ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-24 17:51:20    
ກອງ​ບັນ​ຊາ​ການ​ກູ້​ໄພ​ຂອງ​ລັດ​ຖະ​ບານ​ຈີນ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທີ 13 ຄົ້ນ​ຄວ້າ​ແລະ​ຈັດ​ວາງ​ວຽກ​ງານ​ປ້ອງ​ກັນ​ພະ​ຍາດ,ຕົກ​ລົງ​ສ້າງ​ຫນ່ວຍ​ວາງ​ແຜນ​ສ້າງ​ສາ​ຄືນ​ໃຫມ່​ຫລັງ​ເກີດ​ໄພ

cri
ຕາມ​ຂ່າວສານ​ຊີ​ນຮວາ: ກອງ​ບັນຊາ​ການ​ກູ້​ໄພ​ຂອງ​ລັດຖະບານ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ຄັ້ງທີ 13 ​ຢູ່​​ເທິງລົດ​ໄຟ​ໃນ​ຕອນ​ຄ່ຳ​ວັນ​ທີ 23 ພຶດສະພາ​,ທ່ານ​​ເວີ່ນ​​ເຈຍ​ປາວ ກຳມະການ​ປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ນາຍົກລັດຖະມົນຕີ ທັງ​ເປັນ​ຜູ່​ບັນຊາ​ການ​ສູງ​ສຸດ​ຂອງ​ກອງ​ບັນຊາ​ການ​ກູ້​ໄພ​​ແຜ່ນດິນ​ໄຫວຂອງ​ລັດຖະບານ​ຈີນ​ໄດ້​ເປັນ​ປະທານ​ຈັດ​ກອງ​ປະຊຸມ.ກອງ​ປະຊຸມ​ໄດ້​ຄົ້ນຄວ້າ​ຈັດ​ວາງ​ວຽກ​ງານ​ປ້ອງ​ກັນ​ພະຍາດ,​ແລະຕົກລົງ​ສ້າງຕັ້ງຫນ່ວຍ​ວາງ​ແຜນ​ສ້າງສາ​ຄືນ​ໃຫມ່​ຫລັງ​ເກີດ​ໄພ.

ກອງ​ປະຊຸມ​ຊີ້​ອອກ​ວ່າ,ການ​ຮັບປະກັນ​ບໍ່​ໃຫ້​ເກີດ​ພະຍາດ​ລະບາດຮ້າຍ​ແຮງ​ຫລັງ​ໄພພິບັດ​ແມ່ນ​ຫນ້າ​ທີ່​ຮີບ​ດ່ວນ​ທີ່​ສຸດ​ໃນ​ສະ​ເພາະ​ຫນ້າ​ນີ້, ຕ້ອງ​ວ້າງ​ໄວ້ຢູ່​ໃນ​ຖານະທີ່​ພົ້ນ​ເດັ່ນ.​ຈະເຮັດ​ວຽກ​ລາຍ​ນີ້​ໃຫ້​ດີ​ຕ້ອງ​ກຳວຽກ​ງານ 4 ດ້ານ​ທີ່ສຳຄັນ: ຫນຶ່ງ​ຕ້ອງ​ຮັບປະກັນ​​ໃຫ້ມີ​ພະນັກງານ​ດ້ານ​ເຕັກນິກ​ປ້ອງ​ກັນ​ພະຍາດ​ແລະ​ຜູ່​ຕິດຕາມ​ກວດ​ກາຢ່າງ​ພຽງພໍ;ສອງ​ຕ້ອງ​ຮັບປະກັນ​​ໃຫ້​ມີ​ຢາ​ທີ່​ຕ້ອງການ​​ໃຊ້ໃນ​ການ​ປ້ອງ​ກັນ​ພະຍາດ​ຢ່າງ​ພຽງພໍ;ສາມ, ຕ້ອງ​ຕັດ​ແຫ​ລ່ງ​ເຊື່​ອມພິດ,ປ້ອງ​ກັນ​ບໍ່​ໃຫ້ການ​ເຊື່ອມ​ພິ​ດ​ແຜ່​ຂະຫຍາຍ​ອອກ;ສີ່, ຕ້ອງ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ນ້ຳ​ດຶ່ມ​ແລະ​ອາຫານ.

ກອງ​ປະຊຸມ​ຊີ້​ອອກ​ວ່າ, ການ​ສ້າງສາ​ຄືນ​ໃຫມ່​ຫລັງ​ໄພພິບັດ​ແມ່ນ​ຫນ້າ​ທີ່​ອັນ​ລຳບາກຍາວ​ນານ,ກ່ອນ​ອື່ນ​ຕ້ອງ​ວາງ​ແຜນ​ໃຫ້​ດີ, ​ໃຕ້​ການ​ຊີ້​ນຳ​ຢ່າງ​ມີ​ວິທະ ຍາສາດ​ຂອງ​ຄະນະ​ກຳມະການ​ຊ່ຽວຊານ​ກ່ຽວ​ກັບ​ແຜ່ນດິນ​ໄຫວ​ເວີ້​ນຊ່ວນ,ຂ້ຽວ​ວາງ​ແຜນການ​ລວມກ່ຽວ​ກັບ​ການ​ສ້າງສາ​ຄືນ​ໃຫມ່​ຫລັງ​​ເກີດໄພ,ຍາດ​ແຍ່ງ​ໃຫ້​ສຳ​ເລັດຜົນ​ພາຍ​ໃນ​ສາມ​ເດືອນ.