ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-26 14:50:14    
​ທັນ​ຍາ​ຫານ​ໃນ​ລະ​ດູ​ຮ້ອນ​ຂອງ​ຈີນ​ປີ​ນີ້​ຈະ​ຈະ​ເກັບ​ກ່ຽວ​ໄດ້​ຜົນ​ເພີ່ມ​ຂຶ້ນ​ເປັນ​ປີ​ທີ 5 ລຽນ​ຕິດ

cri
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 25 ພຶດສະພາ​ນີ້ ທ່ານ​ຊຸນ​ເຈິ້ງ​ຊາຍ ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ​ຈີນ​ກ່າວ​ວ່າ, ທັນ​ຍາ​ຫານລະດູຮ້ອນ​ຂອງ​ຈີນປີ​ໜີ​ຄາດ​ວ່າ​ຈະ​ໄດ້​ຮັບ​ຜົນ​ເກັບ​ກ່ຽວ​​ເພີ່ມ​ຂຶ້ນ​​ເປັນປີ​ທີ 5 ລຽນຕິດ.

ມື້​ດຽວ​ກັນ, ກະຊວງ​ກະສິກຳ​ຈີນ​ໄດ້​ຈັດພິທີ​ເລີ່​ມ​ເກັບ​ກ່ຽວ​ເຂົ້າ​​ເບຼໃນ​ທົ່ວ​ປະ​ເທດ​ຈີນ​​ຢູ່​ເມືອງ​ນານ​ຢາງ​ແຂວງ​​ເຫີ​ນານ.​ໃນ​ພິທີ​ດັ່ງກ່າວ, ທ່ານ​ຊຸນ​ເຈິ້ງ​ຊາຍ​ກ່າວ​ວ່າ, ປັດຈຸບັນ,​ເຂົ້າ​ເບຼ​ເຕີບ​ໃຫຍ່​ງາມ​ຫລາຍ,ຖ້າວ່າ​ໃນ​ສິບ​ກວ່າ​ມື້​ຂ້າງ​ຫນ້າ​ນີ້,​ເຂດ​ປູກ​ເຂົ້າ​ເບຼສຳຄັນ​ຢູ່​ພາກ​ເຫນືອ​ຂອງ​ແມ່​ນ້ຳ​ເຫລືອງ​ບໍ່​​ມີ​ໄພ​ທາງ​ອາກາດ​​ເກີດ​ຂຶ້ນ, ຜົມ​ຜະລິດ​ທັນ​ຍາ​ຫານ​ລະດູຮ້ອນ​ປີ​ນີ້​ກໍ່ຈະ​ສ້າງ​ສະຖິຕິ​ດີ​ທີ່​ສຸດ​ໃນ​ປະຫວັດສາດ,ຍອດ​ຜົນ​ຜະລິດ​ຈະ​ເພີ່ມ​ຂຶ້ນ​ເປັນປີ​ທີ 5 ລຽນຕິດ.

ທ່ານ​ຊຸນ​ເຈິ້ງ​ຊາຍ​ກ່າວ​ເນັ້ນວ່າ, ​ໃນ​ຂະນະ​ທີ່​ເຮັດ​ວຽກ​ເກັບ​ກ່ຽວ​ເຂົ້າລະດູຮ້ອນ​ໃຫ້​ດີນັ້ນ,ຍັງ​ຕ້ອງ​ຮັບປະກັນ​ການ​ປູກ​ເຂົ້າລະດູ​ຮ້ອນ​ໃນ​ເນື້ອ​ທີ່​ຕາມ​ຄາດຫມາຍ,​ເພື່ອ​ສ້າງ​ພື້ນຖານ​ອັນ​ຫມັ້ນ​ແກ່ນ​ໃຫ້​ແກ່​ການ​ເກັບ​ກ່ຽວ​​ໃນລະດູ​ໃບ​ໄມ້​ຫລົ່ນ,ພະ ຍາຍາມ​ບັນລຸ​ເປົ້າຫມາຍ​ການ​ເກັບ​ກ່ຽວ​ທັນ​ຍາ​ຫານ​ຢ່າງຫມັ້ນທ່ຽງ​ໃນ​ຫມົດ​ປີ​ນີ້.