ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-26 10:27:56    
ທ່ານ​ຢາງ​ເຈ​ຊື​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາກົນ​ບໍລິ​ຈາກ​ຊ່ອຍ​ເຫຼືອ​ມຽນ​ມາ​ທີ່​ປະ​ສົບ​ໄພ​ພາຍຸ​

cri
ຕາມ​ຂ່າວCRI, ວັນ​ທີ25ພຶດ​ສະພາ​ນີ້, ກອງ​ປະຊຸມ​ສາກົນ​ອາ​ຊຽນ-ສະຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ບໍລິ​ຈາກ​ຊ່ອຍ​ເຫຼື​ອ​ມຽນມາ​ທີ່​ປະສົບ​ໄພ​ພາຍຸ​ແຖບ​ຮ້ອນໄດ້​ຈັດ​ຂຶ້ນ​ຢູ່​ຢາງ​ກຸງ​ແຫ່ງ​ມຽນ​ມາ. ທ່ານ​ຢາງ​ເຈ​ຊື ລັດຖະ​ມົນຕີ​ວ່າການ​ກະ​ຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ແລະ​ກ່າວ​ຄຳ​ປາ​ໄສ.

ທ່ານ​ຢາງ​ເຈ​ຊືກ່າວ​ວ່າ, ປະຊາ​ຄົມ​ໂລກ​ຄວນ​ເຄົາລົບ​ຄວາມ​ປາຖະໜາ​ຂອງ​ມຽນມາ​ຢ່າງ​ເຕັມ​ທີ, ພິຈາ​ລະ​ນາ​ຄວາມ​ຕ້ອງການ​ຂອງ​ລັດຖະ​ບານ​ແລະ​ປະຊາຊົນ​ມຽນມາ, ສືບ​ຕໍ່​ສະໜອງ​ການ​ຊ່ອຍ​ເຫຼືອ​ຕ່າງໆ​ເພື່ອ​ກູ້​ໄພ​ແລະ​ສ້າງສາ​ຄືນ​ໃໝ່. ຈີນ​ຕັ້ງໜ້າ​ສະໜັບ​ສະ​ໜູນ​ອາຊ​ຽນ​ແລະ​ສະຫະ​ປະຊາ​ຊາດ​ເສີມ​ຂະ​ຫຍາຍ​ບົດບາດ​ກູ້​ໄພ​ແລະ​ສ້າງສາ​ຄືນ​ໃໝ່​ຫຼັງ​ເກີດຢູ່​ມຽນມາ.

ທ່ານ​ຢາງ​ເຈ​ຊື​ກ່າວ​ວ່າ, ລັດຖະ​ບານ​ຈີນ​ຕົກລົງ​ຊ່ອຍ​ເຫຼືອ​ມຽນມາ​ໂດຍ​ດ່ວນ​ອີກ10ລ້ານ​ໂດ​ລາ, ​ເພື່ອ​ໃຊ້​ເຂົ້າ​ໃນ​ການ​ກູ້​ໄພ​ແລະ​ສ້າງສາ​ຄືນ​ໃໝ່​ຫຼັງ​ໄພພິບັດ.

ມື້​ດຽວກັນ, ຢູ່​ຢາງ​ກຸງ, ທ່ານ​ຢາງ​ເຈ​ຊືຍັງ​​ພົບ​ປະ​ກັບ​ພົນ​ເອກ​ເທ​ນເຊັນ ນາຍົກ​ລັດຖະ​ມົນຕີ​ມຽນມາ​ແລະ​ທ່ານ​ບານ​ກີ​ມູນ ​ເລຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ. ພົນ​ເອກ​ເທ​ນ​ເຊ​ນ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຢ່າງ​ເລິກ​ເຊິ່ງຕໍ່​ການ​ຊ່ອຍ​ເຫຼືອ​ທີ່​ຢ່າງ​ເອື້ອ​ເຟື້ອ​ເຜື່ອ​ແຜ່​ຂອງ​ລັດ​ຖະບານ​ແລະ​ປະ​ຊາຊົນ​ຈີນ. ທ່ານ​ບານ​ກີ​ມູນ​ໄດ້​ຍ້ອງ​ຍໍ​ໃນ​ລະດັບ​ສູງ​ຕໍ່​ຝ່າຍ​ຈີນ​ທີ່​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຂອງ​ປະຊາ​ຄົມ​ໂລກ​ທີ່​ຊ່ອຍ​ເຫຼືອມ​ຽນມາ.