ຕອນບ່າຍວັນທີ 12 ພຶດສະພານີ້,ແຜ່ນດິນໄຫວອັນຮຸນແຮງໄດ້ເກີດຂຶ້ນຢ່າງກະທັນຫັນຢູ່ເມືອງເວີ້ນຊ່ວນແຂວງເສສວນ.ນີ້ແມ່ນໄພແຜ່ນດິນໄຫວ ທີ່ຫນັກຫນ່ວງທີ່ສຸດເທື່ອຫນຶ່ງຢູ່ຈີນນັບແຕ່ເກີດແຜ່ນດິນໄຫວຢູ່ເມືອງຖາງຊ່ານໃນປີ 1976 ເປັນຕົ້ນມາ.ແຜ່ນດິນໄຫວໄດ້ເຮັດໃຫ້ດິນແດນທີ່ສວຍງາມກາຍເປັນຊາກສະຫຼັກຫັກພັງ,ເຮັດໃຫ້ຄົນທີ່ນັບເປັນພັນເປັນຫມື່ນເສຍຊີວິດ,ແຕ່ລະມື້ ພວກເຮົາໄດ້ຜ່ານຊີວິດຢູ່ໃນຄວາມໂສກເສົ້າສະຫຼົດໃຈ, ແຕ່ຮູ້ສຶກຕື້ນຕັນໃຈຕໍ່ຄວາມເຂັ້ມແຂງຂອງຊີວິດແລະຄວາມຮັກແພງກັນໃນໂລກມະນຸດເທື່ອແລ້ວເທື່ອອີກ.
ໃນເວລາໄພພິບັດເກີດຂຶ້ນ,ມີພໍ່ແມ່ຫຼວງຫຼາຍເອົາຊີວິດຂອງຕົນໄປແລກເອົາຄວາມຢູ່ລອດຂອງລູກເຕົ້າ. ທີ່ຈິງແລ້ວ, ການສະແຫວງຫາຄວາມຢູ່ລອດແມ່ນສັນຊາດຕະຍານຂອງມະນຸດ,ແຕ່ໃນຂະນະທີ່ປະເຊີນກັບຄວາມເປັນຄວາມຕາຍນັ້ນ,ຄວາມຮັກອັນຍິ່ງໃຫຍ່ຂອງພໍ່ແລະແມ່ໄດ້ຢູ່ເໜືອກວ່າສັນຊາດຕະຍານການເອົາຕົວລອດ.
ວັນທີ 13 ພຶດສະພານີ້,ຢູ່ເມືອງເປຊ່ວນທີ່ໄດ້ເປັນຊາກເມືອງຮ້າງນັ້ນ,ຜູ້ກູ້ໄພໄດ້ຊອກເຫັນເດັກຍິງຜູ່ຫນຶ່ງຢູ່ແຈເຮືອນທີ່ເພພັງຢ່າງຫນັກຫນ່ວງ. ນາງຊື່ວ່າຊົ້ງຊິ່ນອີ, ມີແຕ່ສາມຂວບເທົ່ານັ້ນຄ້າງຢູ່ໃນຊາກອາຄານ 40 ຊົ່ວໂມງຈຶ່ງໄດ້ຖືກກອບກູ້ເອົາ, ໃນເວລາຫຼານນ້ອຍຖືກອູ້ມອອກມານັ້ນ, ຫມົດທຸກຄົນທີ່ຢູ່ອ້ອມຂ້າງໃຜກໍນ້ຳຕາໄຫຼ, ພໍ່ແມ່ທີ່ຍັງໜຸ່ມແໜ້ນເສຍຊີວິດແລ້ວ, ໃນເວລາທີ່ຜູ້ກອບກູ້ຂຸດເຂົ້າໄປຫາ, ສອງຄົນເຂົ້າເຈົ້າກອດບ່າກັນ, ປິ່ນໜ້າໃສ່ກັນ, ໃຫ້ລູກນັ່ງຢູ່ຫວ່າງກາງ, ເວລາແຜ່ນດິນໄຫວ, ສອງຜົວເມຍໄດ້ໃຊ້ຮ່າງກາຍຂອງຕົນຕ້ານກັບຝາເຮືອນທີ່ລົ້ມທັບລົງມາ, ໃຊ້ຮ່າງກາຍຂອງຕົ້ນກໍ່ເປັນກຳແພງຊີວິດຮັກສາລູກໄວ້. ດຽວນີ້ນາງຊິ່ນອີບໍ່ມີຄວາມອັນຕະລາຍເຖິງແກ່ຊີວິດແລ້ວ, ຫຼານຍັງຢູ່ໃນໂຮງໝໍ, ເດັກກຳພອຍສາມຂວບຜູ້ນີ້ເຫັນຄົນກໍ່ເອີ້ນວ່າ:ພໍ່! ແມ່!
