ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2008-05-26 19:03:12    
ການ​ສຳ​ຫຼວດ​ພິ​ຈາ​ລະ​ນາ​ນະ​ໂຍ​ບາຍ​ການ​ຄ້າ​ຈີນ​ຄັ້ງ​ທີ​ສອງ​ຂອງ​ອົງ​ການ​ການ​ຄ້າ​ໂລກ​ສິ້ນ​ສຸດ​ລົງ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ26​ພຶດສະພາ​ນີ້,ກະຊວງ​ການ​ຄ້າ​ຈີນ​ປະກາດ​ຂ່າວ​ວ່າ,​ການ​ສຳ​ຫຼວດພິຈາລະນາ​ນະ​ໂຍບາຍ​ການ​ຄ້າ​ຈີນ​ຄັ້ງທີ​ສອງ​ຂອງ​ອົງການ​ການ​ຄ້າ​ໂລກ​ໄດ້​ສິ້ນ​ສຸດ​ລົງ​ຢ່າງ​ສະດວກ.

ຂ່າວ​ແຈ້ງວ່າ,​ໃນ​ການ​ປະກອບ​ຄຳ​ຄິດ​ຄຳ​ເຫັນ,ສະມາຊິກ​ອົງ​ການ​ການ​ຄ້າ​ໂລກ​ໄດ້​ສະ​ແດງ​ຄວາມຍ້ອງຍໍ​​ຕໍ່​ຜົນສຳ​ເລັດ​ທີ່​ຈີນ​ໄດ້​ຮັບ​ໃນ​ການ​ພັດທະນາ​ເສດຖະກິດ​ສັງ​ຄົມ​ໃນ​ຫຼາຍ​ປີ​ຜ່ານມາ.ມີ​ສະມາຊິກ​ຢ່າງຫຼວງຫຼາຍກ່າວ​ວ່າ,ພາຍຫຼັງ​ເຂົ້າ​ຮ່ວມ​ອົງ​ການ​ການ​ຄ້າ​ໂລກ​ແລ້ວ,ສະພາບແວດ​ລ້ອມ​ການ​ຄ້າ​ຂອງ​ຈີນ​ໄດ້​ດີ​ຂຶ້ນຢ່າງ​ຫຼວງ​ຫຼາຍ,​ບໍ່​ພຽງ​ແຕ່​ເຮັດ​​ໃຫ້​ຈີນ​ເກີດ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງທໍ່​ນັ້ນ,ຍັງ​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ໂລກ​ອີກ​ດ້ວຍ,​ແລະ​​ເຮັດ​ໃຫ້​ສະມາຊິກ​ອື່ນໆ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຍ້ອນ.

ມີ​ສະມາຊິກ​ປະ​ເທດ​ພວມ​ພັດທະນາ​ຈຳ​ນວນ​ໜຶ່ງ​ໄດ້​ສະ​ແດງ​ຄວາມ​ຍ້ອງຍໍ​​ໃນ​ລະ​ດັບ​ສູງ​ຕໍ່​ຈີນ​ທີ່ຕັ້ງໜ້າ​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ພວມ​ພັດທະນາ​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ດ້ອຍ​ພັດທະນາ​ທີ່​ສຸດ​ໃນ​ອົງການ​ການ​ຄ້າ​ໂລກ.