ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-25 18:31:56    
ໂຄງ​ການ​ຜະ​ລິດ​ລົດ​ໄຟ​ດ່ວນ​ຂອງ​ຈີນ​ເລີ່ມ​ສ້າງ​ສາ​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ເຫນືອ​ຂອງ​ຈີນ

cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 25 ພຶດສະພາ​ນີ້ ​ໂຄງການ​ຜະລິດ​ລົດ​ໄຟ​ດ່ວນ​ຂອງ​ຈີນ​ໄດ້​ເລີ່​ມກໍ່ສ້າງ​ຢູ່​ເມືອງ​ຊາງ​ຊຸ່ນ​ແຂວງ​ຈີ​ລີ​ນ ພາກ​ຕາ​ເວັນ​ອອກສຽງ​ເຫນືອ​ຂອງ​ຈີນ.

​ໂຄງການ​ນີ້​ແມ່ນ​ບໍລິສັດ​ລົດ​ໂດຍສານ​​ມີ​ລາງ​ຊາງ​ຊຸ່ນຫຸ້ນ​ສ່ວນ​ຈຳກັດ​ ​ເປັນ​ຜູ່ຮັບ​ກໍ່ສ້າງ,ລວມທັງ​ການ​ສ້າງ​ສູນ​ທົດ​ລອງ​ກິດຈະການ​ລົດ​ໄຟ​ດ່ວນ ​ຫ້ອງ​ທົດ​ລອງ​​ໂຄງການ​ລວມ​ໃນລະບົບ​ລົດ​ໄຟ​ດ່ວນ​ແຫ່ງ​ຊາດ​ແລະ​ສ້າງ​ແທ່ນ​ຜະລິດ​ລົດ​ໄຟ​ດ່ວນ​ທີ່​ມີ​ຄວາມ​ໄວ 350 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.​​ແຜນການ​ນີ້​ຈະ​ລົງທຶນ 2 ຕື້ 8 ຮ້ອຍ​ລ້ານ​ຢວນ, ການ​ກໍ່ສ້າງ​ແບ່ງ​ເປັນ​ສາມ​ໄລຍະ,ກະ​ວ່າ​ຈະ​ສ້າງ​ສຳ​ເລັດ​ໃນ​ເດືອ​ນຕຸລາ​ປີ 2009.

ພາຍຫລັງໂຄງການ​ນີ້ສ້າງ​ສຳ​ເລັດ​ ລ້ວ,ບໍລິສັດ ລົດ​ໂດຍສານ​ມີ​ລາງຊາງ​ຊຸ່ນ​ຫຸ້ນ​ສ່ວນ​ຈຳກັດຈະ​ມີ​ຄວາມ​ສາມາດຄົ້ນຄວ້າ​ຜະລິດ​ແລະ​ທົດ​ລອງ​ລົດ​ໄຟ​ດ່ວນ​ທີ່​ມີ​ຄວາມ​ໄວ 350 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ,​ແລະ​ມີ​ຄວາມ​ສາມາດ​ຜະລິດ​ລົດ​ໄຟ​ດ່ວນ 100 ຂະ​ບວນຕໍ່​ປີ,​ເຕັກນິກ​ຄົ້ນຄວ້າ​ແລະ​ຜະລິດ​ຈະ​ບັນລຸ​ລະດັບ​ນຳ​ຫນ້າ​ໃນ​ໂລກ.