ໃນເວລາຊ່ອຍຊີວິດ,ຜູ້ກູ້ໄພໄດ້ເຫັນຜູ່ຍິງຜູ່ຫນຶ່ງທີ່ເສຍຊີວິດແລ້ວຍ້ອນຖືກເຮືອນພັງທັບ, ນາງຄຸເຂົ່າ ກົ້ມໂຕໄປທາງຫນ້າ ສອງມືຄຳດິນໄວ້ ຕົນໂຕຖືກເຕັງຈົນບິດບ້ຽວ. ຜູ້ກູ້ໄພເຫັນວ່ານາງໄດ້ເສຍຊີວິດແລ້ວ,ກຳລັງຈະຈາກໄປ,ຫົວຫນ້າຫນ່ວຍກອບກູ້ໄດ້ແລ່ນຄືນຢ່າງກະທັນ ຫັນ,ທັງແລ່ນທັງຮ້ອງໃສ່ວ່າ: ກັບຄືນມາກ່ອນ! ພວກເພິ່ນຍ່າງໄປຫາສົບຂອງນາງອີກເທື່ອໜຶ່ງ, ຈຶ່ງເຫັນຢູ່ກ້ອງໂຕຂອງນາງ, ມີລູກອ່ອນຜູ້ໜຶ່ງທີ່ຫາກໍ່ໄດ້ສາມສີ່ເດືອນເທົ່ານັ້ນ, ແອນ້ອຍຍັງພວມດູດນົມແມ່ຢູ່, ຫນ້າແດງຮຸນໆ, ກ້ຽງປ່ອຍລ່ອຍ, ຕ່າງກັນນົມແມ່ທີ່ມີຂີ້ຝຸ່ນຕິດເຕັມ.
ເມື່ອໄດ້ທຳຄວາມພະຍາຍາມແລ້ວ,ຄົນທັງຫຼາຍໄດ້ອູ້ມເອົາລູກອ່ອນອອກມາ, ແອນ້ອຍນອນຢູ່ໃນຜ້າຫົ່ມນ້ອຍຜືນໜຶ່ງ, ຍ້ອນວ່າມີແມ່ປ້ອງກັນ, ແອນ້ອຍຈຶ່ງບໍ່ມີບາດມີແຜຫຍັງຈັກດີ້.ແພດຫມໍໃນຫນ່ວຍກູ້ໄພຍ່າງມາຫາ,ຈະກວດຮ່າງກາຍຂອງລູກອ່ອນ, ເລີຍເຫັນມີມືຖືເຄື່ອງຫນຶ່ງຢູ່ໃນຜ້າຫົ່ມນ້ອຍ,ແພດໄດ້ເຫັນຫນ້າຈໍຂອງມືຖືມີຂໍຄວາມສັ້ນທີ່ຂຽນວ່າ: "ລູກທີ່ຮັກຂອງແມ່, ຖ້າເຈົ້າມີຊີວິດຢູ່ຕໍ່ໄປ, ໃຫ້ລູກຈື່ໄວ້ວ່າ ແມ່ຮັກລູກ". ແພດຫມໍທີ່ເຫັນຄົນເສຍຊີວິດເລື້ອຍໆ, ຈົນຖືເປັນເລື່ອງທຳມະດາແລ້ວນັ້ນ, ໃນຂະນະນີ້ກໍຈົນນ້ຳຕາຕົກແລ້ວ. ສົ່ງມືຖືໃຫ້ຜູ່ອື່ນເບິ່ງ, ຜູ້ໃດເບິ່ງແລ້ວກໍໄຫ້ໄປຕາມໆກັນ.
