|
|
(GMT+08:00)
2008-05-23 17:47:33
|
|
ໂມງຮຽນສຸດທ້າຍ
cri
Author: mo
ວັນທີ 12 ພຶດສະພານີ້, ແຂວງເສສວນຈີນໄດ້ເກີດແຜ່ນດິນໄຫວ ຄວາມແຮງ 8 ລິກເຕີ, ໃນເວລາເກີດໄພ, ມີເດັດແລະແອນ້ອຍຫຼາຍຄົນຖືກຕິດຄ້າງໃນໂຮງຮຽນອະນຸບານແລະໂຮງຮຽນປະຖົມ. ໃນສະພາບແວດລ້ອມອັນພິເສດນີ້, ພວກເດັກນ້ອຍທີ່ອ່ອນແອທີ່ຢູ່ໄກພໍ່ແມ່ແລະຍາດພີ່ນ້ອງນັ້ນ ໄດ້ຮັບການເບິ່ງແຍງແລະປົກປັກຮັກສາແບບສະຫຼະຕົນເອງຈາກຄູຫຼາຍຄົນ.
14 ໂມງຂອງວັນທີ 12 ພຶດສະພານີ້, ຄູອູຈົ່ງຫົງຂອງໂຮງຮຽນມັດທະຍົມເມືອງຫວຍຢວນພວມສອນພາສາອັງກິດໃນຫ້ອງທີ 5 ມໍໜຶ່ງ. 14ໂມງ 28 ນາທີ, ກ່ອນຈະໝົດໂມງຮຽນອີກບໍ່ພໍທໍ່ໃດນາທີ, ຄູອູຈົ່ງຫົງທີ່ໄດ້ພານັກຮຽນທົບທວນສັບອັງກິດເກົ່າແລ້ວ ຂຽນສັບໃໝ່ຢູ່ກະດານດຳ. ແລະໃນຂະນະນັ້ນເອງ, ພື້ນຫ້ອງຮຽນສັ່ນສະເທືອນຢ່າງຮຸນແຮງ, ປ່ອງຢ້ຽມມີສຽງ"ຄວ້າງຄ່ຽງ"ດັງແຮງຂຶ້ນ, ເຄື່ອງຂີດຂຽນທີ່ວາງໄວ້ເທິງໂຕະຟົ້ງອອກໄປໄກໆ. ພວກເດັກນ້ອຍທີ່ຍັງບໍ່ຮູ້ສຶກເຖິງອັນຕະລາຍນັ້ນ, ກໍ່ພຽງແຕ່ມີສີໜ້າງົງໆ.
"ນັກຮຽນ, ແລ່ນ, ໄວ! ລົງໄປເດີ່ນໄວໆ, ເກີດແຜ່ນດິນໄຫວແລ້ວ!" ຄູອູຮ້ອງໝົດແຮງ! ຈຶ່ງເຮັດໃຫ້ນັກຮຽນທັງຫຼາຍສະເດີດຈາກຕື່ນຈາກຄວາມງົງ. ເດັກນ້ອຍ 29 ຄົນໄດ້ລຸກຂຶ້ນແລ່ນລົງໄປເດີ່ນໃນທັນທີ, ໃນເວລານີ້ລະ, ນາງປາຍຢ້ຽນເສຍ ນາງຟູ້ຢາວ ແລະນາງລິນເສຍທີ່ນັ່ງຢູ່ແຖວຫຼັງໄດ້ເຫັນຄູອູຈົ່ງຫົງທີ່ຢູ່ໃກ້ປະຕູຫ້ອງກວ່າໝູ່ໄດ້ຈັບຂອບປະຕູທີ່ໄກວໄປໄກວມາຢ່າງຮຸນແຮງນັ້ນໄວ້ແໜ້ນໆ, ເພື່ອໃຫ້ນັກຮຽນແລ່ນລົງເດີ່ນ.
