ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-25 16:48:45    
ສື່​ມວນ​ຊົນ​ຕ່າງ​ປະ​ເທດ​ຍ້ອງ​ຍໍ​ປະ​ຊາ​ຊົນ​ຈີນ​ທີ່​ສາ​ມັກ​ຄີ​ກັນ​ຕ້ານ​ໄພ​ແຜ່ນ​ດິນ​ໄຫວ

cri
ຕາມ​ຂ່າວ cri: ​ໃນ​ຫລາຍ​ມື້​ມາ​ນີ້,ສື່​ມວນ​ຊົນ​ຕ່າງປະ​ເທດ​ໄດ້​ຕີ​ລາຄາ​ຢ່າງຕັ້ງຫນ້າຕໍ່​ວຽກ​ງານ​ກູ້​ໄພ​ແຜ່ນດິນ​ໄຫວ​ຂອງ​ລັດຖະບານ​​ແລະ​ປະຊາຊົນ​ຈີນ.

ຫນັງສືພິມ​ຫລຽນ​ເຫີ​ຈາວ​ປ້າວ​ຂອງ​ສິງກະ​ໂປ​ສະບັບ​ວັນ​ທີ 23 ພຶດສະພາ​ນີ້​ໄດ້​ພິມ​ບົດ​ຄວາມ​ຂອງ​ນັກວິ​ຈານ​,ຊີ້​ອອກ​ວ່າ, ຜູ່​ນຳ​ຈີນ​ບໍ່ພຽງ​ແຕ່​ເປັນ​ຫ່ວງນຳ​ປະຊາຊົນ​ເລື້ອຍໆ​ທໍ່​ນັ້ນ, ຢູ່​ຕໍ່ຫນ້າ​ໄພພິບັດ,ຍັງ​ນຳ​ຫນ້າ​ໄປຢື້​ຢາມ​ຖາມ​ຂ່າວ​ປະຊາຊົນ​ເຂດ​ປະສົບ​ໄພ, ຊອກ​ຮູ້​ສະພາບ​ໄພ​ແຜ່ນດິນ​ໄຫວ,​ໄດ້​ໃຫ້​ຄວາມ​ອົບ​ອຸ່ນ​ແລະ​ຊ່ວຍ​ເຫລືອປະຊາຊົນ, ຖືກ​ໃຈປະຊາຊົນທີ່​ສຸດ.

ວັນ​ທີ 22 ພຶດສະພາ​ນີ້ ຂ່າວ​ສານ​ລອຍ​ເຕີລາຍ​ງານ​ວ່າ, ຫລັງ​ຈາກ​ເຂດ​ພາກ​ຕາ​ເວັນ​ຕົກ​ສຽ​ງ​ໃຕ້​ຂອງ​ຈີນ​ເກີດ​ແຜ່ນດິນ​ໄຫວ​ພຽງ 20 ນາທີ, ກອງທັບ​ປົດ​ປ່ອຍປະ​ຊາ​ຊົນ​ຈີນ​ກໍ່​ໄດ້​ນຳ​ໃຊ້​ກົນ​ໄກ​ຮັບ​ມື​ສຸກ​ເສີນທັນທີ,​ແລະ​ເລີ່​ມ​ເຕົ້າ​ໂຮມ​ກອງທັບ.ຊັ້ນຜູ່​ນຳ​ຂອງ​ຈີນກໍ່​ໃຫ້​ເຫັນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ ​ດຳ​ເນີນ​ການ​ກູ້​ໄພ​ຢ່າງ​ຂະຫນາດ​ໃຫຍ່​​ເກືອບ​ໃນ​ເວລາ​ດຽວ​ກັນ,ອັນໄດ້​ຮັບ​ເອົາ​ຄວາມ​ສະຫນັບສະຫນູນ​ແລະ​ຄວາມ​ເຫັນ​ໃຈ​ຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ.

ວາລະສານເດຍ​ໄຊ​ດລາຍ​ສັບປະດາຂອງ​ເຢຍລະ​ມັນ​ສະບັບ​ວັນ​ທີ 22 ພຶດສະພາ​ນີ້​ໄດ້​ພິມ​ບົດ​ຄວາມ ຊີ້​ອອກ​ວ່າ, ຕັ້ງ​ແຕ່​ເກີດ​ແຜ່ນດິນ​ໄຫວ​ເປັນຕົ້ນມາ, ປະຕິກິລິຍາ​ຂອງ​ປັກ​ກິ່ງ​ແມ່ນ​ໄວກວ່າ​ປະ​ເທດ​ອື່ນໆ​ທີ່​ເຄີຍ​ເກີດ​ໄພພິບັດ​ຄ້າຍຄື​ກັນ​ນີ້​ຢ່າງ​ຫລວງຫລາຍ.