ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-26 16:35:48    
ຈີນ​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ​ໄພ​ທີ່​ຕາມ​ມາ​ຍ້ອນ​ແຜ່ນ​ດິນ​ໄຫວ

cri Author: mo
ປັດຈຸບັນ, ວຽກ​ງານ​ກູ້​ໄພ​ແຜ່ນດິນ​ໄຫວ​ຂອງ​ຈີນ​ພວມຂຸ້ນ​ຂ້ຽວ​ດຳ​ເນີນ​ຢູ່. ​ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຫ້ອງການ​ຖະ​ແຫຼງຂ່າວ​ຂອງລັດຖະບານຈັດ​ຂຶ້ນ​ໃນ​ວັນ​ທີ 25 ພຶດສະພາ​ນີ້, ​ເຈົ້າໜ້າ​ທີ່​ທີ່​ກ່ຽວຂ້ອງ​​ແຈ້ງວ່າ, ຈີນ​ໄດ້​ເພີ່ມ​ທະວິ​ການ​ເຕືອນ​ໄພ​ຕໍ່​ລະບົບຊົນະ​ປະທານ​ທີ່​ຖືກ​ທຳລາຍ​ຍ້ອນ​ແຜ່ນດິນ​ໄຫວ​ແລະ​ເວີງ​ນ້ຳຫົ້ງ, ​ໄດ້​ວາງ​ແຜນການຫຼີກລ່ຽງ​ສະພາບອັນ​ຕະລາຍ​ແລະ​ແຜນການ​ຍົກ​ຍ້າຍ​ປະ​ຊາ​ຊົນ. ທ່ານ​ກ່າວ​ວ່າ, ຈີນ​ຈະ​ພະຍາຍາມຫຼຸດ​ໄພ​ທີ່ຕາມ​ມາ​ໃຫ້ມີ​ໜ້ອຍ​ທີ່ສຸດ, ​ແລະ​ຮັບປະກັນ​ຄວາມ​ປອດ​ໄພ​ດ້ານ​ຊີວິດ​ແລະ​ຊັບສີນຂອງ​ປະຊາຊົນ.

ໄພ​ທີ່​​ຕາມ​ມາ​ຍ້ອນ​ແຜ່ນດິນ​ໄຫວ​​ແມ່ນ​ໝາຍ​ເຖິງ​ໄພ​​ອື່ນໆ​ທີ່ອາດ​ຈະ​ເກີດ​ຂຶ້ນ​ຍ້ອນ​ແຜ່ນດິນ​ໄຫວ. ຕົວຢ່າງ​ວ່າ: ​ແຜ່ນດິນ​ໄຫວ​ອາດ​ຈະ​ເຮັດ​ໃຫ້​ມີ​ພະຍາດ​ລະບາດ, ອາດ​ຈະ​ເຮັດ​ໃຫ້​ເຂື່ອນ​ອ່າງ​ນ້ຳ​ຖືກ​ທຳລາຍ​ແລ້ວ​​ເວີງ​ນ້ຳກໍຈະ​ຍື່ງ​ຂຶ້ນ ​ແລ້ວ​ເຮັດ​ໃຫ້​​ເກີດ​ນ້ຳ​ຖ້ວມ, ຫຼື​ອາດເຮັດ​ໃຫ້​ທໍ່​ສົ່ງ​ຂອງ​ວິ​ສາ​ຫະກິດ​ອຸດສາຫະກຳ​ເຄມີ​ຂາດ, ​ແລ້ວ​ເຮັດ​ໃຫ້​ທາດ​ພິດ​ໄຫຼອອກ​ມາ​ເຊື່ອມ​ພິດ​ຕໍ່ສິ່ງ​ແວດ​ລ້ອມ, ​ແລະ​ອື່ນໆ. ນັບ​ມາ​ຮອດ​ປັດຈຸບັນ, ​ເຂດ​​ແຜ່ນດິນ​ໄຫວ​ບໍ່​ໄດ້​ເກີດ​ພະຍາດ​ລະບາດ​ແລະ​​ເຫດການ​ເຊື່ອມ​ພິດ​ສິ່ງ​ແວດ​ລ້ອມ​ໃດໆ. ​ແຕ່​ແຜ່ນດິນ​ໄຫວ​ໄດ້​ເຮັດ​ໃຫ້​ສິ່ງ​ກໍ່ສ້າງ​ຊົນລະ​ປະທານ​ຈຳນວນ​ໜຶ່ງ​​ໃນ​ເຂດ​ປະສົບ​ໄພ​​ເປ່​ເພໃນ​ລະດັບ​ໃດ​ໜຶ່ງ, ​ເວີງ​ນ້ຳຫົ້ງທີ່​ເກີດ​ຂຶ້ນ​ຍ້ອນ​ແຜ່ນດິນ​ໄຫວ​ກໍ່​ໄດ້​ສ້າງ​ໄພ​ຂົ່ມ​ຂູ່​ອັນ​ໜັກໜ່ວງ​ແກ່​ຍ່ານ​ໃຕ້​ຂອງ​ແມ່​ນ້ຳ.

