ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-24 18:37:22    
ປະມຸກ​ລັດ​ຈີນ​ແລະຣັດ​ເຊຍ​ກ່າວ​ວ່າ, ຊຸກ​ຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຈີນ​ຣັດ​ເຊຍ​ໃຫ້​ຂະ​ຫຍາຍ​ຕົວ​ເປັນ​ຢ່າງ​ດີ​ກວ່າ​ເກົ່າ

cri
ຕາມ​ຂ່າວCRI, ວັນ​ທີ23ພຶດສະພາ​ນີ້, ​ໃນ​ເວລາ​ເຈລະຈາ​ກັນ​ຢູ່​ນະຄອນ​ຫຼວງ​ປັກ​ກິ່ງ, ປະ​ມຸກ​ລັດ​ຈີນ​ແລະຣັດ​ເຊຍ​ກ່າວ​ວ່າ, ຍິນ​ດີ​ພ້ອມ​ກັນ​ພະຍາຍາມ, ຊຸກ​ຍູ້​ການ​ພົວພັນ​ຄູ່​ຮ່ວມ​ມືຍຸດ​ທະ​ສາດລະຫວ່າງ​ຈີນ​ກັບ​ຣັດ​ເຊຍ​ໃຫ້​ຂະຫຍາຍ​ໄປ​ໜ້າ​ດີກວ່າ​ເກົ່າ.


ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ຫູ​ຈິນທ່າວ ປະທານ​ປະ​ເທດ​ຈີນ, ວັນ​ທີ23​ພຶດ​ສະພາ​ນີ້, ທ່ານ​ດີ​ມິ​ຕຼີ ​ເມັດ​ເວ​ເດັບ ປະທາ​ນາທິ​ບໍດີ​ສະຫະ​ພັນຣັດ​ເຊຍ​ໄດ້​ເດີນທາງ​ໄປ​ຮອດ​ປັກ​ກິ່ງ, ​ເລີ່ມ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະກິດ​ເປັນ​ເວລາ2ມື້. ​ໃນ​ເຈລະຈາ​ກັບ​ທ່ານ​ເມັດ​ເວ​ເດັບ, ທ່ານ​ຫູ​ຈິນທ່າວ​ກ່າວ​ວ່າ, ​ແຕ່​ຈີນກັບ​ຣັດ​ເຊຍ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດທະ​ສາດ12ປີ​ມາ​ນີ້, ສອງ​ຝ່າຍ​ໄດ້​ສ້າງ​ກົນ​ໄກ​ພົບ​ປະ​ຫາລື​ກັນລະດັບ​ຕ່າງໆ​ຢ່າງ​ຄົບ​ຖ້ວນ, ຮັກ​ສາ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ​ໃນ​ລະດັບ​ສູງ, ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຂະ​ຫຍາຍ​ອອກ​​ເລື້ອຍໆ, ການ​ຮ່ວມ​ມືໃນ​ວຽກ​ງານ​ສາກົນ​ແລະ​ພາກ​ພື້ນກໍ​ໄດ້​ຮັບ​ຜົນ​ດີ​ເດັ່ນ. ທ່ານ​ຫູ​ຈິນທ່າວ​ຫວັງ​ໃຫ້​ເພີ່ມ​ທະວີ​ຄວາມ​ໄວ້​ເນື້​ອ​ເຊື່ອ​ໃຈ​ທາງ​ການ​ເມືອງ​ຕື່ມ​ອີກ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕິດ​ແທດຕົວ​ຈິງ, ​ເພີ່ມ​ທະວີ​ມິດ​ຕະ​ພາບ​ລະ​ຫວ່າງ​ປະຊາຊົນ​ສອງ​ຊາດ​ຕື່ມ​ອີກ.


ທ່ານ​ເມັດ​ເວ​ເດັບ​ກ່າວ​ວ່າ, ການ​ຂະ​ຫຍາຍ​ຕົວ​ຂອງ​ການ​ພົວພັນຣັດ​ເຊຍ​ຈີນ​ແມ່ນ​ປັດ​ໄຈ​ສຳຄັນ​ທີ່ຮັກສາ​​ສັນຕິພາບ​ແລະ​ສະຖຽນ​ລະ​ພາບຂອງ​ໂລກ, ຝ່າຍຣັດ​ເຊຍ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ​ຈີນ. ຍິນ​ດີ​ພ້ອມ​ກັບ​ຝ່າຍ​ຈີນ​ອອກ​ແຮງ​ສຸດ​ຂີດ​ຊຸກ​ຍູ້​ການ​ຮ່ວມ​ມືຂອງ​ສອງ​ຝ່າຍ​ໃນ​ດ້ານ​ເສດຖະກິດ​ການ​ຄ້າ ພະລັງ​ງານ ວິທະ​ຍາ​ສາດ​ເຕັກນິກ​ແລະ​ວັດ​ທະນະ​ທຳ, ​ເພີ່ມ​ທະວີ​ການ​ສົນ​ທະນາ​ແລະ​ປະສານ​ສົມທົບ​ກັນ​ໃນ​ບັນຫາ​ສາກົນ​ແລະ​ພາກ​ພື້ນ​ທີ່​ສຳຄັນ.

ທ່ານ​ເມັດ​ເວ​ເດັບ​ໄດ້ຕາງ​ໜ້າ​ລັດ​ຖະ​ບານ​ແລະ​ປະຊາຊົນຣັດ​ເຊຍ​ສະ​ແດງ​ຄວາມ​ເຫັນ​ໃຈ​ແລະ​ຄວາມ​ຖາມ​ຂ່າວ​ມາ​ຍັງ​ລັດຖະ​ບານ​ຈີນອີກ​ເທື່ອ​ໜຶ່ງທີ່​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ໃນ​ດ້ານ​ຊີວິດ​ແລະ​ຊັບ​ສິນ​ໃນ​ແຜ່ນດິນ​ໄຫວ​ທີ່​ເກີດ​ຂຶ້ນ​ຢູ່​ເມືອງ​ເວິ້ນຊ່ວນ​ແຂວງ​ເສ​ສວນ.