ນາງລິນເສຍແມ່ນຜູ້ແລ່ນອອກຫ້ອງຮຽນຜູ້ສຸດທ້າຍ. "ໄວໆ! ລີນເສຍ!" ລີນເສຍຢ້ານຫຼາຍ ໄດ້ຖືກຄູອູຍູ້ບ່າລາວໝົດແຮງ, ຊຸກລາວອອກຈາກຫ້ອງຮຽນໄປຮອດຂັ້ນໃດ. ຈາກນັ້ນ, ຄູອູແລ່ນນຳຫຼັງຄວບຄຸມປົກປ້ອງນັກຮຽນຈົນແລ່ນລົງຮອດຊັ້ນ 3. ໃນຂະນະນັ້ນ, ນາງຟູ້ຢາວຫຼຽວຄືນຫຼັງ, ໄດ້ເຫັນຄູອູທີ່ສົ່ງນັກຮຽນອອກຈາກຫ້ອງຮຽນຢ່າງປອດໄພນັ້ນ, ໄດ້ແລ່ນກັບຄືນຊັ້ນ 4. ພາຍຫຼັງມາຈິ່ງຮູ້ວ່າ, ຍັງມີນັກຮຽນຫຼາຍຄົນຍ້ອນຢ້ານໂພດ ຍັງຄ້າງຢູ່ໃນຫ້ອງ.
ສຸດທ້າຍ, ໃນການແຂ່ງຂັນແລ່ນກັບຍົມມະທູດເທື່ອນີ້, ພວກເດັກນ້ອຍໄດ້ຮັບໄຊຊະນະ, ມີແຕ່ນາງຟູ້ຢາວເຈັບໜ້ອຍໜຶ່ງເທົ່ານັ້ນ. ແຕ່ວ່າ, ຄູອູຈົ່ງຫົງກັບນັກຮຽນ 3 ຄົນທີ່ແລ່ນອອກບໍ່ທັນນັ້ນ ຖືກຝັງໄວ້ຢູ່ໃນຊາກອາຄານຈົນເທົ່າໃດໆ.
ຄູຖານຊຽນຊິວ ຂອງໂຮງຮຽນມັດທະຍົມຕົ່ງຊີ້ເມືອງເຕີຢາງ ໃນເວລາຖືກຜູ້ກອບກູ້ຂຸດພົບນັ້ນ, ເພີ່ນຍັງອ້າແຂນຄ້ຳບັງຢູ່ເທິງໂຕະ, ໃຊ້ຮ່າງກາຍຂອງຕົນຮັກສາບ່ອນວາກຂອງໂຕະຮຽນ, ຮັກສາຊີວິດນັກຮຽນ 4 ຄົນຢູ່ກ້ອງໂຕະ. ສຸດທ້າຍ, ນັກຮຽນ 4 ຄົນໄດ້ຖືກກອບກູ້ຊີວິດໄດ້ໝົດ, ແຕ່ເພີ່ນໄດ້ຈາກເມຍແລະລູກ 2 ຄົນຂອງເພີ່ນຢ່າງບໍ່ມີວັນກັບ.
ຜູ້ຮ່ວມງານຂອງຄູຖານຊ່ຽວຊີ່ວບອກນັກຂ່າວວ່າ, "ຕາມປົກກະຕິ, ຄູຖານຍ່າງຢູ່ໃນໂຮງຮຽນ, ຖ້າເຫັນມີກ້ອນຫິນນ້ອຍໆກ້ອນໜຶ່ງຢູ່ທາງໄກ ເພີ່ນກໍ່ຕ້ອງຍ່າງໄປເກັບຖີ້ມ, ຢ້ານນັກຮຽນເຕະສະດຸດຖືກບາດເຈັບໃນເວລາຢອກໄຍກັນ." ເມື່ອໄດ້ຍິນເລື່ອງເລັກໆນ້ອຍໆເລົ່ານີ້, ພວກເຮົາກໍເຂົ້າໃຈໂລດວ່າ ຄວາມກ້າຫານແລະກຳລັງອັນໃຫຍ່ຫຼວງຂອງຄູຖານຊ່ຽນຊິ່ວແມ່ນມາຈາກໃສ, ການກະທຳຂອງເພີ່ນບໍ່ແມ່ນເກີດຂຶ້ນຢ່າງບັງເອີນ, ມີແຕ່ຜູ້ມີຄວາມຮັກອັນລົ້ນເຫຼືອຕໍ່ນັກຮຽນແລະຄວາມຈິງຈັງຕໍ່ອາຊີບທໍ່ນັ້ນ ຈິ່ງສາມາດເຮັດໃຫ້ຄົນຜູ້ໜຶ່ງມີນ້ຳໃຈອັນສູງສົ່ງທີ່ບໍ່ຢ້ານຄວາມຕາຍໃນເວລາປະເຊີນກັບການຂົ່ມຂູ່ຂອງຍົມມະທູດ.
