂດ​ປະສົບ​ໄພ, ກະຊວງ​ການ​ຄ້າ​ຈີນ​ຍັງ​ຮັບຜິດຊອບ​ໜ້າ​ທີ່​ຮັບ​ການ​ຊ່ວຍ​ເຫຼືອ​ຈາກສາກົນ. ທ່ານ​ຈາງ​​ເຄີ້ນີງຫົວໜ້າ ພະ​ແນ​ກສາກົນ​ກະຊວງ​ການ​ຄ້າ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ,
"​ໃນ​ເວລາ​ເກີດ​ແຜ່ນດິນ​ໄຫວ, ພວ​ກ​ເຮົາ​ກໍ່​ໄດ້​​ແຈ້ງ​ຂ່າວ​ໃຫ້​ສະຖານ​ທູດ,ສະຖານ​ກົງສຸນ ​ແລະ ອົງການຂອງ​ຕ່າງປະ​ເທດ​ປະຈຳ​ຈີນຊາບ. ນັບ​ແຕ່​ວັນ​ທີ13​ພຶດສະພາ​ນີ້, ພວກ​ເຮົາ​ກໍ່​​ເລິ່ມໄດ້​ຮັບ​ເງິນ​ບໍລິຈາກ​ແລ້ວ.

ແລະ​​ເອົາ​ເງິນ​ນີ້​ໄປ​ຊື້​ເຄື່ອງ​ຊ່ອຍ​ເຫຼືອ​ທີ່​ຕ້ອງການ​ດ່ວນ​ໃນ​ເຂດ​ປະສົບ​ໄພ,​ແລ້ວສົ່ງ​​ໄປ​ໃຫ້​ເຂດ​ປະສົບ​ໄພ​ໂດຍ​ກົງ,ຕົວຢ່າງ​ຄື:ອາຫານ​ສຳ​ເລັດ​ຮູບ ຕູບ​ຜ້າ​ເຕັ້ນ​ແລະຢາປິ່ນປົວ​ສຸກ​ເສີນ.

ທ່ານ​ກ່າວ​ວ່າ,​ໃນ​ເວລາ​ຟື້ນຟູ​ແລະ​ສ້າງສາ​ເຂດ​ປະສົບ​ໄພ​ຄືນ​ໃຫມ່​,ກະຊວງ​ການ​ຄ້າ​ຈີນ​ຍັງ​ຈະ​ສືບ​ຕໍ່​ຮ່ວມມື​ກັບ​ອົງການ​ຊ່ອຍ​ເຫຼືອ​ສາກົນ​ຢ່າງ​​ໃກ້ຊິດ,ສືບ​ຕໍ່​ຈັດ​ວາງ​ເຄື່ອງ​ຊ່ອຍ​ເຫຼືອ​ແລະ​ສິ່ງ​ທີ່​​ເຂດ​ປະສົບ​ໄພ​ຕ້ອງການ ດ່ວນ.​ໃນ​ງານ​ຖະ​ແຫຼ​ງຂ່າວ,ທ່ານ​ເສີນ​ເຕີ​ມິ​ງ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຄາ​ຈີນ​ຍັງ​ກ່າວ​ວ່າ,​ແຜ່ນດິນ​ໄຫວ​ແຂວງ​ເສ​ສວນ​ເທື່ອ​ນີ້​ໄດ້ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ຫນັກຫນ່ວງ,​ແຕ່​ບໍ່​ມີ​ຜົນ​ກະທົບ​ຫຼາຍ​ປານ​ໃດ​ຕໍ່​ການ​ສະຫນອງ​ຂອງ​ຕະຫຼາດ​​ໃນທົ່ວ​ປະ​ເທດ​.


ແຂວງ​ເສ​ສວນ​ແມ່ນ​ແຫຼ່ງຜະລິດ​ເຂົ້າ,​​ຊີ້ນ​ແລະ​ນ້ຳມັນ​ພືດ​ທີ່​ສຳຄັນ​ຂອງ​ປະ​ເທດ.​ແຕ່​ວ່າ,​ບ່ອນທີ່​ປະສົບ​ໄພ​ເທື່ອ​ນີ້​ແມ່ນ​​ເຂດ​ພາກ​ເຫນືອ​​ແຂວງ​ເສ​ສວນ ທີ່​​ເປັນເຂດພູດ​ອຍ,ບໍ່​ມີ​ຜົນ​ສະທ້ອນ​ຫຼາຍ​ຕໍ່​ການ​ຜະລິດ​ພາຍ​ໃນ​ປະ​ເທດ. ປະຈຸ​ບັນ,​ຈີນ​ມີ​ອາຫານ ນ້ຳມັນພືດ​ແລະ​ຊີ້ນ​ແຮ​​​ໄວ້​ຢ່າງ​ພຽງພໍ, ອາຫານ​ແລະ​ນ້ຳມັນພືດ​ໃນ​ລະດູ​ຮ້ອນ​ຈະ​ມີ​ຈຳນວນ​ຫຼວງຫຼາຍ​ກວ່າ​​ເກົ່າ,ການ​ຜະລິດຊີ້ນ​ຫມູ ​ພວມ​ຟື້ນ​ຟູ​​ໃຫ້​ເປັນປົກກະຕິ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.


ທ່ານ​ຍັງ​ເປີດ​ເຜີຍ​ວ່າ, ຮອດ​ປະຈຸ​ບັນ,​ໄພ​ແຜ່ນດິນ​ໄຫວ​​ແຂວງ​ເສ​ສວນ​ບໍ່​ໄດ້​ກະທົບກະ​ເທືອ​ນ​ເຖິງ​ການ​ສົ່ງ​ອອກ​ຂອງ​ຈີນ​ໂດຍ​ພື້ນຖານ.