ຕາມຂ່າວ CRI: ສະພາບປະສົບໄພແຜ່ນດິນໄຫວທີ່ເກີດຂຶ້ນຢູ່ແຂວງເສສວນເຮັດໃຫ້ຄົນທັງຫຼາຍເອົາໃຈໃສ່ນຳທີ່ສຸດ. ພາຍຫຼັງເກີດແຜ່ນດິນໄຫວແລ້ວ, ຫຼາຍໆຄົນກໍ່ພາກັນໄປເຂດປະສົບໄພ, ສົ່ງຄວາມຮັກຂອງເຂົາເຈົ້າໃຫ້ປະຊາຊົນປະສົບໄພທຸກຄົນ. ຄວາມຮັກທີ່ຫຼັ່ງໄຫຼໄປເຕົ້າໂຮມຢູ່ເຂດປະສົບໄພຢ່າງບໍ່ຂາດສາຍໄດ້ໃຫ້ຄວາມກ້າຫານເພື່ອປະເຊີນໜ້າກັບໄພແລະຄວາມໝັ້ນໃຈເພື່ອສ້າງບ້ານແປງເມືອງຄືນໃໝ່ແກ່ປະຊົນຊົນປະສົບໄພ.
ທ້າວວາງຮ້າວແມ່ນອາສາສະໝັກນັກສຶກສາຜູ້ໜຶ່ງທີ່ມາຈາກມະຫາວິທະຍາໄລວິທະຍາສາດການຊ່າງເຊີງຕູ່. ວັນທີ 21 ພຶດສະພານີ້, ໃນເວລານັກຂ່າວພົບລາວກັບອາສາສະໝັກຜູ້ອື່ນໆຢູ່ເຂດຈູ່ນຕ້າວຂອງເມືອງມຽນຈູ, ເຂົາເຈົ້າກຳລັງຊ່ອຍເຫຼືອພະນັກງານແຈກຢາຍເຄື່ງຊ່ອຍເຫຼືອໃຫ້ຄອບຄົວຕ່າງໆ. ເມື່ອໄດ້ເຮັດວຽກຢູ່ເຂດປະສົບໄພມາຫຼາຍມື້ຢ່າງຕໍ່ເນື່ອງແລ້ວ, ເບີ່ງໜ້າຂະເຈົ້າຮູ້ສຶກວ່າອິດອ່ອນຫຼາຍ, ແຕ່ເຂົາເຈົ້າຍັງສູ້ຕໍ່ໄປ. ວາງຮ້າວເວົ້າຕໍ່ນັກຂ່າວວ່າ, ໃນຂະນະນີ້, ປະຊາຊົນຈີນຜູ້ໃດກໍ່ຢາກປະກອບສ່ວນຂອງຕົນໃຫ້ແກ່ປະຊາຊົນຢູ່ເຂດປະສົບໄພ. ລາວເວົ້າວ່າ:
"ຄວາມຫວັງຂອງຂ້ອຍກໍ່ແມ່ນຢາກຜ່ານວຽກອາສາສະໝັກຂອງພວກເຮົາ, ໃຫ້ປະຊາຊົນເຂດປະສົບໄພຮູ້ວ່າ, ຄົນທາງນອກລ້ວນແຕ່ເອົາໃຈໃສ່ເຂົາເຈົ້າ, ໃຫ້ເຂົາເຈົ້າຮູ້ວ່າ, ພວກເຮົາຮັກເຂົາເຈົ້າຫຼາຍ, ພວກເຮົາຢູ່ຄຽງຂ້າງເຂົາເຈົ້າເພື່ອຮ່ວມກັນຍຶດໝັ້ນຕໍ່ໄປ"
ຢູ່ໂຮງຮຽນປະຖົມ"ຄວາມຫວັງຫຼັງແຜ່ນດິນໄຫວ"ທີ່ເຂດຈຸ່ນຕ້າວ,ນັກຂ່າວໄດ້ເຫັນພະນັກ ງານພິເສດກອງໜຶ່ງ,ເຊິ່ງແມ່ນກອງກູ້ໄພດ້ານພະລັງໄຟຟ້າທີ່ມາຈາກເມືອງຊ້າວຢາງຂອງແຂວງຫູນານ.ກອງກູ້ໄພກອງນີ້ໄດ້ໄປກູ້ໄພຢູ່ຫຼາຍບ່ອນຂອງເຂດປະສົບໄພ,ໄດ້ເຮັດວຽກລຽນຕິດມາໄດ້ອາທິດປາຍແລ້ວ.ທ່ານລິວໃນກອງນີ້ບອກນັກຂ່າວວ່າ:"ພວກເຮົາຮ່ວມຈິດຮ່ວມໃຈກັນ,ຄືກັນກັບເວລາກູ້ໄພພາຍຸຫິມະທີ່ເກີດຂຶ້ນຢູ່ພາກໃຕ້ຂອງຈີນໃນຕົ້ນປີນີ້,ມີນ້ຳໃຈຫຼາຍແນວນີ້,ຈະສາມາດສ້າງບ້ານເກີດເມືອງນອນໃຫ້ດີກວ່າເກົ່າໄດ້ຢ່າງແນ່ນອນ."