ຍ້ອນມີນ້ຳໃຈອັນສູງສົ່ງທີ່ບໍ່ຢ້ານຄວາມຕາຍດັ່ງກ່າວ, ຄູຖ່າງຫົງທີ່ຍັງໜຸ່ມແໜ້ນຈຶ່ງໄດ້ໃຊ້ແຂນຂອງຕົນສ້າງຊ່ອງຫວ່າງແຫ່ງຊີວິດໃຫ້ແກ່ນັກຮຽນ. ຖ່າງຫົງປີນີ້ ອາຍຸ 20 ປີ, ແມ່ນຄູສອນການຟ້ອນ. ໃນເວລາເກີດແຜ່ນດິນໄຫວ, ນາງພວມຝຶກຊ້ອມລາຍການຟ້ອນໃຫ້ນັກຮຽນເພື່ອສະແດງໃນວັນເດັກນ້ອຍສາກົນ. ພໍເກີດແຜ່ນດິນໄຫວ, ນາງໄດ້ຍູ້ນັກຮຽນ 3 ຄົນເຂົ້າສູ່ແຈຝາ, ແລ້ວກອດເຂົາເຈົ້າໄວ້ໃນຊວງເອິກຂອງຕົນຈາກເບື້ອງຫຼັງ, ໃນທັນໃດນັ້ນ, ເຮືອນກໍ່ພັງລົງມາທັບໃສ່ຮ່າງກາຍຂອງນາງ…. ໃນເວລາຂຸດເຫັນສົບຂອງນາງ, ຢູ່ແຈຝາຫ້ອງທີ່ປອດໄພຍ້ອນນາງບັງໄວ້, ໃນຊວງເອິກຂອງນາງ, ເດັກຍິງສາມຄົນໄດ້ລອດຊີວິດ.
ຢູ່ໂຮງຮຽນອະນຸບານຮວນຮວນຂອງເມືອງນ້ອຍຈຸ່ນຕ້າວເມືອງມຽນຈູ, ເດັກນ້ອຍ 80 ກວ່າຄົນແລະຄູ 5 ຄົນລວມທັງນາງສູວ້ານຢົງກໍຖືກຖົມຢູ່ໃນຊາກອາຄານ… ເມື່ອກອງກອບກູ້ມາເຖິງແລ້ວ, ໄດ້ຂຸດເຫັນໝອນນ້ອຍ, ຜ້າຫົ່ມນ້ອຍ, ແລະເກີບນ້ອຍຫຼາຍໆຄູ່, ຍັງມີນາງສູວ້ານຢົງທີ່ອາຍຸພຽງ 21 ປີແລະເດັກນ້ອຍໃນຊ່ວງເອິກຂອງນາງ. ນາງລີຈ່ວນ ຫົວໜ້າໂຮງຮຽນອະນຸບານເວົ້າເຖິງສະພາບທີ່ ກອງກອບກູ້ຂຸດພົບຄູສູວ້ານຢົງນັ້ນ, ນາງໄຫ້ຈົນເວົ້າບໍ່ເປັນຄວາມ: "ເວລານັ້ນ ຄູສູໝູບລົງພື້ນ, ໃຊ້ຫຼັງຂອງຕົນຄໍ້າແຜ່ນຊີມັງທີ່ພັງລົງມາ, ແລະອຸ້ມກອດເດັກນ້ອຍໄວ້ຢ່າງແໜ້ນໆ." ແມ່ຂອງເດັກນ້ອຍທີ່ຖືກກອບກູ້ໄດ້ຄຸເຂົ່າລົງເທິງຊາກອາຄານ, ຮ້ອງໄຫ້ວ່າ: "ຄູສູເອີຍ, ເຈົ້າໄດ້ຍິນບໍ່? ຂ້ອຍກັບລູກຂ້ອຍຂໍອວຍພອນໃຫ້ເຈົ້າຈົ່ງມີຄວາມສຸກ, ຂໍໃຫ້ເຈົ້າຈົ່ງເດີນທາງໄປສະຫວັນຢ່າງສະດວກເດີ." ເວລາ 10 ໂມງຂອງວັນທີ 