ໃນ​ກອງ​ປະຊຸມ​ຂ່າວ​ທີ່​ຫ້ອງການ​ຖະ​ແຫຼງຂ່າວ​​ລັດຖະບານ​​ຈັດ​ຂຶ້ນ​ໃນ​ວັນ​ທີ 25 ພຶດສະພາ​ນີ້, ທ່ານ​ເອີ້​ຈີ້​ງພິງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຊົນລະປະທານ​ຈີນ​ກ່າວ​ວ່າ, ນັບ​ມາ​ຮອດ 8 ​ໂມງ​ຂອງ​ວັນ​ທີ 25 ພຶດສະພາ​ນີ້, ​ແຜ່ນດິນ​ໄຫວ​ໄດ້​​ເຮັດ​ໃຫ້​ອ່າງ​ນ້ຳ 2 ພັນ​ກວ່າ​ແຫ່ງ​ມີ​ສະພາບ​ອັນຕະລາຍ, ​ໃນ​ນັ້ນ, ຢູ່​ໃນ​​​ເຂດແຂວງ​ເສ​ສວນ​ມີ 70% ຂຶ້ນ​ໄປ. ທ່ານ​ກ່າວ​ວ່າ:

"ປະຈຸ​ບັນ, ອ່າງ​ນ້ຳ​ທີ່​ຖືກ​ທຳລາຍ​ຍ້ອນ​ແຜ່ນດິນ​ໄຫວ​ໃນ​ແຂວງ​ເສ​ສວນ​ໄດ້​ມີ 69 ​ແຫ່ງ​ບໍ່​ມີ​ນ້ຳ​ແລ້ວ, 826 ​ແຫ່ງ​ໄດ້​ໃຊ້​ມາດ​ຕະການ​ເຮັດ​ໃຫ້​ນ້ຳຫຼຸດໜ້ອຍ​ລົງ, ​ໄດ້​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ອ່າງ​ນ້ຳ​ຢ່າງ​ບັງ​ເກີດ​ຜົນ."

ນອກຈາກ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ອ່າງ​ນ້ຳ​ແລ້ວ, ​ເວົ້າສຳລັບ​ການ​ປ້ອງ​ກັນ​ໄພ​ທີ່​ຕາມ​ມາ, ​ເວີງນ້ຳຫົ້ງກໍ່​ແມ່ນ​ຈຸດ​ສຳຄັນ​ແລະ​ຈຸດຫຍຸ້ງ​ຍາກ. ​ເວີງ​ນ້ຳຫົ້ງໝາຍ​ເຖີງໜອງ​​ທີ່​ເກີດ​ຂຶ້ນ​ຍ້ອນ​ແຜ່ນດິນ​ໄຫວ​ເຮັດ​ໃຫ້​ພູ​ເຈື່ອນ, ດິນ​​ໄຫຼລົງ​ມາ​ຕັນ​​​ທາງນ້ຳ, ​ເຮັດ​ໃຫ້​ນ້ຳ​ຍື່ງ​ຂຶ້ນ. ຖ້າ​ດິນ​ທີ່​ຕັນ​ນ້ຳ​ຖືກ​ທຳລາຍ, ນ້ຳ​ໜອງ​ຈະ​ມາກ​ຂຶ້ນ​ແລະ​ໄຫຼອອກ​ມາ, ກາຍ​ເປັນນ້ຳ​ນອງທີ່ອັນຕະລາຍ​ທີ່​ສຸດ.