ຜູ້ຂັບລົດຕັກຊີຫຼາຍຄົນຂອງນະຄອນເຊິງຕູ່ກໍໄດ້ເຂົ້າຮ່ວມການຂົນສົ່ງເຄື່ອງຊ່ວຍເຫຼືອໄປເຂດປະສົບໄພ.ເຖິງວ່າພວກເຂົາເຈົ້າບໍ່ມີລາຍໄດ້ຫຼາຍປານໃດ,ແຕ່ຍັງໄດ້ຊື້ເຄື່ອງຊ່ວຍເຫຼືອ ຕ່າງໆ ຄື ນ້ຳດື່ມແລະຂະໜົມດ້ວຍເງິນຕົນເອງແລະສົ່ງໄປຮອດເຂດປະສົບໄພ.ທ່ານຈ່ວງເວີນຊວນແມ່ນຜູ້ລິເລີ່ມພາເພື່ອນຜູ້ຂັບລົດຕັກຊີເຮັດ.ໃນຕອນຄ່ຳທີ່ເກີດໄພແຜ່ນດິນໄຫວມື້ນັ້ນ,ລາວກໍໄດ້ຂັບລົດໄປຊ່ວຍຂົນສົ່ງຜູ້ບາດເຈັບຢູ່ເຂດປະສົບໄພຕູ່ຈ່ຽງຢ້ຽນແລ້ວ.ທ່ານກ່າວວ່າ:"ເວລານັ້ນ,ພວກເຮົາພວມເຮັດວຽກຢູ່,ເມື່ອໄດ້ຟັງວິທະຍຸຈະລາຈອນລາຍງານວ່າເຂດປະສົບໄພເມືອງຕູ່ຈ່ຽງຢ້ຽນມີຜູ່ໄດ້ຮັບບາດເຈັບຫຼາຍສົມຄວນ,ຕ້ອງການຄວາມຊ່ວຍເຫຼືອ,ພວກເຮົາກໍ່ເລີຍເປັນເຈົ້າການໄປເມືອງຕູ່ຈ່ຽງຢ້ຽນ,ມີລົດຕັກຊີປະມານ50ເຖິງ60ຄັນຕິດຕາມຂ້ອຍໄປຮອດເຂດປະສົບໄພທຸກແຫ່ງ,ໄປຮອດທຸກບ້ານໃນຊົນນະບົດ,ພວກເຮົາເຮັດວຽກຊ່ວຍກູ້ໄພຈົນຮອດ6ໂມງເຊົ້າມື້ຕໍ່ມາ."
ນາງວາງສ້ຽວພິງແມ່ນຫົວໜ້ານາງພະຍາບານຂອງໂຮງໝໍສັງກັດມະຫາວິທະຍາໄລແພດສາດທະຫານທີ2,ພາຍຫຼັງໄພພິບັດເກີດຂຶ້ນແລ້ວ,ນາງພ້ອມກັບໝູ່ຮ່ວມງານໄດ້ຈັດຕັ້ງໜ່ວຍແພດຟ້າວເດີນທາງໄປຊ່ວຍປິ່ນປົວຜູ່ບາດເຈັບຢູ່ເຂດປະສົບໄພເມືອງຈ່ຽງໂຢ.ນາງກ່າວວ່າ:
"ເມື່ອປະເທດຊາດແລະປະຊາຊົນຕົກຢູ່ໃນຄວາມອັນຕະລາຍແລະອັດຕະຄັດ,ພວກເຮົາບໍ່ຄວນປັດປ່າຍໜ້າທີ່ຂອງຕົນ.ຄົນໃນຄອບຄົວກໍ່ເຂົ້າໃຈເຮົາ,ລູກຂ້ອຍກຳລັງຮຽນມັດຖະຍົມປາຍ,ລາວສະໜັບສະໜູນແລະເຂົ້າໃຈຂ້ອຍທີ່ສຸດ.ລາວຄິດວ່າແມ່ລາວໃນນາມເປັນທະຫານຜູ່ໜຶ່ງໄປບ່ອນທີ່ຕ້ອງການຄວາມຊ່ວຍເຫຼືອທີ່ສຸດ,ລາວຮູ້ສຶກພາກພູມໃຈຫຼາຍ!"
ໃນການກູ້ໄພແຜ່ນດິນໄຫວຫຼາຍມື້ມານີ້,ນ້ຳໃຈເອື້ອອາທອນຂອງແຕ່ລະຄົນເໝືອນດັ່ງສາຍນ້ຳນ້ອຍໆພວມໄຫຼໄປໂຮມຢູ່ເຂດປະສົບໄພ,ກາຍເປັນທະເລແຫ່ງຄວາມຮັກ.ເມື່ອມີຄວາມຮັກຄວາມເອື້ອອາທອນຢ່າງໃຫຍ່ຫຼວງຄືທະເລແລ້ວ,ປະຊາຊົນເຂດປະສົບໄພກໍ່ສາມາດກ້າວໄປໜ້າຢ່າງກ້າຫານແລະໝັ້ນໃຈກວ່າເກົ່າເພື່ອຜ່ານຜ່າໄພພິບັດເທື່ອນີ້.
|