ທ່ານຜູ່ຟັງ,ທ່ານຄຶດອອກບໍ່ວ່າ,ແມ່ທີ່ໃກ້ຈະຕາຍແລ້ວຍັງເອົານົມໃຫ້ລູກກິນ, ເບິ່ງທ່າທາງທີ່ແມ່ກອດລູກກໍ່ເບີ່ງອອກວ່າ, ແມ່ໄດ້ຕັ້ງໃຈຮັກສາລູກໄວ້, ຫຼືວ່າແມ່ນແມ່ຫາກໍເອົາຂວັນນົມຍັດໃສ່ປາກຂອງລູກກ່ອນຈະຕາຍ. ຕາມຈິງ, ແມ່ທີ່ຍັງໜຸ່ມໃຫ້ລູກກິນນົມ, ແມ່ນຄວາມສຸກຢ່າງໜຶ່ງ, ແຕ່ໃນແຜ່ນດິນໄຫວ, ສະພາບແບບນີ້ເຮັດໃຫ້ຄົນຮູ້ສຶກເສົ້າສະຫຼົດໃຈທີ່ສຸດ.
ຄົນບູຮານຈີນເວົ້າວ່າ:ພໍ່ແມ່ບໍ່ພຽງແຕ່ແພງລູກໂຕເອງ,ໃນເວລາເກີດໄພພິບັດ,ພໍ່ແມ່ຫຼາຍໆຄົນກໍ່ໄດ້ເອົາຊີວິດຂອງຕົນເອງໄປແລກເອົາຊີວິດຂອງລູກ, ຍັງມີພໍ່ແມ່ຫຼາຍໆຄົນເອົາຄວາມຮັກຂອງຕົນປັນໃຫ້ເດັກນ້ອຍອື່ນໆ.
ໃນແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນໃນວັນທີ 12 ພຶດສະພານີ້,ທ່ານຫຼີກົວະລິນ ຕຳຫຼວດອາຍຸ 43 ປີໄດ້ກອບກູ້ເອົານັກຮຽນຂອງໂຮງຮຽນມັດຖະຍົມ 30 ກວ່າຄົນ,ແຕ່ພັດກອບກູ້ລູກຊາຍຂອງຕົນເອງບໍ່ທັນ.
ໃນມື້ທີ່ເກີດແຜ່ນດິນໄຫວອັນຮຸນແຮງ,ຫຼັງຈາກຕົນເອງໄດ້ພົ້ນໄພແລ້ວ, ກໍຂ້ຽວໄປໂຮງຮຽນເປຊ່ວນທີ່ລູກຊາຍຕົນເອງຮຽນຢູ່, ໃນເວລານັ້ນ, ຕຶກ 5 ຊັ້ນຂອງໂຮງຮຽນໄດ້ຫຼຸບລົງດິນເຫຼືອແຕ່ 3 ຊັ້ນທໍ່ນັ້ນ, ທ່ານໄດ້ຮ້ອງຊື່ຂອງລູກຈົນສຸດແຮງຕັ້ງຫຼາຍເທື່ອ, ຫຼາຍນາທີຕໍ່ມາ, ທ່ານໄດ້ຍິນສຽງຂອງລູກຊາຍທີ່ອ່ອນເພຍແລະລຶ້ງຫູວ່າ,"ພໍ່, ພໍ່, ລູກຖືກຂອງເຕັງ, ຢູ່ຍາກຫຼາຍ, ຊ່ອຍລູກໄວໆແດ່." ທ່ານຫຼີກົວະລິນກໍ່ຟ້າວໄປຄຸ້ຍເອົາດິນຈີກ້ອນນ້ອຍອອກຢ່າງເອົາເປັນເອົາຕາຍ,ແຕ່ວ່າລູກຊາຍຖືກຖົມຢູ່ບ່ອນເລິກ, ເໜັງບໍ່ໄດ້ເລີຍ. ໃນເວລານີ້, ຖ້າທ່ານຫຼີກົວະລິນໄປຊອກເອົາໄມ້ງັດຫຼືເຄື່ອງມືງ່າຍໆ, ໄປຂຸດເອົາລູກຊາຍກໍອາດຈະມີຫວັງຢູ່. ແຕ່ວ່າ, ມີຄູແລະນັກຮຽນຫຼາຍໆຄົນຖືກຝັງຢູ່ບ່ອນຕື້ນກວ່າ, ຈະຊ່ອຍເອົາໄດ້ງ່າຍກວ່າແລະໄວກວ່າ, ຍັງລອດຊີວິດໄດ້ຢູ່.ແຕ່ວ່າ,ໃນເວລານີ້,ທ່ານຫຼີກົວະລິນຄຶດເຫັນໂຕເອງແມ່ນຕຳຫຼວດຮັກສາຄວາມສະຫງົບຂອງປະຊາຊົນ, ເພື່ອຍາດແຍ່ງເວລາກູ້ໄພ, ທ່ານໄດ້ຮ້ອງໃສ່ລູກ: ລູກເອີຍ, ອົດໄວ້ເດີ້! ແລ້ວຈັດຕັ້ງຄົນທັງຫຼາຍໄປຂຸດດິນອອກ, ຊ່ອຍກູ້ເອົາຜູ່ຖືກຖົມ,ໄດ້ກອບກູ້ຊີວິດນັກຮຽນ 30 ກວ່າຄົນຢ່າງສຳເລັດຜົນ,ແຕ່ວ່າ,ໃນວັນທີ 14 ພືດສະພານີ້,ໃນເວລາລູກຊາຍຂອງເພິ່ນຖືກຂຸດອອກມານັ້ນ, ໄດ້ສິ້ນລົມຫາຍໃຈແລ້ວ.
ຄືກັນກັບທ່ານຫຼີກົວລິນ, ນາງເນ້ຍສຽວອ້ຽນຜູ້ເປັນແມ່ອີກຜູ້ໜຶ່ງ, ຍ້ອນຢາກຊ່ອຍເອົາເດັກນ້ອຍຫຼາຍກວ່າເກົ່າກໍ່ໄດ້ເສຍລູກຂອງໂຕເອງໃນແຜ່ນດິນໄຫວ. ນາງເນ້ຍສຽວອ້ຽນແມ່ນຄູໂຮງຮຽນອະນຸບານອີ້ງຊິ້ວເມືອງເວີ້ນຊ່ວນ, ເວລາເກີດແຜ່ນດິນໄຫວໃນຕອນທ່ຽງ, ພວກເດັກນ້ອຍພວມນອນເວັນ, ນາງໄດ້ອູ້ມເອົາເດັກນ້ອຍສອງຄົນອອກຈາກຫ້ອງ, ແຕ່ລູກຂອງໂຕເອງຍັງຢູ່ໃນເຮືອນ, ນາງຊ່ອຍເອົາລູກຂອງຕົນບໍ່ທັນ. ນາງລໍຖ້າຢູ່ຂ້າງຕຶກໂຮງຮຽນທີ່ພັງທະລາຍ, ຈົນຮອດຜູ້ກອບກູ້ຂຸດເອົາສົບຂອງລູກຕົນອອກມາ,ນາງນ້ຳຕາໄຫຼອາບແກ້ມ, ນາງຮ້ອງວ່າ: "ລູກເອີຍ, ແມ່ຊ່ອຍລູກບໍ່ທັນ……"