ທ່ານ​ເອີ້​ຈີ້ງພີງກ່າວ​ວ່າ, ພາຍຫຼັງ​ເກີດ​ແຜ່ນດິນ​ໄຫວ​ແລ້ວ, ກະຊວງ​ຊົນລະ​ປະທານ​ຈີນ​ໄດ້​ຂ້ຽວຈັດ​ຕັ້ງ​ພະນັກ​ງານ​ວິຊາ​ການຢ່າງ​ຫຼວງຫຼາຍ, ປັດຈຸບັນ, ​ໄດ້​ຮູ້​ຈັກຂະໜາດ, ອົງ​ປະກອບ​ທໍລະນີ, ສະພາບ​ເກັບ​ນ້ຳ​ຂອງ​ເວີງ​ນ້ຳຫົ້ງແລ​ະຜົນ​ສະທ້ອນທີ່​ມີ​ຕໍ່​ຍ່ານ​ໃຕ້​ໃນ​ຂັ້ນພື້ນຖານ​ແລ້ວ. ​ໃນ​ເວີງ​ນ້ຳຫົ້ງ​ເຫຼົ່ານີ້, ​ເປັນ​ໄພ​ຂົ່ມ​ຂູ່​ໃຫຍ່​ກວ່າ​ໝູ່​ ​ແລະ​ອັນຕະລາຍ​ກວ່າ​ໝູ່​ກໍ່​ແມ່ນ​ເວີງ​ນ້ຳຫົ້ງຖາງ​ເຈຍ​ຊ່ານ​ທີ່​ຢູ່​ໃກ້​ເຂດ​​ໃຈ​ກາງ​ແຜ່ນດິນ​ໄຫວ. ທ່ານ​ລີ​ວນິງ​ແມ່ນ​ວິສະວະກອນ​ໃຫຍ່​ຂອງ​ກະຊວງ​ຊົນລະປະທານ​ຈີນ, ທ່ານ​ກ່າວ​ວ່າ, ປັດຈຸບັນ, ພາກສ່ວນ​ທີ່​ກ່ຽວຂ້ອງ​ໄດ້​ສ້າງ​ຈຸດ​ວັດ​ແທກ 4 ຈຸດ​ຢູ່​​ເວີງ​ນ້ຳ​ຫົ້ງ​ຖາງ​ເຈ່ຍ​ຊ່ານ, ​​ເພື່ອ​ວັດ​ແທກຕະຫຼອດ 24 ຊົ່ວ​ໂມງ, ຖ້າ​ເກີດ​ສະພາບ​ອັນຕະລາຍ​ຈະ​ແຈ້ງ​ໃຫ້​ຍ່ານ​ໃຕ້​ຊາບ​ໃນ​ທັນທີ. ທ່ານ​ກ່າວ​ວ່າ:

"ອົງການ​ປົກຄອງ​ທ້ອງ​ຖິ່ນ​ກໍ​ໄດ້​ວາງ​ແຜນການ​ຍົກຍ້ານປະຊາຊົນ​ຢູ່​ຍ່ານ​ໃຕ້, ​ຖ້າລະດັບ​ຄວາມ​ສ່ຽງ​ສູງ​ຂຶ້ນ, ຈະ​ເລີ່​ມ​ປະຕິບັດແຜນການ​​ໃນທັນທີ. ມາດ​ຕະການ​ເຫຼົ່ານີ້ມີ​ຈຸດປະສົງ​ວ່າ​ໃຫ້ຫຼຸດ​ໄພ​ທີ່​​ຕາມ​ມາ​​ໃຫ້​ມີ​ໜ້ອຍ​ທີ່​ສຸດ, ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ຊີວິດ​ແລະ​ຊັບ​ສີນ​ຂອງ​ປະຊາຊົນ​ໃນ​ຍ່ານ​ໃຕ້."
ປັດຈຸບັນ, ​ແຜນການ​ກູ້​ໄພ​ເວີງ​ນ້ຳຫົ້ງຖາງ​ເຈ່ຍ​ຊ່ານ​ໄດ້​ມີ​ການດັບ​ແປງ​ໜ້ອຍ​ໜຶ່ງ​ຄື: ຈາກ​ແຜນການ​ເກົ່າ​ທີ່​ໃຊ້​ອຸປະກອນ​ຂະໜາດ​ໃຫຍ່​ມາ​ຂຸດ​ເວີງ​ນ້ຳຫົ້ງ​ໃຫ້​ນ້ຳ​ໄຫຼອອກ​ມາປ່ຽນເປັນສອງ​ແຜນການ​ດຳ​ເນີນ​ພ້ອມ​ກັນ​​ຄື​ທັງ​ຂຸດ​ດິນ​ທັງ​ລະ​ເບີດ​ດິນ​ທີ່​ຕັນ​ນ້ຳ, ​ສ່ວນຫຼາຍ​ຈະ​ໃຊ້ການລະ​ເບີດ​.

ຕາມ​ຂ່າວ​ຫຼ້າສຸດ, ກອງ​ກູ້​ໄພ​ວິຊາ​ການ​ຂອງ​ກອງຕຳຫຼວດປະກອບ​ອາວຸດ​ທີ່​ຮັບຜິດຊອບ​ຄວາມ​ປອດ​ໄພ​ດ້ານ​ນ້ຳ​ແລະ​ໄຟຟ້າ​ໄດ້​ເດີນທາງ​ໄປ​ຮອດຈອມ​ເວີງ​ນ້ຳຫົ້ງຖາງ​ເຈ່ຍ​ຊ່ານ​ໃນ 0 ​ໂມງ​ 35 ນາທີ​ຂອງ​ວັນ​ທີ 26 ພຶກສະພາ​ນີ້, ​ແລະ​​ໄດ້​ປະຕິບັດ​ໜ້າ​ທີ່​ກູ້​ໄພ​ໃນ​ທັນທີ.