14 ພຶດສະພານີ້, ໃນເວລານັກລົບກູ້ໄພງັດເອົາເສົາຄໍ້າຊີມັງເສີມເຫຼັກເສັ້ນໜຶ່ງຂອງໂຮງຮຽນປະຖົມນານປ້າເມືອງພິງອູນະຄອນມຽນຢາງທີ່ພັງລົງຍ້ອນແຜ່ນດິນໄຫວນັ້ນ, ສະພາບຢູ່ຕໍ່ໜ້າໄດ້ສະເທືອນໃຈໝົດທຸກຄົນ: ນາງຄູຜູ້ໜຶ່ງທີ່ເສຍຊີວິດໄປຫຼາຍຊົ່ວໂມງ ໄດ້ໝູບຢູ່ເທິງກອງດິນຈີ່ດິນຂໍ, ຫົວປິ່ນໄປທາງປະຕູ, ສອງມືຈັບແຂນເດັກນ້ອຍຜູ້ໜຶ່ງຢ່າງແໜ້ນໆ, ຢູ່ທາງໜ້າຍັງມີເດັກນ້ອຍ 3 ຄົນ, ເບິ່ງອອກໄດ້ວ່າ, ນາງຢາກພາເດັກນ້ອຍເຫຼົ່ານີ້ອອກຈາກຕຶກອາຄານທີ່ກຳລັງຈະພັງລົງມາ. ຄູຜູ້ນີ້ຊື່ຕູ້ເຈິ້ງຊ່ຽງ, ແມ່ນຄູສອນແທນຂອງຫ້ອງເດັກນ້ອຍກ່ອນໄວຮຽນຂອງໂຮງຮຽນປະຖົມນານປ້າ, ປີນີ້ອາຍຸ 48 ປີ. ຜູ້ຮ່ວມງານຂອງນາງເວົ້າວ່າ, "ຖ້າບໍ່ແມ່ນເພື່ອກອບກູ້ເອົານັກຮຽນ, ຄູຕູ້ຕ້ອງແລ່ນໜີທັນແນ່ນອນ.""ແຕ່ຂ້ອຍຮູ້ດີວ່າ, ລາວຈະບໍ່ປະນັກຮຽນແນ່ນອນ." ຕອນບ່າຍວັນທີ 14 ພຶດສະພານີ້, ຊາວບ້ານທີ່ຍັງມີຊີວິດໃນເມືອງນ້ອຍນີ້ໄດ້ສົ່ງສະການຄູຕູ້ເຈີ້ງຊ່ຽງ, ຖັນແຖວສົ່ງສະການຍືດຍາວ, ລຽນຈາກເທິງພູລົງຮອດຕີນພູ, ເຂົ້າເຈົ້າໃຜກໍ່ຢາກມາສົ່ງຄູທີ່ດີຜູ້ນີ້ໃຫ້ໄປເຖີງສວງສະຫວັນ. ເມືອງພິງອູແມ່ນເຂດທີ່ປະສົບໄພໜັກໜ່ວງກວ່າໝູ່ອີກແຫ່ງໜຶ່ງຂອງເມືອງມຽນຢາງນອກຈາກເມືອງເປີຍຊວນ. ໂຮງຮຽນປະຖົມນານປ້າຂອງເມືອງດັ່ງກ່າວມີຄູແລະນັກຮຽນຫຼວງຫຼາຍຖືກຖົມຢູ່ໃນຊາກອາຄານ. ເມື່ອຄູທີ່ລອດຊີວິດມາຄຶດຊວາດຮູ້ເມື່ອ, ພວກເພີ່ນບໍ່ມີຜູ້ໃດອອກຈາກໂຮງຮຽນໄປຊອກຫາຄອບຄົວຂອງຕົນ, ພວກເພິ່ນໄດ້ຜູດຂຶ້ນໄປຫາຊາກອາຄານທີ່ຂີ້ຝຸ່ນຍັງບໍ່ຫາຍໄປເທື່ອ, ໃຊ້ສອງມືເປົ່າຄຸ້ຍເອົາດິນຈີ່ດິນຂໍອອກ, ຢາກກອບກູ້ນັກຮຽນອອກມາ, ຈົນວ່າມືຂອງຜູ້ໃດກໍເລືອດຍ້ອຍເລືອດຍັ່ງ. ເລື້ອງທີ່ສະເທືອນໃຈຄົນແນວນີ້ຍັງມີຫຼາຍຈົນເວົ້າບໍ່ຫຼ້ອນ. ຄູຂອງເມືອງຈູ້ຢວນຕູ່ຈ່ຽງອ້ຽນໄດ້ສະຫຼະໂອກາດທີ່ເອົາຕົວລອດໄດ້ເພື່ອຢາກພານັກຮຽນຫຼີກໄພ; ຄູຜູ້ໜຶ່ງຂອງເມືອງກວາງອ່ານໄດ້ເສຍຊີວິດຍ້ອນຊ່ວຍກູ້ເດັກນ້ອຍຜູ້ໜຶ່ງທີ່ລົ້ມຟຸບລົງ; ໃນເວລາເກີດເຫດ, ທ່ານສຽວກວາງພິງ ຄູສອນວິຊາເຄມີຂອງໂຮງຮຽນມັດທະຍົມພິງທົງໄດ້ຮ້ອງບອກໝົດທຸກຄົນແລ່ນໜີ, ຕົນເອງພັດຕົກຢູ່ຫຼັງໝູ່.
ມີຄົນເວົ້າວ່າ, ຕໍ່ໜ້າຄວາມເປັນຄວາມຕາຍນັ້ນ, ແລ່ນໄວໆແມ່ນສັນຊາດຕະຍານທີໜຶ່ງຂອງຄົນເພື່ອເອົາຕົວລອດ. ແຕ່ວ່າ, ໃນໄພທຳມະຊາດເທື່ອນີ້, ການຕັດສິນໃຈຂອງຄູຫຼາຍໆຄົນໃນເວລາຄັບຂັນອັນຕະລາຍນັ້ນ, ພັດໄດ້ຕ່າວປີ້ນຄວາມຮັບຮູ້ຂອງພວກເຮົາທີ່ມີຕໍ່ສັນຊາດຕະຍານຂອງມະນຸດ. ໃນໃຈຂອງເຂົາເຈົ້າ, ຮັກນັກຮຽນປານລູກຂອງຕົນເອງ, ປົກປ້ອງນັກຮຽນ ແມ່ນສັນຊາດຕະຍານຂອງເຂົາເຈົ້າ. ພວກເພິ່ນໄດ້ໃຊ້ການກະທຳຂອງຕົນ ຈົນກະທັ້ງຊີວິດຂອງຕົນ ມາບັນລະຍາຍ"ຈັນຍາທຳຂອງຄູ", ພວກເພິ່ນໄດ້ໃຊ້ຄວາມຮັກຂອງຕົນກັ້ງບັງທົ່ວໂລກ. ສິ່ງທີ່ໄພພິບັດນຳມາໃຫ້ພວກເຮົານັ້ນ ບໍ່ພຽງແຕ່ແມ່ນຄວາມເຈັບປວດເດັດຂາດ. ຄຸນສົມບັດຂອງຄູແມ່ນພື້ນຖານຂອງການສຶກສາ, ຄູເຫຼົ່ານີ້ໄດ້ໃຊ້ຊີວິດຂອງຕົນມາສອນນັກຮຽນໃນໂມງຮຽນສຸດທ້າຍເຊິ່ງກໍ່ແມ່ນໂມງຮຽນທີ່ດີທີ່ສຸດ, ເມື່ອເດັກນ້ອຍທີ່ພວກເພິ່ນກອບກູ້ເອົານັ້ນເຕີບໃຫຍ່ຂຶ້ນມາ, ເຂົາເຈົ້າຈະຮູ້ຈັກຫຼາຍກວ່າຜູ້ອື່ນວ່າ ຄວາມກ້າຫານແມ່ນຫຍັງ? ຄວາມບໍ່ເຫັນແກ່ຕົວແມ່ນຫຍັງ? ແລະໜ້າທີ່ຮັບຜິດຊອບແມ່ນຫຍັງ?
|
|
|