ໃນແຜ່ນດິນໄຫວ, ເດັກນ້ອຍຫຼາຍໆຄົນໄດ້ເສຍພໍ່ແມ່, ຜູ້ເປັນພໍ່ເປັນແມ່ຫຼາຍໆຄົນກໍເສຍລູກເຕົ້າຂອງຕົນ, ສອງສາມມື້ມານີ້, ຢູ່ເທິງເວັບໄຊມີກອນບົດໜຶ່ງໄດ້ສະທ້ອນໃຈຫຼາຍ, ກອນບົດນີ້ພາດຫົວເລື່ອງວ່າ: "ລູກເອີຍ, ຈັບມືແມ່ໄວ້ແໜ້ນໆ", ນະທີ່ນີ້, ພວກເຮົາຂໍມອບກອນບົດນີ້ໃຫ້ເດັກນ້ອຍທີ່ສູນເສຍພໍ່ແມ່ແລະຜູ້ເປັນພໍ່ເປັນແມ່ທີ່ໄດ້ເສຍລູກເສຍເຕົ້າໃນແຜ່ນດິນໄຫວ, ຂໍໃຫ້ໄພພິບັດແບບນີ້ຢ່າເກີດຂຶ້ນອີກຈັກເທື່ອ, ຂໍໃຫ້ເດັກນ້ອຍທີ່ເສຍພໍ່ແມ່ຈົ່ງຖະໜອມຊີວິດຂອງຕົນ, ເຕີບໂຕຢ່າງແຂງແຮງພາຍໃຕ້ການເອົາໃຈໃສ່ຂອງຫຼາຍໆຄົນ:
ລູກເອີຍ, ໄວ, ຈັບມືແມ່ໃຫ້ແໜ້ນໆ ທາງໄປສະຫວັນມັນມືດເກີນໄປ, ແມ່ຢ້ານລູກໄປບໍ່ຖືກທາງ ຈັບມືແມ່ໄວ້ໄວໆ! ແມ່ຈະພາລູກໄປ
ແມ່ເອີຍ, ລູກຍ້ານນາ, ທາງໄປສະຫວັນມືດເກີດໄປ, ລູກບໍ່ເຫັນມືຂອງແມ່ ຕັ້ງແຕ່ຝາເຮືອນພັງລົງ, ເຮັດໃຫ້ມືດບໍ່ເຫັນຫຍັງ ລູກບໍ່ເຫັນດວງຕາທີ່ເມດຕາຂອງແມ່ອີກ
ລູກເອີຍ, ລູກຈົ່ງໄປຊະ ທາງຢູ່ຕໍ່ໜ້າຈະບໍ່ມີຄວາມໂສກເສົ້າອີກ ໃຫ້ລູກຈື່ໜ້າຕາພໍ່ແມ່ໄວ້ເດີ້ ເກີດຊາດໜ້າພວກເຮົາຍັງຈະເປັນຄອບຄົວດຽວກັນອີກ
ແມ່ເອີຍ, ແມ່ຢ່າເປັນຫ່ວງ ເຖິງວ່າທາງໄປສະຫວັນມີຄົນຄັບຄາກັນຫຼາຍ ແຕ່ພັດມີເພື່ອນຮຽນແລະໝູ່ຫຼາຍຄົນ ພວກລູກບໍ່ໄຫ້ດອກ ແມ່ຂອງໃຜກໍ່ແມ່ນແມ່ຂອງພວກລູກຄືກັນນັ້ນລະ! ລູກຂອງໃຜກໍ່ແມ່ນລູກຂອງແມ່ ເມື່ອລູກຈາກໄປແລ້ວ, ຂໍໃຫ້ແມ່ຈົ່ງເອົາຄວາມຮັກໃຫ້ເດັກຜູ້ອື່ນເດີ້
ແມ່ເອີຍ, ແມ່ຢ່າໄຫ້, ນ້ຳຕາເຍືອງທາງໃຫ້ພວກລູກບໍ່ໄດ້ດອກ ພວກລູກຈະຄ່ອຍໆຍ່າງໄປ ແມ່ເອີຍ, ລູກຈະຈື່ໜ້າຕາຂອງພໍ່ແມ່ໄວ້ ຈື່ຄຳໝັ້ນສັນຍາຂອງພວກເຮົາໄວ້ ເກີດຊາດໜ້າພວກເຮົາຍັງຈະແມ່ນຄອບຄົວດຽວກັນ
|