ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-25 18:44:18    
ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້ສົ່ງ​ຕໍ່​ຢູ່​ນະຄອນ​ຊູ່​​ໂຈ່​ວ

cri
ຕາມ​ຂ່າວCRI, ຕອນ​ເຊົ້າ​ວັນ​ທີ25​ພຶດສະພາ​ນີ້, ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ໄດ້​ສົ່ງ​ຕໍ່​ຢູ່​ນະຄອນ​ຊູ່​ໂຈ່​ວ​ແຂວງ​ຈ່ຽງຊູ່​ຈີນ.


ເວລາ8​ໂມງ​ຂອງ​ວັນ​ທີ25​ພຶດ​ສະພາ​ນີ້, ພິທີສົ່ງ​ຕໍ່​ທວນ​ໄຟ​ໄດ້​ຈັດ​ຂຶ້ນ​ຢູ່​ສວນ​ສະໜຸກ​ຊູ່​ໂຈ່​ວ, ກ່ອນ​ຈັດ​ພິທີ​ສົ່ງ​ຕໍ່,ໝົດ​ທຸກ​ຄົນ​ໃນ​ສະຖານ​ທີ່​ດັ່ງກ່າວ​ລ້ວນ​ແຕ່​​ໄດ້​ຢືນ​ກົ້ມ​ຫົວ 1 ນາທີ​ເພື່ອ​ໄວ້ອາ​ໄລ​ເຖິງ​ຜູ້​​ເສຍ​ຊີວິດ​ໃນ​ໄພ​ແຜ່ນດິນ​ໄຫວຢູ່​ເມືອງ​ເວິ້ນຊ່ວນ.


ທ່ານ​ຊຸ່ນຈື້ອ່ານ ​ແຊມ​ປຽນ​ດອກ​ປີກ​ໄກ່​​ໂລກ​ຜູ້​ທຳ​ອິດ​ຂອງ​ແຂວງ​ຈ່ຽງຊູ່​ເປັນ​ຜູ້​ສົ່ງ​ທຳ​ອິດ​​ແລ່ນ​ອອກ​ຈາກ​ຈຸ​ດ​ເລີ່​ມ. ທັງ​ໝົດ​ມີ104​ຄົນເຂົ້າ​ຮ່ວມ​ການ​ສົ່ງ​ຕໍ່​ຢູ່​ນະຄອນ​ຊູ່​ໂຈ່​ວ.


ຕອນ​ບ່າຍ​ວັນ​ທີ25ພຶດສະພາ​ນີ້, ທວນ​ໄຟ​ງານ​ກິລາ​ໂອ​ລິ​ມປິກ​ໄດ້ສົ່ງ​ໄປຮອດ​ນະ​ຄອນ​ນານ​ທົ່ງ​ແລະ​ແລ່ນ​ສົ່ງ​ຕໍ່ຕໍ່​ໄປ.